ຊາວບ້ານເຂື່ອນແຕກບໍ່ໄດ້ ຊື້ກິນ 5 ເດືອນແລ້ວ

ສຸພັດຕາ
2020.09.03
F-Sanamxay ຊີວິດໃນຄອບຄົວ ຢູ່ເມືອງສະໜາມໄຊ
ຮູບພາບຈາກ : ນັກຂ່າວພົລເມືອງ

ຊາວບ້ານຜູ້ປະສົບພັຍເຂື່ອນແຕກຫຼາຍຄົນຢູ່ ເມືອງສນາມໄຊ ແຂວງອັດຕະປື ຈົ່ມວ່າມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບເງິນອັດຕຣາກິນ ແລະເງິນແຮຖົງ ຈໍານວນ 250,000 ກີບ ຕໍ່ຄົນຕໍ່ເດືອນນັ້ນ ມາເປັນເວລາ 5 ເດືອນແລ້ວ ເຮັດໃຫ້ຊີວິດການເປັນຢູ່ທຸກມື້ນີ້ ຍິ່ງຫຍຸ້ງຍາກ ລໍາບາກຫຼາຍຂຶ້ນ, ດັ່ງຊາວບ້ານ ໃນສູນຫາດຍາວ ຄົນນຶ່ງ ເວົ້າກັບວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍານີ້ວ່າ:

ລໍາບາກຫຼາຍ ເພາະຄອບຄົວຂອງຕົນ ບໍ່ມີຫົວໜ້າຄອບຄົວ ຕ້ອງລ້ຽງລູກນ້ອຍ ອີກ 4 ຄົນ ຕາມລໍາພັງ ບໍ່ໄດ້ໄປຄຶດໄປຫາທາງໃດ ຄອງຖ້າ ແຕ່ເງິນຊ່ອຍເຫຼືອ ໃນແຕ່ລະເດືອນ ແຕ່ເພິ່ນກໍ ບໍ່ໄດ້ຈ່າຍໃຫ້ ມາເປັນເວລາຫຼາຍເດືອນແລ້ວ:

“ແບບນີ້ແຫຼະ ຫຍຸ້ງຍາກນີ້ແຫຼະ ເອື້ອຍເອີ່ຍ ເງິນຄໍາກະບໍ່ມີໃຊ້ນະ ເງີນເດືອນ 5-6 ເດືອນ ລະກະບໍ່ອອກໃຫ້ ນ້ອງນີ້ແຮ່ງຮ້າຍ ຜົວກະບໍ່ມີ ມີແຕ່ລ້ຽງລູກ 4 ຄົນລູກນະ ເງິນເດືອນ 4-5 ເພິ່ນກະບໍ່ໃຫ້ເຮົາກິນແຫຼະ ຄັນວ່າເພິ່ນວ່າຊິໃຫ້ ບາດດຽວ 5 ເດືອນ ກະໃຫ້ເໝິດ 5 ເດືອນ ກະຍັງໃຄ ຍັງມີຫວັງນະ ອັນນີ້ບໍ່ຮູ້ເລີຍ ບໍ່ມີຫວັງ.”

ຊາວບ້ານໃນສູນດຽວກັນນີ້ ອີກຄົນນຶ່ງ ເວົ້າວ່າ ບໍ່ແມ່ນແຕ່ບ້ານຂອງຕົນ ທີ່ບໍ່ໄດ້ຮັບເງິນນີ້ ບ້ານໃດບ້ານໃດ ກໍບໍ່ໄດ້ຮັບ ເພິ່ນບໍ່ໃຫ້ ກໍບໍ່ມີ ເງິນຊື້ຢູ່ຊື້ກິນ:

“ແນວບໍ່ໄດ້ເຮັດໄດ້ຫາ ບາດນີ້ເງິນວັນ ກະບໍ່ເອົາມາໃຫ້ ກະແຮ່ງບໍ່ໄດ້ກິນແຫຼ້ວ ບ້ານອື່ນກະບໍ່ໄດ້ ບໍ່ມີໄດ້ຈັກບ້ານ ບ້ານໃດກະບໍ່ໄດ້ ຢູ່ງອດໆ ແງດໆຈັ່ງຊີ້ແຫຼ້ວ.”

ໃນຂນະດຽວກັນຊາວບ້ານ ໃນສູນດົງບາກ ຄົນນຶ່ງເວົ້າວ່າ ປະຊົນໝົດທຸກຄົນໃນສູນ ກໍພາກັນຈົ່ມຢູ່ສູ່ມື້ ເງິນຊົດເຊີຍກໍຍັງບໍ່ໄດ້ ເງິນວັນກໍ ບໍ່ໄດ້ໃຫ້ເປັນ 5 ເດືອນແລ້ວ ບໍ່ເງິນໃຊ້ສອຍ ຊື້ຢູ່ຊື້ກິນ:

“5 ເດືອນແລ້ວ ບໍ່ທັນເຫັນຈ່າຍ ຢູ່ສູນກະເຊັ່ນດຽວກັນ ເບິດນີ້ແຫຼະ ປະຊາຊົນເຂົາກະຈົ່ມເລີຍຢູ່ ບໍ່ມີເງິນໃຊ້ເງິນສອຍ ອອກຕລາດຊື້ຢູ່ຊື້ກິນ ເຊົ້າ-ແລງ-ຄໍ່າ ເຂົາກະຈົ່ມເລີຍຢູ່ນີ້ ຈົ່ມເລື້ອຍຢູ່ນີ່.”

ແລະ ຊາວບ້ານໃນສູນດົງບາກ ອີກຄົນນຶ່ງ ກໍເວົ້າວ່າ ກໍບໍ່ເຂົ້າຄືກັນ ວ່າເງິນເພິ່ນເອົາເງິນໄປໃສແທ້ ມີແຕ່ພະນັກງານ ເພິ່ນມາບອກ ວ່າ ຄົ້ນຄວ້າ ເງິນບໍ່ທັນ ຈັກແມ່ນແທ້ຫຼື ບໍ່ເຮົາກໍບໍ່ຮູ້:

“ເງິນທີ່ວ່າ ອັດຕາກິນ ລະກະເງິນອິສັງແຮຖົງຫັ້ນ ຄືເພິ່ນວ່າຫັ້ນ ເດືອນນຶ່ງ 250,000 ບໍ່ທັນໄດ້ 4-5 ເດືອນ ປານນີ້ ບໍ່ທັນໄດ້ ພະນັກງານ ເພິ່ນມາ ເວົ້າ ຈັກແມ່ນບໍ່ແມ່ນ ຈັກເພິ່ນຫາຕົວະ ກັນຫຼີ້ນບໍ ກະບໍ່ຈັກ ຂອງເພິ່ນວ່າ ເງິນມັນບໍ່ທັນ ເອີ້ນວ່າເພິ່ນຄົ້ນຄວ້າຍັງບໍ່ທັນແລ້ວ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ໂທສອບຖາມໄປຍັງ ເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ຢູ່ສູນດົງບາກ ທ່ານ ກ່າວກ່ຽວກັບເຣື່ອງນີ້ວ່າ: ນາຍບ້ານ ບ້ານໃໝ່

“ເອີ່ກະອີງໃສ່ພັກ-ຣັຖ ຫັ່ນແຫຼ້ວ ເອີ່ ເພິ່ນກະຊິຈ່າຍ ແຕ່ວ່າເພິ່ນບໍ່ປະດອກ ບາງເທື່ອກະເດືອນນີ້ບໍ ເດືອນທີ່ 5, ເດືອນທີ່ 6 ເຮົາ ເດືອນ 7 ນີ້ແຫຼະ ທາງພັກ-ຣັຖ ເຮົານີ້ກະ ກະຄົ້ນຄວ້າຢູ່ ໃຫ້ພໍ່ແມ່ປະຊາຊົນ ຫັ່ນນາ 600-700 ຫຼັງຄາເນາະ ຊາມຊິຄົບກັນ."

ສໍາລັບ ຢູ່ສູນປິ່ນດົງ ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວວ່າ ຍັງບໍ່ທັນໄດ້ຮັບເງິນນັ້ນເທື່ອ ແລະຣາຍຣະອຽດ ເພິ່ນກໍບໍ່ໄດ້ຊີ້ແຈງ ວ່າຍ້ອນຫຍັງ ຈຶ່ງຍັງບໍ່ຈ່າຍໃຫ້ປະຊາຊົນ ແຕ່ເຣື່ອງເຂົ້າກິນ ແມ່ນໄດ້ຕາມປົກກະຕິ:

“ຍັງ ຍັງໆ ບໍ່ແມ່ນຍັງ 5 ເດືອນພຸ້ນຫວາ ແຕ່ຣາຍຣະອຽດ ເພິ່ນກະບໍ່ໄດ້ຊີ້ແຈງນະ ວ່າມັນເປັນຈັ່ງໃດຫັ່ນນາ ເພິ່ນກະບໍ່ໄດ້ຊີ້ແຈງນະ ວ່າເງິນນີ້ ມີບໍ ຫຼືບໍ່ມີ ກະຍັງບໍ່ທັນຮູ້ ຖືວ່່າ ຢູ່ໃນທຸກສູນ ກະຍັງເບິດຫັ່ນລະ ວ່າຊັ້ນຊະ ຖືວ່າເຂົ້າກິນນິ່ໄດ້ ທຸກເດືອນເນາະ.”

ເຖິງແນວໃດກໍຕາມ ປັດຈຸບັນນີ້ ຜູ້ປະສົບພັຍເຂື່ອນແຕກ ຢູ່ສູນພັກຊົ່ວຄາວ ຍັງລໍຖ້າເງິນຊົດເຊີຍສ່ວນທີ່ເຫຼືອ 50% ແລະເງິນຊ່ອຍເຫຼືອ 250,000 ກີບ ຕໍ່ຄົນຕໍ່ເດືອນແລ້ວນັ້ນ ຊາວບ້ານ ຍັງຢາກໃຫ້ພາກສ່ວນກ່ຽວຂ້ອງ ລົງມາແກ້ໄຂບັນຫາ ນໍ້າໃຊ້ ແລະຫ້ອງນໍ້າເຕັມ ນີ້ໃຫ້ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.