ເກັບຄ່າທາງບໍ່ໄດ້ຍ້ອນ ໂຄວິດ-19
2020.07.23
ຫຼາຍແຂວງຢູ່ລາວ ຍັງບໍ່ສາມາດເກັບຄ່າທຳນຽມທາງ ໄດ້ຕາມເປົ້າໝາຍ ໃນປີ 2020 ຍ້ອນຜົນກະທົບຈາກ ໂຄວິດ-19, ປະຊາຊົນເປັນ ຈຳນວນຫຼາຍຂາດຣາຍໄດ້ ແລະ ບໍ່ສາມາດຈ່າຍ ຄ່າທຳນຽມທາງ ເຖິງວ່າຣັຖບານຈະເລື່ອນການຈ່າຍອອກໄປຮອດ ທ້າຍເດືອນ ກໍຣະກະດາ.
ຢູ່ແຂວງຫຼວງພຣະບາງ ເຈົ້າໜ້າທີ່ໄດ້ຫຼຸດຄ່າທຳນຽມ ທາງລົງເຄິ່ງນຶ່ງ ຍ້ອນບໍ່ມີຄົນມາຈ່າຍ, ເຈົ້າໜ້າທີ່ຜແນກການເງິນແຂວງໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 23 ກໍຣະກະດາ ວ່າ:
"ຣາຍຮັບເຮົາ ມັນບໍ່ໄດ້ມາ ແຕ່ຕົ້ນປີ ຖືວ່າ ຣາຍຮັບມັນຕົກໄປ 50 ເປີເຊັນພຸ້ນ ແລ້ວ ມັນກະອີງສະພາບ ໂຄວິດເນາະ ທຸຣະກິດເຂົາເຈົ້າ ບໍ່ໄດ້ເປີດບໍຣິການ ເຂົາເຈົ້າກະບໍ່ໄດ້ຮັບແຂກ ຣາຍຮັບກະບໍ່ມີ ທາງຄອບຄົວເຂົາເຈົ້າ ກະບໍ່ຄ່ອຍມີ ໄດ້ຮັບຜົນກະທົບໝົດແຫລະ ບາງຄົນ ກໍດາວຣົດມາ ກໍເອົາໄປຄືບໍຣິສັດຫລາຍຄົນ."
ຢູ່ແຂວງໄຊຍະບູຣີ ຖ້າຜູ້ໃດບໍ່ໄປເສັຍຄ່າທຳນຽມທາງ ຫລັງຈາກເດືອນກໍຣະກະດາ, ເຈົ້າໜ້າທີ່ຈະມີການປັບໃໝ, ເຈົ້າໜ້າທີ່ຜແນກການເງິນ ແຂວງໄຊຍະບູຣີ ກ່າວວ່າ:
"ໃຫ້ໄດ້ຕາມເປົ້າໝາຍບໍ່ໄດ້ຕາມເປົ້າ ສ່ວນຫລາຍກະມາເຈີເລື່ອງໂຄວິດຫັ້ນ ກະສະທ້ອນໄປໝົດລະ ຣັຖບານເຮົາມີການແຈ້ງການ ໃຫ້ໂຈະ ການປັບໃໝ ໂຈະໂຕນີ້ ຮອດເດືອນເຈັດ ຖືວ່າ ຈະມີການປັບໃໝ ຕາມລະບຽບການໄດ້ແຈ້ງໄປແລ້ວ ຜູ້ປະກອບການ ຜູ້ທີ່ມີພະຫະນະ ທັງພາກຣັຖ ແລະ ເອກກະຊົນ ໃຫ້ມາແຈ້ງມອບຄ່າທຳນຽມທາງ."
ການລະບາດຂອງໂຄວິດ19 ເຮັດໃຫ້ບໍຣິສັດຫ້າງຮ້ານຕ່າງໆ ມີການປົດພະນັກງານອອກ ສະນັ້ນຫລາຍຄົນຈຶ່ງບໍ່ມີເງິນ ຍ້ອນບໍ່ມີວຽກເຮັດ, ປະຊາຊົນລາວ ທ່ານນຶ່ງໄດ້ກ່າວວ່າ:
"ທີ່ຈິງກະມີສ່ວນເລື່ອງໂຄວິດ ມັນກະຊິກະທົບໄປນຳກັນໝົດຫັ້ນແຫຼະ ບໍ່ມີເງິນເສຖກິດມັນບໍ່ດີ ຫລາຍຄົນເຂົາກະຕົກງານໃດ ແຕ່ວ່າບໍຣິສັດ ບາງບ່ອນກະເອົາພະນັກງານອອກ ອີ່ຫຍັງຫລາຍຢ່າງຫລາຍ ເຂົາຫລຸດ 70 ເປີເຊັນ ເລີຍເດ້."
ປະຊາຊົນລາວ ອີກທ່ານນຶ່ງກ່າວວ່າ:
"ເລື່ອງລົດຍົນນີ້ ມັນບໍ່ມີເງິນ ການກະທົບມັນຍ້ອນ ອັນຍ້ອນໂຄວິດນີ້ ກະທົບຫລາຍອັນ ຍ້ອນວ່າ ແຫ້ງແລ້ງ ມີແຕ່ຊື້ໝົດທັງພິກ ທັງເກືອ ທັງເຂົ້າ."
ອີງຕາມການລາຍງານຂອງກົມຊ່ວຍສາອາກອນ ກະຊວງການເງິນ ໃນວັນທີ 17 ກໍຣະກະດາ ທີ່ຜ່ານມາ, ແຕ່ເດືອນ ມົກກະຣາ ຫາ ເດືອນ ກໍຣະກະດາ ຣັຖບານເກັບຄ່າທຳນຽມທາງ ໄດ້ພຽງແຕ່ 60 ຕື້ກີບເທົ່ານັ້ນ ເທົ່າເກັບ 36 ເປີເຊັນ ຂອງແຜນການປີນີ້, ມີພາຫະນະ 3 ແສນຄັນ ມາເສັຍທ່າທຳນຽມຈາກທັງໝົດ 1 ລ້ານ 4 ແສນຄັນ.