ໂຄງການເຂື່ອນນໍ້າຄານ3 ອາຈບໍ່ ຊົດເຊີຍທີ່ດິນ


2013.08.13
F-namkhan2 ສາຍນໍ້າຄານ ທີ່ ຂ.ຫຼວງພຣະບາງ
Marcel

 

ປະຊາຊົນ ທີ່ຈະຖືກ ໂຍກຍ້າຍ ຈາກພື້ນທີ່ ກໍ່ສ້າງເຂື່ອນ ນໍ້າຄານ3 ແຂວງ ຫລວງພຣະບາງ ອາຈບໍ່ໄດ້ ດິນຊົດເຊີຍຍ້ອນມີທີ່ດິນ ໜ້ອຍ ແລະຈໍາກັດ.

ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ເປີດເຜີຍວ່າ ຊາວບ້ານ ທີ່ຈະຖືກໂຍກຍ້າຍ ຈາກເຂດ ໂຄງການ ເຂື່ອນໄຟຟ້າ ນໍ້າຄານ3 ໃນແຂວງຫລວງພຣະບາງອາຈຈະບໍ່ໄດ້ຮັບທີ່ດິນຊົດເຊີຍ ຈາກໂຄງການ ຍ້ອນມີທີ່ດິນ ມີຈໍາກັດ ບໍ່ສາມາດ ຈັດສັນ ໃຫ້ທຸກ ຄອບຄົວໄດ້. ທ່ານກ່າວ ຕອນນຶ່ງວ່າ:

"ຂັ້ນເທິງ ເພິ່ນວ່າສິຊອກດິນ ທົດແທນ ບາງຄອບຄົວ ທີ່ວ່າໄດ້ຖືກ ເນື້ອທີ່ ຫລາຍຣະດັບ ເນື້ອທີ່ດິນ 5 ເຮັກຕາ ພາກສ່ວນໃດ ຫລື ຄອບຄົວໃດທີ່ວ່າຖືກໜ້ອຍລະເພິ່ນກໍສິ່ ບໍ່ຊອກດິນໃຫ້ ເພາະວ່າດິນ ຢູ່ເມືອງ ມັນບໍ່ມີ ມັນຈໍາກັດ".

ທ່ານກ່າວຕໍ່ໄປວ່າປັຈຈຸບັນທາງເມືອງກໍາລັງ ຊອກຫາທີ່ດິນເພື່ອທົດແທນໃຫ້ປະຊາຊົນ ທີ່ຖືກໂຍກຍ້າຍອອກຈາກເຂດ ໂຄງການກໍ່ສ້າງເຂື່ອນ ນໍ້າຄານ3 ຫລືອາຈຈະໄດ້ຮັບຜົລກະທົບຈາກນໍ້າຖ້ວມ ຫລັງເປີດເຄື່ອງຜລິດໄຟຟ້ານັ້ນ. ແຕ່ບັນຫາມີຢູ່ວ່າ ທີ່ດິນໃນ ເມືອງຊຽງເງິນ ມີຈໍາກັດ. ປະຊາຊົນ ຜູ້ມີທີ່ດິນ ປູກຝັງໜ້ອຍ ອາຈບໍ່ໄດ້ຮັບ ການຈັດສັນໃຫ້.

ໂຄງການເຂື່ອນໄຟຟ້າ ນໍ້າຄານ3 ຕັ້ງຢູ່ ເມືອງຊຽງເງິນ ມີກໍາລັງການຜລິດ 60 ແມັກກາວັດ ຄາດວ່າຈະໃຊ້ ເວລາ ໃນການກໍ່ສ້າງ 3 ປີ ເຄິ່ງ ແລະຈະຜລິດ ກະແສໄຟຟ້າ ໄດ້ໃນປີ 2016. ບໍຣິສັດ ຊີໂນຫາຍໂດຣ ຂອງຈີນ ເປັນຜູ້ກໍ່ສ້າງ, ມີແຜນຈະໂຍກຍ້າຍ ຊາວບ້ານ 10 ກວ່າ ບ້ານ 600 ກວ່າຄອບຄົວ ໄປຢູ່ບ້ານຈັດສັນ ໃນເນື້ອທີ່ 96 ເຮັກຕາ. ສໍາລັບເນື້ອທີ່ດິນທີ່ຈະຊົດເຊີຍໃຫ້ປະຊາຊົນນັ້ນ ທາງໂຄງການ ຄາດວ່າ ຈະຢູ່ບໍ່ຫ່າງໄກ ຈາກເຂດບ້ານ ຈັດສັນໃໝ່. ສ່ວນການໂຍກຍ້າຍ ຊາວ ບ້ານນັ້ນ ອາຈເລີ່ມພາຍໃນເດືອນ ສິງຫາ 2013ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.