ມີການສັບປ່ຽນເຂົ້າສານ ໃນສາງ

ມີການສັບປ່ຽນເຂົ້າສານ ຢູ່ໃນສາງ
ມີການສັບປ່ຽນເຂົ້າສານ ຢູ່ໃນສາງ (RFA)

0:00 / 0:00

ເຈົ້າໜ້າທີ່ຣະດັບສູງ ຂອງກະຊວງອຸດສາຫະກັມ ການຄ້າຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ເປີດເຜີຍຕໍ່ເອເຊັຍເສຣີ ເມື່ອມໍ່ໆມານີ້ວ່າ ທາງການລາວ ໄດ້ ເກັບເຂົ້າສານໄວ້ໃນ ຄັງແຮຫລືສາງແຮ ສໍາລັບເອົາໄວ້ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົລ ກະທົບ ຈາກອຸທົກກະພັຍ 33,000 ຕັນ ແລະໝັ້ນໃຈວ່າ ຈະພຽງພໍສໍາລັບການບໍຣິໂພກ ໃນຣະດູເຮັດນາແຊງ ຂອງຊາວກະສິກອນ ທີ່ໄດ້ຮັບຜົລກະທົບນັ້ນ ຢ່າງແນ່ນອນ. ປັດຈຸບັນ ຣັຖບາລລາວ ມີສາງເຂົ້າແຮ ສໍາລັບເກັບເຂົ້າໄວ້ 9 ແຫ່ງ ຢູ່ 7 ແຂວງ ດັ່ງເຈົ້າໜ້າທີ່ທ່ານເວົ້າວ່າ:

"ຄັງແຮເຂົ້າຂອງພວກ ເຮົາມີຢູ່ແຂວງ ເຊກອງ, ສາລະວັນ, ຄໍາມ່ວນ, ນະຄອນຫລວງວຽງຈັນ, ຊຽງຂວາງ, ຫລວງພຣະບາງ ແລະແຂວງ ອຸດົມໄຊ ດັ່ງນັ້ນ ທັງໝົດເຂົ້າຈຸນີ້ຖືວ່າ ພວກເຮົາມີເຂົ້າໄວ້ໃນຄັງແຮ ຈໍານວນ 33,000 ຕັນ".

ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບເຣື່ອງນີ້ຫລາຍພາກສ່ວນກໍາລັງກັງວົນໃຈ ເປັນຢ່າງຍິ່ງຍ້ອນຢ້ານວ່າ ເຂົ້າທີ່ໄດ້ເກັບມ້ຽນໄວ້ໃນສາງ 9 ແຫ່ງ ນັ້ນ ຈະຍັງມີຄົບຖ້ວນຕາມຈໍານວນໃນບັນຊີຄົບ 33,000 ຕັນ ຫລືບໍ່. ເຈົ້າໜ້າທີ່ຄນະກັມມະການ ກວດສອບແຫ່ງຣັຖ ທ່ານນຶ່ງ ເປີດເຜີຍວ່າ ຈາກຜົນຂອງການກວດກາ ສາງເຂົ້າບາງແຫ່ງ ເມື່ອບໍ່ດົນຜ່ານມານີ້ ພົບວ່າ ໄດ້ມີການສັບປ່ຽນເຂົ້າ ທີ່ມີຄຸນນະພາບຊັ້ນ 1 ອອກໄປ ແລ້ວ ນໍາເອົາເຂົ້າຊັ້ນ 3 ຫລືຊັ້ນຕໍ່າມາແທນ.

ຈາກການສືບສວນເບື້ອງຕົ້ນພົບວ່າ ເຂົ້າທີ່ຖືກນໍາອອກໄປນັ້ນ ແມ່ນເອົາໄປຂາຍຕາມຕລາດທົ່ວໄປ. ທ່ານວ່າການກວດສອບທີ່ີຜ່ານມາຍັງບໍ່ ທັນໄດ້ກວດເຖິງ ຈໍານວນເຂົ້າທີ່ຍັງເຫລືອຢູ່ໃນສາງນັ້ນເທື່ອ.