ເຣື້ອງທີ່ເກັບບັນທຶກໄວ້
2024-11-18
ສວນວັດທະນະທໍາຊຽງຄວນ ຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພາຍຫຼັງທີ່ບໍລິສັດ ສວນວັດທະນະທໍາ ຊຽງຄວນຈໍາກັດຜູ້ດຽວ ຂອງນັກລົງຈີນ ໄດ້ສໍາປະທານໃນປີ 2017 ແລະພາຍຫຼັງ ມີນັກທ່ອງທ່ຽວ ເປັນຕົ້ນຈີນມາຫຼາຍ ຍ້ອນມີການປັບປຸງ ໃຫ້ຄວາມສະດວກພວກເຂົາເຈົ້າ.
2024-11-16
ອາຈານ ສຸເນດ ໂພທິສານ ຜູ້ຊ່ຽວຊານ ປະຫວັດສາດລາວ ເລົ່າເຖິງຄວາມເປັນມາ ຂອງ ພະທາດຫຼວງ ຫຼື “ທາດປັນຍາປາລະມີຫຼວງ” ນັ້ນເອງ.
2024-11-13
ງານບຸນນະມັດສະການ ພະທາດຫຼວງ ປີ 2024 ຄຶກຄື້ນຫຼາຍກວ່າທຸກປີ ເຖິງແມ່ນວ່າຢູ່ໃນສະພາບເງິນເຟີ້ ແລະ ເຄື່ອງຂອງແພງ ກໍ່ຕາມ.
2024-11-12
ຄ່າຝາກລົດໃນງານບຸນທາດຫຼວງປີນີ້ ມີການສວຍໂອກາດ ຂຶ້ນລາຄາ ເກີນກວ່າທີ່ທາງການກໍານົດ ຄືປີທີ່ຜ່ານໆມາ ຊຶ່ງຍ້ອນຕົ້ນທຶນຄ່າເຊົ່າສະຖານທີ່ຈອດລົດນັ້ນ ຂ້ອນຂ້າງສູງ ບໍ່ສອດຄ່ອງກັບຄ່າຝາກລົດ ທີ່ທາງການກໍານົດໃຫ້.
2024-10-19
ລາຍການ ເມືອງລາວ ປະຈໍາສັບປະດາ EP-67 ຂໍນໍາສະເໜີ ທີມເຮືອບ້ານນາລ້ອງ ທີ່ກໍາລັງຝຶກຊ້ອມ ຕຽມເຂົ້າແຂ່ງຂັນ ໃນງານສະຫຼອງ ບຸນຊ່ວງເຮືອ ປະຈໍາປີ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ.
2024-10-17
ການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ປະຈຳປີ 2024 ນີ້ ມີເຮືອຊ່ວງພຽງແຕ່ 10 ລຳ ສາເຫດໜຶ່ງຍ້ອນ ທີມເຮືອຊ່ວງ ຫຼາຍທີມ ປະສົບບັນຫາທາງດ້ານເສດຖະກິດ ແລະບໍ່ມີຜູ້ໃຫ້ທຶນສະໜັບສະໜູນ.
2024-10-16
ໃນງານບຸນຊ່ວງເຮືອອອກພັນສາ ຊຶ່ງເປັນບຸນປະເພນີ ປະຈໍາປີ ຈັດຂຶ້ນ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແຕ່ວັນທີ 15 ຫາວັນທີ 18 ຕຸລານີ້ ປາກົດວ່າ ຄ່າຝາກລົດແພງກວ່າທີ່ຄະນະກໍາມະການງານບຸນກໍານົດໄວ້.
2024-09-24
2 ປີ ຜ່ານມາ ຢູ່ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ມີຜູ້ຊາຍຈີນ ເຂົ້າມາພັກເຊົາ ຢູ່ພາຍໃນເມືອງ ໄດ້ແຕ່ງດອງ ກັບແມ່ຍິງລາວອາຍຸກາຍ 18 ປີ ໂດຍສະເໜີໃຫ້ຄໍາແລະ ໃຫ້ເງິນ 150 ລ້ານກີບ ຕໍ່ເຫດການດັ່ງກ່່າວເຮັດໃຫ້ ທາງການເລັ່ງລົງເຜີຍແຜ່ກົດໝາຍ ການປະກອບເອກະສານຂໍແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບຕ່າງປະເທດ.
2024-09-23
ສັມພາດ ປະທານ ມູລນິທິ ມໍຣະດົກລາວ ກ່ຽວກັບ ໂຄງການສອນນາຕສິລ ແລະ ວັທນະທັມ ລະດູຮ້ອນ (Summer Camp) ປະຈຳປີ 2024 ທີ່ຣັຖເວີຈີເນັຽ, ສະຫະຣັຖ ອາເມຣິກາ
2024-09-16
ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາຈັກລາວ ນໍາໂດຍທ່ານ ມະນູນສັກ ອາທະຂັນ ອາດີດນາຍທະຫານໜ່ວຍລົບພິເສດພາກ 3 ເຂົ້າຮ່ວມພິທີມອບສິ່ງບອກເລົ່າໃນສະໄໝສົງຄາມ ທີ່ຫໍສະໝຸດລັດຖະສະພາສະຫະຣັດ ຈັດຂື້ນທີ່ນະຄອນຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍານີ້.
2024-09-11
ຍັງມີປະກົດການ ແມ່ຄ້າບາງຄົນ ຂາຍເຄື່ອງຕັກບາດເຂົ້າໜຽວ ຢູ່ແຂວງຫຼວງພຣະບາງ ແບບເອົາປຽບນັກທ່ອງທ່ຽວ ດ້ວຍການໃຫ້ຊື້ເຄື່ອງຕັກບາດ ແລ້ວໄລ່ລາຄາ ສູງກວ່າປົກກະຕິ, ເຖິງວ່າກ່ອນໜ້ານີ້ ພາກສ່ວນຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ຈະມີມາດຕະການອອກມາ ເພື່ອສະກັດກັ້ນບັນຫາດັ່ງກ່າວ ແລ້ວກໍຕາມ.
2024-09-11
ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາ ຈັກລາວ ເຂົ້າຮ່ວມພິທີມອບຮັບສິ່ງບອກເລົ່າໃນສະໄໝສົງຄາມ ທີ່ຫໍສະໝຸດລັດຖະສະພາສະຫະລັດ ຈັດຂຶ້ນທີ່ນະຄອນຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍານີ້.
2024-09-04
ອຳນາດການປົກຄອງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈະແກ້ໄຂ ການເຄື່ອນໄຫວ ດ້ານສາດສະໜາ ທີ່ເຂົ້າມາ ແບບບໍ່ຖືກຕ້ອງ, ໂດຍສະເພາະ ກຸ່ມຜູ້ທີ່ເຄື່ອນໄຫວ ສາດສະໜາຄຣິສຕຽນ ພາຍຫຼັງທີ່ຊາວບ້ານ ຈຳນວນໜຶ່ງ ໄດ້ມີຫາງສຽງ ໃຫ້ຊ່ອຍແກ້ໄຂ.
2024-08-31
ສອງໄວໜຸ່ມລາວ ທີ່ເຫຼື້ອມໃສ ໃນຄໍາສອນ ຂອງພຣະພຸດທະເຈົ້າ ແລະໄດ້້ສ້າງ App ໄວ້ສໍາລັບ ຜູ້ທີ່ສົນໃຈຢາກສຶກສາທໍາມະ.
2024-08-28
ປ້າຍໂຄສະນາຜິດລະບຽບ ທີ່ຕິດຊະຊາຍຢູ່ເມືອງແບງ ແຂວງອຸດົມໄຊ ສ່ວນໃຫຍ່ເປັນຂອງຈີນ ທີ່ມີທັງເອົາພາສາຕ່າງປະເທດ ຂຶ້ນເທິງພາສາລາວ, ຂຽນໂຕໜັງສືລາວໜ້ອຍກວ່າໂຕຕ່າງປະເທດ.