ແພດແລະໝໍຍັງລໍຖ້າ ເງິນຄ່າ ເຂົ້າເວນຍາມ

ສຸພັດຕາ
2020.07.01
f-champassak ໂຮງໝໍໃນປະເທດລາວ ເປັນໂຮງໝໍທີ່ມີມາຕຖານ ບໍຣິການປິ່ນປົວຄົນເຈັບ ໄດ້ທັນໃຈ
ພາບຈາກວີດີໂອ ໂຮງໝໍໃນລາວ

ແພດແລະໝໍ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ຈໍານວນ 110 ປາຍຄົນ ຍັງບໍ່ໄດ້ຮັບເງິນຄ່າເວນຍາມ ແຕ່ເດືອນ 12 ປີ 2019 ຫາ ເດືອນ 6 ປີ 2020 ເປັນເວລາ 7 ເດືອນແລ້ວທັງໆທີ່ຮັບໃຊ້ ວຽກງານ ມາແຕ່ເດືອນ 3 ປີ 2020 ເບິ່ງແຍງຄົນງານລາວ ມາແຕ່ໄທຍ ໄປແລ້ວທັງໝົດ 3,339 ຄົນ.

ຊຶ່ງ ແພດ, ໝໍ ແລະ ນາງພຍາບານ ເມືອງອຸທຸມພອນ ໄດ້ຮັບເງິນຄ່າເວນຍາມຢູ່ປະມານ ເດືອນລະ 7 ແສນ ຫາ 4 ລ້ານປາຍກີບ ຂຶ້ນກັບ ການສຶກສາ ປະຣິນຍາຕຣີ, ປະຣິນຍາໂທ ຫຼື ປະຣິນຍາເອກ ແລະອາຍຸເຂົ້າການ ຂອງໃຜລາວ, ອີງຕາມຄວາມເວົ້າ ຂອງນາງພຍາບານ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ຜູ່ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ກໍຣະກະດາ ນີ້:

“ຂອງເຮົາຕັ້ງແຕ່ເດືອນ 12 ກໍບໍ່ທັນໄດ້, ປະມານ 110 ປາຍຄົນ ກໍເຮັດວຽກ ໂຄວິດ ກະບໍ່ມີເງິນກິນເລີຍ ເພາວ່າໃນຊີວິດ ປະຈໍາເດືອນ ມັນ ຈໍາເປັນຫຼາຍ ຖ້າໄດ້ຈັກເດືອນ ສຸດທ້າຍກໍບໍ່ໄດ້.”

ແພດ ແລະ ໝໍ ຢູ່ເມືອງຈໍາພອນ ແຂວງສວັນນະເຂດ ຈໍານວນທັງໝົດ 182 ຄົນ ກໍຍັງບໍ່ໄດ້ຮັບເງິນຄ່າເວນຍາມ ຕັ້ງແຕ່ເດືອນມົກກະຣາ ມິຖຸນາ ເປັນເວລາ 6 ເດືອນແລ້ວ ແຕ່ເຈົ້າໜ້າທີ່ທັງໝົດ ກໍໄດ້ ມາ ເຮັດວຽກຕາມປົກກະຕິ ເພື່ອເບິ່ງແຍງແລະປິ່ນປົວຄົນເຈັບ, ໃນຂນະທີ່ ຜ່ານມາ ເງິນຄ່າເວນຍາມຂອງແພດ, ໝໍ ແລະ ນາງພຍາບານ ຈະໄດ້ຮັບການອະນຸມັດ ຈາກຂັ້ນເທິງໃນທຸກໆ 3 ເດືອນ, ດັ່ງ ທ່ານໝໍ ຢູ່ເມືອງຈໍາພອນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ແພດ, ໝໍ ຢູ່ເມືອງຈໍາພອນນີ້ 182 ຄົນ ເງິນຍາມຫັ່ນ ເຮົາໄດ້ແຕ່ເດືອນ 12 ປີ 2019 ເນາະ ແຕ່ 2020 ນີ່ ຍັງບໍ່ທັນໄດ້ຮັບ ເຮົາເຮັດ ການນໍາພັກ ນໍາຣັຖເນາະ ກໍອຸກ ກໍໍບໍ່ຄືອຸກ ເພິ່ນອະນຸມັດເຮົາກໍໄດ້ ເພິ່ນບໍ່ອະນຸມັດ ເຮົາກໍບໍ່ໄດ້ ຄັນວ່າບໍ່ໄດ້ ຊິບໍ່ມາການ ກໍເປັນໄປບໍ່ໄດ້ ເຮົາກໍໄດ້ມາຄືເກົ່າ.”

ທ່ານໝໍຢູ່ໂຮງໝໍແຂວງຈໍາປາສັກ ທ່ານນຶ່ງກ່າວວ່າແພດ, ໝໍ ແລະນາງພຍາບານ ຢູ່ໂຮງໝໍແຂວງຈໍາປາສັກທັງໝົດ 550 ຄົນ ຍັງບໍ່ໄດ້ ຮັບເງິນຄ່າເວນຍາມ ເລີ່ມແຕ່ເດືອນ ມົກກະຣາ ເດືອນມິຖຸນາ ເປັນເວລາ 6 ເດືອນແລ້ວ ແຕ່ກໍເຂົ້າໃຈ ວ່າແຂວງບໍ່ທັນມີເງິນ, ເນື່ອງຈາກ ທາງການ ຍົກເວັ້ນອາກອນ ເງິນເດືອນຂອງແພດ ແລະ ໝໍ ໃນໄລຍະ ທີ່ມີການຣະບາດຂອງເຊື້ອພຍາດໂຄວິດ-19 ເປັນ ເວລາ 3 ເດືອນ, ກໍມີແຕ່ຕັ້ງໃຈເຮັດວຽກຄືເກົ່າ:

“550 ຄົນ ເງິນຍາມຍັງ ບໍ່ທັນໄດ້ເທື່ອ ເພາະວ່າເພິ່ນບໍ່ທັນມີເງິນຕິ ເພາະວ່າຊ້ວງໂຄວິດອາກອນຕ່າງໆ ເພິ່ນກໍບໍ່ໄດ້ຕັດຂອງເງິນເດືອນ ເຮົາເດ້ ກໍມີແຕ່ ປະຕິບັດໜ້າທີ່ໄປ ຄັນວ່າໄດ້ ເພິ່ນກໍໃຫ້ເຮົາ ກໍໄດ້ລໍຖ້າແຫຼະເນາະ ເຮົາກໍຕັ້ງໃຈເຮັດວຽກຄືເກົ່າ ກັບບ້ານກໍເຮັດສວນ ຄົວໃຜມັນ.”

ສ່ວນແພດຢູ່ໂຮງໝໍ ແຂວງຈໍາປາສັກ ທ່ານນຶ່ງກໍກ່າວວ່າ ເງິນຄ່າເວນຍາມໂຕເອງ ບໍ່ທັນໄດ້ຮັບ 6 ເດືອນ ນັບແຕ່ເດືອນ ມົກກະຣາ ຫາ ເດືອນ ມິຖຸນາ ຮວມເປັນເງິນ ທັງໝົດ ປະມານ 15 ລ້ານປາຍ ກີບ, ປັດຈຸບັນ ກໍໃຊ້ເງິນເດືອນຊື້ຢູ່ຊື້ກິນ ແລະເຂົ້າໃຈຣັຖບານ ຄືຊິຫາ ເງິນຍາກ ຈະໄດ້ຮັບຊ້າຫຼືໄວ ກໍຂຶ້ນຢູ່ກັບເງື່ອນໄຂ ຂອງເພິ່ນ:

“ປີ 2020 ບໍ່ທັນໄດ້ ກໍໃຊ້ເງິນເດືອນ ຂອງເງິນເດືອນນິ່ແຫຼະ ປົກກະຕິຢູ່ ເພິ່ນໃຫ້ຍາມໃດ ກໍເອົາຍາມນັ້ນ ເຫັນໃຈເພິ່ນຢູ່ ຣັຖບານກໍຄືຊິ ຫາເງິນຍາກ ສນອງຊ້າ ສນອງໄວ ກໍຂຶ້ນກັບເງື່ອນໄຂ ຂອງເພິ່ນ ຄືກັນເດ້.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວວ່າປັດຈຸບັນ ແພດແລະໝໍ ຈະບໍ່ໄດ້ຮັບເງິນຄ່າເວນຍາມ 6-7 ເດືອນຍ້ອນ ວ່າແຈ້ງການຂອງຣັຖມົນຕຣີ ກະຊວງການເງິນບໍ່ໃຫ້ຈ່າຍ ເງິນອຸດໜູນແພດ, ໝໍ ແລະນາງພະຍາບານເທື່ອ, ໃຫ້ຈ່າຍແຕ່ເງິນເດືອນ ແລະ ເງິນຕິດພັນ ໄປກັບການສະກັດກັ້ນ ຕ້ານການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ເທົ່ານັ້ນ.

ອີກທັງທາງການ ໄດ້ຍົກເວັ້ນເກັບອາກອນ ນໍາບັນດາຜູ້ປະກອບການ ຢູ່ແຂວງສວັນນະເຂດ ເປັນເວລາ 3 ເດືອນ, ການນໍາເຂົ້າສົ່ງອອກ ສິນຄ້າກໍ ຫຼຸດໜ້ອຍລົງ ເຮັດໃຫ້ແຂວງ ເກັບຣາຍຮັບຈາກ ອາກອນໄດ້ບໍ່ພຽງພໍ, ເງິນຈຶ່ງບໍ່ພຽງພໍ ໃນການສນອງເບີກຈ່າຍ ເງິນຄ່າເວນຍາມ ໃຫ້ແພດ, ໝໍ ແລະນາງພຍາບານທົ່ວແຂວງ:

"ຜ່ານມານີ້ ກໍ ນຶ່ງຣາຍຮັບບໍ່ໄດ້ ໄທເຮົາ ຍັງຫຼຸດແຜນຫຼາຍຄືກັນ ໄທເຮົາບໍ່ໄດ້ແຜນຄືກັນ ຊິໄດ້ແຕ່ 33-34 ເປີເຊັນ ປະມານນັ້ນແຫຼະ 6 ເດືອນ ຕົ້ນປີນີ້ນະ ແລ້ວກໍສອງມາ ມັນບວກກັບ ແຈ້ງການຂອງ ຣັຖມົນຕຣີ  ກະຊວງການເງິນ ຊ່ວງການແຜ່ຣະບາດຂອງໂຄວິດມານີ້ນະ ເພິ່ນບໍ່ໃຫ້ຈ່າຍຫຍັງ ນອກຈາກເງິນດໍ້າຄໍາເດືອນ ແລະກໍເງິນຕິດພັນ ໄປສະກັດກັ້ນ ຕ້ານພຍາດໂຄວິດຫັ້ນນາ.”

ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຂໍຄໍາຊີ້ແຈງ ກ່ຽວກັບກໍຣະນີແພດແລະໝໍຈໍານວນ 550 ປາຍຄົນຢູ່ແຂວງຈໍາປາສັກ ຍັງບໍ່ໄດ້ຮັບເງິນ ຄ່າເວນຍາມ ເປັນເວລາ 6 ເດືອນນັ້ນ ແຕ່ກໍບໍ່ໄດ້ຮັບການຕິດຕໍ່ ກັບແຕ່ຢ່າງໃດ.

ສໍາລັບເງິນຄ່າເວນຍາມ ແມ່ນເງິນທີ່ແພດ ແລະໝໍ ແບ່ງມື້ກັນປິ່ນປົວຄົນເຈັບ 24 ຊົ່ວໂມງ ເນື່ອງຈາກເຈົ້າໜ້າທີ່ ມີຈໍານວນໜ້ອຍຈໍາເປັນ ຕ້ອງໄດ້ແບ່ງກັນເຂົ້າເວນຍາມ ເປັນຕົ້ນ ແຂວງຈໍາປາສັກ ຈະແບ່ງຍາມ 3 ມື້ເທື່ອນຶ່ງ ກໍໄລ່ໄປຈົບຄົບ 1 ເດືອນ, ແລ້ວຄິດໄລ່ຄ່າຍາມ ຕາມເງິນເດືອນແຕ່ລະຄົນ, ແຕ່ຖ້າຫາກຜູ້ໃດກໍຕາມ ເຂົ້າຍາມຖືກມື້ວັນເສົາ-ວັນທິດ ກໍຈະຄູນ 2 ຂອງເງິນເດືອນລະຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.