ເງິນເດືອນບໍ່ພໍກິນ, ຕໍາຣວດ ສໍ້ຣາສບັງຫຼວງ

ຈໍາປາທອງ
2016.11.24
F-police ຕໍາຣວດ ຈະຣາຈອນ ເຂດບ້ານ ໂພນສະອາດ ກໍາລັງ ຮັບເງິນ ຈາກ ຜູ້ຂັບຂີ່ຣົດ ຊຶ່ງ ນາງພຸດ ເປັນຄົນຖ່າຍ ໃນຂນະທີ່ ຢູ່ໃນຣົດ
RFA/NY

ພາຍໃນລະຍະ 5 ປີມານີ້, ເຈົ້າໜ້າທີ່ ຕໍາຣວດ ຖືກກວດສອບ ພົບວ່າ ມີການສໍ້ຣາສ ບັງຫຼວງ ເຖິງ 1,300 ປາຍຄົນ, ໃນນັ້ນ ມີຫລາຍຄົນ ຮັບສິນບົນ ຈາກພວກຄ້າຢາ ເສບຕິດ, ຮວມທັງ ຕໍາຣວດ ແຂວງຊຽງຂວາງ ນໍາດ້ວຍ, ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຕໍາຣວດ ແຂວງຊຽວຂວາງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ພຶສຈິກາ.

“ຢູ່ຊຽງຂວາງນີ້ ກໍມີ ມີຢູ່ໄລ່ອອກ ຖືກໄລ່ອອກນີ້ ສ່ວນຫລາຍ ກໍບາງເທື່ອ ປະຕິບັດ ໜ້າທີ່ ແລ້ວກໍກິນເງິນ ກິນຄຳ ນີ້ນະ ສໍ້ໂກງເງິນນໍ ແລ້ວກໍ ບັນຫານຶ່ງ ກໍເບີກຕ້ອງຫາ ເບີກຕ້ອງຫາແລ້ວ ກໍໂຕນ ອອກຈາກ ຄ້າຍຄຸມຂັງ, ສ່ວນຫລາຍ ກໍບໍ່ເປັນ ຣະດັບສູງ ເນາະ ຜູ້ທັມດາ ຮຽນປີປາຍບໍ່ ຫລືວ່າ ປີບໍ່ ຊັ້ນຕົ້ນ ຊັ້ນກາງ ເພາະວ່າ ບັນຫາ ເງິນເດືອນນີ້ ເງິນເດືອນ ໜ້ອຍຫລາຍ ຄືບໍ່ພໍ ແລ້ວມັນ ຕ້ອງເກີດ ມີແນວຄິດ ສໍ້ຣາສ ບັງຫຼວງ.”

ທ່ານກ່າວຕໍ່ໄປວ່າ ການຈະປາບປາມ ຣະບົບ ສໍ້ຣາສບັງຫຼວງ ໃນໜ່ວຍງານ ຕໍາຣວດນັ້ນ, ດີແທ້ ຄືຕ້ອງ ເລີ້ມຈາກ ການປັບຂຶ້ນ ເງິນເດືອນ ຕໍາຣວດ ຊັ້ນຕໍ່າ ແລະ ຊັ້ນກາງ ຍ້ອນວ່າ ສ່ວນຫລາຍ ທີ່ຖືກ ໄລ່ອອກ ມີແຕ່ ຕໍາຣວດ ຊັ້ນຜູ້ນ້ອຍ ທີ່ອາຈ ບໍ່ມີເງິນພໍ ລ້ຽງຄອບຄົວ.

ສໍາລັບຢູ່ ແຂວງສວັນນະເຂດ ເຈົ້າໜ້າທີ່ ຕໍາຣວດ ກໍເວົ້າ ກັບ ວິທຍຸ ເອເຊັຽ ເສຣີ ວ່າ ທາງພາກໃຕ້ ຂອງລາວ ກໍມີ ການໄລ່ ຕໍາຣວດ ອອກແທ້ ທັງຜູ້ທີ່ມີ ຕໍາແໜ່ງໃຫຍ່ ແລະ ນ້ອຍ.

“ຖືກໄລ່ອອກ ຫລາຍເດ໊ ມີການຍ້າຍ ສ່ວນຫລາຍ ນັ້ນ ປົດອອກແຫລະ ຍ້ອນອັນນີ້ ນີ້ແຫລະ ບັນຫາ ຢາເສບຕິດ ນີ້ແຫລະ ຄໍຣັບຊັນ ນີ້ແຫລະ ມັນສ່ວນຫລາຍ ເອົາເງິນນຳ ພວກຄ້າຂາຍ ພວກເສບ ປັບໃໝ ແລ້ວເອົາເງິນ ເຂົ້າຖົງ ບໍ່ເອົາເຂົ້າ ຣັຖ ຂັ້ນສູງ ກໍມີເດ໊ ຂັ້ນຜູ້ນ້ອຍ ຫລາຍກວ່າ ຂັ້ນສູງ ແຕ່ວ່າ ຊັ້ນຜູ້ນ້ອຍ ກໍຣະດັບ ຫົວໜ້າ ຂແນງ ຫົວໜ້າ ໜ່ວຍງານ ນັ້ນແຫລະ ລັນສະນະ ວ່າ ເຈົ້າໜ້າທີ່ ເຮົາບໍ່ໂປ່ງໃສ ຍ້ອນວ່າ ຄວາມຢາກໄດ້ຫລາຍ ຢາກໄດ້ເງິນ ໄປຊື້ຣົດ ຢາກໄດ້ເງິນ ໄປເຮັດເຮືອນ ຈັ່ງຊີ້ນະ. ແຕ່ວ່າ ເງິນເດືອນ ຂ້າຣາຊການ ຢູ່ລາວ ມັນຕ່ຳ ມັນບໍ່ຫລາຍ.”

ເວົ້າທົ່ວໄປແລ້ວ, ຢູ່ ສປປລາວ ການຮັບ ສິນບົນ, ການສໍ້ຣາສ ບັງຫຼວງ ຂອງພະນັກງານ ແລະ ຣັຖກອນ ບໍ່ພຽງແຕ່ ພາກສ່ວນ ຕໍາຣວດ ເທົ່ານັ້ນ ແຕ່ຫາກ ຍັງອີກ ຫລາຍໜ່ວຍງານ ທີ່ທາງການ ຍັງບໍ່ທັນ ເປີດເຜີຍ ໃຫ້ ສາທາຣະນະຊົນ ຮູ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.