ຂ.ວຽງຈັນ 13 ຄອບຄົວ ຖ້າຄ່າ ຊົດເຊີຍ
2018.11.15
ປັດຈຸບັນປະຊາຊົນ 13 ຄອບຄົວຢູ່ບ້ານນໍ້າລິນ ເມືອງໂພນໂຮງ ແຂວງວຽງຈັນ ທີ່ຖືກຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ກຳລັງປະສົບຄວາມເດືອດຮ້ອນ ຫຼາຍຍ້ອນຍັງໄດ້ລໍຖ້າ ຄ່າຊົດເຊີຍຢູ່.
ໃນຂນະທີ່ພວກເຂົາເຈົ້າ ໄດ້ເສັຽທີ່ດິນ ໃຫ້ແກ່ໂຄງການໄປແລ້ວ ແຕ່ຍັງບໍ່ໄດ້ຮັບເງິນຊົດເຊີຍເທື່ອ ຊື່ງຈຳນວນດັ່ງກ່າວ ມີ 2 ຄອບຄົວ ທີ່ ເດືອດຮ້ອນຫຼາຍກວ່າໝູ່, ດັ່ງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 15 ພຶສຈິກາ ນີ້ວ່າ:
“ສອງຄອບຄົວພຸ້ນໄດ໋ ຂະເຈົ້າມີຄວາມຈຳເປັນນະເນາະ ແລ້ວບາດນີ້ຂະເຈົ້າກໍເຈັບອີກ ບໍ່ມີເງິນຮອດຊິໄປໂຮງໝໍ ຄອບຄົວທີ່ສອງກະຖືກນາ ຊໍ້າບໍ່ແລ້ວເນາະ ບໍ່ໄດ້ເຮັດກິນແບບວ່າໄປຊື້ອາຫານການກິນເດ່.“
ທ່ານກ່າວວ່າ ປະຊາຊົນ 2 ຄອບຄົວນັ້ນໄດ້ຈົ່ມມາເປັນເວລາດົນແລ້ວ ເພາະຕ້ອງໄດ້ຊື້ເຂົ້າກິນເອງ ຍ້ອນດິນນາທີ່ເຄີຍປູກເຂົ້າ ໄດ້ເສັຽໄປ ໃຫ້ໂຄງການໄປແລ້ວ ຈົນເຈົ້າໜ້າທີ່ຂັ້ນບ້ານໄດ້ໄປໂອ້ລົມ ໃຫ້ຂະເຈົ້າເຂົ້າໃຈ ເຣື້ອງຂັ້ນຕອນການຊົດເຊີຍ ທີ່ພາກສ່ວນກ່ຽວຂ້ອງ ກໍາລັງ ດຳເນີນການຢູ່ ແລະຍັງມີອີກຫຼາຍຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
ທ່ານກ່າວຕື່ມວ່າ ນອກຈາກ 13 ຄອບຄົວນີ້ແລ້ວ ຍັງມີປະຊາຊົນ ບ້ານນໍ້າລິນ ອີກ 6 ຄອບຄົວ ທີ່ຖືກໂຄງການດັ່ງກ່າວ ເຮັດດິນເຈື່ອນໃສ່ ດິນນາ ແລະ ດິນລ້ຽງສັດ ຂອງພວກເຂົາເຈົ້າ ຈົນບໍ່ສາມາດປູກເຂົ້າໄດ້ອີກ ກໍຍັງຖ້າເງິນຊົດເຊີຍ ຢູ່ຄືກັນ.
ຢ່າງໃດກໍຕາມ ໃນເດືອນນີ້ ຄນະຮັບຜິດຊອບໂຄງການ ສ້າງທາງຣົດໄຟ ລາວ-ຈີນ ມີແຜນຈະຈ່າຍເງິນຄ່າຊົດເຊີຍ ແກ່ປະຊາຊົນ ເມືອງ ໂພນໂຮງ ຈຳນວນ 8 ບ້ານ ທີ່ໄດ້ເລື່ອນຈາກ ເດືອນຕຸລາ, ແຕ່ມາຮອດປັດຈຸບັນ ຍັງບໍ່ໄດ້ລະບຸມື້ ທີ່ຈະໃຫ້ເງິນນັ້ນເທື່ອ ຊື່ງ ປັດຈຸບັນ ພາກສ່ວນໄກ່ເກັ່ຽ ຄ່າຊົດເຊີຍ ສິ່ງກີດຂວາງ ຂອງໂຄງການນີ້ ກຳລັງຮິບໂຮມຂໍ້ມູນ ເພື່ອນຳໄປສເນີຂໍງົບປະມານ ມາຈ່າຍໃຫ້ປະຊາຊົນ ຕາມຂັ້ນຕອນ. ເມືອງໂພນໂຮງ ມີປະຊາຊົນໄດ້ຮັບຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ນີ້ 305 ຄອບຄົວ.