ຮ້ານຄ້າຈີນ ຈ້າງຄົນງານລາວ ໜ້ອຍ
2019.04.15

ບັນດາຮ້ານຄ້າ ແລະ ຮ້ານອາຫານ ໃນເຂດເສຖກິຈສະເພາະ ບໍ່ເຕັນແດນຄຳ ທີ່ແຂວງຫຼວງນ້ຳທາ ຈ້າງຄົນລາວໜ້ອຍ ຮວມທັງໝົດ ບໍ່ຮອດ 100 ຄົນ ເຈົ້າຂອງທຸຣະກິດ ມັກຈ້າງ ແຕ່ຄົນຈີນ ເປັນສ່ວນຫຼາຍ ຍ້ອນເຊື່ອວ່າ ຄົນຈີນ ມີຄວາມດຸໝັ່ນ ມີປະສົພການ ໃນການເຮັດວຽກ ດີກວ່າຄົນລາວ, ດັ່ງເຈົ້າໜ້າທີ່ລາວ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ເມສາ ນີ້ວ່າ:
"ມີແຕ່ ຈີນມາລົງທຶນ ສ່ວນຫຼາຍ ເຮັດຮ້ານອາຫານ ຂາຍເຄື່ອງນັ້ນເຄື່ອງນີ້ ກະບໍ່ສົນໃຈປານໃດ ມີແຕ່ສີມືແຮງງານນີ້ແຫຼະ ບ່ອນບໍ່ໄດ້ ພາສາ ກະເຂົາໄປເບິ່ງວ່າ ເຂົ້າໄປເຮັດວຽກ ມີຄວາມຕັ້ງອົກຕັ້ງໃຈບໍ່ ບໍ່ແມ່ນ ກິນແຕ່ເຫຼົ້າ ໄປການມື້ນຶ່ງ ຂາດມື້ນຶ່ງ ແບບນີ້ເຂົາບໍ່ເອົາ.”
ທ່ານວ່າ ຄົນລາວສ່ວນຫຼາຍ ທີ່ໄປເຮັດວຽກ ໃນເຂດດັ່ງກ່າວນັ້ນ ເປັນນັກສຶກສາ ທີ່ຮຽນຈົບ ຈາກປະເທດຈີນ ແລ້ວກັບມາເຮັດວຽກຢູ່ລາວ ຊຶ່ງສາມາດ ເວົ້າພາສາຈີນໄດ້ ຈຶ່ງໄດ້ເຮັດວຽກນຳຈີນ. ທ່ານກ່າວຕື່ມວ່າ ໃນອານາຄົດ ຮ້ານແຫ່ງນີ້ ມີທ່າອ່ຽງວ່າ ຈະຈ້າງຄົນງານ ທີ່ເວົ້າ ພາສາຈີນ ເຂົ້າເຮັດວຽກຫຼາຍຂຶ້ນ ເພາະສ່ວນຫຼາຍ ແມ່ນນັກທ່ອງທ່ຽວຈີນ ເຂົ້າມາທ່ຽວ.
ທາງການແຂວງຫຼວງນ້ຳທາ ກໍມີແຜນການຈະຊຸກຍູ້ ໃຫ້ຄົນງານລາວ ສາມາດໄດ້ເຮັດວຽກ ໃນເຂດດັ່ງກ່າວໄດ້ ຫຼາຍຂຶ້ນ ແຕ່ແຜນການດັ່ງກ່າວ ຍັງບໍ່ແນ່ວ່າ ຈະສາມາດ ສ້າງຄົນງານລາວ ໄດ້ຫຼາຍປານໃດ ຍ້ອນຂາດງົບປະມານ. ແຕ່ກ່ອນ ທາງການແຂວງຄິດວ່າ ເຂດເສຖກິຈສະເພາະ ບໍ່ເຕັນແດນຄຳ ຈະເປັນເຂດ ທີ່ສ້າງອາຊີບ ໃຫ້ແກ່ຄົນງານລາວຈຳນວນຫຼາຍ ແຕ່ໃນປັດຈຸບັນ ເຂດແຫ່ງນີ້ ຈ້າງຄົນງານລາວ ບໍ່ຮອດ 20% ຂອງຈຳນວນຄົນງານ ທັງໝົດ ໃນຂະນະ ທີ່ແຮງງານຈີນ ກວມເອົາ ສ່ວນຫຼາຍ 80 ສ່ວນຮ້ອຍ ຫລື ຫຼາຍກວ່າ 400 ຄົນ ຖືກຈ້າງ.
ໃນປັດຈຸບັນ ມີບໍຣິສັດ ຂນາດໃຫຍ່ ເຂົ້າມາລົງທຶນ ໃນເຂດນີ້ແລ້ວ ປະມານ 10 ຮ້ານ ແລະ ຂນາດຍ່ອຍ ບໍ່ຕ່ຳກວ່າ 30 ຮ້ານ. ມີໂຮງແຮມ, ບ້ານພັກ ຮ້ານອາຫານ ແລະ ຫ້າງສັພສິນຄ້າ ຫຼາຍຫຼັງ ທີ່ກຳລັງພັທນາຢູ່.