ໂຄງການເຂື່ອນນໍ້າອູ 5
2013.12.05
ເຂື່ອນນໍ້າອູ 5 ສໍາເຣັດ ໄປແລ້ວ 38 ສ່ວນຮ້ອຍ ແຕ່ ຍັງບໍ່ໄດ້ ໂຍກຍ້າຍ ຊາວບ້ານ ເທື່ອ ເພາະຍັງຊອກຫາທີ່ດິນບໍ່ໄດ້ ແລະ ຄ່າຊົດເຊີຍ ກໍຍັງບໍ່ຮຽບຮ້້ອຍ. ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ທ່ານນຶ່ງເວົ້າວ່າ:
“ເຖິງບັດນີ້ກໍຄືບໜ້າຂື້ນ ຫລາຍເຕີບແລ້ວເດ່ ລວມທັງໝົດນີ່ຮອດ 38 ເປີເຊັນ ໂຍກຍ້າຍນີ່ຍັງບໍ່ຮູ້ ຄົນຈີນກັບຜແນກເຂົານັ້ນ ຍັງຫາດິນຈັດ ສັນໃຫ້ເຂົາຢູ່.”
ແຕ່ກ່ອນບໍຣິສັດ ພະລັງນໍ້າຂອງຈີນ ຫລື Sinohydro ມີແຜນຈະໂຍກຍ້າຍຊາວບ້ານ ທີ່ຈະໄດ້ຮັບຜົນກະທົບ ຈາກການສ້າງ ເຂື່ອນນໍ້າອູ 5 ອອກໄປຢູ່ບ່ອນໃໝ່ ໃຫ້ສຳເຣັດ ພາຍໃນປີນີ້ ແຕ່ຍ້ອນຊອກຫາ ທີ່ດິນບໍ່ໄດ້ ທາງບໍຣິສັດຈຶ່ງຈຳເປັນຕ້ອງເລື່ອນການ ໂຍກຍ້າຍອອກໄປ ຢ່າງ ບໍ່ມີກຳນົດ.
ເຂື່ອນໄຟຟ້ານໍ້າອູ 5 ຈະຖ້ວມຫລາຍບ້ານ ໃນເຂດເມືອງຜົ້ງສາລີ ແລະ ເມືອງສັມພັນ ແຂວງ ຜົ້ງສາລີ ປະຊາຊົນ 371 ຄອບຄົວຈາກ 15 ບ້ານ ຈໍາເປັນຕ້ອງໂຍກຍ້າຍ. ສຳລັບການກໍ່ສ້າງ ປັດຈຸບັນ ທາງບໍຣິສັດກໍາລັງ ສ້າງຄອງອວ່າຍນໍ້າ ແລະສ້າງຣະບົບ ປ້ອງກັນຕາຝັ່ງເຈື່ອນ.
ບໍຣິສັດ Sinohydro ຂອງຈີນ ມີແຜນຈະສ້າງເຂື່ອນໃນນໍ້າອູ ເຖິງ 7 ເຂື່ອນ ແຕ່ປັດຈຸບັນ ສາມາດສ້າງໄດ້ພຽງແຕ່ 3 ເຂື່ອນ ຄື:ເຂື່ອນນໍ້າອູ 2 ເຂື່ອນນໍ້າອູ 5 ແລະ ເຂື່ອນນໍ້າອູ 6 ແລະຈະສ້າງ 3 ເຂື່ອນນີ້ໃຫ້ສໍາເຣັດ ພາຍໃນປີ 2017. ເຂື່ອນທັງສາມ ເປັນເຂື່ອນຂນາດນ້ອຍ ຄື ເຂື່ອນນໍ້າອູ 2 ຈະຜລິດໄຟຟ້າໄດ້ພຽງແຕ່ 120 ເມກາວັດ ເຂື່ອນນໍ້າອູ 5 ຈະຜລິດໄດ້ 240 ເມກາວັດ ແລະເຂື່ອນນໍ້າອູ 6 ຈະຜລິດ ໄດ້ 120 ເມກາວັດ. ທັງເຈັດເຂື່ອນຢູ່ໃນແຂວງຜົ້ງສາລີ ແລະ ແຂວງຫລວງພະບາງ.