ເຕືອນ ການຊື້ຈ້າງ ເຂົ້າຮຽນ ມ.ຊ. ຍັງມີຢູ່
2018.07.05
ເຈົ້າໜ້າທີ່ ມະຫາວິທະຍາລັຍແຫ່ງຊາຕລາວ ທີ່ນະຄອນຫລວງວຽງຈັນ ເຕືອນພໍ່ແມ່ ຜູ້ປົກຄອງນັກຮຽນ ທີ່ຮຽນຈົບ ຊັ້ນມັທຍົມປາຍ ໃຫ້ຣະວັງ ຄົນຕົວະຍົວະຫຼອກລວງ ເອົາເງິນ ໂດຍອ້າງວ່າ ຈະເຮັດໃຫ້ລູກຫຼານ ຂອງຕົນ ເຂົ້າຮຽນ ມະຫາວິທຍາລັຍ ແຫ່ງຊາຕໄດ້ ດັ່ງທ່ານກ່າວວ່າ:
“ຖືວ່າສະພາບໂຕນີ່ຫຼຸດລົງ ກໍ່ເນື່ອງຈາກວ່າ ໄທເຮົາໄດ້ ເຮັດແຈ້ງການອອກໄປ ເພື່ອຣະງັບປັບຫາໂຕນີ້ ແຕ່່ກ່ອນພໍ່ແມ່ປະຊາຊົນ ບໍ່ຮັບຮູ້ເດເນາະ ຜູ້ໃດເວົ້າແນວໃດກໍ່ເຊື່ອ ເຂົາວ່າ ໂອເສັຍເງິນ ເທົ່ານັ້ນເທົ່ານີ້ແລ້ວ ລູກເຈົ້າ ສິໄດ້ເຂົ້າຮຽນ ໃນປີຜ່ານມາ ໄທເຮົາຍັງບໍ່ທັນໄດ້ມີ ມາຕການເຄັ່ງຄັດ ແຕ່ວ່າ ໃນ 2-3 ປີມານີ້ໄທເຮົາ ມີມາຕການສະພາບ ບັນຫາໂຕນີ້ຖືວ່າ ຜ່ອນລົງຫຼາຍ 2017-2018 ບໍ່ທັນມີ ແຕ່ວ່າ 2018-2019 ນີ້ ຍັງບໍ່ແນ່ ແຕ່ວ່າ ເຖີງກໍ່ບໍ່ຫຼາຍ ບໍ່ເປັນຂະບວນການ ຄືແຕ່ກ່ອນນີ້ ມັນອາດຈະ ຈາກ 10% ຫຼຸດເຫຼືອພຽງ 2-3% ປະຈຸບັນ.”
ທ່ານກ່າວຕື່ມວ່າ ເຣື່ອງນະໂຍບາຍ ສຳລັບພໍ່ແມ່ ທີ່ເປັນຣັຖກອນ ຫຼື ເຈົ້າໜ້າທີ່ຣະດັບສູງ ທີ່ພະຍາຍາມຊ່ອຍໃຫ້ລູກ ໄດ້ເຂົ້າສຶກສາ ໃນຣະບົບ ພິເສດນັ້ນ ທາງມະຫາວິທຍາລັຍແຫ່ງຊາດ ບໍ່ມີນະໂຍບາຍ ແລະ ບໍ່ມີຣະບົບພິເສດຫຍັງໃຫ້ ດັ່ງທີ່ ທ່ານກ່າວວ່າ:
"ໄທເຮົາ ບໍ່ມີຣະບົບພິເສດ ແລະ ບໍ່ມີນະໂຍບາຍ ມີແຕ່ວ່າ ຜູ້ໃດເສັງໄດ້ກໍ່ຄືໄດ້ຮຽນ ຄັນຜູ້ໃດເສັງບໍ່ໄດ້ ກໍ່ບໍ່ໄດ້ຮຽນເຮົາໃຊ້ຣະບົບໂຕນີ້ ຕົວຢ່າງ ຄຶເສັງບໍ່ໄດ້ ແລ້ວພໍ່ແມ່ ຕ້ອງໄດ້ແລ່ນເຂົ້າຫາຜູ້ນັ້ນຜູ້ນີ້ ເພື່ອແລ່ນເຂົ້າມັນ ກໍ່ເປັນໄປບໍ່ໄດ້ ເພາະວ່າ ຄັນຜູ້ໃດ ທີ່ໄດ້ເສັງແລ້ວ ບາງຄັ້ງ ເປັນຫຍັງ ຈື່ງໄດ້ຮຽນ ເຂົາກາເບີ່ງຄະແນນ ທີ່ເຮົາເສັງໄດ້ຕົວຈິງ ສົມມຸດ ເຂົາເສັງ ໄດ້ແຕ່ເຂົາບໍ່ຮຽນ ເຮົາຕ້ອງໄດ້ ເບີ່ງຄະແນນ ຜູ້ນີ້ແລ້ວ ຊັບຊ້ອນ ໃຫ້ຜູ້ກ່ຽວ ເຂົ້າຮຽນ ຕາມຄະນະວິຊາ ທີ່ເຂົາເຈົ້າ ຕ້ອງການຮຽນ."
ນອກຈາກນີ້ແລ້ວ ທາງມະຫາວິທະຍາລັຍແຫ່ງຊາຕລາວ ຍັງໄດ້ ປັບປຸງຣະບົບລົງທະບຽນ ສອບເສັງ ແບບໃໝ່ ຄືຣະບົບອອນລາຍ ຊຶ່ງແຕກ ຕ່າງຈາກເມື່ອກ່ອນ ທີ່ໃຊ້ແບບຂຽນຟອມ ທັມດາ ຊຶ່ງຈະເຣີ້ມເປີດ ໃຫ້ລົງທະບຽນ ນັບຕັ້ງແຕ່ ມື້ວັນທີ 16 ກໍຣະກະດາ ໄປເຖິງວັນທີ 22 ສິງຫາ 2018 ນີ້.
ເມື່ອເດືອນມິຖຸນາ ທີ່ຜ່ານມາ ມີນັກຮຽນ ມ. 7 ສອບເສັງຈົບຊັ້ນ ຈຳນວນ 66 ພັນປາຍຄົນ. ແຕ່ໃນທົ່ວປະເທດ ສປປລາວ ມີມະຫາວິທຍາລັຍ ພຽງ 4 ແຫ່ງ ທີ່ສາມາດ ຮອງຮັບ ນັກຮຽນ ໄດ້ປະມານ 10 ພັນຄົນ ເທົ່ານັ້ນ.