ຊາວບ້ານຂໍຄໍາຊີ້ແຈງ ຄ່າຊົດເຊີຍ

ສຸພັດຕາ
2020.07.29
F-Sanamxay ພາບຂອງເຫດການ ທີ່ເກີດຂຶ້ນເມື່ອ 2 ປີ ຜ່ານມາ ຊຶ່ງສໍາລັບຫຼາຍໆຄົນ ກໍອາຈເລືອນລາງ ຈາງຫາຍໄປແລ້ວ ແຕ່ສໍາລັບ ຊາວເມືອງສນາມໄຊ ຍັງຕ້ອງດີ້ນຮົນ ເລີ້ມຕົ້ນຊີວິດ ໃໝ່ ຈາກ 0 ອີກຄັ້ງນຶ່ງ.
ນັກຂ່າວພົລເມືອງ

ມາຮອດປັດຈຸບັນ ປະຊາຊົນ ບ້ານໃໝ່ ເມືອງສນາມໄຊ ແຂວງອັດປື ຈໍານວນ 168 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນ ເຊປຽນ- ເຊນໍ້ານ້ອຍແຕກ ແລະອາສັຍຢູ່ເຮືອນພັກຊົ່ວຄາວ ຍັງບໍ່ທັນໄດ້ເຊັນຮັບເອົາ ເງິນຄ່າຊົດເຊີຍ ສ່ວນທີ່ເຫຼືອອີກ 50% ເທື່ອ, ເນື່ອງຈາກວ່າ ມູນຄ່າຂອງສັບສິນບາງຢ່າງ ແລະຂໍ້ມູນດິບ ໃນເບື້ອງຕົ້ນນັ້ນ ທາງການ ຍັງບໍ່ທັນໄດ້ຄິດໄລ່ເຂົ້າໃຫ້ ນອກຈາກນັ້ນແລ້ວ ຍັງຈະມາຕັດໄປ 20% ອີກ. ເຮັດໃຫ້ປະຊາຊົນ ໃນບ້ານນີ້ ບໍ່ຍອມເຊັນຮັບ ແລະ ຍັງຖ້າໃຫ້ພາກສ່ວນກ່ຽວຂ້ອງ ທີ່ຈະຕັດເງິນ 20% ນັ້ນ ມາຊ້ອງໜ້າ ກັນກ່ອນ ຈຶ່ງຈະເຊັນຮັບ, ດັ່ງປະຊາຊົນ ບ້ານໃໝ່ ຄົນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ຕັດອິຫຍັງ ກະບໍ່ໄດ້ບອກເໝິດ ມີແຕ່ວ່າເຂົາ ຕັດຢ່າງດຽວຫັ້ນແຫຼະ ຈັ່ງວ່າປະຊາຊົນນີ້ ລໍຖ້າໃຫ້ແຕ່ປະກັນໄພຢູ່ ດຽວນີ້ຫັ້ນ ລໍຖ້າປະກັນໄພ ຊິມາ ຈໍາຈາ ຊ່ອງໜ້າຊ່ອງຕາກັນຢູ່ດຽວນີ້ ປະຊົນຮ້ອງຂໍ ຂໍໃຫ້ປະກັນໄພ ມາເວົ້າເອງ ກັບປະຊາຊົນ ລະຕັດເຫດຜົລຫຍັງ ຍ້ອນຂອງໝວດ ຂ້ອຍເກົ່າບໍ ຫຼືວ່າຍ້ອນອິຫຍັງ ໝວດຂ້ອຍຢາກຮູ້ຈັກ ລະໃຜເປັນຜູ້ຕັດ ໃຫ້ແຕ່ພໍ່ບ້ານມາ ບອກໝວດຂ້ອຍນີ້ບໍ່ຢາກຟັງ ຈັ່ງວ່າຍັງລໍຖ້າເພິ່ນ ຢູ່ດຽວນີ້ ບໍ່ເຫັນເພິ່ນມາ ປະກັນ ໄພຫັ່ນ.”

ທ່ານວ່າ ນອກຈາກເຣື່ອງທີ່ຍັງບໍ່ທັນໄດ້ ເຊັນຮັບເອົາເງິນຄ່າຊົດເຊີຍ ສ່ວນທີ່ເຫຼືອແລ້ວນັ້ນ ກໍຍັງຖາມກ່ຽວກັບເງິນຄ່າ ຍານພະຫະນະ ທີ່ເປັນຂໍ້ມູນດິບ ວ່າເປັນຫຍັງ ຈຶ່ງບໍ່ຄິດໄລ່ ເຂົ້າໃຫ້:

“ຢາກຖາມອັນເງິນຫັ້ນ ເພິ່ນຫັ່ນເອີ້ນພວກແມ່ຂຶ້ນໄປຫ້ອງການເນາະ ຕອນນັ້ນເດ່ະ ຕອນອັນວ່າ ໃນຂໍ້ມູນດິບຫັ້ນ ພໍ່ບ້ານລະກະພວກຈຸໜ່ວຍ ຂຶ້ນໄປເປັນກັມມະການເດ້ ຂຶ້ນໄປເປັນ ກັມມະການ ບາດນີ້ລະກະເອົາອອກເນາະ ລະກະຕັດອອກ ເອີ່ພວກເອົາມາໃຊ້ແລ້ວ ພວກແປງພວກ ອິຫຍັງ ກະບໍ່ໃຫ້ເງິນເດ້ຊ້ວງນັ້ນຫັ່ນ ປະຊາຊົນບໍ່ພໍ່ໃຈເນາະ ແຕ່ບ້ານອື່ນຍັງໄດ້ຫັ່ນເດ່ ແຕ່ວ່າເອົາມາແປງ ເອົາມາແປງ ເພາະວ່າເປັນຫຍັງ ຈັ່ງເອົາມາແປງ ເພາະວ່າມັນບໍ່ມີຣົດໄປຕລາດ ລະບໍ່ມີຣົດໄປຫາກິນ ຫາອິຫຍັງຫັ່ນນະ ກະເລີຍເອົາມາແປງ ມາແປງບາດນີ້ເພິ່ນລະບໍ່ຢາກ ໃຫ້ເງິນຫັ່ນນາ ບາດນີ້ ປະຊາຊົນ ເລີຍບໍ່ພໍໃຈ ບໍ່ພໍໃຈລະເພິ່ນເລີຍ ເອີ້ນຂຶ້ນຫ້ອງການ ເບິດສູ່ຄົນເນາະ ແຕ່ລະບ້ານຫັ່ນເຂົ້າໄດ້ ໃນບ້ານແມ່ ບໍ່ໄດ້ ສເນີໃຫ້ຫ້ອງການວ່າ ຖ້າມີໃນ ຂໍ້ມູນດິບ ເພິ່ນເອົາເຂົ້າໃຫ້ເບິດ ແຫຼະ ກະເພິ່ນໃຫ້ເງິນ ເພິ່ນວ່າຫັ່ນເດ້ ບາດງວດສອງ 50% ມາງວດຫຼັງນີ້ ເພິ່ນຊິໃຫ້ມາ ພ້ອມກັນເລີຍ ບາດມາຮອດປັັດຈຸບັນດຽວນີ້ຫັ່ນ ບໍ່ໄດ້ໃຫ້ເງິນ ເພິ່ນບໍ່ໄດ້ໃຫ້ ເງິນຄ່າຣົດ ເພິ່ນຊິເອົາເຂົ້າຫັ່ນ ເພິ່ນວ່າງວດຫຼັງອີກ ໄປນໍາກົກໝາກໄມ້ໝາກຕອກ ໄປນໍາເລົ້າເຂົ້າ ລະກະໄປນໍາເຄື່ອງກະສິກັມຫັ່ນນາ ຈັ່ງວ່າປະຊາຊົນ ວ່າ ໂອ່ຍເປັນໄປ ບໍ່ໄດ້ ປະຊາຊົນວ່າ ບໍ່ຢາກເຊັນເອົາບາດນີ້ຫັ່ນນາ ຢາກຖາມຂັ້ນແຂວງບໍ່ ຫຼືວ່າຂັ້ນເມືອງ ເຮົານີ້ບໍ ຫຼືວ່າມາຕັ້ງແຕ່ຣັຖບານບໍ ຫັ່ນນາ ປະຊາຊົນສົນໃຈ ຫັນນາ ຄືວ່າຫຼົບໄປຫຼົບມາ ຢູ່ຂໍ້ມູນຫັ່ນ.”

ກ່ຽວກັບຄວາມໝາຍທີ່ວ່າ ຂໍ້ມູນດິບນັ້ນ ກໍມີທ່ານຜູ້ນີ້ ຊຶ່ງເພິ່ນກໍເປັນຜູ້ນຶ່ງ ທີ່ມີໜ້າທີ່ ອອກເກັບຂໍ້ມູນ ຄວາມເສັຍຫາຍຂອງຊາວບ້ານ ໃນເບື້ອງຕົ້ນ ທ່ານໄດ້ອະທິບາຍສູ່ຟັງວ່າ:

“ເອີ່ຂໍ້ມູນດິບເນາະ ສິອະທິບາຍສູ່ຟັງ ເພາະວ່າຂໍ້ມູນດິບ ເຂົາເອີ້ນວ່າ ກ່ອນຊິເປັນຂໍ້ມູນດິບນີ້ ເຂົາເອີ້ນວ່າ ນອນຢູ່ໃນແບບຟອມ 13 ນາ, ຂໍ້ມູນດິບ ກະຄືອັນນະ ໂຕພະນັກງານ ເຂົາລົງ ເກັບກໍາຂໍ້ມູນເບື້ອງຕົ້ນ ຕອນສຸກເສີນ ວ່າຊັ້ນຊະ ທ້າວ ກໍ ຫຼືວ່າ ທ້າວຂໍ ຣາຍງານ ມີຫຍັງແນ່ ມີຫຍັງແນ່ ຣາຍງານຕອນນັ້ນຫັ່ນ ຊິໜ້ອຍ ຫຼືວ່າຫຼາຍ ກະຣາຍງານໃນຕອນນັ້ນ ຜູ້ມີຈິງ ຣາຍງານເບິດ ກັບຜູ້ມີຈິງ ຣາຍງານ ບໍ່ເໝິດ ກະເຫັນຢູ່ຫັ້ນ ເຂົາເອີ້ນວ່າຂໍ້ມູນດິບຫັ່ນນາ ໂຕເຂົາເອົາຂໍ້ມູນເບື້ອງຕົ້ນ ເຂົາເອີ້ນວ່າຂໍ້ມູນດິບ.”

ສໍາລັບຄວາມໝາຍຂອງຄໍາທີ່ວ່າ ຂໍ້ມູນຕົກຫຼົ່ນ ຫຼືຫຼົງລືມນັ້ນ ທ່ານອະທິບາຍ ສູ່ຟັງຕື່ມວ່າ:

“ປະເພດເຄື່ອງໃຫຍ່ນີ້ ທີ່ຫຼົງລືມ ໂຕຈິງແທ້ ເຂົາກະບໍ່ໃຫ້ ເປັນຂອງຫຼົງລືມ ເພາະວ່າຢາກບໍ່ຢາກ ເຄື່ອງໃຫຍ່ນີ່ ມັນຊິເປັນໄປບໍ່ໄດ້ ທີ່ວ່າຫຼົງລືມຫັ່ນນາ ເວົ້າກັນແນວນັ້ນ ເອົາຫຼັກການ ໂຕນັ້ນມາວັດກັນ ຫັ່ນນາ ມີແຕ່ວ່າເຄື່ອງເລັກໆນ້ອຍໆ ແຕ່ມັນຫຼາຍຢ່າງກະຢ່າ ເປັນເຄື່ອງນ້ອຍ ທີ່ວ່າເຄື່ອງມັນບໍ່ໃຫຍ່ ຫຼືວ່າເຄື່ອງ ເຄື່ອນທີ່ບໍ່ໄດ້ຊິຊະ ທີ່ວ່າໝູ່ບໍ່ເຫັນ ນໍາເຮືອນນໍາຊານ ເຮົາຫັ່ນ ໝູ່ຈັ່ງວ່າຕົກລົງວ່າ ໃຫ້ຈົດເປັນເຄື່ອງຫຼົງລືມເນາະ ຈັ່ງພາກັນຈົດນາ ເວົ້າງ່າຍໆວ່າເປັນຣົດ ພາຫະນະເຄື່ອນທີ່ໄດ້ ຫຼືວ່າເປັນງົວ ເປັນຄວາຍ ເປັນສັດ ເປັນສາອິສັງ ເຂົາບໍ່ໃຫ້ ນອນຢູ່ໃນເຄື່ອງຫຼົງລືມ ເພາະວ່າ ພວກດັ່ງກ່າວນີ້ ມັນຕ້ອງໝູ່ຕ້ອງເຫັນນາ ເພາະວ່າມັນເຄື່ອນ ທີ່ໄດ້ຊັ້ນນາ ຕາມມັດຕິຕົກລົງກັນຫັນນາ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ປະຊາຊົນບ້ານໃໝ່ ຍັງບໍ່ມີໃຜເຊັນຮັບເອົາເງິນຄ່າຊົດເຊີຍ ສ່ວນທີ່ເຫຼືອນັ້ນເທື່ອ ເພາະສິ່ງມູນຄ່າ ສິ່ງຂອງທີ່ ຫຼົງລືມບາງຢ່າງ ເພິ່ນບໍ່ທັນຄິດໄລ່ ເຂົ້າໃຫ້ ປະຊາຊົນ:

“ບ້ານໃໝ່ນີ້ກະ ກະຍັງບໍ່ທັນເຊັນ ສິ່ງຂອງທີ່ຫຼົງລືມ ບໍ່ເອົາເຂົ້າໃຫ້ເຂົາແລ້ວ ກະຍັງພັດວ່າມາຕັດ 20% ພະຫະນະ ກັບເຄື່ອງໃຊ້ຄົວເຮືອນ ມັນໂລດໂອ້ຍ ສຸດທີ່ຢາກເຮັດ ຢາກສອບຖາມ ທີ່ມາທີ່ໄປ ກ່ຽວກັບເງິນໂຕນີ້ ຫາກແຕ່ວ່າ ມັນບໍ່ມີທາງໄປ-ທາງມາ ບໍ່ມີທາງຄຶດອອກ ບໍ່ມີທາງອອກ ດ້ວຍຕົນເອງນະ ເວົ້າເຣື່ອງປະຊາຊົນຫັ່ນນະ ຄັນວ່າເຂົາຕັດອີຫຼີ ມັນກະຈໍາເປັນ ບໍ່ໃຫ້ເດ້ ມັນກະຈໍາເປັນຫາກວ່າ ຄວາມທີ່ວ່າຕົກລົງປົງໃຈເອງ ຢາກພໍໃຈເອງ ບໍ່ມີແຫຼະ ວ່າຊິໃຫ້ຕັດຫັ້ນ ຍັງມາຕັດ ປະຊາຊົນ ມາທຸກມາຍາກຊື່ໆ ມາຕັດເຂົາລົງແບບຊີ້ ມັນຊິິເປັນບໍ ເພິ່ນເວົ້າສູ່ຟັງ ຫາກວ່າເພິ່ນອີງໃສ່ ຫຼັການສາກົລເພິ່ນວ່າ ຈັກຊິແມ່ນຄວາມເພິ່ນ ຫຼືບໍ່ແມ່ນແຫຼະ ເພາະວ່າຮູ້ໄດ້ແຕ່ພຽງເມືອງ ພຽງແຂວງ ແຕ່ວ່າບໍ່ທັນຮູ້ ທາງສູນກາ ງອິຫຍັງຫັ້ນນ່າ ຈັກມັດຕິຕົກລົງມາຈັ່ງໃດ ຈັກທາງເມືອງ ທາງແຂວງນີ້ບໍ ຫຼືວ່າສູນກາງ ຕົກລົງແບບດຽວກັນນີ້ບໍຫັ່ນນາ.”

ຊາວບ້ານຜູ່ທີ່ບໍ່ປະສົງ ອອກຊື່ແລະສຽງ ກໍເວົ້າດ້ວຍຄວາມເຫຼືອໃຈນັ້ນວ່າ ມາຕົວະກັນໃຫ້ດີໃຈຊື່ໆ ສຸດທ້າຍມາ ກະບໍ່ເອົາເງິນເຂົ້າໃຫ້ຊໍ້າ:

“ເພິ່ນເວົ້າວ່າ ຊິເອົາເຂົ້າໃຫ້ໃນງວດສອງນີ້ ໃນຂໍ້ມູນດິບ ເອົາເຂົ້າໃຫ້ພໍ່ແມ່ປະຊາຊົນເບິດ ບາດສຸດທ້າຍແລ້ວ ມາດຽວຫັ່ນ ມັນບໍ່ໄດ້ເອົາເຂົ້າ ຫຍັງເບິດ ແບບຕົວະປະຊາຊົນຊື່ໆ ດຽວນີ້ຫັ່ນນາ ຕົວະລະກະຍັງຕັດເງິນອີກ 20% ແລ້ວເຮົາຊິເອົາມາແຕ່ໃສ ຫ່ັນນາ.”

ຊາວບ້ານອີກຄົນນຶ່ງ ກໍເວົ້າກ່ຽວກັບ ຂໍ້ມູນຕົກຫຼົ່ນນັ້ນວ່າ ເຫັນແຕ່ໂຕເລຂໃນເຈັ້ຍ ແຕ່ເງິນໃນບັນຊີພັດບໍ່ເຫັນ:

“ອັນນັ້ນ ຣົດໄຖນິ່ ກັບຣົດຈັກນີ້ ອອກມາໃນຂໍ້ມູນ 50% ອອກມາແຕ່ໂຕເລຂ, ໂຕເລຂເງິນກະອອກມາ ແຕ່ວ່າເງິນບໍ່ມີ ມີແຕ່ໂຕເລຂ ເງິນອອກມາ ໃນໃບ 50% ດຽວນີ້ນິ່ ຈໍານວນເງິນຂອງ ຣາຄາຣົດ ອິສັງອອກມາເໝິດ ຫາກເງິນຫັ່ນບໍ່ມີ ເງິນຫາກບໍ່ເຕັມ ໃນອັນນັ້ນຫັ່ນ ຈັກເພິ່ນເຮັດແນວໂມດໃດ ຈັກແມ່ນໃຜ ຕັດເອົາໄປກິນນິ່.”

ນາງເວົ້າວ່າ ສ່ວນວ່າເງິນໃນບັນຊີທະນາຄານ 50% ຕາມທີ່ເຫັນໂຕເລຂນັ້ນ ກໍແມ່ນຄ່າແນວອື່ນ ແຕ່ບໍ່ແມ່ນຄ່າຣົດຈັກ ກັບຣົດໄຖ:

“ອ່າວກະມີຄ່າແນວອື່ນ ສົມວ່າ ເງິນມັນຖືກ 200 ປາຍ, ແຕ່ວ່າໄດ້ແຕ່ 100 ປາຍ ແຕ່ວ່າອັນເຫັນອອກມາ ບາດໃນໃບ 50% ທີ່ຮັບຮອງເອົາ ມາໃຫ້ ປະຊາຊົນນີ້ ເຫັນຮອດຣາຄາ ເພິ່ນໃສ່ໃຫ້ ຫາກບໍ່ມີເງິນ ເງິນບໍ່ເຕັມ ໄດ້ແຕ່ແນວອື່ນ.”

ໃນຂນະທີ່ ຊາວບ້ານອີກຄົນນຶ່ງ ກໍເວົ້າວ່າ ສໍາລັບຄອບຄົວຂອງຕົນເອງແລ້ວ ມູນຄ່າສິ່ງຂອງທີ່ຫຼົງລືມ ເປັນສັບສິນໃນຄົວເຮືອນນັ້ນແມ່ນ ບໍ່ໄດ້ຣາຍງານໃຫ້ໝົດ ໃນເວລາທີ່ເພິ່ນມາ ເກັບກໍາຂໍ້ມູນ ຍ້ອນໃນເວລານັ້ນ ຜູ້ເມັຍຍັງຢູ່ໃນສະພາບເສັຍໃຈ ເພາະເສັຍລູກຊາຍ ຍ້ອນເຂື່ອນແຕກ:

“ມັນກະເປັນຫຼາຍເງິນ ປະມານ 70 ກວ່າລ້ານພຸ້ນແຫຼະ ເພາະຕອນທີ່ໃຫ້ຂໍ້ມູນເບື້ອງຕົ້ນຫັ່ນ ເມັຍກະເສັຍອົກເສັຍໃຈ ຈົນເປັນບ້າ ເປັນບໍ ໃຫ້ຂໍ້ມູນ ບໍ່ຄົບຖ້ວນ ຍ້ອນລູກ ຍ້ອນເຕົ້າເສັຍ ຫັ່ນແຫຼ້ວ ເມັຍກະຈົດໃຫ້ແຕ່ສິ່ງໃດສິ່ງນຶ່ງ ນີ້ນາໄດ້ເງິນແຕ່ 10 ປາຍລ້ານ.”

ແລະຍັງມີ ຊາວບ້ານ ອີກຄົນນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ເວົ້າວ່າ ຕາມໃບສັນຍາຮັບເງິນ 50% ງວດສຸດທ້າຍນີ້ ແລ້ວແມ່ນວ່າ ຖ້າໃຜເຊັນຮັບເອົາ ແລ້ວ ຖືວ່າໂມຄະ:

“ໃບສັນຍາວ່າ ຄັນໃຜເຊັນເອົາໃນງວດນີ້ນິ່ ເງິນ 50% ງວດສຸດທ້າຍນີ້ ຖືວ່າໂມຄະເບິດ ຣົດຫັ່ນບໍ່ໄດ້ ເຄື່ອງຂອງທີ່ເອົາເຂົ້າຫັ່ນກະບໍ່ໄດ້ ເພາະວ່າຂໍ້ມູນ 100 ລະເດ້ ມັນສຸດທ້າຍລະເດ້ ໃນໃບສັນຍາ ກັບເຈົ້າແຂວງ, ເຈົ້າເມືອງ ກັບພວກ SK ເຂົາຫັ່ນແຫຼະ ຖ້າເຮົາເຊັນເອົາ ງວດໂຕນີ້ ມັນກະແລ້ວຈົບກັນແຫຼະ ເຂົາກະບໍ່ມີໄດ້ຕິດໜີ້ເຮົາ ບາດແຂວງເມືອງນິ່ ຕົວະເຮົາ ຄັນວ່າເວົ້າໄດ້ນິ່ ເວົ້າກັບຜູ້ໃຫຍ່ຂັ້ນສູງພຸ້ນໆ ຖາມເຂົາວ່າເປັນແນວໃດ.”

ເພື່ອສອບຖາມຣາຍຣະອຽດ ກ່ຽວກັບມູນຄ່າສັບສິນບາງຢ່າງທີ່ຫຼົງລືມ ແລະຂໍ້ມູນດິບ ທີ່ປະຊາຊົນບ້ານໃໝ່ ເວົ້າວ່າ ຍັງບໍ່ເຫັນທາງການ ຄິດໄລ່ ເຂົ້າໃຫ້ເທື່ອນັ້ນ ເອເຊັຽເສຣີ ໄດ້ພຍາຍາມ ໂທຫາເຈົ້າໜ້າທີ່ກ່ຽວຂ້ອງ ຂອງບ້ານໃໝ່ຫຼາຍຄັັ້ງ ໂທຕິດ ແຕ່ເພິ່ນບໍ່ຮັບສາຍ.

ຫຼັງຈາກນັ້ນ ເອເຊັຽເສຣີກໍໄດ້ໂທຫາ ນາຍບ້ານ ບ້ານທ່າແສງຈັນ ເພື່ອຖາມກ່ຽວກັບມູນຄ່າຂໍ້ມູນ ຕົກຫຼົ່ນໃນບ້ານທ່ານ ທ່ານໄດ້ເວົ້າສູ່ຟັງວ່າ:

“ອັນໂຕເຄື່ອງຕົກຫຼົ່ນນິ່ ທາງພໍ່ນີ້ ກະໄປປຶກສາຫາລື ກັບພໍ່ແມ່ປະຊາຊົນແລ້ວ ເຂົາກະບໍ່ເວົ້າຫຍັງ ຖ້າຕົກຫຼົ່ນ ແຫຼະປະຊາຊົນນີ້ ສເນີຫາພັກຣັຖ ແລ້ວ ຖ້າພັກ-ຣັຖຮັບຮອງ ບໍ່ໄດ້ລະກະຢ່າ ຄະແນມວ່າບໍ່ໃຫ້ຕັດ ເປັນເປີສອກເປີເຊັນຈັ່ງຊີ້ ເຣື່ອງຂອງຕົກຫຼອກຕົກຫຼົ່ນ ແຕ່ຮອບສອງ ເພິ່ນເອົາຂໍ້ມູນວ່າ ປະຊາຊົນກະບໍ່ຫຍຸ້ງບໍ່ກ່ຽວ ບໍ່ເອົາເຂົ້າລະກະບໍ່ເປັນຫຍັງ ແຕ່ຫຼັກໆ ພໍ່ແມ່ ປະຊາຊົນ ມາເວົ້າດຽວນີ້ໃຫ້ພໍ່ນິ່ ໂຕບໍ່ໃຫ້ເຂົາຕັດ 20% ຂອງຊັບສິນ ຂອງພໍ່ແມ່ປະຊາຊົນ ເພາະວ່າສັບສິນດັ່ງກ່າວ ພໍ່ແມ່ປະຊາຊົນ ຊອກເອງ ເຮັດເອງ.”

ອີງຕາມແຈ້ງການ ຂອງທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງ ເມືອງສນາມໄຊ ແຂວງອັດຕະປື ເລຂທີ 724/ຈມ.ສຊ ໄດ້ອອກມາ ໃນມື້ວັນທີ 27 ກໍຣະກະດາ 2020 ນີ້. ເຣື້ອງ  ການຮັບຮອງ ເອົາມູນຄ່າ ການຫັກຄ່າຫຼຸ້ຍຫ້ຽນ ຂອງ 2 ຣາຍການ ຄື: (ພາຫະນະ ແລະເຄື່ອງໃຊ້ ຄົວເຮືອນ) ຂອງການຊົດເຊີຍໃນ 5 ຣາຍການ ໃນ 50% ທີ່ຈະຈ່າຍໃນງວດ ສຸດທ້າຍ ແກ່ປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ 6 ບ້ານ 1 ຄຸ້ມ ຈະໄດ້ຕັດອອກ 20% ເປັນຄ່າຫຼຸ້ຍຫ້ຽນ.

ເຖິງຢ່າງໃດກໍຕາມ ເອເຊັຽເສຣີ ຍັງຈະຕິດຕາມຫາ ບໍຣິສັດທີ່ປຶກສາ ຂອງໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ນີ້ຢູ່ ເພື່ອຄວາມໂປ່ງໃສ ໃຫ້ແກ່ປະຊາຊົນ ເມືອງສນາມໄຊ ຊຶ່ງຢາກຮູ້ ຢາກເຫັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.