ໄຟໄໝ້ສາງ ໂຮງງານ ຜລິດຢາງຣົດ
2019.04.15

ຕຳຣວດເມືອງໄຊທານີ ນະຄອນຫຼວງວຽງຈັນ ກຳລັງສືບສວນຫາສາເຫດໄຟໄໝ້ ສາງເກັບເຄື່ອງ ໃນໂຮງງານຜລິດຢາງຣົດ ຢູ່ບ້ານໄຜ່ລ້ອມ ຫຼັກ 24 ໃນວັນທີ 14 ເມສາທີ່ຜ່ານມາ, ດັ່ງຕຳຣວດ ເມືອງໄຊທານີ ໄດ້ເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ເມສາ ນີ້ວ່າ: ປັດຈຸບັນ ເຈົ້າໜ້າທີ່ ກຳລັງ ຢູ່ຣະຫວ່າງ ການປະເມີນຄວາມເສັຽຫາຍ.
"ມັນໄໝ້ແຕ່ຄືນນີ້ ມັນມອດແລ້ວຕິ ມອດແລ້ວຕິ ຍັງກວດກາຄືນ ແຕ່ກໍຍັງ ບໍ່ທັນຮູ້ເດີ້ ຍັງບໍ່ທັນໄດ້ ບໍ່ທັນໄດ້ ລໍເຂົາປະເມີນອອກກ່ອນ ຂ້ອຍຊິແຈ້ງໃຫ້ເດີ້.”
ເຫດໄຟໄໝ້ ເທື່ອນີ້ ເກີດຂຶ້ນເວລາ 09:30 ຈົນຮອດ 10 ໂມງ ໂດຍເຈົ້າໜ້າທີ່ຕຳຣວດ ເມືອງໄຊທານີ ແລະ ໜ່ວຍກູ້ພັຍ 1623 ຮ່ວມກັນ ດັບມອດໄຟ. ແປວໄຟ ໄດ້ລຸກລາມໄໝ້ຢາງ ສົ່ງຜົລເຮັດໃຫ້ ກິ່ນຂິວປົກຄຸມໄປທົ່ວ ແຕ່ບໍ່ມີຜູ້ໄດ້ຮັບເຈັບ ແລະ ເສັຽຊີວິດ.
ສ່ວນສາເຫດ ໄຟໄໝ້ນັ້ນ, ຕຳຣວດ ກຳລັງສືບສວນຢູ່. ໃນມື້ດຽວກັນ ເວລາ 14 ໂມງ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍໄດ້ເກີດເຫດ ໄຟໄໝ້ຕລາດຈີນ ບ້ານປ່າອ້ອຍ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສັຽຊີວິດ ສ່ວນມູນຄ່າເສັຽຫາຍຂນະນີ້ ເຈົ້າໜ້າທີ່ ຍັງບໍ່ສາມາດປະເມີນໄດ້, ດັ່ງເຈົ້າໜ້າທີ່ ບ້ານປ່າອ້ອຍ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ເມສາ ວ່າ:
“ກໍຊ່ອຍກັນຫັ້ນແຫຼະ ກໍສຸດຄວາມສາມາດແຫຼະເນາະ ມັນກໍຮ້າຍແຮງທີ່ສຸດ ເພາະວ່າ ຈຸດນີ້ ມັນເຊື້ອເພີງຫຼາຍ ເປັນຢາງເພີງຫັ້ນແຫຼະ ເຫຼັກຈຳນວນນຶ່ງ ທີ່ວ່າ ໄໝ້ເສັຽຫາຍສ່ວນຫຼາຍ ມັນລ້ວນແລ້ວແຕ່ ເປັນເຊື້ອເພີງ ຈຶ່ງຈື່ງເຮັດໃຫ້ໄໝ້ໃຫຍ່ທີ່ສຸດ.”
ນອກຈາກນີ້ແລ້ວ ຍັງມີເຫດໄຟໄໝ້ ທີ່ບໍຣິເວນເດີ່ນທາດແຂວງຫລວງພຣະບາງ ແລະ ໄຟກໍໄດ້ລຸກລາມ ໄໝ້ເຮືອນປະຊາຊົນ ຈຳນວນນຶ່ງ ໂດຍປະຊາຊົນ ຜູ້ເຫັນເຫດການເລົ່າວ່າ ເມື່ອເວລາປະມານ 19:45 ຂອງວັນທີ 14 ເມສາ ເຫັນແປວໄຟ ໄໝ້ລຸກລາມ ຢ່າງວ່ອງໄວ ຈົນສົ່ງ ຜົລໃຫ້ ເຮືອນໄຟໄໝ້ ທັງໝົດ 4 ຫລັງຄາເຮືອນ ສ່ວນເຈົ້າໜ້າທີ່ ແຂວງຫລວງພຣະບາງ ຍັງບໍ່ທັນເປີດເຜີຍ ຕໍ່ຜົລເສັຽຫາຍ.
ໃນຂນະທີ່ ຢູ່ເມືອງ ຊະນະສົມບູນ ແຂວງຈຳປາສັກ ກໍເກີດເຫດໄຟໄໝ້ ເຮືອນປະຊາຊົນເຖິງ 20 ຫຼັງຄາເຮືອນ ຕາມການຣາຍງານ ຂອງສື່ ທ້ອງຖິ່ນ ວ່າ ເຮືອນ 20 ຫຼັງ ເສັຽຫາຍທັງໝົດ ປະຊາຊົນຜູ້ເສັຽຫາຍ ຕ້ອງການການຊ່ອຍເຫຼືອ ເລັ່ງດ່ວນ ເນື່ອງຈາກ ບໍ່ສາມາດ ເອົາຊັບສິນ ອອກຈາກເຮືອນໄດ້ ແລະ ບ້ານສີເກີດ ເມືອງນາຊາຍທອງ ກໍເກີດເຫດໄຟໄໝ້ ບ້ານປະຊາຊົນ 1 ຫຼັງ.