ເຂົ້າສານຄຸນນະພາບຕໍ່າ ຂາຍບໍ່ອອກ


2013.11.05
F-rice ທ້ອງທົ່ງນາ ໃນລາວ
Mek/fb

 

ປະເທດລາວ ຜລິດເຂົ້າ ໄດ້ຫລາຍ ເກີນ ຄວາມຕ້ອງການ ແຕ່ ບໍ່ສາມາດ ສົ່ງອອກ ເພາະເຂົ້າ ບໍ່ມີ ຄຸນນະພາບ ແລະ ສ່ວນຫລາຍ ກໍເປັນ ເຂົ້າໜຽວ ທີ່ຕລາດໂລກ ບໍ່ຕ້ອງການ ຫລາຍ. ເຈົ້າໜ້າທີ່ຂັ້ນສູງຂອງ ກະຊວງ ອຸດສາຫະກັມ ແລະ ການຄ້າທ່ານນຶ່ງເວົ້າວ່າ ໃນຣະຍະສອງ ສາມປີຜ່ານມາ ປະເທດລາວຜລິດເຂົ້າໄດ້ ເກີນຄວາມຕ້ອງການເຖິງ 3 ແສນຕັນ ແຕ່ບໍ່ໄດ້ສົ່ງອອກຫລາຍ ເພາະມີສອງສາເຫດໃຫຍ່ໆ ຄື 1. ເຂົ້າຄຸນນະພາບຕໍ່າ 2. ສປປລາວສ່ວນຫລາຍ ຜລິດແຕ່ເຂົ້າໜຽວ ທີ່ຕລາດຕ່າງປະເທດ ບໍ່ຕ້ອງການຫລາຍ. ຜ່ານມາ ມີແຕ່ວຽດນາມ ຮັບຊື້ ເຂົ້າໜຽວຈໍານວນນຶ່ງຈາກລາວ ເພື່ອນໍາໄປເຮັດເຂົ້າໜົມເຂົ້າຕົ້ມໃນ ຍາມບຸນຕ່າງໆເທົ່ານັ້ນ.

ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າລາວ ກ່າວອີກວ່າ ປັດຈຸບັນ ຣັຖບານລາວ ກໍາລັງຊອກຫາ ແນວເຂົ້າປູກ ເຂົ້າຈ້າວທີ່ດີ ແລະມີ ແຜນຈະສົ່ງເສີມ ການຜລິດເຂົ້າ ທີ່ມີຄຸນນະພາບ ເພື່ອສົ່ງອອກ. ເຖິງວ່າລາວຈະຜລິດເຂົ້າເຫລືອກິນ ແຕ່ການຜລິດສະເພາະໃນປີນີ້ ກໍຫລຸດ ຄາດໝາຍ.

ໃນຕົ້ນປີ ຣັຖບານລາວຕັ້ງເປົ້າໝາຍວ່າ ຈະຜລິດເຂົ້າໃຫ້ໄດ້ເຖິງ 3 ລ້ານ 8 ແສນຕັນ ໃນປີ 2013 ນີ້ແຕ່ໃນສະພາບຕົວຈິງຜລິດໄດ້ພຽງແຕ່ 3 ລ້ານ 4 ແສນຕັນ ຫລຸດຄາດໝາຍ 4 ແສນຕັນເພາະທົ່ງນາໃນ ຫລາຍແຂວງຖືກນໍ້າຖ້ວມເສັຍຫາຍ ອີກສາເຫດນຶ່ງຊາວນາລາວ ຫລາຍ ຄົນເຊົາປູກເຂົ້າ ປ່ຽນໄປປູກພືດຢ່າງອື່ນແທນ ເພາະການປູກເຂົ້າ ຕ້ອງໃຊ້ເງິນທຶນສູງ; ປຸຍ ນໍ້າມັນ ແລະ ຄ່າແຮງງານ ແພງຂຶ້ນນໍາເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.