ມ.ແອດ ມ.ຊຽງຄໍ້ ຈະມີນໍ້າປະປາ

ມະນີຈັນ
2015.06.04
F-Houaphanh ທີ່ຕັ້ງ ເມືອງແອດ ແລະເມືອງຊຽງຄໍ້ ແຂວງຫົວພັນ
Houaphanh.6te.net

ປະຊາຊົນ ຈໍານວນ 12 ພັນ ກວ່າຄົນ ໃນ ເມືອງແອດ ແລະ ເມືອງ ຊຽງຄໍ້ ແຂວງ ຫົວພັນ, ທີ່ ຢູ່ຕິດ ຊາຍແດນ ວຽດນາມ ຈະໄດ້ ໃຊ້ ນໍ້າ ປະປາ ເປັນ ເທື່ອ ທໍາອິດ ໃນ 2 ເດືອນ ໜ້ານີ້, ຫລັງຈາກ ໂຮງງານ ນໍ້າ ປະປາ ສ້າງ ສຳເຣັດ ຮຽບຮ້ອຍ ແລ້ວ. ໂຄງການ ນີ້ ໄດ້ ຮັບ ງົບປະມານ ຊ່ວຍເຫລືອ ລ້າ ຈາກ ທະນາຄານ ພັທນາ ເອເຊັຽ 2 ລ້ານ ກວ່າ ໂດລາ ສະຫະຣັຖ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ໂຄງການ ໃນ ວັນທີ 4 ມິຖຸນາ 2015 ນີ້:

"ຄວາມ ຄືບໜ້າ ກະ ປະມານ 74 ເປີເຊັນ ຄາດວ່າ ຢູ່ ໃນ ປີ 2015 ນີ້ ແຫລະ, ໂຮງງານ ນີ້ ສ້າງ ຢູ່ ຊາຍແດນ ຣະຫວ່າງ 2 ເມືອງ ຄາດວ່າ ຈະ ຫລຸດ ຜ່ອນ ເຣື່ອງ ຄວາມ ທຸກຍາກ ໃຫ້ ປະຊາຊົນ ກະ ຫລາຍ ສົມຄວນ ຫັ້ນ ແຫລະ, ເພາະວ່າ ປັຈຈຸບັນ ຢູ່ ໃນ 2 ໂຕເມືອງ ນີ້ ກະຂາດ ນໍ້າກິນ ນໍ້າໃຊ້ ທີ່ ສະອາດ ວ່າ ຊັ້ນຊະ ເນາະ".

ໃນ ຣະຍະ ຜ່ານມາ ປະຊາຊົນ ຫລາຍ ຄົວເຮືອນ ໃນ 2 ເມືອງ ນີ້ ຕ້ອງໃຊ້ ນໍ້າ ຈາກ ນໍ້າມ່າ ສຳລັບ ໃຊ້ ແລະ ດື່ມ, ໃນ ຣະດູ ຝົນ ນໍ້າ ກໍ ຂຸ່ນ ຫລາຍ. ນອກຈາກ ນັ້ນ ກໍໃຊ້ນໍ້າ ຈາກ ຣະບົບ ນໍ້າລິນ ທີ່ ໄຫລ ຈາກ ຫ້ວຍ ເທິງພູ ແຕ່ ກໍຂຸ່ນ ຄືກັນ ໃນ ຍາມຝົນ ຕົກ ໜັກ.

ທ່ານກ່າວ ອີກວ່າ ຫາກ ໂຮງງານ ນໍ້າ ປະປາ ເປີດໃຊ້ ບໍຣິການ ແລ້ວ, ຣັຖວິສາຫະກິດ ນໍ້າ ປະປາ ແຂວງ ຈະເປັນ ຜູ້ ຄຸ້ມຄອງ ການຜລິດ, ຊຶ່ງ ຈະມີການ ຕັ້ງ ອັດຕຣາ ຄ່າ ນໍ້າ ປະປາ ຕາມ ທີ່ ຣັຖບານ ໄດ້ ກໍານົດ ແລະ ຢືນຢັນ ວ່າ ຈະບໍ່ໃຫ້ ມີ ຣາຄາ ສູງ ແນ່ນອນ.

ໂຄງການ ດັ່ງກ່າວ ຈະ ສູບນໍ້າ ຈາກ ນໍ້າມ່າ ຂຶ້ນມາ ເຮັດ ເປັນ ນໍ້າ ປະປາ ແລ້ວ ແຈກຈ່າຍ ນໍ້າໄປ ຕາມທໍ່ ຈົນໄປ ຮອດ ເມືອງແອດ ຈໍານວນ 12 ບ້ານ ແລະ ເມືອງ ຊຽງຄໍ້ ອີກ 12 ບ້ານ ຊຶ່ງ ປະຊາຊົນ ຈະໄດ້ ໃຊ້ ນ້ຳ ສະອາດ ໃນ ມໍ່ໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.