ເຂົ້ານາແຊງ ຫລຸດເປົ້າໝາຍ


2013.05.10
F-rice-stalks ຮວງເຂົ້າ ທີ່ສົມບູນ ໃນຣະດູ ເກັບກ່ຽວ ທີ່ມີໝາກຜົນ
RFA

 

ການເກັບກ່ຽວ ເຂົ້ານາແຊງ ປີນີ້ ຢູ່ ແຂວງ ໄຊຍະບຸຣີ ບໍ່ໄດ້ດີ ຕາມຄາດໝາຍ ເພາະຂາດນໍ້າ ແລະ ຣະບົບ ຊົລປະທານ ກໍບໍ່ດີ. ເຈົ້າໜ້າທີ່ ຂແນງປູກຝັງ ແຂວງ ໄຊຍະບຸຣີ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ເວົ້າວ່າ:

“ປີນີ້ບໍ່ໄດ້ ຕາມແຜນ ປະມານ 2,000 ປາຍກວ່າ ເຮັກຕາຣ໌ ເປັນບັນຫາ ຊົລປະທານ, ສອງເວົ້າເຣື່ອງ ຂະເຈົ້າ ຫັນຈາກ ການປູກເຂົ້າ ໄປປູກພືດອື່ນ ກະມີຫລາຍ ໂຕນີ້ເຮົາ ຍັງບໍ່ເກັບກຳ ຂໍ້ມູນ ລະອຽດ ເພາະວ່າ ບາງແຫ່ງ ກໍຍັງບໍ່ທັນໄດ້ ກ່ຽວເດ່.”

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ແຕ່ກ່ອນ ທາງການ ວາງເປົ້າໝາຍ ໄວ້ວ່າ ຈະເຮັດ ນາແຊງ ໃຫ້ໄດ້ເຖິງ 3,000 ເຮັກຕາຣ໌ ແຕ່ຕົວຈິງ ສາມາດເຮັດໄດ້ ພຽງແຕ່ 2,000 ເຮັກຕາຣ໌ ເທົ່ານັ້ນ. ວິທີປູກເຂົ້າ ດ້ວຍຕົ້ນກ້າ ຕົ້ນດຽວ ກໍບໍ່ຊ່ວຍ ເຮັດໃຫ້ ການຜລິດ ສູງຂື້ນ ເພາະຊາວນາ ແຂວງ ໄຊຍະບຸຣີ ຄິດວ່າ ບໍ່ໄດ້ຜົນ ຄືກັບ ການປູກວິທີ ເກົ່າ.

ນັກຊ່ຽວຊານ ແນະນຳ ໃຫ້ຊາວນາ ແຂວງ ໄຊຍະບຸຣີ ປູກເຂົ້າ ດ້ວຍວິທີ ຕົ້ນກ້າ ຕົ້ນດຽວ ຊຶ່ງ ເປັນວິທີໃໝ່ ທັນສມັຍ ບໍ່ຈຳເປັນຕ້ອງ ໃຊ້ປຸຍເຄມີ ແລະ ກໍປູກຢູ່ໃສ ກໍໄດ້ ບໍ່ຕ້ອງການ ນໍ້າຫລາຍ, ແຕ່ໃນພາກ ປະຕິບັດ ຕົວຈິງ ປະຊາຊົນ ປູກບໍ່ໄດ້ຜົນ, ນັກຊ່ຽວຊານ ເວົ້າວ່າ ເປັນຍ້ອນ ຊາວນາ ບໍ່ຮູ້ຈັກ ບົວຣະບັດ ຮັກສາ.

ດັ່ງນັ້ນ ຊາວນາ ຈຶ່ງຫັນໄປປູກ ດ້ວຍວິທີ ໃຊ້ປຸຍເຄມີ ຄືເກົ່າ ທີ່ພວກເຂົາ ເຊື່ອວ່າ ໄດ້ຜົນ ຫລາຍກວ່າ. ສຳຣັບຜົນຜລິດ ເຂົ້ານາແຊງ ໃນ ທົ່ວປະເທດ ກໍເຊັ່ນດຽວກັນ ໃນປີນີ້ ບໍ່ໄດ້ຜົນດີ ໄດ້ພຽງແຕ່ 80 ສ່ວນຮ້ອຍ ຂອງ ແຜນການ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.