ນັກລົງທຶນຈີນສົນໃຈບຶງ ທາຕຫຼວງ

ສິດນີ
2014.03.25
F-Thatluang-Mars ເຂດພື້ນທີ່ບຶງທາດຫຼວງ ທີ່ຖືກສັມປະທານ ໃນຈີນແລ້ວແລະຈະ ສ້າງເປັນເມືອງໃໝ່
RFA

 

ກຸ່ມນັກ ທຸຣະກິດ ຈີນ ທີ່ ດຳເນີນ ທຸຣະກິດ ໃນໄທ ໄດ້ເຂົ້າມາ ສຶກສາ ຄວາມ ເປັນໄປໄດ້ ໃນ ອະນາຄົດ ໃນການ ລົງທຶນ ຢູ່ເຂດ ເສຖກິດ ພິເສດ ບຶງ ທາດຫລວງ ນະຄອນຫລວງ ວຽງຈັນ. ຕົວແທນ ຈາກ ກຸມ ດັ່ງກ່າວ 15 ຄົນ ທີ່ເປັນ ເຈົ້າຂອງ ໂຮງງານ ໃນໄທ ທີ່ຜລິດ ສິນຄ້າ ປະເພດ ຕ່າງໆ ເຊັ່ນເກືອ ເຂົ້າສານ ໂຮງງານ ຫລອມເຫລັກ ແລະ ທຸຣະກິດ ທີ່ ກ່ຽວພັນ ກັບ ອຸປກອນ ກໍ່ສ້າງ.

ເຈົ້າຫນ້າທີ່ ລາວ ເວົ້າວ່າ ກຸ່ມນັກ ການຄ້າຈີນ ສົນໃຈ ໃນການ ລົງທຶນ ໃນເຂດ ເສຖກິດ ພິເສດ ດັ່ງກ່າວ ແຕ່ຕ້ອງການ ເວລາ ໃນການ ສຶກສາ ຄົ້ນຄວ້າ ກ່ອນ. ຫລັງຈາກ ມາຮອດ ນະຄອນຫລວງ ວຽງຈັນ ໃນວັນຈັນ ກຸ່ມນັກ ທຸຣະກິດ ຈີນ ຖືກຕ້ອນຮັບ ຈາກ ເຈົ້າຄອງ ກຳແພງ ນະຄອນ ວຽງຈັນ ທ່ານ ສຸກັນ ມະຫາຣາດ ແລະ ເຈົ້າຫນ້າທີ່ ຣະດັບ ສູງ ຂອງລາວ ຫລາຍທ່ານ ໃນເຂດ ເສຖກິດ ພິເສດ ສອງຝ່າຍ ໄດ້ປືກສາ ຫາລືກັນ ກ່ຽວກັບ ໂອກາດ ການລົງທຶນ ໃນລາວ.

ທ່ານ ສຸກັນ ໄດ້ກ່າວ ຕໍ່ກຸ່ມ ນັກ ທຸຣະກິດ ຈີນວ່າ ເຂດ ເສຖກິດ ພິເສດ ບຶງທາດຫລວງ ສ້າງຂຶ້ນ ເພື່ອຊ່ອຍ ພັທນາ ເສຖກິດ ແລະ ສັງຄົມ ໃນລາວ ເພື່ອໃຫ້ລາວ ກາຍເປັນ ປະເທດ ທີ່ ພັທນາ ຢ່າງວ່ອງໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.