ຂະບວນການຍຸຕິທັມ ໃນລາວ ຖືກສິນບົນ ບັ່ນທອນ

ສິດນີ
2018.05.24
F-Justice ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ເຈົ້າຫນ້າທີ່ຣະດັບສຸງອັຍການສານ ປະຊາຊົນລາວ ກ່າວວ່າງຫລັງໆມານີ້ວ່າ ການຮັບສິນບົນ ຈາກຜູ້ຕ້ອງຫາກາຍເປັນປະກົດການຫຍໍ້ທໍ້ ໃນວຽກງານອັຍການ ທີ່ຂແນງການກ່ຽວຂ້ອງ ຕ້ອງເລັ່ງຈັດການແກ້ໄຂ ເພື່ອຫຼຸດຜ່ອນບັນຫາ ຫາງສຽງຂອງສັງຄົມ ທັງເປັນການປັບປຸງ ຈັນຍາບັນ ຂອງພະນັກງານສານ ບໍ່ໃຫ້ຮ້າຍແຮງໄປກວ່ານີ້ ປະຊາຊົນລາວບໍ່ພໍໃຈ ຕໍ່ການປະຕິບັດໜ້າທີ່ ຂອງບັນດາພະນັກງານອັຍການ ຫລາຍຂຶ້ນ ໂດຍສະເພາະແມ່ນການຮັບສິນບົນ ເພື່ອຊ່ວຍໃຫ້ຜູ້ຕ້ອງຫາ ພົ້ນຄວາມຜິດ.

ທ່ານ ຄໍາສານ ສຸວົງ ປະທານອົງການອັຍການປະຊາຊົນສູງສຸດຍອມຮັບວ່າ ປະຊາຊົນລາວໄດ້ສະແດງອອກ ເຖິງຄວາມບໍ່ພໍໃຈ ແລະຄວາມ ບໍ່ເຊື່ອໝັ້ນ ຕໍ່ການປະຕິບັດໜ້າທີ່ ຂອງບັນດາພະນັກງານສານ ໃນທົ່ວປະເທດນັບມື້ນັບຫຼາຍຂຶ້ນ ໂດຍມີສາເຫດ ມາຈາກ ການບໍ່ສຸຈຣິດ ໂດຍສະເພາະແມ່ນການຮັບເອົາສິນບົນຈາກຜູ້ຕ້ອງຫາ. ດັ່ງນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ອົງການອັຍການປະຊາຊົນສູງສຸດ ຈຶ່ງໄດ້ເລີ້ມ ຕັ້ງຕູ້ຮັບຈົດຫມາຍຮ້ອງທຸກ ຈາກປະຊາຊົນ ທົ່ວປະເທດ ໃນການສືບສວນ ແລະດຳເນີນ ຄະດີ. ຫົວໜ້າອົງການອັຍການກ່າວເພີ້ມວ່າ:

“ທາງການຈະອໍານວຍເງື່ອນໄຂໃຫ້ແກ່ປະຊາຊົນ ກວດກາການປະຕິບັດງານຂອງພະນັກງານອັຍການ ໄດ້ທຸກລະດັບທຸກກໍຣະນີຖ້າປະຊາຊົນ ບໍ່ພໍໃຈ ໃນການປະຕິບັດງານຂອງສານ ດ້ວຍການປ່ອນຫນັງສືຮ້ອງທຸກດັ່ງກ່າວ ລົງໃນຕູ້ຮ້ອງທຸກໃນແຂວງ ທີ່ຕົນອາສັຍຢູ່ ຫຼືຖ້າບໍ່ກ້າຍື່ນ ຢູ່ຂັ້ນທ້ອງຖິ່ນ ກໍໃຫ້ສົ່ງມາທາງອົງການອັຍການສູງສຸດ ຂອງທ່ານໂລດ.”

ອີງຕາມການຣາຍງານຂອງອົງການອັຍການສານປະຊາຊົນສູງສຸດ ສປປລາວ ໃນປີ 2017 ຜ່ານມາອົງການອັຍການສານປະຊາຊົນສູງສຸດ ໄດ້ຮັບຈົດໝາຍຟ້ອງຮ້ອງ ຈາກປະຊາຊົນພຽງແຕ່ 3 ສະບັບເທົ່ານັ້ນ ຊຶ່ງອົງການອັຍການກໍໄດ້ດໍາເນີນການ ສອບສວນໄປແລ້ວ 1 ສະບັບ ແລະພົບວ່າມັນເປັນຈິງຕາມການຟ້ອງຮ້ອງ ຂອງປະຊາຊົນແທ້ ຈິ່ງດໍາເນີນຄະດີອາຍາ ກັບພະນັກງານອັຍການສອງຄົນແລ້ວໄລ່ອອກການ 3 ຄົນ. ສ່ວນອີກ 2 ສະບັບກໍຈະດໍາເນີນສອບສວນຕໍ່ໄປ.

ກ່ຽວກັບການຊື້ຈ້າງຈອບອອຍຮັບສິນບົນ ແລະຄວາມບໍ່ຍຸຕິທັມໃນສານລາວ ນັກວິຊາການລາວ ທ່ານນຶ່ງເວົ້າວ່າ:

"ການຕັດສິນຄະດີ ຢູ່ໃນສປປລາວ ມີບັນຫາຂາດຕົກບົກຜ່ອງ ມີການຜິດພາດຍ້ອນວ່າສານ ສປປລາວ ແມ່ນເປັນສານທີ່ເປັນເອກຣາດ ເພິ່ນຈະຕ້ອງໄດ້ ມີເງິນກ້ອງໂຕະ ສະກ່ອນ.ຖ້າຄະດີໃຫຍ່ໆນີ໊ ກະຕ້ອງແມ່ນຫຼາຍພັນໂດລາ ເພິ່ນຈັ່ງໃຫ້ສານຕັດສິນ."

ຕາມຂໍ້ມູນ, ສານປະຊາຊົນສູງສຸດ ສປປລາວ ໄດ້ຕັດສິນຄະດີອາຍາຂັ້ນຕົ້ນ ໃນຣະຍະ 9 ເດືອນ ທໍາອິດຂອງ ປີ 2017 ຜ່ານມາປະມານ 3 ພັນປາຍຄະດີ ໃນຈໍານວນຄະດີທັງໝົດ 6 ພັນປາຍຄະດີ ໃນນັ້ນມີຄະດີແພ່ງ  414 ຄະດີ  ທີ່ອົງການອັຍການໄດ້ຮັບ ແລະສັ່ງຟ້ອງໃນສານ ຊຶ່ງການຕັດສິນສ່ວນໃຫຍ່ ເປັນໄປແບບບໍ່ຍຸຕິທັມ ແລະມີການຊື້ຈ້າງຈອບອອຍ ແລະ ຮັບສິນບົນນອກ ປະຊາຊົນຮັບຮູ້ແລ້ວ ເຈົ້າຫນ້າທີ່ ຣະດັບສຸງ ພັກປະຊາຊົນປະຕິວັດລາວເອງ ກໍຍັງຮັບຮູ້ເຫມືອນກັນ ແຕ່ຍັງບໍ່ຖືກແກ້ໄຂ.

ທ່ານ ຄຳພັນ ສິດທິດຳພາ ປະທານ ສານປະຊາຊົນສູງສຸດ ໄດ້ຣາຍງານໃນມື້ວັນທີ 25 ຕຸລາ 2017 ຜ່ານມາວ່າ ຜູ້ພິພາກສາ ແລະ ພະນັກງານສານ ຈໍານວນນຶ່ງ ຍັງບໍ່ທັນກໍາແໜ້ນ ແນວທາງນະໂຍບາຍຂອງພັກ:

"ຜູ້ພິພາກສາ ພະນັກງານຂອງສານ ຈໍານວນນຶ່ງ ຍັງບໍ່ທັນກໍາແໜ້ນ ແນວທາງ ນະໂຍບາຍຂອງພັກ ກົດໝາຍຂອງຣັຖ ແລະນິຕິກັມ ເຣື່ອງກົດໝາຍ ຢ່າງຊັດເຈນ ເລິກເຊິ່ງ ຍັງມີແບບແຜນວິທີເຮັດວຽກ ມັກງ່າຍ ຮັກສາຄອງເດີມ."

ນັກວິຊາການລາວ ທ່ານນັ້ນເວົ້າຕື່ມວ່າ ສານລາວເປັນສານຂາດຄວາມໂປ່ງໄສ ແລະຍຸຕິທັມໃນການຕັດສິນຄະດີ ຍ້ອນມີການຊື້ຈ້າງ ຈອບອອຍ ແລະໃຫ້ສິນບົນ ຕໍ່ເຈົ້າຫນ້າທີ່ສານ ຫລາຍຢູ່ໃນລາວ ແລະກໍມີການແຜ່ລາມຫລາຍໃນທຸກມື້ນີ້. ປະຊາຊົນ ຜູ້ທຸກຍາກບໍ່ໄດ້ຮັບ ຄວາມເປັນທັມ.

ປະຊາຊົນນີ້ ບໍ່ໄດ້ຮັບຄວາມຍຸຕິທັມເນື່ອງຈາກວ່າ ຕ້ອງໄດ້ໃຊ້ເງິນ ແທນທີ່ ສິໃຊ້ກົດໝາຍ, ສະມາຊິກສະພາແຫ່ງຊາດ ທ່ານນຶ່ງ ກ່າວ ກ່ຽວກັບການຣະເມີດກົດໝາຍຂອງສານລາວ ແລະຂະບວນການຍຸຕິທັມໃນລາວ ໃນກອງປະຊຸມສະພາ ໃນຣະຍະທີ່ ຜ່ານມາວ່າ:

"ໃນຂະບວນຍຸຕິທັມ ທີ່ຜ່ານມາເຫັນວ່າ ຈັດຕັ້ງປະຕິບັດຫັ້ນ ຍັງມີການຣະເມີດກົດໝາຍ ທັງອົງການ ສືບສວນສອບສວນ ກະອັຍການ ຂັ້ນສານນີ້ ການປະຕິບັດ ວ່າດ້ວຍກົດໝາຍອາຍາ ກົດໝາຍດໍາເນີນຄະດີແພ່ງ ໂດຍສະເພາະ ການກໍານົດເວລານີ໊ ແກ້ໄຂບັນຫາຕ່າງໆນີ໊ ຍັງເຫັນວ່າຈັດຕັ້ງ ປະຕິບັດ ຍັງບໍ່ທັນໄດ້ດີ ຍັງມີການ ລະເມີດສິດ ຈໍາກັດສິດ."

ຄະດີທີ່ພົ້ນເດັ່ນທີ່ສານລາວຕັດສີນ ແບບບໍ່ຍຸຕິທັມ ວ່າງຫລັງໆມານີ້ກໍແມ່ນ;

1-ຄະດີແຮງງານລາວສາມຄົນ ຈາກປະເທດໄທ ທີ່ສານລາວຕັດສິນ ໃຫ້ຕິດຄຸກເປັນເວລາກວ່າສິບປີ ຍ້ອນລົງຂໍ້ຄວາມຮຽກຮ້ອງ ຄວາມເປັນທັມ ຈາກທາງການລາວເທົ່ານັ້ນ ຊຶ່ງເປັນການຕັດສິນຄະດີ ທີ່ບໍ່ໂປ່ງໄສ ຂາດຄວາມເປັນທັມ ແລະຂາດ ຂະບວນການສາກົນ ໃນການຕັດສິນຄະດີ ຂາດທະນາຍຄວາມຄ້ຳປະກັນສິດທິ ຜູ້ຕ້ອງຫາ ແລະຂາດຂໍ້ມູນຫລັກຖານທີ່ແທ້ຈິງ ພວກຂະເຈົ້າມາຈາກຄອບຄົວ ທີ່ທຸກຍາກ ບໍ່ມີເງິນຈະໃຫ້ສິນບົນ ຕໍ່ເຈົ້າຫນ້າທີ່ສານ ຈຶ່ງຖືກລົງໂທດຫນັກ ແບບນີ້ ຮ່ວມທັງ ສານລາວ ຍັງບໍ່ອະນຸດຍາດໃຫ້ຄອບຄົວ ຂອງພວກຂະເຈົ້າ ໄປຢ້ຽມຢາມໃນທີ່ກັກຂັງນຳອີກ.

2-ຄະດີ ທ້າວ ບັນທັນ ທັມມະວົງ ຊາວລາວສັນຊາດໂປແລນ ສານລາວຕັດສິນໃຫ້ຖືກຄຸກ ເປັນເວລາສິບປາຍປີ ເຫມືອນກັນ ຍ້ອນລົງ ຂໍ້ຄວາມຮຽກຮ້ອງ ປະຊາທິປະຕັຍ ໃນລາວເທົ່ານັ້ນ ຊຶ່ງການຕັດສິນຂອງສານລາວໃນຄະດີ ທ້າວ ບຸນທັນ ປາສຈາກ ຕົວແທນ ແລະ ອົງການຕ່າງຊາດ ເຂົ້າມາເບິ່ງແຍງ ຮ່ວມທັງລູກເມັຽ ຂອງຜູ້ຕ້ອງຫາ ກໍບໍ່ບໍ່ສາມາດເຂົ້າໄປຢ້ຽມຢາມໄດ້.

3-ຄະດີ ຊາວຄຣິສຕຽນລາວ ຫລາຍຄະດີທີ່ຜ່ານມາ ທີ່ຫລາຍຄົນຖືກກັກຂັງ ຖືກຈັບແລະຖືກລົງໂທດ ຊື່ງໂທດຂອງພວກຂະເຈົ້າ ບໍ່ມີຫຍັງຫລາຍ ພຽງແຕ່ນັບຖືສາສນາທີ່ແຕກຕ່າງ ແລະເຜີຍແຜ່ສາສນາ ທີ່ທາງການລາວ ບໍ່ເຫັນພ້ອມນຳເທົ່ານັ້ນ. ບາງຄົນຖືກຄຸກ ເປັນເວລາຫລາຍປີ ບາງຄົນກໍເສັຽຊີວິດໃນຄຸກ ແລະຫລາຍລາຍຖືກທໍຣະມານ. ບາງຄົນບໍ່ຖືກຂຶ້ນສານ ມີແຕ່ເຈົ້າຫນ້າທີ່ທ້ອງຖິ່ນ ເອົາໃສ່ຄຸກໂລດກໍມີ ກຸ່ມຊາວຄຣິສຕຽນ ສ່ວນໃຫຍ່ເປັນຄົນທຸກຍາກຊົນເຜົ່າ ໃນເຂດຫ່າງໄກສອກຫລີກ ບໍ່ມີເງີນ ໃຫ້ສິນບົນຕໍ່ເຈົ້າຫນ້າທີ່.

4-ຄະດີຢາເສບຕິດແລະຄະດີອື່ນໆ ຜູ້ມີອຳນາດແລະມີເງິນ ຈະບໍ່ຖືກດຳເນີນຄະດີ ມີແຕ່ຜູ້ຄ້າຢາເສບຕິດ ຣາຍຍ່ອຍ ຜູ້ທີ່ບໍ່ສາມາດ ຊື້ຈ້າງຈອບອອຍເຈົ້າຫນ້າທີ່ຣັດ ໄດ້ຫລາຍກໍຖືກຈັບ ແຕ່ຫົວຫນ້າຄ້າຢາເສບຕິດ ຣາຍໃຫຍ່ໃນລາວຫຼາຍຄົນ ຍັງລອຍນວນ ຢູ່ໃນທຸກມື້ນີ້ ຖ້າຖືກຈັບກໍສາມມາດພົ້ນຄະດີໄດ້ ຍ້ອນມີເງິນຈ້າງ ເຈົ້າຫນ້າທີ່ສານ ແລະຕຳຣວດຫນ່ວຍສືບສວນໃນລາວ.

5-ຄະດີ ຍັກຍອກເງິນປະຊາຊົນເປັນຕົ້ນ ບໍຣິສັດລຸກໂສ້ ດັ່ງບໍຣິສັດ PS, ASIAFACE ແລະອື່ນໆ ໃນປັດຈຸບັນ ຜູ້ບໍຣິຫານບາງຄົນ ຍັງລອຍນວນຢູ່ ບາງຄົນຖືກຈັບ ກໍຍັງບໍ່ຖືກຕັດສິນລົງໂທດ ຫລືວ່າຖືກປ່ອຍໄປແບບງຽບໆ ກໍເປັນໄດ້ ຍ້ອນມີເງິນໃຫ້ສີນບົນ.

6-ຄະດີອື່ນໆຫລາຍຄະດີ ເປັນຕົ້ນການສໍ້ໂກງທີ່ດິນ ການບ້ຽວສຳປະທານ ຣັຖບານ ການສໍ້ຣາສບັງຫລວງ ປະເພດຕ່າງໆ ຜູ້ຖືກຈັບກຸມ ສ່ວນໃຫຍ່ຈະພົ້ນໂທດ ດັ່ງຄະດີອະດີດ ຣັຖມົນຕຣີ ກະຊວງການເງິນ ທ່ານ ພູເພັດ ຄຳພູນວົງ ແລະສມັກພັກພວກ ຫລາຍຄົນກໍພົ້ນໂທດ ໄປແລ້ວ ແລະຄະດີ ການຈັບຣົຖໄມ້ 27 ຄົນ ທີ່ແຂວງອັດຕະປື ຂອງ ທ່ານ ນາມ ວິຍາເກດ ກໍຖືກລືມໄປ ພ້ອມທັງການຍົກຕຳແຫນ່ງ ໃຫມ່ໃຫ້ຊ້ຳ ຍັງມີຫລາຍຄະດີໃນລາວ ທີ່ປະຊາຊົນ ຕົກເປັນແຜະຮັບບາດ ຍ້ອນບໍ່ມີເງິນໃຫ້ສິນບົນ ແລະບໍ່ມີເສັ້ນສາຍ ໃນສານລາວນັ້ນເອງ.

ອົງການຄວາມໂປ່ງໃສສາກົນ ຫລື Transparency International ໄດ້ຈັດອັນດັບ ຄວາມໂປ່ງໃສ ທຸກປະເທດໃນໂລກ ມີທັງໝົດ 176 ປະເທດ ໃນປີ 2016. ສຳລັບ ສປປລາວ ແລ້ວໃນປີ 2016 ຖືກຈັດຢູ່ໃນອັນດັບ ປະເທດ ທີ 123 ຈາກທັງໝົດ 176 ປະເທດ, ຊຶ່ງປະເທດລາວ ມີຄະແນນລວມ 30 ຄະແນນ ຕ່ຳກວ່າຫລາຍປະເທດ ໃນໂລກ.

ອັນດັບຄະແນນ ແມ່ນເລີ້ມແຕ່ 0 ຫາ 100 ຊຶ່ງປະເທດໃດ ໄດ້ຄະແນນ 0 ຖືວ່າເປັນປະເທດ ທີ່ມີການ ສໍ້ຣາສບັງຫຼວງ ຫຼາຍທີ່ສຸດໃນໂລກ ແລະ ປະເທດໃດ ໄດ້ຄະແນນ ສູງທີ່ສຸດ ກໍຖືວ່າເປັນປະເທດ ທີ່ໂປ່ງໃສທີ່ສຸດໃນໂລກ. ສຳລັບສປປລາວ ຖືກຈັດຢູ່ ອັນດັບຕ່ຳກວ່າ ຫລາຍປະເທດ.

ການຈັດອັນດັບດັ່ງກ່າວ ແມ່ນການບົ່ງບອກເຖິງການປົກຄອງ ແລະຂບວນການຍຸດຕິທັມໃນລາວ ໂດຍສະເພາະການຕັດສິນຄະດີ ແລະ ລົງໂທດຜູ້ຕ້ອງຫາໃນລາວ ປາສຈາກຂະບວນການຍຸຕິທັມ ແລະຄວາມໂປ່ງໄສ ຮ່ວມດ້ວຍການສໍ້ຣາສບັງຫລວງ ໃນລາວ.

ນັກສັງເກດການທ່ານນຶ່ງເວົ້າວ່າ ບັນຫາການໃຫ້ສິນບົນໃນສານລາວ ມີມາແຕ່ດົນແລ້ວ ແລະກໍຍາກທີ່ຈະແກ້ໄຂໄດ້ ຍ້ອນຂະເຈົ້າເຮັດກັນເປັນ ຂະບວນ ແລະແບ່ງຜົລປະໂຍດກັນ ຕາມຂັ້ນຕອນ ຜແນກຕ່າງໆໃນສານລາວ ຈະມີການຕໍ່ລອງໃນການ ໃຫ້ສິນບົນແລ້ວ ແຕ່ນ້ຳຫນັກ ຂອງຄະດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.