ຊາວບ້ານລໍຖ້າສະຫວັນ ເຊໂນ ຈ່າຍຊົດເຊີຍ
2019.05.21
ປະຊາຊົນສອງບ້ານຄື ບ້ານນາທາດ ແລະ ບ້ານຫຼັກ 28 ປະມານ 30 ຄອບຄົວ ທີ່ໄດ້ຮັບຜົລກະທົບ ເສັຽທີ່ດິນທັງໝົດ 20 ເຮັກຕ້າ ໃຫ້ ກັບເຂດເສຖກິຈພິເສດ ສະຫວັນ-ເຊໂນ ຍັງບໍ່ທັນໄດ້ຮັບການຊົົດເຊີຍເທື່ອ. ດັ່ງຊາວບ້ານນາທາດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເວົ້າຕໍ່ນັກຂ່າວ RFA ເມື່ອ 21 ພຶສພາ ວ່າ:
"ເຫັນເຂົາບຸກເບີກ ຢູ່ຫຼາຍໂຮງງານ ມາຕັ້ງແຫຼະ ແຕ່ວ່າແຖວເຂດນາຂ້ອຍ ນາຫະກຳລັງຖົມເປັນສິບປາຍເຮັກກວ່າ ເຈົ້າໃນບ້ານຍັງບໍ່ ມີໃຜ ໄດ້ຈັກຄົນເລີຍ ຄືວ່າເງິນມາແລ້ວຈັກຢູ່ໃສ ບໍ່ຮູ້ຄືກັນເພາະວ່າເສັຽອາກອນ ເສັຽພາສີ ຂ້ອຍກໍ່ເສັຽເນາະ ຄັນວ່າຖືກໂຄງການແນວນີ້ແທນທີ່ ຈະໄດ້ເງິນ ທົດແທນ ຂ້ອຍວ່າ."
ປະຊາຊົນເວົ້າຕື່ມວ່າ ເມື່ອຕົ້ນປີຜ່ານມາ ປະຊາຊົນທີ່ສູນເສັຽທີ່ດິນຢູ່ບ້ານນາທາດ ໄດ້ທວງຖາມຄວາມຄືບໜ້າ ກັບທາງການແຂວງ ສະຫວັນນະເຂດ ແລະ ຫ້ອງການເມືອງອຸທຸມພອນ ກ່ຽວກັບການຈ່າຍຄ່າຊົດເຊີຍ ແຕ່ເຈົ້າໜ້າທີ່ ຍັງບໍ່ໃຫ້ຄຳຕອບ.
ເຖີງແມ່ນວ່າປະຊາຊົນ ບໍ່ມີໃບຕາດິນຖືກຕາມກົດໝາຍ ແຕ່ໄລຍະຜ່ານມາປະຊາຊົນ ກໍ່ເສັຍພາສີ-ອາກອນ ທີ່ດິນໃຫ້ກັບຣັຖທຸກປິ.
ຕໍ່ບັນຫາດັ່ງກ່າວ ເຈົ້າຜແນກແຜນການ ແລະການລົງທຶນ ແຂວງສະຫວັນນະເຂດ ໄດ້ເວົ້າວ່າ ປະຊາຊົນສອງບ້ານ ທີ່ໄດ້ຮັບຜົລກະທົບ ເສັຽທີ່ດິນ ໃຫ້ເຂດເສຖກິສພິເສດ ນັ້ນສ່ວນຫຼາຍ ບໍ່ມີໃບຕາດິນ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການຈ່າຍຄ່າຊົດເຊີຍ ແລະ ຍັງຢູ່ໃນຂັ້ນຕອນ ການກວດກາ.
"ເຂົ້າໃຈກໍປະສານງານກັນເບິ່ງແນວໃດໆ ມັນກໍ່ມີຫຼາຍແນວຫັ້ນແຫຼະ ວ່າມັນກະທົບແນວໃດ ບໍ່ມີກໍ່ເບີ່ງເຫດເບີ່ງຜົລ ມັນເງື່ອນໄຂແນວໃດ ຂະເຈົ້າຮ້ອງແນວໃດ ຮ້ອງຮຽນແນວໃດ."
ເຂດເສຖກິຈພິເສດ ສະຫວັນ-ເຊໂນ ມີເນື້ອທີ່ທັງໝົດ 950 ເຮັກຕ້າ ເປັນການລົງທຶນຂອງຣັຖບານ 100% ເຣີ້ມສ້າງມາແຕ່ປີ 2003 ປັດຈຸບັນມີໂຮງງານ ອຸດສາຫະກັມ ປະກອບຊິ້ນສ່ວນ ອີເລັກໂທຣນິກ ຈາກປະເທດຝຣັ່ງ, ໂຮງງານຜລິດແວ່ນຕາ ຈາກຢີ່ປຸ່ນ ບໍຣິສັດ ໄນຄອນ ຕັ້ງໂຮງງານປະກອບ ກ້ອງດິຈີຕອລ ແລະ ບໍຣິສັດໂຕໂຢຕ້າ ຕັ້ງໂຮງງານຜລິດເບາະຣົດ.