ແຜນພັທນາເຂດເຂື່ອນແຕກ ເປັນແຫ່ຼງ ທ່ອງທ່ຽວ
2020.05.15
ທາງການແຂວງອັດຕະປື ມີແຜນຈະພັທນາເຂດ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ບ້ານຫີນລາດ, ບ້ານໃໝ່, ບ້ານທ່າຫີນ ແລະ ບ້ານທ່າ ແສງຈັນ ເມືອງສນາມໄຊ ໃຫ້ເປັນແຫລ່ງທ່ອງທ່ຽວ ປວັດສາດ ແລະ ວັທນະທັມ. ເຈົ້າໜ້າທີ່ຫ້ອງການປົກຄອງ ແຂວງອັດຕະປື ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ພືສພາ ວ່າ:
"ຍັງຢູ່ບ່ອນເກົ່າຢູ່ອັນນິ ແມ່ນເອົາລົງໃຫ້ມັນພຽງຊື່ໆ ຖືກເອົາດິນມາຖົມ ປັບລົງໃຫ້ພຽງຢູ່ເຂດບ້ານເກົ່າຫັ້ນ ກະສ້າງເປັນສະຖານທີ່ທ່ອງທ່ຽວ ແລະ ວັທນະທັມ."
ທ່ານກ່າວຕື່ມອີກວ່າ ເປົ້າໝາຍໃນການພັທນາ ກໍເພື່ອເປັນການອະນຸຮັກພື້ນທີ່ບາງຈຸດ ຂອງບ້ານທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນເຊປຽນ ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍຣະດາ 2018 ເພື່ອໃຫ້ເປັນສັນຍາລັກ ຄວາມເສັຽຫາຍທີ່ເກີດຂຶ້ນ ບໍ່ວ່າຈະເປັນວັດ, ໂຮງຮຽນ, ຫ້ອງການ ບ້ານ ແລະ ເຮືອນຂອງປະຊາຊົນ ທີ່ຍັງເຫລືອພຽງເສດຊາກ.
ຊາວບ້ານເຫັນດີກັບການພັທນາ ເປັນແຫຼ່ງທ່ອງທ່ຽວ, ແຕ່ສິ່ງທີ່ຊາວບ້ານຢາກໄດ້ ໃນປັດຈຸບັນນີ້ກໍຄື, ການຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ດີຂຶ້ນ ແລະ ການຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ. ຊາວບ້ານ ຄົນນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ເຫັນດີຢູ່ດອກ ຖ້າວ່າຊິພັທນາ ເປັນແຫ່ງທ່ອງທ່ຽວ, ເຫັນດີຢູ່ດອກກະເຫັນເຂົາຫຍັງຢູ່, ແບ່ງດິນບໍ່ ຍັງບໍ່ທັນໄດ້ແບ່ງນ່າ, ເພິ່ນວ່າຊິລົງມາ ຈ່າຍຢູ່ນ່າ ຍັງບໍ່ທັນໄດ້ ວ່າມື້ນີ້ ແລະ ມື້ນັ້ນ ຍັງບໍ່ທັນໄດ້ເງິນຊົດເຊີຍ."
ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ບໍ່ເຫັນດີກັບການເອົາພື້ນທີ່ເຂື່ອນແຕກ ເປັນແຫຼ່ງທ່ອງທ່ຽວ, ດັ່ງທ່ານກ່າວວ່າ:
"ຊິເປັນແຫຫຼ່ງທ່ອງທ່ຽວນີ້ໂອ… ບໍ່ເໝາະປານໃດດອກ ມັນບໍ່ແມ່ນເລື່ອງທຳມະຊາດ ອັນນີ້ແມ່ນເລື່ອງການກໍ່ສ້າງ ທີ່ມັນບໍ່ໄດ້ມາຕຖານ ແຕ່ວ່າຊິ ໄປສ້າງເຮັດໃຫ້ປະຊາຊົນ ແນວໃດມີຢູ່ມີກິນຊິດີກວ່າ, ພີ່ນ້ອງ ພວກເຂົາທີ່ວ່າໄດ້ເສັຍຊີວິດໄປ ເຂົາຊິດີອົກດີໃຈເບາະ ອັນນີ້ ມັນບໍ່ເປັນຕາໄດ້ ດອກອັນນີ້."
ປະຊາຊົນທ່ານນີ້ກ່າວຕື່ມອີກວ່າ ທາງການແຂວງອັດຕະປື ຄວນຈະເນັ້ນໜັກແກ້ໄຂ ເລື່ອງຄຸນນະພາບຊີວິດ ຂອງປະຊາຊົນທີ່ໄດ້ຮັບຜົນ ກະທົບເຂື່ອນແຕກ ໃຫ້ມີຄວາມສຸກ ຢູ່ດີກິນດີ ອາຊີບໝັ້ນຄົງ ແລະ ເດັກນ້ອຍໄດ້ຮຽນໜັງສື.
ກ່ອນທີ່ຈະການພັທນາພື້ນທີ່ ເຂື່ອນແຕກ ໃຫ້ເປັນແຫລ່ງທ່ອງທ່ຽວ, ທາງການແຂວງຄວນຖາມປະຊາຊົນ ຜູ້ທີ່ປະສົບໄພກ່ອນ. ພະອາຈານ ອົງນຶ່ງຢູ່ວັດຫລວງ ນະຄອນປາກເຊ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ເລື້ອງແບບນີ້ ບາງຄົນມັກເກີດຂຶ້ນກັບ ສະຖານະການຈັ່ງຊັ້ນ ມັນກະແບບເຫັນສະພາບ ກະຄິດເຫັນອາດີດ ຢູ່ຫັ້ນນ່າ ບາງເທື່ອມັນກໍຕຳໃຈ ຂະເຈົ້າສ່ວນນຶ່ງເນາະ ຖ້າຮັກສາໄດ້ກະດີສ່ວນນຶ່ງ ມັນໆທຸກຍ່າງ ມັນກະມີ 2 ແງ່ 2 ມຸມ ຄືກັນເນາະ ໄປທຳຄວາມເຂົ້າໃຈກັບຜູ້ປະສົບ ເຫດຫັ້ນແລ້ວວ່າ ເຮົາຢາກອະນຸຮັກສາ ເຂົາຊິເຫັນດີເຫັນພ້ອມບໍ່ຫັ້ນນ່າ."
ທ່ານກ່າວວ່າ ພື້ນທີ່ຜົນກະທົບເຂື່ອນແຕກ ຖ້າທາງການຕ້ອງການຈະຮັກສາໄວ້ ຄວນຈະເນັ້ນທາງດ້ານການຮຽນຮູ້ເຫດການ ຜົນກະທົບ ທຸກສິ່ງທຸກຢ່າງທີ່ເກີດຂຶ້ນ ຊຶ່ງຈະເປັນບົດຮຽນສໍາຄັນ ໃຫ້ກັບປະເທດ ລາວ ແລະ ເປັນບົດຮຽນສຳຄັນ ຂອງຣັຖບານລາວ.
ອົງການຈັດຕັ້ງພາກປະຊາສັງຄົມ ໃນປະເທດເພື່ອນບ້ານ ໃຫ້ຄວາມເຫັນວ່າ ຣັຖບານລາວຄວນຟື້ນຟູສະພາບຈິດໃຈ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ຢູ່ດີກິນດີກ່ອນ ແລະ ໃຫ້ຊາວບ້ານມີສ່ວນຮ່ວມ ໃນການກຳນົດແຜ່ນຕ່າງໆ.
ຍານາງເປມລຶດີ ດາວເຣືອງ ຈາກ ອົງການ LDIM ທີ່ເຮັດວຽກເລື່ອງການຕິດການສ້າງເຂື່ອນ ໃນປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ມັນຄືບໍ່ຮອດ 2 ປີ ດ້ວຍຊ້ຳ ພື້ນທີ່ນັ້ນ ບັນຫາຕ່າງໆ ຂອງຊາວບ້ານ ມັນຍັງບໍ່ໄດ້ຖືກແກ້ໄຂໃຫ້ສຳເລັດ ແລ້ວກໍ ພື້ນທີ່ມັນຍັງບໍ່ນິ້ງ ການກະທຳໃດໆ ທີ່ກ່ຽວຂ້ອງກັບພື້ນທີ່ ທີ່ເສັຍຫາຍນີ້ ມັນໄດ້ຖືກຄິດໂດຍບໍ່ມີ ຊາວບ້ານ ເຂົ້າໄປມີສ່ວນຮ່ວມ ສິ່ງທີ່ເຮົາຢາກເຫັນຄື ເຊປຽນ-ເຊນ້ຳນ້ອຍ ມັນຄວນຈະເປັນບົດຮຽນ."
ເມື່ອບໍ່ດົນມານີ້ ທ່ານ Philip Alston ຜູ້ຊ່ຽວຊານດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ໄດ້ອອກຖແລງການຮຽກຮ້ອງໃຫ້ ຣັຖບານລາວ ແລະ ເຈົ້າຂອງໂຄງການ ເຂື່ອນເຊປຽນ ເຊນ້ຳນ້ອຍ ເລັ່ງແກ້ໄຂບັນຫາ ແລະ ຢຽວຢາ ປະຊາຊົນທີ່ໄດ້ຮັບຜົນກະທົບ ຢ່າງເລັ່ງດ່ວນ ຕາມຫລັກການຄວາມຮັບຜິດຊອບ ຂອງທຸຣະກິດ ແລະ ສິດທິດມະນຸດ.
ເຫດການເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍຣະກະດາ ປີ 2018 ເຮັດໃຫ້ມີຜູ້ເສັຽຊີວິດ 71 ຄົນ ແລະ ສົ່ງຜົນກະທົບຕໍ່ ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ຫລາຍ 1 ພັນຄົນ.