ຄົນງານລາວ ໃນໄທຍ ຕ້ອງການ ອາຫານ
2021.08.26

ໃນວັນທີ 19 ສິງຫາ 2021 ທີ່ຜ່ານມາ ກຸ່ມຄົນງານລາວ ທີ່ອາສັຍ ຢູ່ເຂດຈອມທອງ ນະຄອນຫຼວງ ບາງກອກ ປະເທດໄທຍ ປະມານ 50 ຄົນ ເຊິ່ງໄດ້ຮັບ ຜົລກະທົບ ຈາກການແຜ່ຣະບາດ ເຊື້ອໂຄວິດ-19 ຈົນກາຍເປັນ ຄົນບໍ່ວຽກເຮັດງານທໍານັ້ນ ຕ້ອງການໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ບໍ່ວ່າ ຈະເປັນ ທາງການໄທຍ ຫຼື ທາງການລາວ ໃຫ້ຄວາມຊ່ອຍເຫຼືອ ທາງດ້ານ ອາຫານການກິນ ແລະ ເຄື່ອງຂອງ ທີ່ຈໍາເປັນ ຍ້ອນຫຼາຍຄົນ ບໍ່ມີລາຍໄດ້ ເນື່ອງຈາກ ບໍ່ໄດ້ເຮັດວຽກ ມາເປັນ ເວລາຫຼາຍເດືອນແລ້ວ.
ກ່ຽວກັບ ເຣື່ອງນີ້ ຄົນງານລາວ ຢູ່ເຂດຈອມທອງ ຄົນນຶ່ງ ກ່າວວ່າ ຄົນງານລາວ ທັງ 50 ຄົນ ດັ່ງກ່າວ ສ່ວນຫຼາຍ ເຮັດວຽກ ໃນໂຮງງານຕັດຫຍິບ ຢູ່ບໍຣິເວນ ເຂດຈອມທອງ ນະຄອນຫຼວງບາງກອກ, ແຕ່ເມື່ອ ມີການແຜ່ຣະບາດ ຂອງໂຄວິດ-19 ໃນເດືອນເມສາ 2021 ເປັນຕົ້ນມາ ກໍເຮັດໃຫ້ ຂະເຈົ້າ ຂາດວຽກເຮັດງານທໍາ, ດັ່ງຄົນງານລາວ ຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ສິງຫາ ຜ່ານມານີ້ວ່າ:
“ກະບາງຄົນ ກະອາທິດນຶ່ງ ໄດ້ເຮັດຢູ່ ຈັກມື້ນຶ່ງ ບາງຄົນ ກະອາທິດລະມື້ ສອງມື້ ຈັ່ງຊີ້ນ່າ ບາງຄົນ ກະບໍ່ໄດ້ເຮັດເລີຍ ຢ່າງເອື້ອຍນີ້ ກະບໍ່ໄດ້ເຮັດເລີຍ ບໍ່ໄດ້ເຮັດງານ ຕັ້ງແຕ່ ໄດ້ສາມເດືອນແລ້ວ.”
ຄົນງານຜູ້ນີ້ ກ່າວຕື່ມວ່າ ເຖິງແມ່ນວ່າ ບ່ອນຕັ້ງ ຂອງໂຮງງານ ແລະ ບ່ອນພັກອາສັຍລາວ ຈະບໍ່ມີ ຜູ້ຕິດເຊື້ອໂຄວິດ-19 ຫຼາຍ, ແຕ່ຈໍານວນ ຜູ້ຕິດເຊື້ອ ໂດຍຮວມ ພາຍໃນ ປະເທດໄທຍ ກໍຍັງສູງຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ ເຈົ້າຂອງ ໂຮງງານ ໄດ້ອອກແຈ້ງການວ່າ ຈໍານວນ ການຜລິດ ຂອງໂຮງງານ ຕ້ອງຫຼຸດລົງ ແລະ ອາຈຕ້ອງປິດ ໂຮງງານຕໍ່ໄປ ຈົນກວ່າວ່າ ສະຖານະການ ຂອງໂຄວິດ-19 ຢູ່ປະເທດໄທຍ ຈະດີຂຶ້ນ.
ທາງດ້ານ ຄົນງານລາວ ຢູ່ເຂດຈອມທອງ ອີກຄົນນຶ່ງ ກໍກ່າວ ໃນທໍານອງດຽວກັນວ່າ ຄົນງານລາວ ບາງຄົນ ກໍມີ ປະກັນສັງຄົມ ຕາມມາດຕຣາ 33 ຂອງກົດໝາຍ ແຮງງານໄທຍ ເຊິ່ງກໍຈະໄດ້ຮັບ ສິດຜົນປໂຍດ ຕ່າງໆ. ສ່ວນຄົນງານລາວ ທີ່ບໍ່ມີ ປະກັນສັງຄົມ ກໍຈະບໍ່ໄດ້ ສິດດັ່ງກ່າວ. ດັ່ງນັ້ນ ເມື່ອຂາດ ວຽກເຮັດງານທໍາ ກໍບໍ່ໄດ້ຮັບ ການຊ່ອຍເຫຼືອ ແນວໃດເລີຍ, ດັ່ງຍານາງກ່າວວ່າ:
“ອັນນີ້ກະບາງຄົນ ບາງຄົນກະມີ ບາງຄົນກະບໍ່ມີ ບໍ່ໄດ້ເຮັດ ປະກັນສັງຄົມ ແບບວ່າ ຢ່າງເອື້ອຍນີ້ ບໍ່ໄດ້ຫຍັງເລີຍ ຕົກງານ ກະຄື ແຈ້ງຫຍັງ ບໍ່ໄດ້ເລີຍ ບໍ່ມີສິດທິ ໄດ້ຮັບຫຍັງເລີຍ ເປັນບາງບໍຣິສັດນ່າ ຖ້າແມ່ນວ່າ ຕົກງານ ເຖົ້າແກ່ ເລີກຈ້າງ ມັນກະຊິໄດ້ ເງິນທົດແທນ ຈາກປະກັນສັງຄົມ ແມ່ນບໍ ແຕ່ຢ່າງ ເອື້ອຍນີ້ ບໍ່ໄດ້ ເພາະວ່າ ເອື້ອຍປະກັນສັງຄົມ ສຸຂພາບ ແບບກວດສຸຂພາບ ປີລະ 1,900 ຫັ້ນນ່າ.”
ຍານາງ ກ່າວຕື່ມວ່າ ສໍາລັບ ຄົນງານລາວ ທີ່ມີ ບັດປະກັນສັງຄົມ ບາງຄົນ ກໍບໍ່ສາມາດ ໃຊ້ສິດ ເຂົ້າເຖິງ ການບໍຣິການ ໃດໆໄດ້ ຍ້ອນບັດປະກັນສັງຄົມ ໝົດອາຍຸ ແລະ ບໍ່ສາມາດເດີນທາງ ໄປຕໍ່ອາຍຸບັດ ໄດ້ ເນື່ອງຈາກ ຫ້ອງການ ທີ່ກ່ຽວຂ້ອງ ບໍ່ທັນໄດ້ເປີດ ໃຫ້ບໍຣິການເທື່ອ.
ໃນຂນະທີ່ ຄົນງານລາວ ອີກຄົນນຶ່ງ ກໍກ່າວວ່າ ທີ່ຜ່ານມາ ກໍມີຫຼາຍໜ່ວຍງານ ທັງພາກຣັຖ ແລະ ເອກຊົນ ມາໃຫ້ ຄວາມຊ່ອຍເຫຼືອ ແຈກອາຫານ ແລະ ເຄື່ອງຂອງ ທີ່ຈໍາເປັນເລື້ອຍໆຢູ່, ແຕ່ຄົນງານລາວ ກໍມັກ ຈະບໍ່ໄດ້ ຮັບເຄື່ອງດັ່ງກ່າວ ຍ້ອນບໍ່ມີ ຜູ້ໃດ ບອກລ່ວງໜ້າ, ດັ່ງຄົນງານ ຜູ້ນີ້ເວົ້າວ່າ:
“ກະຢາກໄດ້ ແຕ່ຂອງບໍຣິຈາກ ນັ້ນແຫຼະ ອັນເຂົາກະມາຊ່ອຍ ໂຄງການ (ຂອງ) ຄົນໄທຍ ນີ້ແຫຼະ ແຕ່ວ່າ ມາແປ໊ບດຽວ ຄົນ ກໍລຸມໝົດລະ ຄົນລາວ ບໍ່ຄ່ອຍ ໄດ້ດອກ ບໍ່ກ້າ ບໍ່ທັນ ບໍ່ກ້າອອກໄປເອົາ ມັນບໍ່ມີໃຜ ບອກນ່າ ຄົນໄທຍ ເຂົາຮູ້ຈັກ ເຂົາກະໄປເອົານ່າ ຄົນລາວ ຊິໄປເອົາ ກໍໝົດ ລະບໍ່ມີ.”
ຄົນງານຜູ້ນີ້ ກ່າວຕື່ມວ່າ ຢາກໃຫ້ ສະຖານທູດລາວ ປະຈໍາປະເທດໄທຍ ມາແຈກ ເຄື່ອງຂອງ ທີ່ຈໍາເປັນ ຫຼື ອາຫານແຫ້ງຕື່ມ ໃຫ້ແກ່ ພວກຄົນງານລາວ ທີ່ຍັງຕິດຄ້າງ ຢູ່ໄທຍ ໂດຍສະເພາະ ເຂົ້າສານ ຍ້ອນເປັນ ອາຫານແຫ້ງ ທີ່ພວກເຂົາເຈົ້າ ສາມາດ ເຮັດກິນເອງ ໄດ້ຫຼາຍມື້, ແຕ່ທີ່ຜ່ານມາ ສະຖານທູດລາວ ຍັງບໍ່ທັນໃຫ້ ຄວາມຊ່ອຍເຫຼືອ ໃດໆເລີຍ.
ທາງດ້ານ ຄົນງານລາວ ອີກຄົນນຶ່ງ ກໍກ່າວວ່າ ເຖິງແມ່ນວ່າ ໃນໄລຍະ ຫຼາຍເດືອນ ທີ່ຜ່ານມາ ຈະມີຄົນງານລາວ ຈໍານວນຫຼາຍ ເດີນທາງກັບ ປະເທດ ເນື່ອງຈາກ ບໍ່ມາດເຂົ້າເຖິງ ການຊ່ອຍເຫຼືອ ດ້ານການບໍຣິການ ສາທາຣະນະສຸຂ ຢູ່ໄທຍໄດ້, ແຕ່ກໍຍັງມີ ຄົນງານລາວ ອີກຈໍານວນຶ່ງ ຕ້ອງການ ຢູ່ໄທຍຕໍ່ ເພື່ອຫວັງ ທີ່ຈະເຮັດວຽກ ຢູ່ໄທຍ ຕໍ່ໄປ ຍ້ອນວ່າ ຖ້າກັບຄືນ ປະເທດລາວແລ້ວ ເຂົາເຈົ້າ ກໍບໍໍ່ຮູ້ວ່າ ຈະໄປເຮັດວຽກຫຍັງ, ດັ່ງຄົນງານຜູ້ນີ້ ເວົ້າວ່າ:
“ບໍ່ກັບເມືອ ກະບໍ່ຮູ້ ຈະໄປຢູ່ ຈັ່ງໃດ ຢູ່ບ້ານນ່າ ຍັງຢາກຢູ່ຕໍ່.”
ໃນຂນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເຂດຈອມທອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວວ່າ ທີ່ຜ່ານມາ ທາງໜ່ວຍງານ ຂອງທ່ານເອງ ໄດ້ໃຫ້ ຄວາມຊ່ອຍເຫຼືອ ຄົນງານ ທຸກສັນຊາດ ທີ່ຕິດເຊື້ອ ໂຄວິດ-19 ປະມານ 10 ປາຍຄົນ ໂດຍປັດຈຸບັນ ຄົນງານລາວ ກຸ່ມດັ່ງກ່າວ ເຊົາຈາກ ການຕິດໂຄວິດ-19 ແລະ ກັບມາເປັນ ປົກກະຕິແລ້ວ. ສ່ວນເຣື່ອງ ການຂໍໃຫ້ຊ່ອຍ ຫາຊອກວຽກເຮັດ ໃຫ້ນັ້ນ ໃນໄລຍະນີ້ ແມ່ນຍັງບໍ່ທັນ ມີຄົນງານລາວ ຕິດຕໍ່ ຂໍໃຫ້ຊ່ອຍເຫຼືອເທື່ອ, ດັ່ງທ່ານກ່າວວ່າ:
“ຄືວ່າ ຂ້ອຍໃຫ້ ທຸກຢ່າງ ໃຫ້ເພິ່ນ ຢູ່ບ້ານ ໃຫ້ເຂົ້າສານ ອາຫານແຫ້ງ ໃຫ້ເຂົ້າປຸງສຸກ ໃຫ້ທຸກຢ່າງ ໃຫ້ຢູ່ຄົບ 14 ມື້ ຂ້ອຍບໍຣິການໝົດ ໃຫ້ໝົດທຸກຄົນ ບໍ່ວ່າ ຈະເປັນຄົນໄທຍ, ຄົນພະມ້າ, ຄົນລາວ (ສ່ວນເຣື່ອງຂໍໃຫ້ຊ່ອຍຊອກຫາວຽກ) ບໍ່ມີ ບໍ່ມີ ມີແຕ່ ເຣື່ອງການກິນ ການຢູ່ຢ່າງດຽວ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງທາງການລາວ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ກໍກ່າວວ່າ ຄົນງານລາວ ທີ່ມາເຮັດວຽກ ຢູ່ໄທຍ ສາມາດຕິດຕໍ່ ຂໍຄວາມຊ່ອຍເຫຼືອ ໃນດ້ານ ຕ່າງໆ ຈາກສະຖານທູດລາວ ປະຈໍາປະເທດໄທຍໄດ້, ແຕ່ຫາກເປັນ ເຣື່ອງສິດທິ ດ້ານແຮງງານ ແລະ ການບໍຣິການ ສຸຂພາບນັ້ນ ຄົນງານລາວ ຈະຕ້ອງ ປະຕິບັດ ຕາມລະບຽບກົດໝາຍ ຂອງທາງການໄທຍ, ດັ່ງທ່ານກ່າວວ່າ:
“ເຂົ້າມາເຮັດວຽກ ຄັນແມ່ນ MOU ກະແມ່ນເຂົ້າ MOU ທີ່ເຂົ້າມາ ຕາມລະບຽບເນາະ ຄັນບໍ່ມີ ເອກສານ ໃຜຊິຮັບ ມັນກະເວົ້າ ເຣື່ອງລະບຽບແຮງງານ ຂອງໄທຍເດີ້ ຄັນບໍ່ມີ ມັນກະບໍ່ຖືກຕ້ອງ ຊິຊ່ອຍເຫຼືອ ຈັ່ງໃດ ມັນກະຜິດ ລະບຽບ ຂອງໄທຍຕົ້ວ.”
ເມື່ອສັປດາ ທີ່ຜ່ານມາ ຄົນງານລາວ ທີ່ຢູ່ເຂດຈອມທອງ ຄົນນຶ່ງ ໄດ້ປະສານງານ ໄປຍັງ ມູນນິທິ ທີ່ເຮັດວຽກ ກ່ຽວກັບ ສິດທິແຮງງານ ຕ່າງຊາດ ໃນໄທຍ ເພື່ອຂໍ ຄວາມຊ່ອຍເຫຼືອ ດ້ານການເຂົ້າເຖິງ ວັກຊິນປ້ອງກັນ ໂຄວິດ-19. ຈາກນັ້ນ ເຈົ້າໜ້າທີ່ ມູນນິທິ ຈຶ່ງໄດ້ສອບຖາມ ໄປຍັງ ຄົນງານລາວ ຄົນອື່ນໆຕື່ມ ແລະ ພົບວ່າ ມີຄົນງານລາວ ອີກປະມານ 50 ຄົນ ທີ່ຕ້ອງການ ຄວາມຊ່ອຍເຫຼືອ ກ່ຽວກັບ ອາຫານ ແລະ ເຄື່ອງຂອງ ທີ່ຈໍາເປັນ ໃນການໃຊ້ ຊີວິດປະຈໍາວັນ ພາຍຫຼັງ ທີ່ພວກຂະເຈົ້າ ບໍ່ມີວຽກເຮັດ ແລະ ບໍ່ມີລາຍໄດ້ ໃນໄລຍະ ການແຜ່ຣະບາດ ຂອງໂຄວິດ-19 ໃນໄທຍນີ້.