ຊາວຄຣິສຕຽນລາວ ຢູ່ເມືອງນອງ ຖືກລະງັບຈັດງານ ວັນຄຣິສທ໌ມາສ

ສຸພັດຕາ
2022.12.29
ຊາວຄຣິສຕຽນລາວ ຢູ່ເມືອງນອງ ຖືກລະງັບຈັດງານ ວັນຄຣິສທ໌ມາສ ເຫດການ ທີ່ເຈົ້າໜ້າທີ່ ກຳລັງມ້າງສະຖານທີ່ ບ່ອນຈັດງານສລອງ ວັນຄຣິສຕ໌ມາສ ຂອງຊາວຄຣິສຕຽນລາວ, ຢູ່ບ້ານສາງ ແລະບ້ານປະລຽງ ເມືອງນອງ ແຂວງສວັນນະເຂດ ໃນວັນຄຣິສຕ໌ມາສ ປີ 2022.
RFA

ຊາວລາວຄຣິສຕຽນ ຢູ່ບ້ານສາງ ແລະບ້ານປະລຽງ ເມືອງນອງ ແຂວງສວັນນະເຂດ ໄດ້ຖືກລະງັບ ການຈັດງານສລອງ ວັນຄຣິສຕ໌ມາສ ປະຈໍາປີ 2022 ເຊິ່ງທາງເຈົ້າໜ້າທີ່ຂັ້ນບ້ານ ກໍໄດ້ເຫັນດີໃຫ້ຈັດແລ້ວ ແຕ່ທາງຂັ້ນເມືອງ ກໍໄດ້ອອກອະນຸຍາດ ໃຫ້ຈັດຢູ່ບ້ານອາລາພູສີ ຫຼື ບ້ານນາເລົາ ພຽງບ້ານດຽວ.

ເຫດການທີ່ເກີດຂຶ້ນໃນຄັ້ງນີ້ ຊາວລາວຄຣິສຕຽນຜູ້ນຶ່ງ ໄດ້ເວົ້າໃຫ້ວິທຍຸ ເອເຊັຽ ເສຣີ ຟັງໃນວັນທີ 27 ທັນວາ 2022 ນີ້ວ່າ:

“ທາງຫ້ອງການພາຍໃນ ສົ່ງເອກສານໃຫ້ຂະນ້ອຍເນາະເມືອປະກອບ ປະກອບແລ້ວລະກະ ເຊັນນາຍບ້ານລຽບຣ້ອຍ ແຕ່ມີຈຸດນຶ່ງ ທີ່ທາງນາຍບ້ານເພິ່ນບໍ່ເຊັນໃຫ້ ແຕ່ວ່າ ທາງນາຍບ້ານນ່າ ເຫັນດີນໍາ ໃຫ້ພີ່ນ້ອງຊາວຄຣິສຕຽນ ຈັດງານວັນຄຣິສຕ໌ມາສຢູ່ໃນບ້ານ ເພາະວ່າບ້ານດັ່ງກ່າວ ກະຄືບ້ານສາງ ວັນທີ່ 22 ເດືອນ 12 ປີ 2022 ເພິ່ນຫ້າມ ບໍ່ໃຫ້ຈັດງານຄຣິສທ໌ມາສ ລະກະພີ່ນ້ອງຢູ່ໃນບ້ານສາງ ຖືກເພິ່ນມ້າງເວທີ ຈັດງານຄຣິສຕ໌ມາສ ຢູ່ໃນບ້ານດັ່ງກ່າວ ລະກະຊິມີເຈົ້າໜ້າທີ່ ປກສ ເມືອງ ລະກະມີ ກອງບັນຊາການທະຫານເມືອງ ຈໍານວນ 20 ປາຍຄົນ ເພິ່ນກະເອົາທະຫານ ເອົາປືນ ເອົາຫຍັງມາຄວບຄຸມ ພີ່ນ້ອງຄຣິສຕຽນ ຜູ້ຮ້ອງຜູ້ໄຫ້ ກະມີ ເພາະວ່າ ບໍ່ໄດ້ມີງານສເລີມສລອງ ວັນຄຣິສທ໌ມາສ ແຕ່ວ່າທາງເຈົ້າໜ້າທີ່ເພິ່ນເລີຍມ້າງ ລະກະຍຶດເອົາບັນດາໄມ້ ຈໍານວນໄມ້ແປ້ນ ຫຼືວ່າອຸປະກອນ ທີ່ເພິ່ນເຮັດພິທີຢູ່ໃນຫັ້ນແຫຼະ ເພິ່ນຍຶດ ເອົາເຂົ້າໄປໄວ້ໃນເມືອງເລີຍ.”

ຊາວລາວຄຣິສຕຽນ ຜູ້ນີ້ ເວົ້າອີກວ່າ ເຫດການໃນຄັ້ງນີ້ ບໍ່ມີຊາວບ້ານຜູ້ໃດ ໄດ້ຮັບບາດເຈັບ ມີແຕ່ຖືກຍຶດເຄື່ອງຂອງທີ່ຕຣຽມຈັດງານນັ້ນ ໄປໄວ້ຢູ່ເມືອງ ເຊິ່ງມູນຄ່າຄວາມເສັຍຫາຍໃນການຈັດງານຄັ້ງນີ້ ຕົກເປັນມູນຄ່າຢູ່ປະມານ 10,000,000 ປາຍກີບ:

“ບໍ່ໆ ມີແຕ່ຊັບສິນຂອງປະຊາຊົນຢູ່ໃນຫັ້ນແຫຼະ ສະເພາະຢູ່ໃນບ້ານສາງນີ້ ໄມ້ເຮືອນ ລະກະສິ້ນເປືອງ ທີ່ພີ່ນ້ອງໄດ້ເຊົ່າໂຕະ ເຊົ່າເຕັ້ນ ແຕ່ວ່າເພິ່ນຈ່າຍເງິນແລ້ວ ແຕ່ວ່າຈ່າຍເງິນແລ້ວ ແຕ່ວ່າຫຼັງຈາກນັ້ນ ເຈົ້າໜ້າທີ່ໄດ້ມາມ້າງ ລະກະໄລ່ຜູ້ທີ່ເອົາເຕັ້ນມາຕັ້ງ ຢູ່ໃນງານຄຣິສຕ໌ມາສຫັ້ນນ່າ ລະກະພີ່ນ້ອງຢູ່ໃນຄຣິສຕະຈັກ ກະເສັຍເງິນລ້າໆ ລະກະແປ້ນອີກ ຢູ່ໃນບ້ານສາງນ່າ ກະຖືກທາງເມືອງຍຶດເອົາ ປະມານຢູ່ 30 ຫຼືວ່າ 20 ປາຍ (ແຜ່ນ) ນີ້ແຫຼະ ລະກະສິ້ນເປືອງອີກ ງົວ-ຄວາຍ ກະປະມານຢູ່ 10 ປາຍລ້ານ (ກີບ) ນີ້ແຫຼະ.”

ໃນຂະນະດຽວກັນ ຊາວລາວຄຣິສຕຽນອີກຜູ້ນຶ່ງ ທີ່ບໍ່ປະສົງອອກສຽງ ກໍເລົ່າເຫດການທີ່ເກີດຂຶ້ນ ໃນມື້ດັ່ງກ່າວ ໃຫ້ວິທຸເອເຊັຽເສຣີ ຟັງວ່າ:

“ຊາວຄຣິສລາວ ຢູ່ບ້ານສາງ ເມືອງນອງ ແຂວງສວັນນະເຂດ ປະມານ 15 ຄອບຄົວ ຢາກຈັດງານວັນຄຣິສທ໌ມາສ ໃນວັນທີ 23 ທັນວາ ເຊິ່ງໃນວັນທີ 22 ຂະເຈົ້າເຣີ່ມເຮັດຮ້ານ ຫຼືວ່າເວທີ ທີ່ຂະເຈົ້າຈະສເລີມສລອງວັນຄຣິສທ໌ມາສຫັ້ນນ່າ ແຕ່ມາຮອດວັນທີ 23 ເວລາປະມານ 11 ໂມງເຊົ້າ ເຈົ້າໜ້າທີ່ທາງເມືອງນອງ ປະມານ 20-30 ຊີວິດ ທັງຕໍາຣວດ ລະກະທັງຈາຣະຈອນ ລະກະທັງທະຫານ ປືນຄົບມືເລີຍ ຂະເຈົ້າບໍ່ໃຫ້ຈັດຫັ້ນນ່າ ຫຼັງຈາກບໍ່ໃຫ້ຈັດ ທາງສາສນາເຂົາກະຢາກຈັດ ແຕ່ວ່າທາງອໍານາດການປົກຄອງເມືອງ ເພິ່ນໃຊ້ສິດມາມ້າງເໝິດຫັ້ນນ່າ ຮ້ານຂະເຈົ້າເວທີຕ່າງໆຫັ້ນນ່າ ຂະເຈົ້າມ້າງຖິ້ມເໝິດ ຫຼັງຈາກນັ້ນ ຂະເຈົ້າກະເອົາໄມ້ແປ້ນ ທີ່ຂະເຈົ້າເຮັດຮ້ານຫັ້ນ ເອົາເມືອເມືອງເລີຍ ເພາະວ່າເຂົ້າບໍ່ອະນຸຍາດ ໃຫ້ເຮັດຄຣິສຕ໌ມາສ ຂະເຈົ້າໃຊ້ອໍານາດ ເອົາປືນເອົາຫຍັງມາຈໍ່ປະຊາຊົນຫັ້ນນ່າ ບໍ່ຢາກໃຫ້ປະຊາຊົນຈັດງານຄຣິສຕ໌ມາສ.”

ຊາວລາວຄຣິສຕຽນຜູ້ນີ້ ເວົ້າອີກວ່າ:

“ປີທີ່ຜ່ານມາ ງານສລອງຄຣິສຕ໌ມາສ ຢູ່ບ້ານອື່ນໆ ກໍຖືວ່າຈັດໄດ້ປົກກະຕິ ເຊິ່ງຢູ່ບ້ານສາງນີ້ ແມ່ນຈະຈັດເປັນປີທໍາອິດ ແລະເຫດການ ທີ່ເຈົ້າໜ້າທີ່ເມືອງ ມາຫ້າມບໍ່ໃຫ້ຈັດງານຄຣິສທ໌ມາສ ຮວມທັງພິທີກັມ ນະມັສການຕ່າງໆ ໃນມື້ນັ້ນ ກໍໃຫ້ຢຸດເຊົາໝົດ ເຫດການທີ່ເກີດຂຶ້ນໃນມື້ດັ່ງກ່າວ ບໍ່ມີຊາວບ້ານຜູ້ໃດໄດ້ຮັບບາດເຈັບແຕ່ຢ່າງໃດ ເພາະວ່າຊາວຄຣິສຕຽນບໍ່ກ້າສູ້ເດ້ ຊາວຄຣິສຕຽນຂະເຈົ້າໜີ ເພາະວ່າຂະເຈົ້າບໍ່ກ້າສູ້ ຄັນຖ້າສູ້ ຢ້ານວ່າແມ່ນຫຍັງຈະເກີດຂຶ້ນກະບໍ່ຈັກ.”

ໃນມື້ວັນທີ 28 ທັນວານີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ກັບໄປຫາຊາວລາວຄຣິສຕຽນ ຜູ້ດຽວກັນກັບຂ້າງຕົ້ນຕື່ມອີກ ເພື່ອສອບຖາມຂໍ້ມູນກ່ຽວກັບ ການແລ່ນຂໍອະນຸຍາດ ຂອງແຕ່ລະບ້ານ ວ່າແມ່ນແນວໃດກັນແທ້ ເຊິ່ງທ່ານກໍໄດ້ອະທິບາຍວ່າ:

“ບ້ານທີ່ເພິ່ນ ອະນຸຍາດໃຫ້ຈັດຄຣິສທ໌ມາສ ກະຄື 1 ບ້ານອາເລົາ ທາງພີ່ນ້ອງຊາວຄຣິສຕຽນ ສເນີວ່າຢາກຈັດງານຄຣິສຕ໌ມາສ ກະຄື 3 ບ້ານ ແຕ່ວ່າເພິ່ນອະນຸຍາດ ແຕ່ບ້ານດຽວຫັ້ນແລະ ບ້ານອາເລົາ ສ່ວນບ້ານ 2 ບ້ານນ່າ ບ້ານປະລຽງ ກັບບ້ານສາງນ່າ ເພິ່ນບໍ່ອະນຸຍາດ ແຕ່ວ່າທາງອໍານາດການປົກຄອງບ້ານ ເພິ່ນອະນຸຍາດ ໃຫ້ຈັດເດ້ ບ້ານສາງໃຫ້ເຫດຜົນແນວນີ້ ເພິ່ນຈັ່ງບໍ່ເຊັນ 1 ກະຄື ທາງນາຍບ້ານໃຫ້ຄໍາແນະນໍາ ແກ່ພີ່ນ້ອງ ທີ່ຈະຈັດງານຄຣິສທ໌ມາສ ເພິ່ນບອກວ່າແນວນີ້ ພວກເຈົ້າຢາກເຮັດຮີດພວກເຈົ້າ ມີແຕ່ພວກເຈົ້າເຮັດໂລດ ບໍ່ຈໍາເປັນຊິເຊັນກະໄດ້ ເພາະວ່າ ພວກຂ້ອຍເຄີຍເຮັດຮີດ ຫຼືວ່າ ຄືທາງພີ່ນ້ອງຊົນເຜົ່າ ທາງເມືອງນອງນີ້ ເພິ່ນເຮັດຮີດກິນງະບໍ ຫຼືວ່າ ເຮັດຮີດຫຍັງກະແລ້ວແຕ່ ຈະບໍ່ມີ​ລາຍເຊັນ ບໍ່ມີຫຍັງກ່ຽວກັບນາຍບ້ານ ນາຍບ້ານບອກເຮັດໂລດ ແຕ່ວ່າມີເມືອງມາ ມີແມ່ນຫຍັງມາ ທາງນາຍບ້ານຊິຮັບຜິດຊອບເອງ ບາດແລ້ວ ບາດຮອດເມືອງ ເພິ່ນບໍ່ຮັບຜິດຊອບໃຫ້ ກະເລີີຍເພິ່ນບໍ່ໄດ້ເຊັນໃຫ້.”

ທ່ານເວົ້າອີກວ່າ ການທີ່ພາກັນຈັດງານດັ່ງກ່າວຂຶ້ນນັ້ນ ຍ້ອນວ່າ ເອກສານ 3 ຊຸດ ທີ່ທາງຫ້ອງການກ່ຽວຂ້ອງ ຂອງເມືອງນອງ ມອບໃຫ້ມາເຊັນປະທັບຕຣາ ຈາກບ່ອນຕ່າງໆ ກໍເອົາກັບໄປສົ່ງເພິ່ນຄືນແລ້ວ ແລະກໍຄິດວ່າ ເພິ່ນໃຫ້ຈັດໄດ້ທັງ 3 ບ້ານ:

“ເພາະວ່າຕອນຕົ້ນນັ້ນ ຂໍເອກສານນ່າ ຄຶດວ່າເພິ່ນອະນຸຍາດລຽບລ້ອຍແລ້ວ ແຕ່ວ່າທາງເອກສານ ມັນມີ 3 ຊຸດເດ້ ລະກະໄດ້ຈ່າຍເງິນໃຫ້ເພິ່ນລຽບລ້ອຍແລ້ວ ຕອນໄປເອົາເອກສານ ຢູ່ຫ້ອງການພາຍໃນເມືອງ ຄຶດວ່າເພິ່ນອະນຸຍາດໃຫ້ຈັດ ກະເລີຍສເນີໃຫ້ທາງພີ່ນ້ອງຄຣິສຕຽນ ທີ່ວ່າຢາກຈັດງານຄຣິສ​ທ໌ມາສຫັ້ນ ຈັດຕຣຽມໄວ້ໂລດ ລະກະເພິ່ນໄດ້ຈັດຕຣຽມ ລະກະໄດ້ເຊັນລຽບລ້ອຍ ລະກະສົ່ງ​ລາຍເຊັນ ສົ່ງເອກະສານ ທີ່ປະກອບແລ້ວ ໃຫ້ຫ້ອງການພາຍໃນເມືອງ ກະຕອນວັນທີ 12 ເດືອນ 12 ຂ້ອຍສົ່ງເອກສານໄປຫາ ຫ້ອງການເມືອງຫັ້ນ ລະກະເພິ່ນກະໄດ້ງຽບ ງຽບມາຮອດວັນທີ 20 ວັນທີ 22 ລະກະ 23-24 ຈົນຮອດມື້ຈັດງານຫັ້ນແຫຼະ ທາງຄະນະເມືອງ ລະກະທາງ ປກສ ເມືອງ ເພິ່ນກະໄດ້ຂຶ້ນມາ ລະກະເພິ່ນບອກວ່າ ດຽວນີ້ ທາງເອກສານທີ່ພວກເຈົ້າເຮັດນ່າ ທາງເມືອງເພິ່ນບໍ່ໄດ້ຮັບ ລະກະບໍ່ອະນຸຍາດ ໃຫ້ພວກເຈົ້າຈັດຢູ່ກະແຈກກະຈາຍ ກະຄືບ້ານສາງ ແລະບ້ານ ປະລຽງນີ້ແຫຼະ ບໍ່ຢາກໃຫ້ຈັດ ເພາະວ່າເອກສານກະສົ່ງໃຫ້ເພິ່ນລຽບລ້ອຍ ເພາະວ່າຟອມເອກສານ ກະມາແຕ່ເພິ່ນ ຖ້າຫາກວ່າ ຕອນທໍາອິດໄປເອົາເອກສານນ່າ ເພິ່ນບອກວ່າ ສົ່ງໃຫ້ແຕ່ຊຸດດຽວ ພວກເຈົ້າຈັດຢູ່ບ່ອນດຽວ ກະເລີຍຢາກຈັດຢູ່ບ່ອນດຽວ ເພາະວ່າອັນນີ້ ສເນີ 3 ຊຸດ ເພິ່ນກະໃຫ້ 3 ຊຸດ ເພິ່ນກະໃຫ້ 3 ຊຸດ ໃຫ້ເອກສານໃຫ້ເມືອເຊັນ ມີແຕ່ທາງຄະນະເມືອງບອກວ່າ ໂອເຄ ພວກເຈົ້າສົ່ງແລ້ວ ລະຂ້ອຍສິໂທບອກເດີ້ ວ່າໄດ້ຫຼືບໍ່ໄດ້ ເພິ່ນວ່າແນວນີ້ ບາດແລ້ວເພິ່ນກະງຽບເລີຍ ຄຶດວ່າເພິ່ນໃຫ້ຈັດຫັ້ນແຫຼະ ບາດແລ້ວເພິ່ນບໍ່ໃຫ້ຈັດ ບັດຮອດມື້ວັນທີຈັດ ເອົາເຈົ້າໜ້າທີ່ ເອົາຫົວໜ້າຫ້ອງການພາຍໃນ ລະກະເອົາຫົວໜ້າ ປກສ ລະກະຫົວໜ້າກອງຄະດີຂຶ້ນມາ ລະກະຫົວໜ້າທະຫານຂຶ້ນມາ ແລະມາມ້າງໂລດ.”

ທ່ານກ່າວມ້ວນທ້າຍວ່າ ຫາກເປັນໄປໄດ້ ກໍຢາກຮຽກຮ້ອງຂໍຄວາມເຫັນໃຈນໍາທາງການ ໃນການຈັດງານສລອງວັນຄຣິສມັສ ຢາກໃຫ້ອະນຸຍາດ ໃຫ້ຈັດຫຼາຍບ່ອນ ໄດ້ຄືປີຜ່ານໆແດ່:

“ຢາກຂໍຮຽກຮ້ອງນໍາ ທາງຂັ້ນເທິງເນາະ ຢາກໃຫ້ແກ້ໄຂກ່ຽວກັບ ເຣື່ອງງານວັນຄຣິສ​ທ໌ມາສນີ້ແຫຼະ ຢາກສເນີໃຫ້ມີຢູ່ 2-3 ບ່ອນ 4 ບ່ອນກະແຮ່ງດີ ເຫດຜົນກະຄື ພີ່ນ້ອງຄຣິສຕຽນ ສ່ວນຫຼາຍຢູ່ບ້ານນອກບ້ານນາ ແຕ່ເພິ່ນຢາກຈັດງານສລອງຄຣິສຕ໌ມາສ ຈັດເປັນຈຸດທີ່ມັນຢາມໍ່ໆແນ່ ເພາະວ່າພີ່ນ້ອງຢາກເດີນທາງມັນຍາກ ເພາະວ່າ ພີ່ນ້ອງຄຣິສຕຽນນີ້ ຜູ້ເຖົ້າຜູ້ແກ່ ເພິ່ນກະຢາກມາສເລີມສລອງ ຖ້າຫາກວ່າຈັດບ່ອນດຽວ ເພາະວ່າມັນໄກເດ້ ປະມານ 20-30 ຫຼັກ 40 ຫຼັກ 50 ຫຼັກ ເພິ່ນກະບໍ່ມີໂອກາດໄດ້ມາ ອີກຢ່າງຣົຖກະບໍ່ມີ ຖ້າຫ້າຈັດ 2-3 ບ່ອນ ເພິ່ນກະໄດ້ມາເຫັນໄດ້ຍ່າງ ເຫັນໄດ້ຍ່າງ ລະກະໄດ້ນະມັສການ ຫຼືວ່າ ໄດ້ສເລີມສລອງງານຄຣິສທ໌ມາສຄືກັນ ຄືວ່າຈັດບ່ອນດຽວ ຖືວ່າມີແຕ່ຜູ້ໜຸ່ມຫັ້ນແຫຼະ ໄດ້ໄປງານ ເພາະວ່າເພິ່ນມີຣົຖຈັກຫັ້ນເດ້ ປີຜ່ານມານີ້ ຕອນຊ່ວງໂຄວິດວ່າງແລ້ວນີ້ ກະໄດ້ຈັດຢູ່ 3 ບ່ອນ ເພິ່ນອະນຸຍາດໃຫ້ຈັດ 3 ບ່ອນ ຊ່ວງໂຄວິດ.”

ແລະຊາວລາວຄຣິສຕຽນອີກຄົນນຶ່ງ ທີ່ໄປຮ່ວມງານໃນມື້ດັ່ງກ່າວ ກໍເວົ້າວ່າ ໃນມື້ດັ່ງກ່າວນັ້ນ ມີຊາວຄຣິສຕຽນລາວ ມາຮ່ວມງານຫຼາຍສົມຄວນ:

“ໂອ້ຍໄດ້ຮອດ 100-200 (ຄົນ) ພຸ້ນແຫຼະ ຫຼາຍແທ້ຄົນເໝິດເມືອງເລີຍ ເໝິດເຂດພວກຂະນ້ອຍເມືອງນອງ ເຂົາບໍ່ອະນຸຍາດໃຫ້ເຮັດ ລະບາດນັ້ນ ກະເຂົາໄລ່ໜີເໝິດ ພວກຂະນ້ອຍກະພາກັນເມືອ.”

ໃນມື້ດຽວກັນນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ ຫາຫ້ອງການພາຍໃນເມືອງນອງ ແຂວງສວັນນະເຂດ ເພື່ອຖາມກ່ຽວກັບເຣື່ອງການອອກໃບອະນຸຍາດ ເຊິ່ງເຈົ້າໜ້າທີ່ທ່ານນຶ່ງ ກໍໄດ້ອະທິບາຍວ່າ:

“ເມືອງເພິ່ນກໍານົດໃຫ້ 2 ຈຸດ ຢູ່ບ້ານອາລາພູສີ ກັບບ້ານ ອາສິງສາລີ ເພິ່ນໃຫ້ຈັດນ່າ ແຕ່ເພິ່ນບໍ່ໄດ້ເຊັນ ບໍ່ໄດ້ອະນຸມັດ ຍ້ອນມັນລົງຕິດຕາມຍາກ ຫຼາຍຈຸດ.”

ສ່ວນວ່າ ເຣື່ອງເຄື່ອງຂອງຕ່າງໆ ທີ່ທາງເມືອງ ໄດ້ຂົນເອົາໄປນັ້ນ ທ່ານກໍບອກວ່າ:

“ເພິ່ນບໍ່ໃຫ້ຈັດ ລະພັດຂະເຈົ້າພັດຊູຊີ ຢາກເຮັດຢາກຫຍັງເດ້ ລະໃຫ້ຂະເຈົ້າມາພົວພັນຢູ່ເມືອງຄືນ ແບບນີ້ນ່າ.”

ຕາມຄໍາເວົ້າຂອງຊາວລາວຄຣິສຕຽນລາວ ຫຼາຍຄົນແລ້ວນັ້ນ ກໍແມ່ນວ່າ ວັນຄຣິສຕ໌ມາສ ກໍເປັນງານບຸນສລອງປະຈໍາປີ ຖ້າເປັນໄດ້ ພວກຂະເຈົ້າ ກໍຢາກຈັດຂຶ້ນທຸກໆປີ ຄືດັ່ງດຽວກັນກັບ ງານບຸນມະຄະບູຊາ ທີ່ຊາວລາວ ຊາວພຸດຈັດຂຶ້ນທຸກໆປີເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.