ລູກຄ້າ Asianface ຍັງບໍ່ໄດ້ ເງິນຄືນ

ສິດນີ
2017.05.25
f-Asian-face ປະຊາຊົນທີ່ເຂົ້າມາບໍຣິສັດ ເອຊຽນເຟັສ ເພື່ອຖອນເງິນຝາກລົງທຶນ
RFA/SO

ປະຊາຊົນລາວຫລາຍຄົນ ຜູ້ທີ່ລົງທຶນຊື້ຫຸ້ນ ຈາກບໍຣິສັດ ASIANFACE ທີ່ບໍຣິຫານຈັດການໂດຍ ທ້າວ HUOT SOVAN ຊາວກຳພູຊາ ໃນຈຳນວນເງິນ ທັງຫມົດປະມານ 14 ລ້ານໂດລາ ເທົ່າເຖິງປັດຈຸບັນ ຍັງບໍ່ໄດ້ ເງິນຂະເຈົ້າຄືນເທື່ອ ຫຼັງຈາກ ທາງການລາວ ໄດ້ໂຈະການ ເຄື່ອນໄຫວ ແລະ ການດຳເນີນ ກິຈການ ຂອງ ບໍຣິສັດ ດັ່ງກ່າວ ໃນມື້ວັນທີ 23 ພຶສພາ ຜ່ານມາ. ຄະດີດັ່ງກ່າວ ກໍຍັງບໍ່ມີ ຄວາມຄືບຫນ້າ ເລີຍ. ດັ່ງປະຊາຊົນຜູ້ເສັຽຫາຍ ທ່ານນຶ່ງເວົ້າວ່າ:

"ຍັງເທື່ອເຈົ້າ ຍັງເທື່ອດຽວນີ້ ເພິ່ນກຳລັງ ສອບສວນຢູ່ ແຕ່ວ່າສັ່ງໂຈະຫັ້ນ ຄ່ອຍເຫັນແຈ້ງ ນ້ອຍນື່ງ ແຈ້ງເຣື້ອງຂອງທຸຣະກິດ ຂອງຂະເຈົ້າ ຊື່ໆ ແຕ່ວ່າຄະດີນີ້ ຍັງສືບຕໍ່ຢູ່ບໍ".

ກະຊວງອຸດສາຫະກັມ ແລະການຄ້າ ໄດ້ສັ່ງໂຈະກິຈການ ຂອງບໍຣິສັດ ດັ່ງກ່າວ ຫລັງຈາກມີການສືບສວນ ຈາກເຈົ້າຫນ້າທີ່ ກປສ ນະຄອນ ຫລວງວຽງຈັນ ທາງກະຊວງ ກໍໃຫ້ກົມທະບຽນ ຖອນໃບອະນຸຍາດ ເປີດບໍຣິສັດໃນລາວ.

ຜູ້ເສັຽຫາຍ ອີກທ່ານນຶ່ງ ຜູ້ທີ່ບໍ່ປະສົງ ອອກຊື່ເວົ້າວ່າ ທ່ານເອງ ກໍລົງທຶນ ບໍ່ຕ່ຳກວ່າ 1 ແສນໂດລາ ເພາະທາງບໍຣິສັດ ໃຫ້ຄ່າຕອບແທນ ປະມານ 30% ຕໍ່ຈຳນວນເງິນ ທີ່ລົງທຶນ ໂດຍບໍ່ຄິດວ່າ ຈະຖືກຕົ້ມຕຸ໊ນ ຫລືຫລອກລວງ ແບບນີ້ ທ່ານກ່າວວ່າ:

"ໂອ້ຫລາຍໃດ ຍັງບໍ່ໄດ້ນໍ ເພິ່ນຍັງລົມກັນຢູ່ ຍັງບໍ່ມີຂໍ້ຕົກລົງ ເທື່ອເນາະ ທີ່ວ່າເຣື້ອງ ທຸຣະກິດ ເພິ່ນຫັ້ນ ເພິ່ນສັ່ງໂຈະຊົ່ວຄາວ ຍັງບໍ່ມີການ ແຈ້ງປິດ ແມ່ນລະຍັງ ບໍ່ທັນແລ້ວ".

ນອກຈາກ ບໍຣິສັດນີ້ແລ້ວ ທີ່ທາງການລາວ ສັ່ງປິດ ຍັງມີບໍຣິສັດ ທີ່ກ່ຽວຂ້ອງ ກັບບໍຣິສັດ ດັ່ງກ່າວ ທີ່ຖືກສັ່ງໂຈະ ນຳອີກເປັນຕົ້ນ ບໍຣິສັດ ອະສັງຫາຣິມມະຊັບ CAMLAO ທີ່ຄົນລາວ ເປັນເຈົ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.