ໂຮງໄຟຟ້າຫົງສາລິກໄນຄືບໜ້າ


2014.01.12
f-hongsa ໂຮງງານໄຟຟ້າ ຫົງສາລິກໄນທ໌ ທີ່ກໍາລັງກໍ່ສ້າງ ໃນແຂວງ ໄຊຍະບູຣີ
RFA/Mek/fb

 

ໂຄງການກໍ່ສ້າງໂຮງງານໄຟຟ້າ ຫົງສາລິກໄນ ຢູ່ແຂວງ ໄຊຍະບູຣີ ມາຮອດວັນທີ່ 10 ມົກກະຣາ 2014 ນີ້ສໍາເຣັດໄປແລ້ວ 74 ສ່ວນຮ້ອຍ ຂອງ ວຽກງານທັງໝົດ ແລະຄາດວ່າຈະໃຫ້ສໍາເຣັດ ແລະເປີດໃຊ້ໃນປີ 2015. ສ່ວນການກໍ່ສ້າງ ຣະບົບຊົລປະທານ ນໍ້າສະອາດສໍາລັບຊາວ ບ້ານທີ່ຖືກຍ້າຍ ອອກຈາກສະຖານທີ່ໂຄງການນັ້ນ ສໍາເຣັດໄປປະມານເຄິ່ງນຶ່ງຕາມການເປີດເຜີຽຂອງເຈົ້າໜ້າທີ່ກະຊວງພລັງງານແລະບໍ່ແຮ່:

"ດຽວນີ້ໂຄງການເຮົາສໍາເຣັດໄປແລ້ວ ໄລ່ລວມທັງໝົດເນາະ ທຸກກິຈກັມການກໍ່ສ້າງ ໂຮງງານນີ້ໄດ້ປະມານ 54 ເປີເຊັນ ຣະບົບຊົລປະທານ ນໍ້າຣິນຣະບົບນໍ້າຣິນເຂົ້າຫາພື້ນທີ່ ທໍາການຜລິດແຕ່ລະຄອບຄົວ ທໍາການຜລິດ ໄດ້ປະມານ 200 ຄອບຄົວແລ້ວທັງໝົດ 450  ຖືວ່າໄດ້ເຄິ່ງ ນຶ່ງແລ້ວ".

ທ່ານເວົ້າວ່າ ຊາວບ້ານທັງໝົ້ດ 450 ຄອບຄົວທີ່ຍ້າຍມາຢູ່ບ້ານຈັດສັນນີ້ ໄດ້ຮັບທີ່ດິນ 2 ເຮັກຕາ ສໍາລັບປູກພືດຜັກຕ່າງໆ 1 ເຮັກຕາ ແລະ ສົ່ງເສີມໃຫ້ປູກຢາງພາຣາ 1 ເຮັກຕາ ແຕ່ພຶ້ນທີ່ດິນສ່ວນຫລາຍຢູ່ເຈີ້ຽພູສູງເຮັດໃຫ້ການຈັດສັນຣະບົບ ຊົລປະທານສໍາລັບການປູກຝັງຂ້ອນຂ້າງ ບໍ່ໄດ້ດີ.

ສໍາລັບການປູກເຂົ້າ ແລະ ພືດລົ້ມລຸກ ລະຍະສັ້ນເຊັ່ນ ສາລີ ເຂົ້າໂພດ ຊາວບ້ານ ກໍສາມາດເກັບກ່ຽວ ໄດ້ບາງສ່ວນແດ່ແລ້ວ ນັບແຕ່ເດືອນ ກໍຣະກະດາ ປີ 2012 ທີ່ຊາວບ້ານເລີ້ມຍ້າຍມາ. ສ່ວນການປູກຢາງພາຣາຊຶ່ງເປັນພືດອຸດສາຫະກັມ ທີ່ຕ້ອງເກັບກ່ຽວໃນລະຍະຍາວປະມານ 6 ປີຂຶ້ນໄປນັ້ນບໍ່ທັນເລີ້ມຢ່າງເປັນຂະບວນເທື່ອ.

ໂຄງການກໍ່ສ້າງໄຟຟ້າຖ່ານຫີນລິກໄນ ທີ່ເມືອງຫົງສານີ້  ມີຄວາມສາມາດຜລິດໄຟຟ້າໄດ້ປະມານ 1,800 ກວ່າ ເມກາວັດ, 90 ສ່ວນຮ້ອຍ ຂອງໄຟຟ້າທີ່ຜລິດໄດ້ຈະສົ່ງໄປຂາຍ ໃຫ້ປະເທດໄທ. ນັກວິຊາການ ຝ່າຍອານຸຣັກສິ່ງແວດລ້ອມ ມີຄວາມເປັນຫ່ວງວ່າໃນລະຍະຍາວ ປະຊາ ຊົນຢູ່ໃນ ຣັສມີໂຮງໄຟຟ້າ ຈະໄດ້ຮັບຜົນກະທົບດ້ານສຸຂພາບ ຍ້ອນມົລພິດໃນອາກາດ ທີ່ເກີດຈາກຄວັນໄຟແລະແລະຝຸ່ນຖ່ານຫີນທີ່ຂຸດຄົ້ນ ຂຶ້ນຈາກເໝືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.