ທຸຣະກິດທ່ອງທ່ຽວ ຂໍເວັ້ນພາສີ 3 ເດືອນ
2020.07.28
ຫລາຍພາກສ່ວນທຸຣະກິດ ທ່ອງທ່ຽວຢູ່ລາວ ຫວັງວ່າຈະໄດ້ຮັບການຍົກເວັ້ນພາສີທ່ອງທ່ຽວ ເປັນເວລາ 3 ເດືອນ, ຄື ເດືອນເມສາ, ພຶສພາ ແລະ ເດືອນມິຖຸນາ ຂອງປີ 2020 ນີ້. ຕາມທີ່ ຣັຖບານໄດ້ໃຫ້ຄໍາສັນຍາ.
ມາຮອດປັດຈຸບັນ ທຸຣະກິດທ່ອງທ່ຽວຂແນງການຕ່າງໆ ຍັງຟື້ນໂຕບໍ່ທັນໄດ້ ຍ້ອນຂາດລູກຄ້າມາໃຊ້ບໍຣິການ ແລະມາເຖິງຂນະນີ້ ເຈົ້າໜ້າທີ່ ຢູ່ຫລາຍເຂດ ກໍຍັງບໍ່ທັນແຈ້ງ ໃຫ້ໄປເສັຽ ພາສີທ່ອງທ່ຽວ ປະຈໍາປີນີ້ເທື່ອ, ດັ່ງ ຜູ້ກະກອບການທຸຣະກິດ ບ້ານພັກແຫ່ງນຶ່ງ ຢູ່ ແຂວງ ຫລວງພຣະບາງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້ວ່າ:
"ຍັງບໍ່ແນ່ໃຈເທື່ອ ບໍ່ໄດ້ຕົກລົງກັນແນວໃດ ພາສີເພິ່ນກະຍັງບໍ່ລົງມາ ເວົ້າເທື່ອ ເພາະວ່າບໍ່ເຫັນເພິ່ນລົງມາແນວໃດ ເພາະວ່າບ້ານພັກ ແຕ່ລະ ບ່ອນເຂົາເຈົ້າກະປິດນໍ.”
ແລະ ຜູ້ປະກອບການບ້ານພັກແຫ່ງນຶ່ງ ຢູ່ແຂວງຫົວພັນ ກໍເວົ້າວ່າ ຮູ້ສຶກດີໃຈທີ່ໄດ້ຍິນຂ່າວວ່າ ທາງການຈະຍົກເວັ້ນພາສີ ເດືອນເມສາ, ພຶສພາ ແລະ ເດືອນມິຖຸນາ ໃຫ້. ແຕ່ມາຮອດ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງຂອງທາງການ ຍັງບໍ່ທັນໄດ້ແຈ້ງ ໃຫ້ໄປເສັຍພາສີເທື່ອ, ດັ່ງນັ້ນຈຶ່ງຍັງບໍ່ແນ່ໃຈວ່າ ຈະໄດ້ຮັບການຍົກເວັ້ນພາສີ 3 ເດືອນ ນັ້ນແທ້ຫລືບໍ່ ດັ່ງທີ່ຍານາງ ກ່າວວ່າ:
”ບໍ່ທັນໄດ້ເອົາປີນີ້ນະ ຍັງບໍ່ທັນແຈ້ງ ເຂົາກະວ່າແນວນັ້ນ ແຕ່ວ່າເອື້ອຍກະບໍ່ຮູ້ ບໍ່ທັນໄດ້ໄປເອົາ ທີ່ຮູ້ຈັກເຂົາກະບໍ່ມາຖາມນະ ຖ້າແຈ້ງສເນີມາ ຈຶ່ງໄປເອົາວ່າຊັ້ນເນ ກໍຢາກໃຫ້ຫລຸດນໍ ບໍ່ມີແຂກ.”
ຍານາງເວົ້າຕື່ມວ່າ ເປັນເວລາຫລາຍເດືອນແລ້ວ ທີ່ທຸຮະກິດບ້ານພັກຂອງຕົນ ບໍ່ມີນັກທ່ອງທ່ຽວ ມາໃຊ້ບໍຮິການເລີຍ, ມີແຕ່ເຈົ້າໜ້າທີ່ຣັຖທີ່ມາ ເຊົ່າຫ້ອງພັກບາງຄັ້ງຄາວ, ໃນໄລຍະທີ່ ພວກເພິ່ນມາເຮັດວຽກ ຢູ່ແຂວງຫົວພັນ.
ນາງເວົ້າວ່າ ແຕ່ເຖິງຢ່າງໃດກໍຕາມ ຖ້າເປັນໄປໄດ້ ກໍຢາກໃຫ້ທາງຣັຖບານ ທົບທວນເຣຶ່ອງການເກັບພາສີທ່ອງທ່ຽວຕື່ມອີກ, ດີແທ້ຢາກສເນີ ໃຫ້ຍົກເວັ້ນການເກັບພາສີທ່ອງທ່ຽວ ຈົນໝົດປີ 2020 ນີ້.
ໃນຂນະດຽວກັນ ກໍມີພາກສ່ວນທຸຣະກິດ ທ່ອງທ່ຽວສ່ວນນຶ່ງ ທີ່ໄດ້ເສັຍພາສີທ່ອງທ່ຽວ ໝົດປີ 2020 ເມື່ອຕົ້ນນີ້ໄປແລ້ວ ແຕ່ພາຍຫຼັງຮູ້ຂ່າວ ວ່າຣັຖບານ ມີນະໂຍບາຍຍົກເວັ້ນພາສີ ໃຫ້ 3 ເດືອນ ຄືດັ່ງກ່າວແລ້ວ ກໍຢາກໃຫ້ຣັຖບານຄືນ ຄ່າພາສີ 3 ເດືອນ ທີ່ໄດ້ເສັຽໄປ ແລ້ວນັ້ນ ໃຫ້ຕົນ ດັ່ງຜູ້ປະກອບການ ທຸຮະກິດທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ເວົ້າວ່າ:
”ໂອ ເສັຽໝົດແລ້ວເດ ເຮົາເສັຍແຕ່ເດືອນນຶ່ງພຸ້ນ ບໍ່ທັນໄດ້ເປັນໂຄວິດ ພຸ້ນນະ ເສັຍໝົດປີແລ້ວ ຄ້ານເສັຍທຸກເດືອນ ເສັຍເປັນປີເລີຍນະ ປີໜ້າ ຈະໄດ້ຂໍນໍາເພິ່ນແຫຼະ ຂໍ 3 ເດືອນ ເພາະເຮົາ ບໍ່ໄດ້ຕັດເດນໍ ບໍ່ຮູ້ເດ ເສັຍພາສີແລ້ວບໍ່ໄດ້ແຂກ ບາດນີ້ເພິ່ນຫລຸດເດ້.”
ຍານາງເວົ້າຕື່ມວ່າ ຍັງບໍ່ທັນຄາດຄະເນໄດ້ວ່າ ປີນີ້ຈະມີນັກທ່ອງທ່ຽວ ຕ່າງປະເທດ ມາທ່ຽວຫລືບໍ່ ຍ້ອນຍັງບໍ່ມີແນວໂນ້ມວ່າ ຣັຖບານຈະ ປະກາດເປີດ ປະເທດເທື່ອ ອີກທັງມີຂ່າວວ່າ ພົບຜູ້ຕິດເຊື້ອພຍາດ ໂຄວິດ-19 ຢູ່ລາວຕື່ມອີກ 1 ຄົນ ເຮັດໃຫ້ຕົນຮູ້ສຶກອຸກໃຈຫລາຍ ແລະຢ້ານວ່າຈະມີການຂຍາຍ ເວລາເປີດປະເທດອອກໄປອີກເລື້ອຍໆ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂແນງທ່ອງທ່ຽວ ທ່ານນຶ່ງ ກໍຢືນຢັນວ່າ ນະໂຍບາຍຍົກເວັ້ນພາສີ ທ່ອງທ່ຽວ 3 ເດືອນ ທີ່ວ່ານັ້ນຈະໄດ້ ຮັບການຈັດຕັ້ງປະຕິບັດໂຕຈິງ ຢ່າງແນ່ນອນ ພາຍຫລັງທີ່ຣັຖບານໄດ້ ໃຫ້ສັນຍາໄວ້ແລ້ວ ເພື່ອຫລຸດຜ່ອນຜົລກະທົບ ຈາກການຣະບາດ ຂອງໂຄວິດ-19, ດັ່ງທີ່ທ່ານກ່າວວ່າ:
”ແມ່ນແຫຼະມີຢູ່ນະໂຍບາຍ ຂອງຣັຖບານ ເພິ່ນກະຫລຸດຜ່ອນ ບໍ່ເກັບອາກອນທັງໝົດ 3 ເດືອນ ຊ່ວງນີ້ຖືວ່າມັນກະຢາກຢຸດສະງັກຫັ້ນແລ້ວ ຊ່ວງໂຄວິດນີ້ເດ້ ມັນບໍ່ມີນັກທ່ອງທ່ຽວ ຕ່າງ ປະເທດ ມັນກໍຄາໝົດແລ້ວນະ.”
ທ່ານກ່າວຕື່ມວ່າ ສໍາລັບພາກສ່ວນທຸຣະກິດ ທ່ອງທ່ຽວ ທີ່ໄດ້ເສັຍພາສີທ່ອງທ່ຽວ ລ່ວງໜ້າໄປແລ້ວເມື່ອຕົ້ນປີນີ້ ຕົນຍັງບໍ່ບໍ່ແນ່ໃຈວ່າ ພາກສ່ວນທີ່ ກ່ຽວຂ້ອງຂອງທາງການ ຈະມີວິທີການ ຄືນເງິນພາສີ 3 ເດືອນ ທີ່ຍົກເວັ້ນພາສີໃຫ້ນັ້ນ ໃນຮູບແບບໃດແທ້, ຕ້ອງໄດ້ລໍຖ້າ ທາງຂັ້ນເທິງຕົກລົງ ແລະ ແຈ້ງໃຫ້ຊາບ ຢ່າງເປັນທາງການ.
ເມື່ອທ້າຍເດືອນມິຖຸນາ ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາດ ເທື່ອລ້າສຸດນີ້ ຕອນນຶ່ງວ່າ ຣັຖບານຈະຍົກເວັ້ນ ພາສີ ທຸຣະກິດ ທີ່ກ່ຽວຂ້ອງ ກັບການທ່ອງທ່ຽວ ເປັນເວລາ 3 ເດືອນ ເລິ້ມແຕ່ເດືອນເມສາ 2020 ໄປ.