ກະສິກອນລໍາບາກ ແຂ່ງກັບຈີນບໍ່ໄດ້
2013.02.26
ການເຂົ້າມາ ລົງທຶນ ຂອງ ຊາວຈີນ ດ້ານ ກະສິກັມ ໃນແຂວງ ໄຊຍະບູຣີ ເຮັດໃຫ້ ຊາວກະສິກອນ ລາວ ໃນທ້ອງຖິ່ນ ແຂ່ງຂັນນໍາ ບໍ່ໄດ້.
ໃນສົກປີການ 2011 2012 ມີບໍຣິສັດ ຂນາດນ້ອຍ ຂອງຊາວຈີນ ເຂົ້າມາລົງທຶນ ດ້ານກະສິກັມ ໃນແຂວງ ໄຊຍະບູຣີ ມີມູນຄ່າເຖິງ 14 ລ້ານ ໂດລາ ສະຫະຣັດ, ແລະ ໃນສົກປີ 2012 2013 ກໍມີທ່າອ່ຽງ ວ່າຈະມີຫລາຍ ຂຶ້ນຕື່ມ ອັນຈະເຮັດໃຫ້ ຊາວ ກະສິກອນ ລາວ ໃນແຂວງ ບໍ່ສາມາດ ແຂ່ງຂັນໄດ້ ເພາະຕົ້ນທຶນ ບໍ່ຫລາຍ. ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ເປີດເຜີຽ ການລົງທຶນ ຂອງຊາວຈີນວ່າ:
"ສົ່ງເສີມ ການປູກ ໝາກແຕງ ນີ້ກໍຄືຄົນຈີນ ໂຕນີ້ນະ ເນາະ ກັບຟາມ ເຮັດໄກ່ພັນ ຟາມໝູ ກັບປາ ນີ້ກໍແມ່ນ ຄົນຈີນ ຄືກັນ ແລ້ວກໍເຂົາເຈົ້າ ເຮັດພລັງງານ ບໍ່ແຮ່ ນີ້ກໍຈີນ ຮ່ອງກົງ ເນາະ ຮວມມູນຄ່ານີ້ 10 ປາຍລ້ານ ໂດລາ ສະຫະຣັດ".
ນັກວິຊາການ ລາວ ທ່ານນຶ່ງ ເວົ້າວ່າ ຊາວ ກະສິກອນຈີນ ທີ່ເຂົ້າມາ ລົງທຶນ ໃນແຂວງ ໄຊຍະບູຣີ ສ່ວນຫລາຍໃຊ້ ອຸບປະກອນ ການຜລິດ ທີ່ດີກວ່າ ແລະ ມີຕົ້ນທຶນສູງແດ່ ເຮັດໃຫ້ຊາວ ກະສິກອນ ລາວ ບໍ່ສາມາດ ຜລິດ ອາຫານ ແຂ່ງຂັນ ກັບຊາວຈີນ ໄດ້:
"ນັກລົງທຶນ ຈັ່ງຊີ້ ມາລົງທຶນ ເຮັດເຣື້ອງ ກະສິກັມ ຜັກກິນຜັກຫຍັງ ມາລ້ຽງສັຕ ຫລືວ່າ ລ້ຽງປາກະຊັງ ຄືມີກໍຣະນີ ລ້ຽງ ຈໍານວນຫລາຍ ແລ້ວມັນຖືກ ເຂົາຂາຍຖືກກ່ວາ ເລີຍເຮັດໃຫ້ ຄົນລາວ ຜລິດຖືກ ຊໍ່າເຂົາບໍ່ໄດ້ ຄວບຄຸມ ຄຸ້ມຄອງ ບໍ່ໄດ້ ເທົ່າທີ່ຄວນ".
ນັກວິຊາການ ທ່ານນີ້ ເວົ້າຕໍ່ວ່າ ການທີ່ ນັກລົງທຶນນ້ອຍ ລະດັບ ກະສິກັມ ເຂົ້າມາຫລາຍນີ້ ເຮັດໃຫ້ເກີດ ບັນຫາ ຂາດແຄນ ທີ່ດິນ ການຜລິດ. ບາງຄົນ ກໍເວົ້າວ່າ ໃນລະຍະຍາວ ຄົນລາວ ທີ່ເຄີຽເປັນ ເຈົ້າຂອງທີ່ດິນ ຈະປະລະ ທີ່ດິນ ປູກຝັງ ໃຫ້ຊາວ ຕ່າງຊາຕ ຖ້າຫາກວ່າ ຣັຖບານ ບໍ່ຈໍາກັດ ການລົງທຶນ ປະເທດນີ້ ຂອງ ຊາວຕ່າງຊາຕ ເພື່ອສງວນ ອາຊີບນີ້ໄວ້ ໃຫ້ຄົນລາວ.