ຄົນງານ ໂຮງງານ ຣີໄຊເຄີ້ນ ຈະຫວ່າງງານ: ເຈົ້າໜ້າທີ່
2020.02.07

ນັບແຕ່ວັນທີ 6 ກຸມພາ ເປັນຕົ້ນໄປ ຄົນງານລາວ 500 ຄົນ ທີ່ເຮັດວຽກ ຢູ່ໂຮງງານຣີໄຊເຄີ້ນ ຂີ້ເຫຍື້ອ ຂອງຈີນ ຢູ່ບ້ານຫລັກ 11 ເມືອງຄົງເຊໂດນ ແຂວງສາຣະວັນ ຈະຫວ່າງວຽກ ຫລັງຈາກໂຮງງານດັ່ງກ່າວຖືກໄຟໄໝ້.
ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສາຣະວັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ມີແຕ່ກະທົບ ເຣື້ອງວຽກເຮັດງານທຳນີ້ແຫລະ ຖືວ່າ ວ່າງງານນີ້ແຫລະ ກະທົບນີ້ນ່າ ເພາະວ່າ ຄົນງານເຮົາມັນຖືກຢູ່ 500 ປາຍ ຖືວ່າວ່າງງານໝົດແລ້ວ ຊ່ວງນີ້, ບໍຣິສັດເພິ່ນກຳລັງສັບສົນ ແນວຄິດຈິດໃຈເພິ່ນຢູ່ ຖ້າເບິ່ງນຳອີກເນາະ.
ທ່ານ ກ່າວຕື່ມວ່າ ປັດຈຸບັນ ປະທານໂຮງງານ ລວມທັງຄະນະກັມມະການໂຮງງານ ສົມທົບກັບ ຜແນກແຮງງານ ແລະ ສວັດດີການສັງຄົມແຂວງ ໄດ້ຕົກລົງກັນວ່າ ໃຫ້ຄົນລາວ 500 ຄົນ ກັບບ້ານຂອງຕົນເອງກ່ອນ. ຖ້າບໍຣິສັດ ມີແຜນຕັ້ງໂຮງງານໃໝ່ ກໍຈະເອີ້ນກັບຄືນ ມາເຮັດວຽກ ສ່ວນວ່າ ໂຮງງານຈະອອກຄ່າເດີນທາງກັບບ້ານໃຫ້ ແລະ ເງິນເດືອນສ່ວນທີ່ເຫຼືອໃຫ້ກັບທຸກຄົນ.
ໃນເບື້ອງຕົ້ນ ຜແນກແຮງງານ ແລະ ສວັດດີການສັງຄົມແຂວງ ໄດ້ສົ່ງຂ່າວຫາຄົນງານລາວແລ້ວ ຖ້າຄົນງານລາວຜູ້ໃດ ວ່າງງານ ແລ້ວມີຄວາມປະສົງ ຈະເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ມາຂຶ້ນທະບຽນ ຢູເມືອງ ເພື່ອໃຫ້ເຈົ້າໜ້າທີ່ຫາ ບໍຣິສັດ ແລະ ວຽກເຮັດງານທຳ ໃຫ້ເຂົາເຈົ້າ.
ເຈົ້າໜ້າທີ ດັບເພີງ ເມືອງສາຣະວັນ ໄດ້ກ່າວວ່າ ຈາກເຫດການໄຟໄໝ້ ຢູ່ໂຮງຮຽນດັ່ງກ່າວ ບໍ່ພົບຜູ້ເສັຽຊີວິດ ແຕ່ມີ ຜູ້ບາດເຈັບເລັກນ້ອຍ ໃນເວລາທີ່ ພວກເຂົາຂົນເຄື່ອງ ອອກຈາກໂຮງງານ 5-6 ໂມງ ແລະ ໄດ້ສົ່ງໄປປິ່ນປົວ ຢູ່ໂຮງໝໍເມືອງແລ້ວ.
ໄຟໄໝ້ ເປັນເວລາ 5 ຊົ່ວໂມງ ເຈົ້າໜ້າທີ່ ກໍສາມາດຄວບຄຸມເພີງໄດ້ແລ້ວ, ສ່ວນສາເຫດໄຟໄມ້ ຍັງບໍ່ສາມາດ ສລຸບໄດ້ ແລະ ຢູ່ໃນຣະຫວ່າງ ການສືບສວນສອບສອນ, ດັ່ງເຈົ້າໜ້າທີ່ ຕຳຣວດ ດັບເພີງໄດ້ກ່າວວ່າ:
"ແລ້ວໝົດແລ້ວເດ້ ແລ້ວແລ້ວໝົດ ມອດໝົດແລ້ວ ໄປແຕ່ເຊົ້າ ພຸ້ນແຫລະ ແຕ່ 8 ໂມງເຄິ່ງພຸ້ນແຫລະ ພາຍຫລັງ ທີ່ໄດ້ຮັບແຈ້ງ ສາເຫດໂຕນີ້ ຍັງບໍ່ມີຂໍ້ວິໃຈ ຍັງປະເມີນ ຢູ່ເນາະ ວ່າເກີດ ຫຍັງຫັ້ນນ່າ"
ເຈົ້າໜ້າທີ່ ຍັງບໍ່ສາມາດ ໃຫ້ຄຳຕອບ ໄດ້ວ່າ ເຈົ້າຂອງໂຮງງານ ຈະສາມາດ ກັບມາເປີດໂຮງງານໄດ້ ຫລື ບໍ່.
ກ່ຽວກັບ ໂຮງງານຣີໄຊເຄີ້ນ ຂີ້ເຫຍື້ອ ພາສຕິກຈີນ ແຫ່ງນີ້ ມີຊື່ເປັນທາງການວ່າ ບໍຣິສັດ ຈຳປາແດງ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ.
ໂຮງງານດັ່ງກ່າວ ຜລິດໂຟມ ສົ່ງຂາຍອອກໄປຈີນ ນັບແຕ່ ປີ 2019 ເປັນຕົ້ນມາ ມີ້ເນື້ອທີ່ທັງໝົດ 10 ເຮັກຕ້າຣ ຫ່າງຈາກ ຊຸມຊົນ 1 ກິໂລແມັດ.