ເຮືອນຖາວອນໃຫ້ຊາວບ້ານ ເຂື່ອນແຕກ ຍັງບໍ່ແລ້ວ
2020.11.13

ການສ້າງເຮືອນຖາວອນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກ ພັຍນໍ້າຖ້ວມໜັກໜ່ວງ ຍ້ອນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງ ສນາມໄຊ ແຂວງອັດຕະປື ຈໍານວນ 700 ຫລັງ ຊຶ່ງໄດ້ເລີ້ມກໍ່ສ້າງ ມາແຕ່ ເດືອນ ມິຖຸນາ 2020 ແລະມີກໍານົດວ່າຈະສ້າງໃຫ້ແລ້ວ ໃນ ທ້າຍປີໜ້ານັ້ນ ອາຈບໍ່ແລ້ວຕາມແຜນ ຍ້ອນຄວາມລ້າຊ້າ ຂອງບໍຣິສັດຮັບເໝົາກໍ່ສ້າງ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ແຂວງອັດຕະປື ທ່ານນຶ່ງ ທີ່ ຂໍສງວນຊື່ ຕໍ່ວິທຍຸເອເຊັຍເສຣີ ໃນ ມື້ວັນທີ 13 ພຶສຈິການີ້ວ່າ:
“ໂອ໋ ຄືສິບໍ່ທັນເດີ ອໍ, ຕາມແຜນເພິ່ນວ່າໃຫ້ໄດ້ຂຶ້ນໝົດເນາະ ຄາດວ່າເດືອນ 4 ພຸ້ນໃດ໋ ປີ 2021 ໃຫ້ແລ້ວໝົດ ໃນ 700 ຫລັງຫັ້ນ ເພິ່ນມາ ຢຸດສງັກຊ່ວງນຶ່ງ ການກໍ່ສ້າງລ່າຊ້າຫັ້ນເນາະ ຈໍານວນນຶ່ງກະສິແມ່ນ ຊ່າງຫັ້ນແຫລະ ເຮັດແລ້ວມັນບໍ່ໄດ້ມາຕຖານ ບາດນີ໋.”
ທ່ານກ່າວວ່າ ເຮືອນ 700 ຫລັງ ທີ່ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຫລື PNPC ເປັນຜູ້ໃຫ້ທຶນ ກໍ່ສ້າງຈໍານວນ 24 ລ້ານ 5 ແສນໂດລາ ສະຫະຣັຖ ນັ້ນແບ່ງການກໍ່ສ້າງ ອອກເປັນ 2 ໄລຍະ ຄືໄລຍະ ທໍາອິດ ຈະສ້າງ 500 ຫັລງ ຊຶ່ງມີກໍານົດວ່າຈະສ້າງແລ້ວ ໃນເດືອນເມສາ ປີໜ້າ ແລະ ໄລຍະທີ 2 ຈໍານວນ 200 ຫລັງ ມີກໍານົດວ່າຈະສ້າງແລ້ວ ໃນທ້າຍປີໜ້າ ໂດຍແມ່ນບໍຣິສັດ ວັນແສງ ຂອງ ຄົນລາວ ເປັນຜູ້ຮັບເໝົາ ກໍ່ສ້າງ.
ທ່ານເວົ້າຕື່ມວ່າ ສາເຫດທີ່ພາໃຫາການກໍ່ສ້າງລ້າຊ້າ ແລະ ອາຈບໍ່ແລ້ວຕາມແຜນນັ້ນ ແມ່ນມີຫລາຍປັດໃຈ ຄືບໍຣິສັດຮັບເໝົາກໍ່ສ້າງ ມີແຕ່ ບໍຣິສັດດຽວ, ຊ່າງກໍ່ສ້າງທີ່ບໍຣິສັດຈ້າງມາ ສ້້າງໄປແລ້ວ ບາງຫລັງ ກໍບໍ່ໄດ້ມາດຕຖານ ແລະວັສດຸກໍ່ສ້າງ ກໍຕ້ອງນໍາມາຈາກປະເທດໄທ, ລ້າຊ້າໃນການຂົນສົ່ງ, ໃນໄລຍະໂຄວິດ-19 ຣະບາດນີ້ ກໍມີການປິດດ່ານຊາຍແດນ ການຂົນສົ່ງ ກໍບໍ່ສະດວກ, ດັ່ງທີ່ທ່ານກ່າວວ່າ:
“ດຽວນີ້ບໍ່ທັນເຂົ້າໃດ໋ ເພາະວ່າເຮືອນບໍ່ທັນແລ້ວ ດຽວນີ້ຍັງຢູ່ເຮືອນພັກຊົ່ວຄາວ ຍັງຢູ່ຕາມນັ້ນຫັ້ນແລ໋ວ ແລ້ວຫວ່າງປະມານ 4-50 ຫຼັງນີ້ ແຫຼະ, ກາຍນັ້ນຍັງເປັນໂຄງຮ່າງຢູ່ ເພາະວ່າສ່ວນຫລວງຫລາຍ ເຂົາກະເຄີຍສັມຜັດ ຢູ່ກັບພື້ນດິນ ຕ້ອງປັບໂຕ ເມື່ອກ່ອນເຮົາເຄີຍຢູ່ເຮືອນ ໄມ້ເນາະ.”
ຊາວບ້ານຜູ້ປະສົບພັຍ ຍ້ອນເຂື່ອນແຕກຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ລາວເອງຍັງອາສັຍຢູ່ເຮືອນພັກຊົ່ວຄາວບໍ່ທັນ ໄດ້ຍ້າຍໄປຢູ່ເຮືອນຖາວອນເທື່ອ ເພາະຍັງສ້າງບໍ່ທັນແລ້ວ ແລະວ່າ ເຣື່ອງອາຫານການກິນ ຊາວບ້ານສ່ວນຫລາຍເຮັດສວນເຮັດນາ:
“ກະເຮັດຮົ້ວເຮັດສວນ ມັນຕົ້ນຈັ່ງຊີ້ ອິຫຍັງກະພໍໄດ້ໃຊ້ໄດ້ຈ່າຍໄປ ພາຍຫລັງທີ່ວ່າ ສໍາເຮັັດເຂົ້ານາປີແລ້ວ ກະສິເລີ່ມນາແຊງນີ໋ ກະບັນຫາ ແນວພັນແນວພິສັງນີ໋ແລ້ວ ຫລື ວ່າການປັບປຸງຄອງຊົລປະທານ ຂອງພາກຣັຖ ເຮົາສິປົວແປງແນວໃດ.”
ກ່ຽວກັບການສ້າງເຮືອນຖາວອນ ທີ່ວ່ານັ້ນ ເຈົ້າໜ້າທີ່ບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຜູ້ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຍ ເສຣີໃນມື້ວັນທີ 13 ພຶສຈິກາ ນີ້ວ່າ ເຮືອນຖາວອນທັງໝົດທີ່ທາງ ບໍຣິສັດເປັນຜູ້ໃຫ້ທຶນສ້າງ ຈະເປັນເຮືອນປູນປົນກັບໄມ, ມີຄວາມທັນສມັຍ ແລະວ່າ ເຮືອນມີຫລັງນ້ອຍ ຫລັງໃຫຍ່, ແຕ່ລະຄອບຄົວຈະໄດ້ ເຮືອນບໍ່ເທົ່າກັນ, ຈະໄດ້ຢູ່ຕາມການປະເມີນ ຂອງເຮືອນຫລັງເກົ່າ.
ທ່ານເວົ້າວ່າ “ປຸກໃໝ່ນີ໋ຈະເປັນເຮືອນ ທັນສມັຍໃຫ້ທັງໝົດ ແຕ່ໃນຣະດັບທີ່ດີກວ່າເກົ່າ 700 ຫລັງ ບໍ່ໝາຍຄວາມ ດີແບບດຽວກັນໝົດ 700 ຫລັງ ມາແບ່ງເປັນ 4 ປະເພດ ຣະດັບຕໍ່າສຸດ ຣະດັບກາງ ຣະດັບດີ ຂຶ້ນໄປ ແລ້ວກະຣະດັບດີສຸດ.
”ແລະວ່າ ການກໍ່ສ້າງເຮືອນທັງໝົດ 700 ຫລັງອາຈລ້າຊ້າ ໄປຕາມສະພາບບ້ານເມືອງ ແຕ່ຈະເລັ່ງກໍ່ສ້າງໃຫ້ແລ້ວເສັດ ຕາມແຜນຢ່າງ ແນ່ນອນ."
ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງວ່າການປົກຄອງ ແຂວງອັດຕະປື ທ່ານນຶ່ງກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການກໍ່ສ້າງເຮືອນ ຖາວອນ ໃຫ້ຜູ້ປະສົບພັຍນໍ້າຖ້ວມ ເຂື່ອນແຕກ ມີທັງໝົດ 811 ຫລັງ. ປັດຈຸບັນ ຜູ້ປະສົບພັຍບ້ານທ່າແສງຈັນ ຊຶ່ງທຸກຍາກທີ່ສຸດປະມານ 45 ຄອບຄົວ ຍ້າຍເຂົ້າໄປຢູ່ ເຮືອນທີ່ປຸກແລ້ວ ນັ້ນກ່ອນ, ສ່ວນທີ່ເຫລືອຍັງລໍຖ້າໄປກ່ອນ.
“ເຮືອນຊ່ວຍເຫລືອຂອງອົງການ UN-Habitat ນັ້ນ 66 ຫລັງນັ້ນ ຂະເຈົ້າໄດ້ມອບໃຫ້ປະຊາຊົນ ຢູ່ເປັນທາງການແລ້ວ ເພິ່ນຈະຊ່ວຍເຫລືອ ຄອບຄົວ ຜູ້ທຸກຍາກທີ່ວ່າຍັງບໍ່ທັນມີເຮືອນ ຖາວອນ ຢູ່ເມື່ອກ່ອນຫັ້ນ ກະເລີຍຍົກຣະດັບເຮືອນ ທີ່ເພິ່ນຊ່ວຍໃຫ້.”
ເຮືອນຖາວອນມີທັງໝົດ 811 ຫລັງ. ໃນນັ້ນ 700 ຫລັງ ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຫລື PNPC ເປັນຜູ້ໃຫ້ທຶນສ້າງ, 45 ຫລັງ ແມ່ນຣັຖບານໄທຍ ຊ່ອຍສ້າງ ແລະສ້າງແລ້ວ 44 ຫລັງ ແລະ 66 ຫລັງ ແມ່ນອົງການ UN-Habitat ປະເທດຍີ່ປຸ່ນ ຊ່ອຍສ້າງ ແລະສ້າງແລ້ວໆ.
ເມື່ອວັນທີ 11 ພຶສຈິກາ 2020 ນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ, ປະທານຄະນະ ກໍາມະການຄຸ້ມຄອງ ພັຍພິບັດຂັ້ນ ສູນກາງ ໄດ້ໄປເມືອງສນາມໄຊ ເພື່ອຕິດຕາມຄວາມຄືບໜ້າ ຂອງການກໍ່ສ້າງເຮືອນຖາວອນ ແລະ ໄດ້ຮຽກຮ້ອງ ໃຫ້ທາງການແຂວງ ອັດຕະປື ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ໃນວຽກງານຂຶ້ນຕື່ມ ເພື່ອເຮັດໃຫ້ການກໍ່ສ້າງ ສໍາເຣັດຕາມແຜນ.