ເຂື່ອນໄຊຍະບູຣີຄືບໜ້າ


2013.09.06
F-XD ຄວາມຄືບໜ້າ ໃນການກໍ່ສ້າງ ເຂື່ອນ ໄຊຍະບູຣີ
Mek/fb

 

ວຽກງານການສ້າງເຂື່ອນໄຊຍະບູຣີ ຄືບໜ້າໄປແລ້ວ 13 ສ່ວນຮ້ອຍແລະຄາດວ່າຈະສໍາເຣັດຕາມກໍານົດເວລາໃນປີ 2019. ຕາມລາຍງານ ໜັງສືພິມ The Nation ທີ່ອ້າງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ລະດັບສູງຂອງລາວ ທ່ານ ວີຣະພົນວີຣະວົງ ຮອງຣັຖມົນຕຣີ ພລັງງານແລະ ບໍ່ແຮ່ ເວົ້າວ່າ ວຽກງານກໍ່ສ້າງເຂື່ອນ ບໍ່ມີຄວາມຫຍຸ້ງຍາກອັນໃດ ປາສຈາກອຸປສັກໃນພື້ນທີ່ກໍ່ສ້າງ. ທ່ານວ່າຝ່າຍຄັດຄ້ານການສ້າງເຂື່ອນ, ກຸ່ມອານຸຮັກທັມມະຊາດສາກົນ ແລະອົງການຈັດຕັ້ງ ປະຊາຄົມຊາວໄທ ໄດ້ກົດດັນໃຫ້ທາງການລາວອອກແບບ ເຂື່ອນໄໝ່ ຍ້ອນເປັນຫ່ວງ ນໍາຜົນກະທົບ ຕໍ່ສິ່ງແວດລ້ອມ ເຮັດໃຫ້ມູນຄ່າການກໍ່ສ້າງ ເພີ້ມຂຶ້ນ $100 ລ້ານໂດລາ, ແຕ່ວ່າ ວຽກງານກໍ່ສ້າງ ບໍ່ໄດ້ຊັກຊ້າ.

ຜ່ານມາ ກໍາພູຊາແລະວຽດນາມ ມີຄວາມເປັນຫ່ວງນໍາຜົນກະທົບຕໍ່ການຂຶ້ນລົງຂອງປາແລະການໄຫລຂອງຂີ້ຕົ ທີ່ເປັນຝຸ່ນແກ່ການກະສິກັມ, ແຕ່ວ່າການອອກແບບໃໝ່ນີ້ ຮ່ວມທັງປະຕູເຂື່ອນ ທີ່ສາມາດໃຫ້ກໍາປັ່ນຂນາດ 500 ໂຕນແລ່ນຜ່ານໄດ້ເຖິງແມ່ນວ່າ ປັດຈຸບັນບໍ່ມີກໍາປັ່ນໃຫຍ່ ຂນາດນີ້ ແລ່ນໃນແມ່ນໍ້າຂອງ ກໍດີ, ໄດ້ດັດແປງທາງຂຶ້ນລົງຂອງປາ ເພື່ອໃຫ້ປາຂຶ້ນລົງສະດວກ, ແລະສ້າງລະບົບຊຸກຂີ້ຕົມຈາກອ່າງເຂື່ອນ ລົງໄປກ້ອງເຂື່ອນ ຢ່າງມີປະສິດທິພາບ.

ເຂື່ອນໄຊຍະບູຣີ ສ້າງໂດຍບໍຣິສັດຊໍການຊ່າງຂອງໄທ, ສາມາດຜລິດກະແສໄຟຟ້າໄດ້ 1,260MW, ເປັນເຂື່ອນຝາຍນໍ້າລົ້ນ, ສູງ 33 ແມັດ, ຍາວ 820 ແມັດ, 90% ຂອງໄຟຟ້າ ທີ່ຜລິດໄດ້ທັງໝົດ ຈະສົ່ງຂາຍໄປ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.