ນັກລົງທຶນຈີນຊື້ຮຸ້ນ ບໍ່ຄໍາ ເຊໂປນ
2018.06.27
ບໍຣິສັດ MMG Limited ຂາຍຮຸ້ນ 90% ສ່ວນຮ້ອຍ ມູນຄ່າ 275 ລ້ານດອນລາ ສະຫະຣັຖ ໃນການຂຸດຄົ້ນ ບໍ່ຄໍາເຊໂປນ ໃຫ້ແກ່ບໍຣິສັດ Chifeng (ຊື່ເຝິງ) Jilong Gold ຈໍາກັດ ຊຶ່ງເປັນບໍຣິສັດ ເອກກະຊົນຂອງຈີນ. ດັ່ງເຈົ້າໜ້າທີ່ ຝ່າຍສື່ສານ ອົງກອນບໍຣິສັດ ລ້ານຊ້າງ ມີເນໂຣ ຈໍາກັດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ມິຖຸນາ ນີ້ວ່າ:
“ເຈົ້າແມ່ນແຫລະ ເພິ່ນຂາຍຮຸ້ນ ເພິ່ນແລ້ວບໍ 90% ແຕ່ຣັຖບານຍັງຄືເກົ່າຕິເບາະ ບໍ່ໆອາດເປັນ transfer ໄປຢູ່ບໍຣິສັດຄືເກົ່າຫັ້ນລະ ຍັງຄືເກົ່າຕ່າງແຕ່ວ່າ ປ່ຽນເປັນອັນນັ້ນ ຜູ້ຖືຮຸ້ນຊື່ໆເນາະ ຜູ້ຖືຮຸ້ນເຈົ້າຂອງກິຈການ, ແມ່ນແຫລະ 2020 ແຕ່ວ່າຕອນນີ້ ໄດ້ຍິນວ່າມັນ ແຫລະບໍຣິສັດ ເຂົາຈະຄິດເອົາ ເຕັກໂນໂລຢີ ຕົວໃໝ່ມາປຸງແຕ່ງ.”
ທ່ານກ່າວຕຶ່ມວ່າ ເຖິງແມ່ນວ່າ ບໍຣິສັດ MMG ຈະຂາຍກິຈການໃຫ້ບໍຣິສັດ Chifeng (ຊື່ເຝີງ) Jilong ກໍຕາມແຕ່ຣັຖບານລາວ ຍັງຖືຮຸ້ນ 10% ສ່ວນຮ້ອຍຄືເກົ່າ ບໍ່ມີການປ່ຽນແປງ, ສ່ວນພະນັກງານທຸກຄົນ ຍັງເຮັດວຽກຄືເກົ່າ ບໍ່ມີຫຍັງປ່ຽນແປງພຽງແຕ່ຈະ ໂອນຍ້າຍຣາຍຊື່ ພະນັກງານ ແລະຜູ້ຮັບເໝົາກວ່າ 2,700 ຄົນ ມາຂຶ້ນກັບບໍຣິສັດໃໝ່ ເພື່ອງ່າຍຕໍ່ການບໍຣິຫານ ດູແລ ແລະຈ່າຍເງິນເດືອນ.
ບໍຣິສັດ Chifeng Jilong ຂອງຈີນ ຄາດວ່າຈະເຣີ້ມ ການຂຸດຄົ້ນບໍ່ຄໍາເຊໂປນ ໃນຕົ້ນປີໜ້ານີ້ ໂດຍຈະໃຊ້ ເຕັກໂນໂລຢີ ທີ່ທັນສມັຍ ໃນການຂຸດຄົ້ນ ແລະປຸງແຕ່ງຄໍາ ຢ່າງມີປະສິດທິພາບ. ອີກທັງຍັງຈະສຶບຕໍ່ ໂຄງການພັທນາ ຊຸມຊົນທີ່ຢູ່ ອ້ອມຂ້າງກັບ ບໍ່ຄໍາເຊໂປນ ນັ້ນອີກ.
ໃນຂນະດຽວກັນ ປະຊາຊົນ ໃນພື້ນທີ່ອ້ອມຂ້າງ ບໍ່ຄໍາເຊໂປນ ແຂວງສວັນນະເຂດ ມີຄວາມກັງວົນຕໍ່ ຜົນກະທົບ ທີ່ຈະເກິດຂຶ້ນ ທັງເນື້ອທີ່ ປ່າໄມ້ ທີ່ຈະຫລຸດນ້ອຍລົງ ແລະສານເຄມີ ທີ່ໃຊ້ປະສົມ ການລ້າງຄໍານັ້ນ. ດັ່ງປະຊາຊົນ ໃນພື້ນທີ່ ບໍ່ຄໍາເຊໂປນ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
”ຍັງຜົນກະທົບ ກັບປະຊາຊົນ ກັບສິ່ງແວດລ້ອມຢູ່ແລ້ວ ໂດຍສະເພາະກັບພຶດຝັກ ສັດແຖວໆນັ້ນ ເພາະວ່າ ຄນະພວກເຮົາ ເປັນປະຊາຊົນ ນີ້ກໍບໍ່ສິໜ້າອັນນັ້ນ ຂນະນີ້ ຊັພຍາກອນ ລາວ ຢູ່ໃນແຜນດິນ ກໍຫລຸດນ້ອຍ ຖອຍລົງເນາະ.”
ກ່ຽວກັບເຣື້ອງ ບໍຣິສັດ MMG ຂາຍຮຸ້ນສ່ວນໃຫ້ບໍຣິສັດຈີນ ເທື່ອນີ້ ທ່ານ ທອງພັດ ຮອງຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ແຈ້ງໄປ ຍັງບໍຣິສັດ ລ້ານຊ້າງ Minerals ເມື່ອວັນທີ 20 ມີນາ 2018 ຜ່ານມາວ່າ ຫາກມີການຂາຍ ໂຄງການໃຫ້ ບໍຣິສັດໃໝ່ ກໍຂໍໃຫ້ທາງບໍຣິສັດ ພິຈາຣະນາ ຈ່າຍເງິນ ຄ່າບໍາເນັດ ໃຫ້ແກ່ພະນັກງານ ຕາມກົດໝາຍ ວ່າດ້ວຍແຮງງານ ປີ 2013 ຢ່າງສົມເຫດສົມຜົນ, ແຕ່ບໍຣິສັດ ລ້ານຊ້າງ ມິເນໂຣ ຢຶນຢັນວ່າ ທຸກສິ່ງທຸກຢ່າງ ຍັງຢູ່ພາຍໃຕ້ ການດູແລຂອງບໍຣິສັດ ລ້ານຊ້າງ ມີເນໂຣລ ຄືເກົ່າ ບໍມີການປ່ຽນແປງ ສະນັ້ນຈະບໍມີການຈ່າຍຄ່າ ບໍາເນັດ ແກ່ພະນັກງານ ຕາມທີ່ ທາງການລາວ ເຂົ້າໃຈ.