ຂົວໄຊຍະບຸຣີ-ຫຼວງພຣະບາງ ເປີດໃຊ້ແລ້ວ
2013.10.17
ຂົວ ຂ້າມແມ່ນໍ້າຂອງຣະຫວ່າງ ແຂວງ ໄຊຍະບຸຣີ ແລະ ຫລວງພຣະບາງ ເປີດທົດລອງ ໃຊ້ແລ້ວຕັ້ງແຕ່ວັນທີ່ 12 ເດືອນຕຸລາ ເປັນຕົ້ນມາ. ເຈົ້າໜ້າທີ່ລາວຄາດວ່າ ຂົວດັ່ງກ່າວ ຈະໃຫ້ຄວາມສະດວກສະບາຍ ແກ່ການຄ້າຣະຫວ່າງ ແຂວງໄຊຍະບຸຣີແລະແຂວງຫລວງພະບາງ ເວົ້າ ໂດຍທົ່ວໄປຣະຫວ່າງລາວແລະໄທ. ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມແລະການຄ້າ ແຂວງຫລວງພຣະບາງ ທ່ານນຶ່ງເວົ້າວ່າ:
“ມີຜົນປະໂຍດຕໍ່ການຄ້າຣະຫວ່າງຫລວງພຣະບາງກັບໄຊຍະບຸຣີ ແລ້ວກະທາງຝັ່ງໄທ ກະຂົນສິນຄ້າເຂົ້າມາ ເພື່ອກະຕຽມຕົວເຂົ້າສູ່ AEC ນີ້ ກະຖືວ່າຂົວນີ້ສາມາດ ຮອງຮັບໃຫ້ການດໍາເນີນສິນຄ້າຂອງພວກ ເຮົາໄດ້ດີ ເພາະແຂວງໄຊຍະບຸຣີ ມີຊາຍແດນຕິດຈອດ ກັບໄທຕັ້ງ 300 ຫາ 400 ກິໂລແມັດເນາະ ແລະກໍມີດ່ານສາກົນ ດ່ານທ້ອງຖິ່ນ ສິນຄ້າຈະຫລັງໄຫລເຂົ້າມາຫລາຍ.”
ແຕ່ກ່ອນ ການຂົນສົ່ງສິນຄ້າຣະຫວ່າງແຂວງໄຊຍະບຸຣີ ແລະແຂວງຫລວງພຣະບາງ ຕ້ອງອາສັຍເຮືອບັກ ຊຶ່ງທັງຊັກຊ້າຣາຄາແພງ ແລະສິ່ງ ທີ່ສຳຄັນເປີດເປັນບາງເວລາເທົ່ານັ້ນ; ສ່ວນຂົວຈະເປີດຕລອດ 24 ຊົ່ວໂມງ. ຂົວຂ້າມແມ່ນໍ້າຂອງແຫ່ງນີ້ ເປັນຂົວເຊື່ອມຕໍ່ຣະຫວ່າງ ບ້ານທ່າ ເດື່ອ ເມືອງໄຊຍະບຸຣີ ແຂວງໄຊຍະບຸຣີ ແລະບ້ານປາກຄອນ ເມືອງນ່ານ ແຂວງຫລວງພຣະບາງ. ຣັຖບານລາວເລີ້ມສ້າງຂົວ ແຫ່ງດັ່ງກ່າວ ນັບແຕ່ປີ 2010 ເປັນຕົ້ນມາໂດຍໃຊ້ ເງິນທຶນປະມານ 10 ລ້ານດອນລ່າ ສະຫະຣັຖ ໃນນັ້ນ 8 ລ້ານຫລື 80 ສ່ວນຮ້ອຍ ຢືມຈາກຣັຖບານ ເກົາຫລີໃຕ້. ຂົວມີຄວາມຍາວ 620 ແມັດ, ກວ້າງ 10 ແມັດເຄິ່ງ ແລະມີຊ່ອງທາງຣົດແລ່ນສອງຊ່ອງ.