ເຈົ້າໜ້າທີ່ຊັພຍາກອນ ສໍ້ຣາສ ບັງຫຼວງ

ພູວົງສ໌
2019.10.07
f-bannakhaiekham ພື້ນທີ່ດິນ ຢູ່ ບ້ານນາແຄຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ເຈົ້າໜ້າທີ່ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊື່ ທ້າວ ພອນວິໄລ ພົມມະວົງໄຊ, ຊາວບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ປອມແປງເອກກະສານ ເພື່ອເອົາໃບຕາດິນ ຂອງປະຊາຊົນ ບ້ານນາແຄຄຳ 13 ຄອບຄົວ, ເຮັດໃຫ້ເກີດ ຄະດີຂຶ້ນ.

ທ້າວ ພອນວິໄລ ຕົວະ ທ່ານ ກົງສີ ແກ້ວມຸກດາ, ຫົວໜ້າຜແນກກວດກາ, ກົມທີ່ດິນດ້ວຍເອກກະສານ ທີ່ຢັ້ງຢືນວ່າຕົນໄດ້ ມອບໃບຕາດິນ ໃຫ້ 13 ຄອບຄົວ ນັ້ນແລ້ວ, ເຮັດໃຫ້ທາງ ຜແນກກວດກາ ກຽມປີດຄະດີ ດັ່ງກ່າວ, ແຕ່ຊາວບ້ານທັງໝົດ ທີ່ບໍ່ໄດ້ ໃບຕາດິນ ໄດ້ນຳເອົາ ຫຼັກຖານ ໄປຍື່ນໃຫ້ພາກສ່ວນ ທີ່ກ່ຽວຂ້ອງມາໄດ້ 3 ເດືອນ ແລ້ວ ແຕ່ຈົນມາຮອດປະຈຸບັນ ກໍຍັງບໍ່ມີຄວາມຄືບໜ້າແນວໃດ. ເມື່ອຊາວບ້ານ ເຂົ້າໄປພົບພໍ້ ທ່ານ ກົງສີ, ທ່ານ ຈຶ່ງຮູ້ວ່າ ທ້າວ ພອນວິໄລ ກ່າວຄວາມເທັດ, ດັ່ງຊາວບ້ານ ນາແຄຄຳ ທ່ານນຶ່ງໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 4 ຕຸລານີ້ວ່າ:

“ໄດ້ຍື່ນໄປກ່ອນໜ້ານັ້ນ 3 ເດືອນແລ້ວ, ບໍ່ມີຄວາມຄືບໜ້າ ແລ້ວໄທເຮົາຂຶ້ນໄປນຳ ເພິ່ນເລີຍວ່າ ອ້າວກໍດຽວວ່າ ພວກເຈົ້າໄດ້ແລ້ວເດນີ້ ເຂົາມາແຈ້ງວ່າ ພວກເຈົ້າໄດ້, ຄະດີຊິປິດແລ້ວໄດ໋.”

ເມື່ອຮູ້ວ່າຜແນກຂອງຕົນ ໄດ້ຮັບເອກກະສານປອມ, ທ່ານ ກົງສີ ກໍຮັບປາກຊາວບ້ານວ່າ ຈະແກ້ໄຂເຣື້ອງນີ້ໃຫ້ພາຍໃນນຶ່ງອາທິດ. ຫຼັງຈາກ ນຶ່ງອາທິດແລ້ວ, ຊາວບ້ານກໍພາກັນກັບໄປຫາ ທ່ານ ກົງສີ ອີກຄັ້ງ ເພື່ອຖາມເຖິງຄວາມຄືບໜ້າ ແຕ່ທ່ານໄດ້ ຖືກໂຍກຍ້າຍ ໄປເຮັດວຽກ ໜ້າທີ່ອື່ນແລ້ວ. ສ່ວນຜູ້ທີ່ມາເຮັດວຽກແທນ ໃນປະຈຸບັນ, ແມ່ນພີ່ນ້ອງຂອງ ທ້າວ ພອນວິໄລ, ຜູ້ປອມແປງເອກສານນັ້ນ, ດັ່ງຊາວບ້ານ ອີກທ່ານນຶ່ງ ເວົ້າໃນມື້ດຽວກັນນັ້ນວ່າ:

“ຜູ້ທີ່ໄປແທນຫົວໜ້າກວດກາ ຢູ່ກົມທີ່ດິນຫັ້ນນະ ຂະເຈົ້າມີການປ່ຽນໃໝ່ ແລ້ວບາດນີ້ຄົນຂອງ ທ້າວ ພອນວິໄລ ຜູ້ເອົາໃບຕາດິນຈຸຂ້ອຍ ໄວ້ຫັ້ນນ່າ ໄປຢູ່ແທນຕຳແໜ່ງຜູ້ນັ້ນ, ດຽວນີ້ຫັ້ນເຂົາ ເປັນຫົວໜ້າ.”

ນາງເວົ້າວ່າ ມາເຖິງປະຈຸບັນ, ເຣື້ອງໃບຕາດິນຂອງພວກຕົນນັ້ນ ບໍ່ມີຄວາມຄືບໜ້າຫຍັງ, ຍັງມິດງຽບຄືເກົ່າ.

ກ່ຽວກັບບັນຫາດັ່ງກ່າວ ວິທຍຸເອເຊັຽເສຣີ ພຍາຍາມ ໂທຣະສັບຖາມ ທ້າວ ພອນວິໄລ ທີ່ຖືກຊາວບ້ານກ່າວຫາວ່າ ໄດ້ຍັກຍອກເອົາໃບຕາດິນ ຂອງພວກເຂົາເຈົ້າ, ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.

ເຖິງຢ່າງໃດກໍຕາມ ຜູ້ສື່ຂ່າວພວກເຮົາ ກໍໄດ້ສອບຖາມໄປຍັງ ທ່ານ ກົງສີ, ອະດີດຫົວໜ້າຜແນກກວດກາ ທີ່ເຄີຍຮັບປາກວ່າ ຈະພິຈາຣະນາ ເຣື້ອງນີ້ໃຫ້ນັ້ນ, ໄດ້ຮັບຄຳຕອບວ່າ ທາງຜແນກກວດກາ ໄດ້ເຮັດບົດບັນທຶກເຣື້ອງນີ້ໄວ້ແລ້ວ ແລະ ໄດ້ເອີ້ນຜູ້ກ່ຽວ ມາຕັກເຕືອນແລ້ວ. ຖ້າຫາກປະຊາຊົນ ຍັງບໍ່ທັນໄດ້ໃບຕາດິນ ກໍໃຫ້ໄປຫາຜແນກກວດກາ ອີກເທື່ອນຶ່ງ, ດັ່ງທີ່ທ່ານກ່າວວ່າ:

“ທາງເຮົາຍັງບໍ່ເຫັນ ຍັງບໍ່ເຫັນໃບຕາດິນ, ແຕ່ເອົາມາເຮັດບົດບັນທຶກແລ້ວ. ເຈົ້າຂາຍດິນໃຫ້ເຂົາແລ້ວ ຕ້ອງສົ່ງໃບຕາດິນ ໃຫ້ຂະເຈົ້າສາ ບອກລາວນ່າ. ໃຫ້ເອົາໄປໃຫ້ຂະເຈົ້າສາ, ດຽວນີ້ມັນມີຄຳສເນີຄຮ້ອງຟ້ອງມານີ້ນະ.”

ຊາວບ້ານໄດ້ສເນີເຣື້ອງທີ່ວ່ານີ້ ຫາຫຼາຍພາກສ່ວນຂອງທາງການ ທີ່ກ່ຽວຂ້ອງ ທັງຫ້ອງວ່າການປົກຄອງ ເມືອງໄຊທານີ, ປກສ ເມືອງ, ປກສ ນະຄອນຫຼວງວຽງຈັນ, ກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ແຕ່ກໍຍັງບໍ່ມີ ຄວາມຄືບໜ້າ ທັ້ງໆທີ່ໄດ້ຊື້ດິນຜືນນັ້ນ ແລະ ຈ່າຍເງິນມາຕັ້ງແຕ່ປີ 2016-2017 ແລະ ມີເອກກະສານຢັ້ງຢືນທຸກຢ່າງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.