ໄມ້ 4 ກອງ ຖືກ​ໄຟ​ໄໝ້ ທີ່​ໂຮງ​ເລື່ອຍພອນ​ສັກ

ໄມຊູລີ
2018.02.14
f-wood-fire ໄມ້ດີ​ ລາຄາແພງ ທີ່ກໍາລັງຖືກໄຟໄໝ້ ເສັຽຫາຍ ຫຼາຍພັນແມັດກ້ອນ
Courtesy of Tholakhong

ເກີດເຫດ ໄຟ​ໄໝ້ ຢູ່ໂຮງເລື່ອຍພອນສັກ ເມືອງສາຣະວັນ ແຂວງສາຣະວັນ ເວລາ 2 ໂມງແລງ ຂອງມື້ວັນທີ 13 ຫາ 6 ໂມງເຊົ້າ ວັນທີ່ 14 ກຸມພາ ໂດຍຕ້ອງໃຊ້ ຣົດດັບເພີງ10 ຄັນ ເພື່ອມອດ​ໄຟ. ເຫດໄຟໄໝ້ ຄັ້ງນີ້ ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຣວດ ຜູ້ຢູ່ໃນເຫດການ ແລະ ບໍ່ປະສົງອອກຊື່ ເປີດເຜີຍວ່າ:

“ຈໍານວນໄມ້ ທີ່ຖືກໄຟໄໝ້ ມີມູນຄ່າຫລາຍຕື້ກີບ ສ່ວນໄມ້ທີ່ຖືກ ໄຟໄໝ້ນັ້ນ ມີທັງກອງນ້ອຍ ແລະ ກອງໃຫຍ່ ທີ່ຖືກໄຟໄໝ້ ມີຢູ່ 4 ກອງ ເປັນໄມ້ທ່ອນ ຂນາດຍາວ 10 ປາຍແມັດ ໜ້າຕັດກວ້າງ ຕັ້ງແຕ່ 1 ແມັດ 60 ເຊັນ ຫາ ແມັດປາຍ.”

ນອກຈາກນີ້ ເຈົ້າໜ້າທີ່ຕໍາຣວດ ບອກອີກວ່າ ໄມ້ເຫລົ່ານີ້ ເປັນໄມ້ ທີ່ຕັດມາຈາກ ບ່ອນກໍ່ສ້າງເຂື່ອນ ແລະ ບໍ່ຖ່ານຫີນ ກ່ອນທີ່ຄໍາສັ່ງ ເລກທີ່ 15 ຈະອອກ ແລະ ປັຈຸບັນ ພາຍໃນໂຮງເລື່ອຍ ຍັງມີໄມ້ເຫລືອ ຢູ່ເຄິ່ງນື່ງ ທີ່ບໍ່ຖືກໄຟໄໝ້ ປະມານ 10 ພັນ ແມັດກ້ອນ ສ່ວນສາເຫດ ຂອງໄຟໄໝ້ນັ້ນ ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຣວດ ສັນນິຖານວ່າ ເປັນຍ້ອນໄຟປ່າ ທີ່ລາມມາແຕ່ ຕີນພູ.

ເຖິງຢ່າງໃດກໍຕາມ ກ່ຽວກັບເຫດໄຟໄໝ້ຄັ້ງນີ້, ທາງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ຈະຕ້ອງໄດ້ລົງ ກວດສອບ ຕໍ່ໄປ ເພື່ອປະເມີນມູນຄ່າເສັຽຫາຍ ແລະ ສາເຫດ ແທ້ຈິງ ທີ່ເກີດໄຟໄໝ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.