ຂ.ອັດຕະປື ຍຶດໄມ້ໄດ້ ໃກ້ເຂດ ວຽດນາມ
2017.05.15
ເຈົ້າໜ້າທີ່ກະສິກໍັມ ແລະປ່າໄມ້ ແຂວງອັດຕະປື ຍຶດໄມ້ທ່ອນ ຢູ່ຊາຍແດນ ຕິດກັບ ວຽດນາມ ທີ່ກຸ່ມນາຍທຶນ ວຽດນາມ ລັກຕັດ ໃນເຂດ ຫລັກໝາຍຊາຍແດນທີ 77 ໄດ້ສອງເທື່ອ ພ້ອມທັງ ເຄື່ອງຂອງຕ່າງໆ ໃນເດືຶອນ ພຶສພາ ນີ້ ແຕ່ຈັບຄົນບໍ່ໄດ້ ຍ້ອນພວກເຂົາ ຫລົບໜີໄປ ເຂດຊາຍແດນ ວຽດນາມ. ຕາມການເປີດເຜີຍຂອງ ເຈົ້າໜ້າທີ່ ຜແນກກະສິກໍັມ ແລະປ່າໄມ້ ແຂວງອັດຕະປື ຕໍ່ RFA ໃນມື້ວັນທີ 15 ພຶສພາ:
"ກະປຶກສາກັນຢູ່ ຫາກະມາມື້ວານນີ້ ບາດນີ້ເຮົາກໍ ປະຊຸມກັບວຽດນາມ ເມື່ອວັນຈັນ ວ່າງແລ້ວນີ້ປະຊຸມ 2 ແຂວງກອນຕູນ ກັບອັດຕະປື ຫັ້ນນະເປັນຄັ້ງທີ 2 ແລ້ວວ່າສິ ກວດກາພ້ອມກັນ ມັນກະຍັງລັກຄືເກົ່າ ກະໄປເລື້ອຍໆຢູ່ ແຕ່ວ່າເຂດນີ້ບໍ່ໄດ້ໄປ ມັນໄປບໍ່ເຖິງ ມີແຕ່່ຖາມ ແຕ່ທະຫານ ທະຫານ ກໍບໍ່ໄດ້ ຣາຍງານເນາະ ຣົດເຮົາມັນໄປ ບໍ່ຮອດ ເຂົາກະຂີ່ຣົດຈັກ ໄປໄດ້".
ທ່ານກ່າວວ່າ ຄັ້ງທໍາອິດ ໄປກວດກາ ໃນມື້ວັນທີ 1 ແລະວັນທີ 2 ພຶສພາ 2017 ຍຶດໄດ້ໄມ້ 150 ທ່ອນ ແລະໄດ້ເຜົາເຄື່ອງຂອງຕ່າງໆ ທີ່ຍຶດໄດ້ ຄືຣົດດຸດປ່າ ຄັນນຶ່ງ, ຣົດສະແລງ ໃຫຍ່ຄັນນຶ່ງ ແລະໄປກວດກາ ຄັ້ງທີ 2 ແຕ່ວັນທີ 11 ຫາ ວັນທີ 13 ພຶສພາ ຍຶດຣົດຂົນ ໄມ້ທ່ອນໄດ້ຄັນນຶ່ງ ໄມ້ 322 ທ່ອນ, ຈັກຊະຕິນເລື່ອຍໄມ້ເຄຶ່ອງນຶ່ງ, ຣົດຈັກ ດັດແປງ 2 ຄັນ ແລະ ໂທຣະສັບມືຖື 1 ອັນ ແຕ່ບໍ່ສາມາດຈັບຄົນໄດ້.
ຜ່ານມາ ທາງການແຂວງອັດຕະປື ໄດ້ປະຊຸມກັນກັບ ທາງການວຽດນາມ, ສເນີໃຫ້ ທະຫານທັງ 2 ປະເທສ ກວດກາ ຕາມຊາຍແດນ ເຂັ້ມງວດ ຫລາຍຂຶ້ນ ແລະກໍານົດມື້ ທີ່ຈະ ໄປກວດກາ ພ້ອມກັນ ໃນເຂດດັ່ງກ່າວ.
ປັດຈຸບັນ ຢູ່ບໍຣິເວນຊາຍແດນ ຣະຫວ່າງ ແຂວງອັດຕະປື ແລະແຂວງກອນຕູນ ຂອງວຽດນາມ ບໍ່ມີເຈົ້າໜ້າທີ່ ປະຈໍາການຢູ່, ເປັນເຂດທີ່ ເຂົ້າເຖິງຍາກ ດັ່ງນັ້ນຈຶ່ງ ມີຄວາມສ່ຽງ ຕໍ່ການທີ່ພວກ ນາຍທຶນວຽດນາມ ຈະເຂົ້າມາ ລັກຕັດໄມ້ ຢູ່ແຂວງ ອັດຕະປື ນີ້ຕື່ມອີກ.