ການສໍ້ໂກງໃນວົງການປົກຄອງ ຂອງລາວ
2014.03.19

ການສໍ້ໂກງ ຂອງ ຣັຖກອນ ໃນລາວ ບໍ່ມີການ ຈັບກຸມ ຖ້າມີ ກໍເປັນພຽງ ພະນັກງານ ທັມມະດາ ທີ່ ເປັນແຜະ ຮັບບາບ ເພື່ອ ສ້າງພາບ. ກົດໝາຍ ຕ້ານ ການສໍ້ຣາສ ບັງຫລວງ ກໍວ່າ ປັບປຸງ ແກ້ໄຂ ແຕ່ບໍ່ຖືກ ບັງຄັບ ໃຊ້ ຢ່າງຈິງຈັງ ຈື່ງ ເຮັດໃຫ້ ການ ສໍ້ໂກງ ໃນວົງ ຣັຖການ ຢູ່ທຸກ ພາກສ່ວນ ກາຍເປັນ ໂຣຄ ຊໍາເຮື້ອ ຈົນຮອດ ທຸກມື້ນີ້.
ຫ້ອງການ ຕ້ານ ການສໍ້ຣາສ ບັງຫລວງ ສະຫະ ປະຊາຊາດ ໄດ້ເປີດເຜີຍ ບົດຣາຍງານ ກ່ຽວກັບ ການສໍ້ຣາສ ບັງຫລວງ ໃນຫລາຍ ປະເທດ ໃນໂລກ ທີ່ຮ່ວມດ້ວຍ ສປປ ລາວ ວ່າ ຍັງມີ ການສໍ້ຣາສ ບັງຫລວງ ໃນລາວ ຢ່າງ ຫລວງຫລາຍ ເຖິງແມ່ນວ່າ ສປປລາວ ໄດ້ ລົງນາມໃນສົນທິ ສັນຍາ ວ່າດ້ວຍ ການປາບປາມ ການສໍ້ຣາສ ບັງຫລວງ ຂອງ ອົງການ ສະຫະ ປະຊາຊາດ ໃນປີ 2003 ກໍຕາມ ແລະ ສປປລາວ ກໍໄດ້ຜ່ານ ກົດຫມາຍ ການສໍ້ຣາສ ບັງຫລວງ ຫລາຍສະບັບ ໃນ ກອງປະຊຸມ ສະພາ ໃນຣະຍະ ທີ່ ຜ່ານມາ ແຕ່ກໍ ບໍ່ມີຄວາມ ຄືບຫນ້າເລີຍ ໃນການ ປາບປາມ ການສໍ້ຣາສ ບັງຫລວງ.
ສະມາຊິກ ສະພາ ແຫ່ງຊາດ ທ່ານນຶ່ງ ເວົ້າວ່າ ຣັຖບານ ເສັຽຣາຍຮັບ ຍ້ອນ ການສໍ້ຣາສ ບັງຫລວງ ຂອງ ເຈົ້າຫນ້າທີ່ ຣັຖ ໃນ ແຕ່ລະປີ ຢ່າງນ້ອຍ 25% ຫລື ປະມານກວ່າ 100 ຕື້ກີບ. ເຈົ້າຫນ້າທີ່ ລາວ ທ່ານນື່ງ ເວົ້າວ່າ ຈະເຮັດ ທຸຣະກິດ ຫຍັງກໍຕາມ ໃນລາວ ຕ້ອງໄດ້ ເອົາເງິນ ຈ້າງ ພະນັກງານ ຣັຖ ຜແນກ ທີ່ກ່ຽວຂ້ອງ ກ່ອນຈື່ງ ຈະເຮັດໄດ້ ແມ້ນແຕ່ ຈະປຸກເຮືອນ ຕ້ອງໄດ້ ຜ່ານ ເຈົ້າຫນ້າທີ່ ຣັຖກອ່ນ ເປັນເວລາ ກວ່າ ສິບປີ ມາແລ້ວທີ່ ສປປລາວ ມີກົດຫມາຍ ວ່າດວ້ຍການ ປາບປາມ ການສໍ້ຣາສ ບັງຫລວງ ແຕ່ກົດຫມາຍ ດັ່ງກ່າວ ຂາດການ ບັງຄັບໃຊ້ ຢ່າງຈີງຈັງ ແລະ ຍັງບໍ່ມີ ພະນັກງານ ຣັຖ ຄົນໃດ ສໍ້ຣາສ ບັງຫລວງ ຖືກຈັບ ກຸມ ແລະ ລົງໂທດ ວ່າງປີທີ ຜ່ານມາ ຣັຖບານ ລາວ ໄດ້ອອກ ດຳຣັດ ໃຫ້ ພະນັກງານ ຣັຖ ແຈ້ງ ຊັບສີນ ຂອງຕົນ ໃນຕົ້ນ ປີນີ້ ເພື່ອປ້ອງກັນ ການສໍ້ຣາສ ບັງຫລວງ ແຕ່ ບໍ່ມີໃຜ ຣາຍງານ. ດັ່ງ ສະມາຊິກ ສະພາ ທ່ານນື່ງ ເວົ້າວ່າ: ---ສຽງ--
ການສໍ້ຣາສ ບັງຫລວງ ເກີດຂຶ້ນ ໃນທົ່ວທຸກ ກົມກອງ ແລະ ກະຊວງ ຫລື ຫ້ອງການ ຕ່າງໆ ຂອງ ຣັຖບານ ໃນເວລາ ນີ້ ໂດຍສະເພາະ ຫ້ອງການ ພາສີ ອາກອນ ຫ້ອງການ ການລົງທຶນ ຈາກ ຕ່າງ ປະເທດ ກຸ່ມ ພະນັກງານ ຣັຖ ຜູ້ທີ່ມີ ຫນ້າທີ່ ຮັບຜິດຊອບ ກ່ຽວກັບ ໂຄງການ ສຳປະທານ ຕ່າງໆ ໃນລາວ ແລະ ກຸ່ມທີ່ມີ ຫນ້າທີ່ ອະນຸມັດ ໂກຕາ ການຕັດ ໄມ້ທ່ອນ ສ້າງຖນົນ ຫົນທາງ ສ້າງເຂື່ອນ ຂຸດຄົ້ນ ແຮ່ທາດ ແລະ ໂຄງການ ພັທນາ ຕ່າງໆ ຂອງ ຣັຖບານ ລ້ວນແລ້ວແຕ່ ຖືກຊື້ຈ້າງ ຈອບອອຍ ຈາກ ນັກລົງທຶນ ຕ່າງ ປະເທດ.
ໃນປີ 2010 ທະນາຄານ ພັທນາ ເອເຊັຽ ຣາຍງານວ່າ 25% ຂອງ ຣາຍຮັບ ຂອງ ຣັຖບານລາວ ໃນ ແຕ່ລະປີ ເສັຽໄປຍ້ອນ ການສໍ້ຣາສ ບັງຫລວງ ຂອງ ເຈົ້າຫນ້າທີ່ ຣັຖ ແລະ ອົງການ ໂປ່ງໄສ ສາກົນ ຈັດ ອັນດັບ ການສໍ້ຣາສ ບັງຫລວງ ໃນລາວ ຢູ່ໃນ ຣະດັບທີ 111 ຂອງ ຈຳນວນ 165 ປະເທດ ທີ່ມີ ການສໍ້ຣາສ ບັງຫລວງ ຣາຍໃຫຍ່ ໃນໂລກ.
ເພຶື່ອ ປະຕິບັດ ຕາມມະຕິ ຂອງ ຣັຖບານ ໃນແຜນການ ຕ້ານການ ສໍ້ຣາສ ບັງຫລວງ ໃນລາວ ອົງການ ສອບສວນ ແຫ່ງຣັຖ ໄດ້ຣາຍງານ ຜົລ ຂອງ ການສືບສວນ ໃນຫລາຍ ກໍຣະນີ ການ ສໍ້ຣາສ ບັງຫລວງ ວ່າ ທາງຫ້ອງການ ໄດ້ສືບສວນ ໃນ ຈຳນວນ 127 ເປົ້າຫມາຍ ການສໍ້ຣາສ ບັງຫລວງ ໃນທົ່ວ ປະເທດ ທີ່ເຮັດໃຫ້ ຣັຖບານ ເສັຽຫລາຍ ໄດ້ເຖິງ 70 ຕື້ກີບ ແຕ່ສາມາດ ເກັບຄືນມາ ໄດ້ ພຽງແຕ່ 2 ຕື້ກີບ ເທົ່ານັ້ນ.
ຈາກການ ສືບສວນ ພົບວ່າ ການສໍ້ຣາສ ບັງຫລວງ ໃນລາວ ເກີດຂຶ້ນ ໃນ ທຸກຣະດັບ ການປົກຄອງ ແລະ ກົມກອງ ຕ່າງໆ ໃນລາວ ສ່ວນໃຫຍ່ ໃນໂຄງການ ສຳປະທານ ຂອງ ຣັຖບານ ເຈົ້າຫນ້າທີ່ ພາສີ ໄຟຟ້າ ນ້ຳປະປາ ແລະ ປ່າໄມ້ ກໍເຫມືອນກັນ.
ເຈົ້າຫນ້າທີ່ ລາວ ຜູ້ທີ່ບໍ່ ປະສົງ ອອກຊື່ ທ່ານນຶ່ງ ເວົ້າວ່າ ຣັຖບານ ລາວ ໃນຣະຍະ ທີ່ຜ່ານມາ ເທົ່າເຖິງ ປັດຈຸບັນ ຍັງບໍ່ ສາມາດ ບັງຄັບ ໃຊ້ ກົດຫມາຍ ປາບປາມ ການສໍ້ຣາສ ບັງຫລວງ ບໍ່ມີການ ຈັບກຸມ ຜູ້ກະທຳຜິດ ໄດ້ຈັກຄົນ ເພາະ ຜູ້ກະທຳ ຜິດ ສ່ວນໃຫຍ່ ເປັນກຸ່ມ ທີ່ມີເສັ້ນສາຍ ແລະ ອຳນາດ ທາງດ້ານ ການເມືອງໃນລາວ.
ໃນປີ 2011 ອົງການ ໂປ່ງໄສ ສາກົນ ໄດ້ຣາຍງານ ຕົວເລກ ຂອງ ປະເທດ ທີ່ ມີການ ສໍ້ຣາສ ບັງຫລວງ ຫລາຍທີ່ສຸດ ໃນໂລກ ສຳລັບປີ ນັ້ນ ພົບວ່າ ສປປລາວ ຍັງເປັນ ປະເທດ ນຶ່ງ ທີ່ມີການ ສໍ້ຣາສ ບັງຫລວງ ຣາຍ ໃຫຍ່ ຢູ່ໂດຍ ໄດ້ຄະແນນ 1.9 ຂອງຄະແນນ ເຕັມ 10 ຄະແນນ ຊຶ່ງ ເປັນ ອັນດັບ ຕໍ່າທີ່ສຸດ ລອງຈາກ ພະມ້າ ກຳພູຊາ ແລະ ເກົາຫລີເຫນືອ ທີ່ມີການ ສໍ້ຣາສບັງ ຫລວງ ຣາຍໃຫຍ່. ໃນປີນັ້ນ ສປປລາວ ຖືກ ຈັດຢູ່ ໃນອັນດັບ ທີ 151 ຂອງ ຈຳນວນ 180 ປະເທດ ໃນໂລກ ແລະ ອັນດັບທີ 19 ໃນພູມີພາກ ທີ່ມີການ ສໍ້ຣາສ ບັງຫລວງ ຫລາຍທີ່ສຸດ. ເຈົ້າຫນ້າທີ່ລາວ ຜູ້ທີ່ບໍ່ ປະສົງ ອອກຊື່ ທ່ານນຶ່ງ ເວົ້າວ່າ: ---ສຽງ---
ນັກວິເຄາະ ເວົ້າວ່າ ສາເຫດ ທີ່ມີການ ສໍ້ຣາສ ບັງຫລວງ ຫລາຍ ໃນລາວ ເປັນຍ້ອນວ່າ:
1- ສປປລາວ ປົກຄອງ ດ້ວຍ ພັກດຽວ ບໍ່ມີພັກ ຝ່າຍຄ້ານ ແລະ ບໍ່ມີຜູ້ໃດ ສາມາດ ປະນາມ ຣັຖບານໄດ້.
2- ຂາດການ ບັງຄັບໃຊ້ ກົດຫມາຍ ຕ້ານການ ສໍ້ຣາສ ບັງຫລວງ ຢ່າງຈິງຈັງ
3- ການຫລິ້ນ ພັກ ຫລິ້ນພວກ ເສັ້ນສາຍ ແບ່ງກັນ ກິນ ເຈົ້າຫນ້າທີ່ ກໍບໍ່ສາມາດ ປາບປາມ ໄດ້ ເພາະເປັນ ຄົນເຈົ້າ ຄົນຂ້ອຍ ແລະ ກໍມີຜົລ ປໂຍດ ຮ່ວມກັນ.
4- ອຳນາດ ສຽບຂາດ ຂຶ້ນກັບ ຣັຖບານກາງ ເປັນຜູ້ ບົ່ງການ ພຽງຄົນດຽວ ອຳນາດ ຕຸລາການ ບໍ່ມິສິດ ໃນການ ຕັດສິນ ແລະ ວ່າຄວາມ ຕ້ອງ ປະຕິບັດ ຕາມຄຳສັ່ງ ຂອງ ພັກຣັຖ.
5- ອົງການ ກວດກາ ແຫ່ງຣັຖ ກໍແມ່ນ ຕັ້ງຂຶ້ນມາ ຊື່ໆ ເຮັດຫຍັງ ບໍ່ໄດ້ ມີແຕ່ ຣາຍງານ ດອກໄມ້ ແລ້ວກໍແລ້ວ ໄປ ເມື່ອມີ ກອງປະຊຸມ ສະພາ ເທື່ອໃດ ກໍອອກມາ ໂຕ້ຖຽງກັນ ແຕ່ບັນຫາ ເກົ່າ ເມື່ອຫມົດ ກອງ ປະຊຸມ ແລ້ວ ກໍງຽບໄປ. ສລຸບແລ້ວ ກົດຫມາຍ ລາວ ບໍ່ສັກສິດ ແລະ ບໍ່ບັງຄັບ ໃຊ້ ບໍ່ໄດ້ ແລະ ສປປລາວ ບໍ່ເປັນ ປະເທດ ທີ່ປົກຄອງ ດ້ວຍ ຣະບົບ ກົດຫມາຍ ແບບຫລາຍ ປະເທດ ເຂົາ ເຮັດກັນ.
ຄວາມເສັຽຫາຍ ຈາກ ການສໍ້ຣາສ ບັງຫລວງ ໃນລາວ ນອກຈາກ ສູນເສັຽ ຣາຍໄດ້ ຂອງຣັຖ ໃນແຕ່ລະ ປີ ປະມານ 25% ແລ້ວ ການສໍ້ຣາສ ບັງຫລວງ ໃນລາວ ຍັງ ສ້າງຄວາມ ເສື່ອມເສັຽ ຕໍ່ພາບພົດ ຂອງ ປະເທດຊາດ ນຳອີກ ໃນສາຍຕາ ຂອງນັກ ລົງ ທຶນ ຕ່າງຊາດ ແລະ ອົງການ ຊ່ອຍເຫລືອ ສາກົນ ຕ່າງໆ ໃນລາວ ຜູ້ທີ່ໃຫ້ ເງິນກູ້ ຫລື ເງິນໃຫ້ລ້າ ແກ່ ຣັຖບານ ລາວ ເຈົ້າຫນ້າທີ່ ຈາກ ຫ້ອງການ ຊ່ອຍເຫລືອ ສາກົນ ທ່ານນຶ່ງ ເວົ້າວ່າ ຈະເຮັດ ໂຄງການ ຫຍັງ ໃນລາວ ຕ້ອງໃຫ້ ສິິນບົນ ແກ່ ເຈົ້າຫນ້າທີ່ ຜູ້ທີ່ີ ຮັບຜິດຊອບ ກ່ອນ ຈຶ່ງ ຈະສາມາດ ເຮັດ ໂຄງການ ໄດ້ ເຖິງແມ່ນວ່າ ຈະເປັນ ໂຄງການ ຊ່ອຍເຫລືອ ປະຊາຊົນ ກໍຕາມ.