ຊາວບ້ານມິດສໍາພັນ ຖືກຫັກ ຄ່າຊົດເຊີຍ

ສຸພັດຕາ
2020.06.19
F-Sanamxay ພາບເຫດການພາຍຫຼັງ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ ເມືອງສນາມໄຊ ແຂວງອັຕຕະປື
ນັກຂ່າວພົລເມືອງ

ບ້ານມິດສໍາພັນ ເປັນນຶ່ງໃນ 19 ບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບ ຂນາດກາງ ແລະເບົາ ຈາກເຂື່ອນເຊປຽນ -ເຊນໍ້ານ້ອຍແຕກ.

ກ່ອນໜ້ານີ້ ວິທຍຸເອເຊັຽເສຣີ ໄດ້ສເນີຂ່າວໄປແລ້ວ ກ່ຽວກັບວ່າ ປະຊາຊົນໃນບ້ານນີ້ ທີ່ຈະໄດ້ຄ່າຊົດເຊີຍນັ້ນ ແມ່ນຈະຖືກຕັດເງິນ 20% ທີ່ ທາງການແຂວງເວົ້າວ່າ ເປັນຄ່່າຫລຸ້ຍຫ້ຽນ ເຊັ່ນ: ການຊົມໃຊ້ຍານພາຫະນະ ແລະ ເຄື່ອງໃຊ້ໃນຄົວເຮືອນ ມາຮອດ ວັນທີ 2 ມິຖຸນາ ນີ້ ປະຊາຊົນ ທີ່ລໍຖ້າຮັບຄ່າຊົດເຊີຍນັ້ນ ກໍຖືວ່າໄດ້ຮັບແລ້ວ ແຕ່ຍັງຖືກຕັດໄປອີກ 5% ຮວມທັງໝົດ ທີ່ຄ່າຊົດເຊີຍ ຖືກຕັດ ແມ່ນ 25%, ອີງຕາມຄໍາເວົ້າຂອງ ປະຊາຊົນຜູ່ນຶ່ງ ຊຶ່ງປັດຈຸບັນ ເພິ່ນກໍຍັງເປັນ ພະນັກງານ ຣັຖກອນ ຈຶ່ງບໍ່ປະສົງອອກ ຊື່ແລະສຽງ ໄດ້ອະທິບາຍສູ່ ວິທຍຸເອເຊັຽເສຣີ ຟັງກ່ຽວກັບການ ຕັດເງິນ 20% ໃນເບື້ອງຕົ້ນ ແລະອີກ 5% ທີ່ຖືກຕັດ ຢູ່ທະນາຄານ ນັ້ນວ່າ:

“ໂຕນີ້ມັນເປັນຈັ່ງຊີ້; ຄັນຊິເວົ້າເຣື່ອງເງິນຄໍາກໍາແກ້ວ ເຣື່ອງຄ່າຊົດເຊີຍຫັ່ນ ເພາະວ່າເພິ່ນຫັ່ນ ,ມັນມີຢູ່ໃນອະນຸກັມມະການ, ອະນຸກັມມະການ ຫັ່ນໄປນໍາເລີຍ ບັນດາໄປຮັບເງິນ ຊົດເຊີຍຫັ່ນ ເຂົາກະໄປ ຕັດຢູ່ພຸ້ນໂລດ ຕັດຢູ່ທະນາຄານພຸ້ນ, ຄັນບໍ່ມີແຜນການເປັນເອກກະພາບ ເຂົາຊິ ໄປຕັດບໍ; ແນວນັ້ນຫັັນນາ, ຂ້ອຍລະຄຶດວ່າເຮັດແນວນັ້ນ ມັນຊິເປັນໄປໄດ້ບໍ່ ພໍ່ແມ່ປະຊາຊົນເຂົາກະມີ ຄວາມຂັດຂ້ອງຫຼາຍ ມັນເປັນຈັ່ງຊັ້ນ ຊິເວົ້າວ່າ ຢູ່ໃນເປີເຊັນຫັ້ນ.

ເພາະວ່າ ເຂົາໄປຕັດຫັ່ນ ມີອະນຸກັມມະການ ເພິ່ນມີຣາຍຊື່ແຕ່ລະຄອບຄົວໂລດ ໄປຮອດຫັ່ນ ຜູ້ໃດໄດ້ເງິນຫຼາຍ ກໍໄດ້ເສັຍຫຼາຍ ຜູ້ໃດໄດ້ ເງິນໜ້ອຍກະເສັຍໜ້ອຍ ລ້ານນຶ່ງ ກະຕໍ່ 50 ພັນ ຄັນຜູ້ໃດໄດ້ 2 ລ້ານ ກະແສນກີບເນາະ, ບາດນີ້ ບາງຄົນເຂົາກະໄດ້ຮອດ 10 ປາຍ ລ້ານກະມີ, ຮອດ 20 ປາຍລ້ານກະມີຫັ່ນນາ, ຄັນວ່າເປັນແນວນັ້ນ ມັນຊິໄດ້ຊັ້ນບໍ? ເພາະວ່າຢູ່ໃນ 20% ຫັ່ນ ເຂົາຕັດລວມຢູ່ໃນ ອະນຸ ກັມມະການ ຂັ້ນເມືອງ, ຂັ້ນແຂວງ ຂັ້ນວິຊາສະເພາະ ຢູ່ໃນຫັ້ນໝົດເງິນຫັ້ນ.

ບາດນີ້ຄັນວ່າຕັດ ລະແມ່ນສອງບ່ອນສາມບ່ອນແຮ່ງຮ້າຍ ປະຊາຊົນນີ້ມັນຂັດຂ້ອງ ຊິເປັນໄປໄດ້ບໍແນວນັ້ນ ຫຼືວ່າເປັນມັດຕິເອກກະພາບ ຂອງຂັ້ນເທິງບໍ ອັນແນວນັ້ນຫັ່ນນາ ມາຟັງເບິ່ງຫາງສຽງຂອງ ປະຊາຊົນ ເຂົາຂັດຂ້ອງຫັ່ນແຫຼະ, ປະຊາຊົນວ່າແນວນີ້ນາ ຢູ່ໃນ 20% ຄ່າບໍຣິການ, ຄ່າຫລຸ້ຍຫ້ຽນສີ້ນເປືອງ ເປັນຜົລປະໂຫຍດຂອງລວມ ເຂົາແບ່ງກັນ ມັນມີຈັກຂແນງການ, ນັບແຕ່ຂັ້ນແຂວງ ຮອດຂັ້ນເມືອງ ມັນເປັນແນວນັ້ນ ບາດນີ້ ເມື່ອວ່າເປັນຈັ່ງຊັ້ນ ຄັນວ່າມັນມີເອກກະພາບ ຢູ່ຫັ້ນແລ້ວ ມາຟັງເບິ່ງປະຊາຊົນ ຂັດຂ້ອງຫັ່ນ ຈັ່ງນຶ່ງກະຖືກ ລະເຂົາກະແຈ້ງຢູ່ໃນຫ້ອງການຫັ້ນ.

ແຕ່ກ່ອນຫັ້ນເຂົາກະເວົ້າແບບນັ້ນ ບາດນີ້ ບາດປະຊາຊົນໄປຮັບເງິນໂຕຈິງ ກະຍັງຕັດນໍາເຂົາອີກ ກະມີອະນຸກັມມະການຂອງບ້ານ, ຍັງຈະຕັດຫັ່ນນ່າກະຍ້ອນໂຕນີ້ ຈັ່ງວ່າປະຊາຊົນຫັ້ນຂັດຂ້ອງ ຄັນວ່າບໍ່ເຮັດແບບນັ້ນ ປະຊາຊົນກະບໍ່ຂັດດອກ ຄັນເວົ້າແຕ່ເບື້ອງຕົ້ນຫັ່ນ.

ໂອ່..ດຽວນີ້ນິ່ ຕັດໃຫ້ອົງການຈັດຕັ້ງບ້ານນີ້ ຢູ່ໃນອະນຸກັມມະການຂອງບ້ານ ລ້ານນຶ່ງ ຕໍ່ 50 ພັນ ຄັນວ່າເວົ້າເປັນ ເອກກະພາບກັນຢູ່ໃນ ກອງປະຊຸມ ຢູ່ໃນຂັ້ນບ້ານຫັ່ນ ແຕ່ກ່ອນຫັ່ນກະ ພວກແຂວງ ພວກເມືອງ ຕົວຢ່າງຈັ່ງຊັ້ນ ເຂົາກະບໍ່ຂັດຂ້ອງອິສັງນ່າ ເຂົາຕັດ 20% ຄືຂັ້ນເທິງໄດ້ເວົ້າມາ ໂຕນັ້ນເຂົາກໍບໍ່ຂັດຂ້ອງ.”

ປະຊາຊົນ ຜູ່ທີ່ໄດ້ຮັບຄ່າຊົດເຊີຍ ແລະຖືກຕັດເງິນໄປອີກນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າໄດ້ຮັບແລ້ວ ແຕ່ເຫຼືອເງິນໜ້ອຍດຽວ ແລະກໍບໍ່ຮູ້ວ່າ ເພິ່ນຕັດຄ່າຫຍັງອີກ:

"ໂອ້ຍ ຮັບລະເດ້ເຂົາຫັກຫຼາຍ ໄດ້ເງິນບາດໄປເອົາໂຕຈິງຫັ່ນ ເຫຼືອຫັ້ນເຫຼືອນີ້ ເຫຼືອເພິ່ນຫັກແດ່ຍັງໄດ້ແຕ່ເງິນ 8 ແສນຫັກນິ່ບໍ່ຮູ້ຄືກັນແຫຼະ ໃຜບໍ່ຮູ້ຈັກບໍ່ຮູ້ນະ ມີແຕ່ໄປເພິ່ນກະເພິ່ນບອກວ່າ ທໍ່ນັ້ນທໍ່ນີ້ ພໍໃຈບໍ່ ຄັນພໍໃຈລະເຊັນວ່່າຊັ້ນ ເຊັນກະເຊັນເອົາເລີຍຊະ ໜ້ອຍກະດີກວ່າບໍ່ໄດ້, ຄິຶດວ່າເພິ່ນເອົາເງິນສົດໃຫ້ ເອົາຢູ່ທະນາຄານຫັ່ນແຫຼ້ວ ໂຕເຫຼືອ 8 ແສນຫັ່ນ ໃຫ້ຄ່ານາຍບ້ານ ໃຫ້ນາຍບ້ານຫ່ັນອີກ ໃຫ້ເພິ່ນ 50 ພັນ.”

ປະຊາຊົນ ອີກຜູ່ນຶ່ງ ກໍເວົ້າດ້ວຍຄວາມນ້ອຍໃຈວ່າ ເງິນໄດ້ຮັບແລ້ວ ແຕ່ວ່າອົງການໃດກໍມີສ່ວນໄດ້ນໍາ ກໍເລີຍຖືກຕັດໄປຫຼາຍໂພດ:

“ຮັບແລ້ວ! ຮັບແລ້ວໂຕນີ້ຫັ້ນນາ, ຢູ່ໃນຄ໊ອມແຕ່ກ່ອນຫັນ ມັນຖືກຢູ່ 3 ລ້ານ ບາດນີ້ໄປຮັບໂຕຈິງມີແຕ່ 2 ລ້ານປາຍ ຊັ້ນນະ, ເຂົາລະຫັກ ຫຼາຍໂພດ ເຂົາກະອະທິບາຍຢູ່ ມີແຕ່ເຂົາເວົ້າວ່າເຂົາຫັກຢູ່ໃນ 20% ຈາກ 20% ລະມາຕົກອົງການບ້ານນິ່ ລ້ານນຶ່ງຕໍ່ 50 ພັນ ເຂົາຫັກອີກ ຜູ່ໃດໄດ້້ເງິນຫຼາຍ ກະເສັຍຫຼາຍ ໄດ້ 2 ລ້ານກະເສັຍແສນນຶ່ງ ໃຫ້ອົງການຈັດຕັ້ງບ້ານອີກ ໂດຍສະເພາະແບບວ່າ ພິເສດໂລດ.”

ໃນຂນະດຽວກັນ ຊາວບ້ານອີກຜູ່ນຶ່ງ ທີ່ຢາກຣະບາຍຄວາມອຸກອັ່ງໃນໃຈ ກໍໄດ້ເລົ່າສູ່ ວິທຍຸເອເຊັຽເສຣີ ຟັງ ກ່ຽວກັບຈໍານວນເງິນ ຂອງຕົນ ທີ່ຕ້ອງຖືກຫັກ ໄປຫຼາຍເທື່ອນັ້ນວ່າ:

“ເອີ່ໄດ້ແລ້ວ ມື້ວັນທີ່ 2 ຫຼັງຈາກເພິ່ນຕັດ 20% ຫັ້ນອອກ ຫັ່ນຍັງຢູ່ 19 ລ້ານ ເງິນພວກເອື້ອຍ ເພິ່ນອັນນັ້ນອີກ ບ້ານອີກຕັດ 5% ອີກ 5%, 5% ນັ່ງຕັດກັບຫັ່ນໂລດ ຕັດກັບປາກທະນາຄານ ຫ່ັນໂລດ ປກຊ ເພິ່ນໄປຕັດໃຫ້ ປຊກ ຂອງໜ່ວຍຂອງຄຸ້ມອີກໄປ ຈໍານວນເງິນຂອງ ເອື້ອຍຫັ້ນນາ ແມ່ນຖືກຕັດໄປ 950,000 ແຕ່ຫຼຸດຫົວລ້ານລົງມາຫັ່ນ ແມ່ນບໍ່ໄດ້ຫັກ ລ້ານນຶ່ງຂຶ້ນໄປລະແມ່ນເບິ່ງຕັດ ເພິ່ນແຈ້ງລ່ວງໜ້າ ປະຊຸມບ້ານກ່ອນ ປະຊຸມຢູ່ໃນບ້ານກ່ອນ ເພິ່ນກະແຈ້ງ ແຈ້ງວ່າ ທາງບ້ານນິ່ ຂໍ 5% ອີກ ກະສະແດງວ່າເປັນ 25%.”

ຊາວບ້ານຜູ່ນີ້ ເວົ້າວ່າຕັດ 5% ນີ້ ກະຖືວ່າຫຼາຍ ຕົນແລະໝູ່ຜູ່ອື່ນໆ ກໍຂໍໃຫ້ຫຼຸດແດ່ ແຕ່ກໍຂໍບໍ່ໄດ້ ເພາະເພິ່ນເອົາຕາມສຽງສ່ວນຫຼາຍ:

“ກະໄດ້ເວົ້າຄືກັນ ໃນນາມວ່າ ສົມມຸດວ່າຜູ່ນຶ່ງໄດ້ 10 ປາຍ ຈັ່ງຊັ້ນຫັ່ນ ຂໍໃຫ້ 3 ແສນ ບໍ່ໄດ້ບໍ? ບາດນີ້ ໝູ່ສຽງສ່ວນຫຼາຍ ກະຢ່າຫລະ, ໃຫ້ເລີຍ ໃຫ້ເລີຍວ່າຊີ້ນະ ສອງສາມຄົນກະບໍ່ແພ້ເຂົາຊັ້ນນາ ກະເລີຍວ່າໃຫ້ນໍາເຂົາ ໃຫ້ນໍາໝູ່ຫຼາຍຄົນ ເພາະວ່າໝູ່ຫຼາຍຄົນຫັ້ນ ເຂົາກະເປັນ ສຽງດຽວກັນວ່າຊີ້ຊະ, ປະຊາຊົນຜູ່ເຂົາເຫັນດີ ເຂົາກະເຫັນດີ ຜູ່ເຂົາບໍ່ເຫັນດີ ເຂົາກະບໍ່ເຫັນດີ ແຕ່ວ່າມັນຂີນເຂົາບໍ່ໄດ້ ກະເລີຍອີງຕາມສຽງ ສ່ວນຫຼາຍ ກະເລີຍວ່າໃຫ້ເພິ່ນຕັດຊະ ໃນ 5% ຫັ້ນ.”

ຊາວບ້ານຜູ່ນີ້ ກ່າວຕື່ມວ່າ ເງິນ 5% ທີ່ຕັດໄປນີ້ ເພິ່ນບໍ່ໄດ້ແຈ້ງ ວ່າຈະຕັດເອົາໄປເຮັດຫຍັງ:

“ເພິ່ນກະບໍ່ໄດ້ບອກ ບໍ່ໄດ້ແຈ້ງວ່າຊິຕັດໄປອັນນັ້ນອັນນີ້ກະບໍ່ວ່າ ເພິ່ນວ່ານາຍບ້ານ ບໍ່ມີເງິນເດືອນ ເງິນເດືອນບໍ່ຫຼາຍ ລະກະຂໍນໍາພໍ່ແມ່ ປະຊາຊົນ ຂໍນໍາອ້າຍນໍານ້ອງ ຜູ່ຄົນທີ່ໄດ້ ເງິນປະສົບພັຍ ໂດຍວ່າ ແມ່ນຂໍໂລດນະ ຈິງໃຈຂໍໂລດນະຄັນຊິເວົ້າ.”

ກ່ຽວກັບເຣື້ອງ ການຕັດເງິນຄ່າຊົດເຊີຍ ຂອງປະຊາຊົນອີກ 5% ນີ້ ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີວ່າ:

"ມື້ນັ້ນ ເພິ່ນກະຜ່ານເລີຍ ກະເໝິດຄູ່ຄົນຢູ່ດອກ ໝົດທຸກຄອບຄົວ ຢູ່ດອກໄປຫັ້ນ ໝົດທຸກຄອບຄົວຢູ່ດອກ ໃນຈໍານວນຫັ້ນ ແຕ່ວ່່າ, ກະຜູ້ທັນ ຜູ້ບໍ່ນີ້ແຫຼະ ຜູ້ມາຊ້າ ມານໍາຫຼັງວ່າຊີ້ຊະ ແຕ່ວ່າເຂົາກະບໍ່ມີ ຄວາມຂັດຂ້ອງດອກ ເຂົາກະເອກກະພາບນໍາກັນ ກະບໍ່ມີຜົລ ສະທ້ອນອິສັງດອກ ເພາະວ່າພາຍໃນຄຸ້ມ ໃນບ້ານ ເຂົາເອກກະພາບ ຕັດເງິນໃນ 5% ນັ້ນ ເພິ່ນກະວ່າ ບ້ານເຮົາບໍ່ມີເງິນເດືອນ ນາຍຄຸ້ມ, ນາຍບ້ານ, ຊາວໜຸ່ມ-ແມ່ຍິງ ບໍ່ມີເງິນເດືອນ ໄດ້ເງິນໂຕຈິງມາລະ ເພິ່ນໂຫຼດ ຫານໃຫ້ອະນຸກັມມກະການຊັ້ນນ່າ, ຫານໃຫ້ອະນຸກັມມະການຫັ່ນຄົນລະ 2 ລ້ານ ເຫຼືອຈາກ 2 ລ້ານເພິ່ນກະ ເອົາມາແບ່ງຊື້ ໂສ້ງ-ຊື້ເສື້ອ ໃຫ້ທະຫານ, ຕໍາຣວດ ພາຍໃນຄຸ້ມຫັ້ນ."

ຢ່າງໃດກໍຕາມ ເຖິງແມ່ນວ່າປະຊາຊົນ ບ້ານມິດສໍາພັນ ທີ່ຖືກຜົລກະທົບຂນາດກາງ ແລະເບົາ ຈາກເຂື່ອນແຕກ ແລະໄດ້ຮັບເງິນຄ່າ ຊົດເຊີຍໄປແລ້ວນີ້ ກໍຍັງຖ້າຄ່າຊົດເຊີຍ ງວດທີ 2 ຫຼືວ່າຂໍ້ມູນຕົກຫຼົ່ນ ເປັນຕົ້ນຄ່າສັດລ້ຽງ ແລະເຂົ້າໃນນາ ທີ່ຕາຍຍ້ອນຖືກນໍ້າຖ້ວມ ຂໍ້ມູນຕ່າງໆ ນັ້ນ ແມ່ນໄດ້ສົ່ງໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງໄປແລ້ວ ແຕ່ຍັງບໍ່ຮູ້ວັນເວລາ ທີ່ຈະໄດ້ຮັບແລະກໍບໍ່ຮູ້ວ່າ ຈະຖືກຕັດອອກອີກ ຈັກເປີເຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.