ສາຣະວັນເລັງໃສ່ ໂຄງການເຂື່ອນ


2013.03.06
f-saravan ນໍ້າຖ້ວມ ໃນກາງແຂວງ ສາຣະວັນ 2009
WFP/Photo library

ແຂວງ ສາຣະວັນ ໂຈະ ການໃຫ້ ສໍາປະທານ ບາງໂຄງການ ນອກຈາກ ໂຄງການ ສ້າງເຂື່ອນ ໄຟຟ້າ ເພື່ອ ສນອງ ຄວາມຕ້ອງການ ຂອງ ລາວ.

ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ຂອງລາວ ເປີດເຜີຍວ່າ ໃນສົກປີ 2012-2013 ນີ້ ແຂວງ ສາລະວັນ ໂຈະ ການໃຫ້ ສໍາປະທານ ທາງດ້ານ ປູກພືດ ກະສິກັມ ແລະ ບໍ່ແຮ່ ບາງໂຄງການ ແລະ ຈະເພີ່ມ ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ແທນ ຍ້ອນວ່າ ປັດຈຸບັນ ຍັງບໍ່ມີ ໄຟຟ້າ ພຽງພໍ ກັບຄວາມຕ້ອງການ ຢູ່ພາຍໃນ ແຂວງ.

"ສໍາປະທານເພີ່ນ ກໍໄດ້ໂຈະ ບາງໂຄງການ ກໍຄືວ່າ ໂຄງການ ຢາງພາລາ ເພີ່ນກໍໄດ້ ໂຈະ ການອະນຸມັດ ເນາະ ໂຄງການ ປູກອ້ອຍ ໂຄງການ ຂຸດຄົ້ນຖ່ານຫີນ ໄດ້ໂຈະ ໂຄງການປູກ ໄມ້ວິກ ເພີ່ນກໍໂຈະ ຈົນກວ່າ ພາຍຫລັງປີ 2015 ເນາະ ພາຍຫລັງ ເພີ່ນໄດ້ ທໍາການກວດກາ ແລ້ວໝົດ ເນາະ ເພາະວ່າ ມີການລົງທຶນ ພາຍໃນແຂວງ ສ່ວນຫລາຍ ປັດຈຸບັນ ກໍເຂື່ອນໄຟຟ້າ ພາຍໃນແຂວງ ເປັນແຜນ ເຂື່ອນໄຟຟ້າ ຂນາດນ້ອຍ ກໍມີການ ສຶກສາ ຄວາມເປັນໄປໄດ້ ເບື້ອງຕົ້ນ ຂອງໂຄງການ ຫັ້ນ".

ທ່ານເວົ້າ ຕື່ມອີກວ່າ ປັດຈຸບັນ ແຂວງ ສາຣະວັນ ໄດ້ຊືື້ໄຟຟ້າ ບາງສ່ວນ ຈາກ ປະເທດໄທ ແລະ ວຽດນາມ ຍ້ອນວ່າ ຍັງບໍ່ສາມາດ ຜລິດໄຟຟ້າ ໄດ້ພຽງພໍ ຕາມຄວາມຕ້ອງການ ແລະວ່າ ອັນນີ້ແມ່ນ ປະຕິບັດ ຕາມຄໍາສັ່ງ ຂອງ ນາຍົກ ຣັຖມົນຕຣີ ທີ່ໄດ້ສເນີ ຕໍ່ກອງປະຊຸມ ສະພາ ແຫ່ງຊາດ ເມື່ອວັນທີ 25 ມິຖຸ ນາ 2012 ທີ່ວ່າໃຫ້ໂຈະ ການອະນຸມັດ ໃຫ້ ສໍາປະທານ ໂຄງການ ປູກໄມ້ ອຸດສາຫະກັມ ແລະ ການຂຸດຄົ້ນ ແຮ່ທາດ ໄປຮອດປີ 2015 ເພື່ອກວດກາ ໂຄງການຕ່າງໆ ທີ່ໄດ້ ອະນຸມັດ ໄປແລ້ວ ຊຶ່ງກ່ອນໜ້ານັ້ນ ໄດ້ອະນຸມັດ ໄປແລ້ວ 47 ໂຄງການ ສົກປີ 2012 - 2013. ໃນແຂວງ ສາລະວັນ ກໍາລັງດໍາເນີນ ແຜນກໍ່ສ້າງ ເຂື່ອນ ໄຟຟ້າ ຂນາດນ້ອຍ 2 ແຫ່ງ ຄື ເຂື່ອນ ຫ້ວຍກະພື1 9.5 MW ແລະ ເຂື່ອນ ຫ້ວຍເປາະ 5 MW.

ປັດຈຸບັນ ແຂວງເຊກອງ ກໍາລັງລົງມື ກໍ່ສ້າງເຂື່ອນ ໃຫຍ່ 2 ແຫ່ງຄື ເຂື່ອນ ເຊກະໝານ4 ແລະ ເຊກອງ3 ໂດຍແມ່ນ ບໍຣິສັດ Songda ຂອງວຽດນາມ ຮ່ວມກັບ ບໍຣິສັດ ພລັງງານຮ່ວມ ຕລາດຮຸ້ນ ວຽດ-ລາວ ເປັນຜູ້ລົງທຶນ ໃນມູນຄ່າ 400 ລ້ານ ກວ່າໂດລາ ສະຫະຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.