ຕ່າງປະເທດ ຈ້າງຄົນງານລາວ ໜ້ອຍ
2019.07.12
ປະຊາຊົນ ແຂວງຄໍາມ່ວນ ມີໂອກາດໜ້ອຍ ທີ່ຈະໄດ້ເຮັດວຽກ ນໍາບໍຣິສັດຕ່າງປະເທດ ທີ່ມາຕັ້ງໂຮງງານ ຢູ່ພາຍໃນແຂວງ ຍ້ອນບໍ່ມີຄວາມຮູ້ ຄວາມສາມາດ ແລະ ຍັງບໍ່ຂຍັນພໍ ຕາມຄວາມຕ້ອງການ ຂອງບໍຣິສັດ, ອັນເປັນຂໍ້ອ້າງ ຂອງບໍຣິສັດຕ່າງປະເທດ ທີ່ຕ້ອງໄດ້ນໍາຄົນງານ ຈາກຕ່າງປະເທດ ເຂົ້າມາເຮັດວຽກ ແທນຄົນລາວ, ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຄໍາມ່ວນ ໄດ້ກ່າວຕໍ່ ນັກຂ່າວ ອາຣ ແອັຟ ເອ (RFA) ເມື່ອວັນທີ 11 ກໍຣະກະດາ ວ່າ:
"ຄົນລາວເຮົາ ລະເຮັດວຽກ ມັນບໍ່ຂຍັນ ເຮັດວຽກ ໃນໂຄງການ ມັນຊັກຊ້າ ເພາະວ່າ ເວລາມັນຊັກຊ້າ ຂະເຈົ້າ ຈະບໍ່ຢາກຈ້າງ ເຂົາຕ້ອງການ ທັງເວັນທັງຄືນເລີຍ ມັນບໍ່ພໍກັບຄວາມຕ້ອງການ ຂອງບັນດາ ຫົວໜ້າໜ່ວຍແຮງງານນັ້ນ ດຽວນີ້ ຄືກັມກອນກໍ່ສ້າງ ມາຈາກວຽດນາມ ມັນຈະວ່າ ຂະເຈົ້າເຮັດວຽກ ແບບຂຍັນດີຫັ້ນນ່າ.”
ທ່ານໄດ້ກ່າວຕື່ມວ່າ ແຂວງຄໍາມ່ວນ ມີເຂດເສຖກິຈ 2 ແຫ່ງ ຄື ເຂດເສຖກິດ ສະເພາະພູຂຽວ ແລະ ເຂດເສຖກິດ ພິເສດທ່າແຂກ ທີ່ບໍຣິສັດ ຕ່າງປະເທດ ເຂົ້າມາລົງທຶນແລ້ວ ຢ່າງໜ້ອຍ 30 ໂຄງການ ແຕ່ການຈ້າງງານ ດ້ານເທັກນິກ ວິຊາການ ຫຼື ແມ່ນແຕ່ກັມມະກອນ ກໍຍັງເປັນ ຄົນງານ ຈາກ ຕ່າງປະເທດຫຼາຍ ແລະ ມັກຈ້າງຄົນລາວ ເຂົ້າເຮັດວຽກນໍາໜ້ອຍ ແລະ ມັກຈະຈ້າງ ມາເປັນແມ່ບ້ານ ແລະ ແຕ່ງອາຫານ.
ບໍຣິສັດ ຕ່າງປະເທດ ຈະຕັ້ງເງື່ອນໄຂ ຮັບເອົາຄົນງານສູງ ເຮັດວຽກ ທັງຕອນເຊົ້າ ແລະ ຕອນກາງຄືນ ບໍ່ເປັນເວລາທີ່ແນ່ນອນ ຫຼືີ ຈ້າງເຂົ້າມາ ເຮັດວຽກ ຂຸດເຈາະອຸມົງໃຕ້ດິນ ເພື່ອຄົ້ນຫາ ແຮ່ທາດ ຊຶ່ງເປັນວຽກ ທີ່ຄົນງານລາວ ບໍ່ຄຸ້ນເຄີຍ. ໂຕຢ່າງ ໂຮງງານເກືອກາລີ ຂອງບໍຣິສັດ ລາວ ໄຄຫຍວນ ຂອງຈີນ ຢູ່ເມືອງທ່າແຂກ ກໍມີແຕ່ ຄົນງານຈີນ ເກືອບທັງໝົດ ເພາະຕ້ອງເຮັດວຽກນໍາເຄື່ອງຈັກ ແລະ ສານເຄມີ ທີ່ເປັນອັນຕຣາຍ, ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວວ່າ:
“ເຫັນວ່າ ຢູ່ໂຮງງານບໍຣິສັດ ລາວໄຄຫຍວນນີ້ ຢູ່ໃນເມືອງທ່າແຂກ ເລີຍ 2 ແຫ່ງເລີຍ ເຣື່ອງລົງອຸມົງ ລົງດິນນີ້ນະ ຈໍາເປັນ ເພິ່ນຕ້ອງຂໍໂຄຕາ ນໍາເອົາ ແຮງງານຈີນ ເຂົ້າມານໍາ ແຮງງານວຽດ ເຂົ້າມາ ແບບນີ້ນ່າ.”
ປັດຈຸບັນ ແຂວງຄໍາມ່ວນ ມີຄົນງານຕ່າງປະເທດ ຂຶ້ນທະບຽນແຮງງານ ຢ່າງຖືກຕ້ອງ 3,000 ປາຍຄົນ, ຊຶ່ງໃນນັ້ນ ເປັນຄົນງານວຽດນາມ ຫຼາຍກວ່າໝູ່, ຮອງລົງມາ ກໍແມ່ນຈີນ ແລະ ໄທ. ສ່ວນຫຼາຍ ຈະເຮັດວຽກ ຢູ່ຕາມບໍຣິສັດກໍ່ສ້າງ, ໂຮງງານປຸງແຕ່ງໄມ້, ສວນຢາງພາລາ, ຂຸດຄົ້ນບໍ່ແຮ່ ແລະ ໂຮງງານຊິເມັນ (SCG).
ເຖິງຢ່າງໃດກໍຕາມ, ທາງການລາວ ກໍກໍາລັງ ເລັ່ງສ້າງຄົນງານ ໃຫ້ມີສີມື ດ້ານເທັກນິກ-ວິຊາການ ໂດຍໃຫ້ໂຮງຮຽນ ອາຊີວະ ທົ່ວປະເທດ ເພີ່ມວິຊາສະເພາະ ດ້ານເທັກນິກ ແລະ ວິຊາການ ເພື່ອຮອງຮັບ ວຽກງານ ໃນໂຮງງານອຸດສາຫະກຳ ແລະ ຫຼຸດຈຳນວນຄົນງານ ຕ່າງປະເທດລົງ. ຄົນງານລາວ ທີ່ເຮັດວຽກ ເປັນກັມກອນ ຢູ່ຕາມໂຮງງານອຸດສາຫະກັມ ໃນທົ່ວປະເທດ ມີປະມານ 200,000ປາຍຄົນ, ອີງຕາມຣາຍງານ ຂອງ ກະຊວງແຮງງານ ແລະ ສວັດດີການສັງຄົມ ປີ 2018.