Allstom ຂາຍອຸປກອນ ໃຫ້ຫົງສາລິກໄນທ໌

ຮູປແບບຈໍາລອງ ຂອງໂຮງງານ ໄຟຟ້າຫົງສາ ລິກໄນທ໌ ທີ່ແຂວງ ໄຊຍະບູຣີ
ຮູປແບບຈໍາລອງ ຂອງໂຮງງານ ໄຟຟ້າຫົງສາ ລິກໄນທ໌ ທີ່ແຂວງ ໄຊຍະບູຣີ (Arkom_blog)

0:00 / 0:00

ບໍຣິສັດ Allstom ອອນສຕອມ ສົ່ງເຄື່ອງອຸປກອນມາປະກອບສ່ວນ ໃນໂຄງການ ໄຟຟ້າ ຫົງສາລິກໄນທ໌ ໃນລາວ.

ບໍຣິສັດ ອອນສຕອມ ສາຂາ ປະເທດເຕີກີ ໄດ້ສນັບສນູນໂຄງການ ພລັງງານ ຂອງໄທ ແລະລາວ ດ້ວຍການຂາຍ ເຄື່ອງປັ່ນໄຟຟ້າ ສຳລັບ ໂຄງການໄຟຟ້າ ຖ່ານຫີນ ຫົງສາລິກໄນທ໌ ທີ່ມີມູນຄ່າ ປະມານ 13 ລ້ານໂດລາ ໃກ້ແກ່ ບໍຣິສັດການໄຟຟ້າຝ່າຍຜລິດ ແຫ່ງ ປະເທດໄທ ຜູ້ຊື່ງເປັນ ຜູ້ຊື້ກະແສ ໄຟຟ້າ ແລະ ມີຫຸ້ນສ່ວນ ໃນໂຄງການ ດັ່ງກ່າວ.

ໂຄງການໄຟຟ້າ ຫົງສາລິກໄນທ໌ ເປັນໂຄງການພລັງງານລາຍໃຫຍ່ ໃນລາວ ຈະສາມາດ ຜລິດກະແສ ໄຟຟ້າໄດ້ ປະມານ 1,878 ເມກາວັດ ຈະສ້າງແລ້ວ ໃນປີ 2016. ໂຄງການດັ່ງກ່າວ ຈະສົ່ງ ກະແສ ໄຟຟ້າ ຜ່ານລາວ ໄປໄທ ແລະ ກໍເປັນໂຄງການ ແຫລ່ງທີ່ມາ ຂອງກະແສ ໄຟຟ້າ ທີ່ສຳຄັນ ຂອງສອງປະເທດ ໃນຣະຍະ 25 ປີ ຂ້າງຫນ້າ.

ບໍຣິສັດ ອອນສຕອມ ເປັນ ບໍຣິສັດ ນຳຫນ້າ ໃນ ປະເທດເຕີກີ ໃນການຂາຍ ເຄື່ອງປັ່ນ ໄຟຟ້າ ແລະ ອຸປກອນ ການແຈກໄຟຟ້າ ຊຶ່ງມີ ຍອດການຜລິດ ສົ່ງອອກເຖິງ 85% ຂອງຜົລຜລີິດ ຂອງ ບໍຣິສັດ. ນີ້ເປັນເທື່ອທຳອິດ ທີ່ ບໍຣິສັດ ດັ່ງກ່າວ ໄດ້ຂາຍ ເຄື່ອງປັ່ນໄຟຟ້າ ໃຫ້ ແກ່ໄທ ແລະ ກໍເປັນເທື່ອທຳອິດ ທີ່ ບໍຣິສັດ ອີແກັດ ຂອງໄທ ຊື້ື ອຸປກອນ ຈາກ ປະເທດເຕີກີ. ອຸປກອນດັ່ງກ່າວ ສາມາດປັ່ນ ແຈກ ແລະ ປ້ອງກັນ ຕໍ່ການຂື້ນໆລົງໆ ຂອງຣະບົບ ໄຟຟ້າ ທີ່ຜລິດຈາກ ໂຄງການ ດັ່ງກ່າວ ຮ່ວມທັງສາມາດ ສົ່ງເສີມ ປະສິດທິພາບ ການສົ່ງ ກະແສໄຟຟ້າ ຂອງ ໂຄງການ.