ຄຣູສອນມີຢູ່ທົ່ວເມືອງ ລໍຖ້າ ບັນຈຸ


2017.04.28
F-School ໂຮງຮຽນ ໃນຊົນນະບົດ ສປປ ລາວ
RFA/NY

ເຈົ້າຫນ້າທີ່ແຂວງຜົ້ງສາລີ ທ່ານນຶ່ງເວົ້າວ່າປັດຈຸບັນ ທີ່ເມືອງໃຫມ່ ແຂວງຜົ້ງສາລີ ຍັງມີນາຍຄຣູ ປະມານ 80 ຄົນ ຍັງບໍ່ໄດ້ເປັນຣັຖກອນ ເທື່ອ ເນື່ອງຈາກໂຄຕາ ການເສັງ ເຂົ້າເປັນຣັຖກອນນັ້ນມີຫນ້ອຍ ບໍ່ສາມາດຮອງຮັບຈຳນວນຄຣູ ທີ່ຈົບໃຫມ່ໄດ້ ຫມົດທຸກຄົນ ໃນແຕ່ລະປີ. ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 27 ເມສາ ນີ້ວ່າ:

"ປີແລ້ວມີ 90 ປາຍແລ້ວກໍໄດ້ທຶນໄປແລ້ວ 12 ຄົນ ພະນັກງານເຮົາມາເຮັດວຽກ ມີຫລາຍນໍແລ້ວໂຄຕາມັນ ແຕ່ລະປີມີນ້ອຍ ຜູ້ໃດເສັງໄດ້ ແລ້ວຜູ້ນັ້ນ ໄດ້ເຂົ້າ ແຕ່ວ່າໂຄຕາ ແຕ່ລະປີ ໄດ້ບໍ່ເກີນ 11 ຄົນ 12 ຄົນ ແລະ ພະນັກງານ ນີ້ກໍມາທຸກໆປີ ປີນີ້ກະມາອີກ ຊາວປາຍຄົນ ຂອງຕົວເກົ່າ ກະຍັງບໍ່ໄດ້ ແລ້ວຕົວໃຫມ່ ກໍຮັບເຂົ້າມາ ກໍເລີຍບໍ່ພໍ".

ທ່ານກ່າວຕື່ມວ່າ ທີ່ເມືອງໃຫມ່ ມີຄຣູທັງຫມົດ 300 ປາຍຄົນ ຍັງບໍ່ທັນໄດ້ບັນຈຸເຂົ້າເປັນຣັຖກອນ ນັ້ນມີຢູ່ປະມານ 100 ປາຍຄົນ ໃນຈຳ ນວນ ດັ່ງກ່າວເປັນນາຍຄຣູ ທີ່ໄດ້ສອນ ມາແລ້ວປະມານ 3 ປີ 80 ຄົນ ແລະອີກ 40 ຄົນ ແມ່ນຄຣູຈົບໃຫມ່ ທີ່ຍັງສອນ ບໍ່ຮອດສາມປີ, ດັ່ງນັ້ນ ຈື່ງບໍ່ມີສີດເສັງ ເປັນຣັຖກອນໄດ້ ຕາມດຳຣັດ ຂອງທາງການ.

ທ່ານວ່າ ນາຍຄຣູທີ່ຍັງບໍ່ທັນໄດ້ເຂົ້າເປັນຣັຖກອນນັ້ນ ຕ້ອງໄດ້ອາສັຍ ການຊ່ອຍເຫລືອຈາກຄອບຄົວ ຕົນເອງ ແລະປະຊາຊົນ ທ້ອງຖິ່ນ ໃນບ່ອນຢູ່ອາສັຍ ແລະອາຫານ ການກິນ ຊຶ່ງໃນເຂດ ຊົນນະບົດ ຫ່າງໄກສອກຫລີກ ປະຊາຊົນ ກໍທຸກຍາກຢູ່ແລ້ວ ໂດຍສະເພາະ ກຸ່ມ ຊົນເຜົ່າ ແຕ່ຈຳເປັນຕ້ອງໄດ້ ຊ່ອຍເຫລືອຄຣູ ເຫລົ່ານີ້ ຍ້ອນຕ້ອງການ ນາຍຄຣູ. ສຳລັບຈາກພາກຣັດນັ້ນ ແຕ່ກ່ອນກໍມີຢູ່ ແຕ່ໃນປັດຈຸບັນ ບໍ່ມີແລ້ວ:

"ນັບຕັ້ງແຕ່ຄຣູໃຫມ່ມາປີນີ້ປະມານ 100 ປາຍຄົນຢູ່ໃນເມືອງຄຣູມາໃຫມ່ ແທ້ກໍສອນຢູ່ ທາງຂ້າງນອກ ສອນເຂດພູດອຍຫມົດ ຜ່ານມານີ້ ແຂວງ ມີນະໂຍບາຍ ຊ່ອນເນາະ  ແບບມາຈາກກະຊວງ ພຸ້ນແຫລະ ປີນື່ງແລ້ວ ຫມົດປີ ເງິນອຸດຫນູນ ໃຫ້ລ້ານປາຍ ແຕ່ປີແລ້ວ ນີ້ບໍ່ມີ".

ໃນປັດຈຸບັນ ນະໂຍບາຍເພີ້ມຈຳນວນຄຣູ ໃນທົ່ວປະເທດ ຂອງຣັຖບານ ສາມາດແກ້ໄຂບັນຫາ ການຂາດແຄນ ຄຣູໄດ້ ໃນຫລາຍແຂວງ ຫາກແຕ່ວ່າ ເມື່ອຈຳນວນ ນາຍຄຣູ ຫລາຍຂຶ້ນ ຣັຖບານບໍ່ສາມາດ ຊ່ອຍເຫຼືອຊີວິດ ການເປັນຢູ່ຂອງຂະເຈົ້າໄດ້ ເຮັດໃຫ້ນາຍຄຣູຫຼາຍຄົນ ອອກຈາກ ການເປັນຄຣູ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.