ເຮັດວຽກມີ​ມື້​ພັກ ນອກ​ຈາກ ເຮັດ​ເກີນ​ເວ​ລາ: ກັມ​ບານ

ມະນີຈັນ
2019.07.13
ໂຮງງານຊິເມັນ ຢູ່ແຂວງຄໍາມ່ວນ
RFA/PN

ກັມບານ ຢູ່ໂຮງງານຊິເມັນຈີນ ແລະ ເຈົ້າຂອງໂຮງງານ ຢູ່ເມືອງ ແລະ ແຂວງ ສາລະວັນ ເວົ້າຄືກັນວ່າ ຄົນງານລາວ ເຮັດວຽກ ຢູ່ໂຮງງານ ຊິເມັນຈີນ ບໍ່ແມ່ນບໍ່ມີມື້ພັກ, ໂຮງງານໃຫ້ພັກ ທຸກວັນອາທິດ, ຖ້າຫາກວ່າ ມາເຮັດວຽກ ກໍຈະໄດ້ ໂອທີ ຫຼື​ວ່າ ເງິນ​ເກີນ​ເວ​ລາ 50,000 ຫາ 80,000 ກີບເພີ່ມຕື່ມ ຈາກເງິນ ພື້ນຖານ ຂອງແຕ່ລະຄົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງສາລະວັນ ຕໍ່ ອາ ແອັ​ຟ ເອ (RFA) ໃນມື້ວັນທີ 12 ກໍຣະກະດານີ້:

"ວັນອາທິດນີ໋ ເຂົາໃຫ້ໂອທີ ວັນອາທິດນີ໊ພັກ ມາເຮັດວຽກ ຜູ້ໃດບໍ່ຄາ ກໍມາເຮັດວຽກ ຜູ້ໃດຄາ ກໍບອກເຂົາ ຂ້ອຍລົມ ກັບເຂົາເຈົ້າໝົດ ແລະ ພວກທີ່ເຮັດວຽກ ຂ້ອຍຖາມໝົດ ມີບັນຫາໃດ ຂ້ອງໃຈ ເຂົາບໍ່ມີບັນຫາຫຍັງ ຄັນຜູ້ເວົ້າ ເຂົາບໍ່ເຂົ້າໃຈ ເຂົາຄົນບ້ານນອກ ເວົ້າໄປຊີ້ໂບ້ຊີ້ເບ້ ເປັນນັ້ນແລ້ວ.”

ແລະ ທາງຄນະຜູ້ບໍຣິຫານໂຮງງານ ຊິເມັນຈີນ ກໍເວົ້າ ໃນທໍານອງດຽວກັນ ນີ້ວ່າ:

"ຖ້າວ່າ ວັນອາທິດນີ໊ ໝາຍຄວາມວ່າ ຕ້ອງ​ໄດ້​ພັກ ແມ່ນ​ບໍ, ແຕ່​ວ່າ ມີ​ພວກ​ທີ່ມາ​ເຮັດ​ວຽກ ເຂົາ​ກໍ​ໄດ້ ໂອ​ທີ ແລ້ວ​ເດ້ ໃນ​ມື້​ນັ້ນ. ເຈົ້າ​ກໍ​ໄດ້​ເງິນ​ພື້ນ​ຖານ ຂອງ​ເຈົ້າ, ລະ​ກະ​ມີ​ເງິນ ໂອ​ທີ 80,000 ເບາະ ຫຼື​ວ່າ 50,000 ແລ້ວ​ແຕ່ ກົດ​ຣະ​ບຽບ ຂອງ​ພາຍ​ໃນ​ເຮົາ. ຄັນ​ຊິ​ເວົ້າ​ແລ້ວ ອ້າຍ​ນ້ອງ ຊິບໍ່​ເຂົ້າ​ໃຈ ໃນ​ຣະ​ບົບ​ນ່າ ສ່ວນ​ມາກ​ ມັນ​ເປັນ​ອ້າຍ​ນ້ອງ ບໍ່​ໄດ້​ຮຽ​ນ​ໜັງ​ສື. ພວກ​ທີ່​ການ​ຜ​ລິດ​ເບື້ອງ​ຫລັງ ມີແຕ່​ຈົບ ປ. 2 ປ. 3 ຫຼື ມ. ປາຍ ເທົ່າ​ນັ້ນ​ນ່າ."

ທ່ານເວົ້າຕື່ມວ່າ ຄົນງານລາວ ມີສິດພັກ ຍ້ອນເຈັບປິ່ນປົວ ຢູ່ໂຮງໝໍ ຫຼື ເຈັບກະທັນຫັນ ໂດຍໄດ້ຮັບ ຄ່າຈ້າງຄືເກົ່າ. ແຕ່ຖ້າຫາກວ່າ ບໍ່ມີເຫດຜົລ ເປັນຕົ້ນ ໄປກິນເຫຼົ້າ ຈະຖືກປັບໃໝ ຄັ້ງລະ 20,000 ຫາ 30,000 ກີບ ແລະ ຕັດເງິນຄ່າຈ້າງ ເປັນມື້ ເມື່ອຜິດ 3 ຄັ້ງ ຈະຖືກເຊົາຈ້າງ ທັນທີ. ສໍາລັບເຣື່ອງສັນຍາເຮັດວຽກນັ້ນ ທ່ານເວົ້າວ່າ ຄົນງານປະຈໍາທຸກຄົນ ມີສັນຍາຈ້າງເຮັດວຽກ ເວັ້ນເສັຽແຕ່ວ່າ ຄົນງານທີ່ຍັງບໍ່ຜ່ານວຽກ ຮອດ 3 ເດືອນ ຈະບໍ່ມີສັນຍາຈ້າງ.

ເຖິງຢ່າງໃດກໍຕາມ, ຜູ້ບໍຣິຫານໂຮງງານ ຜູ້ດຽວກັນນີ້ ກ່າວຕື່ມວ່າ ທຸກອາທິດ ໃນວັນຈັນ ເຖິງວັນພະຫັດ ກັມບານ ໂຮງງານ ແລະ ຕົນ ຈະເຜີຍແພ່ ຣະບຽບຕ່າງໆ ພາຍໃນ ໂຮງງານ ເພື່ອໃຫ້ກັມກອນ ເຂົ້າໃຈກວ່າເກົ່າ. ໃນຂນະດຽວກັນ ຄົນງານລາວ ທີ່ເຮັດວຽກ ຢູ່ໂຮງງານຊິເມັນຈີນ ໃນເຂດບ້ານ ນາຄູ ແລະ ບ້ານຕັງຊວຍ ເມືອງ ສາລະວັນ ກໍເວົ້າວ່າ ເຮັດວຽກໜັກ ແຕ່ບໍ່ມີມື້ພັກ. ຫາກພັກມື້ນຶ່ງ ຈະຖືກຕັດເງິນ 70,000-80,000 ກີບ:

“ບໍ່ມີມື້ຢຸດພັກ ເຮັດທຸກມື້ ມີແຕ່ບາດເຈັບ ເຈັບເປັນກໍຢຸດພັກເອງ ເຮົາປ່ວຍເຮົາເຈັບ ກໍລາພັກ ໄດ້ເລີຍ ໂຕເຮົາ ບໍ່ໄດ້ມາ ກໍບໍ່ໄດ້ເງິນໄລ່ ຫັກ 70,000-80,000 ກີບ.”

ຄົນງານ ເວົ້າຕື່ມວ່າ ປີທໍາອິດ ທີ່ເຂົ້າມາເຮັດວຽກນັ້ນ ສັນຍາ ເຮັດວຽກສບັບເກົ່າ ແມ່ນມີມື້ພັກ 4 ມື້ ຕໍ່ເດືອນ, ແຕ່ 4-5 ປີ ຫຼັງມານີ້ ບໍ່ມີສັນຍາໂຕນັ້ນແລ້ວ ແຕ່ກໍຕ້ອງຍິນຍອມ ເຮັດວຽກ ຢູ່ບ່ອນນີ້ ຕໍ່ໄປ ຍ້ອນບໍ່ມີເງິນໃຊ້ ເຖິງແມ່ນວ່າ ທີ່ຜ່ານມາ ເຈົ້າໜ້າທີ່ ແຂວງລົງມາກວດ ແຕ່ເຈົ້າໜ້າທີ່ ກໍບໍ່ໄດ້ມາ ຮອດໂຕກັມມະກອນ.

ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມແຂວງ ເວົ້າວ່າ ແມ່ນແທ້ ທີ່ວ່າ ເຈົ້າໜ້າທີ່ແຂວງ ລົງກວດກາໂຮງງານ ພ້ອມກັບ ຜູ້ບໍຣິຫານ ແລະ ກັມບານ ຂອງໂຮງງານ ຊຶ່ງຄົນງານ ໄດ້ຣາຍງານ ລັກສະນະດີ ກັບເຈົ້າໜ້າທີ່ ແຕ່ບໍ່ມີ ສເນີບັນຫາ ຄົນງານ ບໍ່ມີມື້ພັກ ຂນະທີ່ຕົນ ໄດ້ຍິນ ຫາງສຽງຄົນງານ ຈົ່ມບໍ່ມີມື້ພັກ ແຕ່ກໍບໍ່ມີຜູ້ໃດ ສເນີ ຢ່າງເປັນທາງການ ມາກໍບໍ່ໄດ້ ແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.