ແຮງງານລາວ ຕ້ອງຝຶກອົບຮົມ


2013.03.08
F-workers ສປປລາວ ກໍາລັງພັທນາ ທົ່ວທຸກແຂວງ ມີການສ້າງສາ ຫາກມີ ກົດໝາຍ ແຮງງານ ກົດໝາຍ ຄົນຕ່າງດ້າວ ທີ່ແຂງແກ່ງ ແລະ ຖືກບັງຄັບໃຊ້ ຢ່າງແທ້ຈິງ ບັນຫາ ກໍຄົງຈະ ໜ້ອຍລົງ ຫຼື ໝົດໄປ.
RFA

ການສົ່ງເສີມ ການຝຶກ ອົບຮົມ ວິຊາຊີພ ແລະ ວຽກເຮັດ ງານທຳ ໃຫ້ແກ່ ແຮງງານລາວ ເປັນສິ່ງ ທີ່ຕ້ອງການ ກ່ອນມື້ ສ້າງຕັ້ງ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015.

ເຈົ້າຫນ້າທີ່ ຫ້ອງການ ທີ່ບໍ່ຂຶ້ນກັບ ຣັຖບານ ທ່ານນຶ່ງ ກ່າວວ່າ ຣັຖບານລາວ ຄວນສົ່ງເສີມ ການຝຶກອົບຮົມ ວຽກງານ ໃຫ້ແກ່ ປະຊາຊົນ ກ່ອນຈະຮອດ ວັນ ສ້າງຕັ້ງ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ເພື່ອບໍ່ໃຫ້ ເກີດຜົລກະທົບ ທາງລົບ ແກ່ພວກຂະເຈົ້າ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ສົ່ງເສີມ ມີແຕ່ວ່າບໍ່ ພຽງພໍເນາະ ບໍ່ພຽງພໍ ສຳລັບ ຄວາມຕ້ອງການ ສຳລັບ ແຮງງານ ທີ່ບໍ່ໄດ້ ເຮັດວຽກ ທາງຣັຖບານ ລາວ ບໍ່ແກ້ໄຂ ບັນຫາ ເຣື້ອງ ຫາວຽກເຮັດ ງານທຳ ໃຫ້ຄົນຫລາຍໆ ຈັດການ ໃຫ້ມີເຣື້ອງ ສູນວິຊາ ອາຊີບ ຫລາຍໆ".

ທ່ານກ່າວ ຕໍ່ໄປວ່າ ເມື່ອ ປະຊາຄົມເສຖກິດ ອາຊຽນ ເກີດຂຶ້ນ ຖ້າ ປະຊາຊົນ ບໍ່ມີ ຄວາມຮູ້ ທາງດ້ານ ອາຊີບ ຜົລທີ່ຈະຕາມມາ ກໍແມ່ນ ຫາວຽກຍາກ ເພາະມີ ການແຂ່ງຂັນ ກັນສູງ ກັບຕ່າງປະເທດ ແລະ ຖ້າແຮງງານ ລາວ ບໍ່ມີວຽກເຮັດ ພາຍໃນ ປະເທດແລ້ວ ຫລາຍຄົນ ກໍຈະໂຕນຫນີ ໄປຊອກຫາວຽກ ຢູ່ປະເທດອື່ນ ໂອກາດ ທີ່ຈະຕົກ ເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ກໍສູງຂຶ້ນ.

ທາງທີ່ດີ ຣັຖບານລາວ ຄວນຈັດສູນ ຝຶກ ວິຊາອາຊີບ ໃຫ້ແກ່ ແຮງງານລາວ ໃຫ້ ຫລາຍຂຶ້ນ ກ່ອນຈະຮອດ ວັນສະຖາປະນາ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ບໍ່ດັ່ງນັ້ນ ຈະເຮັດໃຫ້ ແຮງງານລາວ ເສັຽປຽບ ແຮງງານ ຕ່່າງຊາດ. ທ່ານວ່າ ຜ່ານມາ ຣັຖບານລາວ ບໍ່ສົນໃຈ ໃນການຝຶກ ອົບຮົມແຮງງານລາວ ຫລາຍພໍເທົ່າໃດ ແລະ ກະຊວງ ສຶກສາ ກໍເວົ້າວ່າ ຊາວຫນຸ່ມລາວ ບໍ່ສົນໃຈ ໃນການ ຮຽນອາຊີບ ຫລາຍປານໃດ ມີແຕ່ຢາກຮຽນ ເປັນເຈົ້າ ເປັນນາຍ ຫລາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.