ຊາວຄຣິສຕຽນລາວ ສລອງວັນຄຣິສຕ໌ມາສ ຢ່າງອົບອຸ່ນ

ພອນ ພູມມີທອນ
2022.12.28
ຊາວຄຣິສຕຽນລາວ ສລອງວັນຄຣິສຕ໌ມາສ ຢ່າງອົບອຸ່ນ ໂບດຂອງ ຊາວລາວຄຣິສຕຽນ ຢູ່ ສປປ ລາວ.
RFA

ໃນວັນທີ 25 ທັນວາ 2022 ທີ່ຫາກໍຜ່ານມານີ້ ຖືເປັນວັນຄຣິສຕ໌ມາສ ສາກົລ ຫຼືວັນຄ້າຍວັນປະສູຕ ຂອງພຣະເຍຊູ ໃນສາສນາຄຣິສຕຽນ ປະຈຳ ຄ.ສ 2022, ເຊິ່ງຊາວລາວ ທີ່ນັບຖືສາສານາຄຣິສຕຽນໃນລາວ ຕ່າງກໍໄດ້ສເລີມສລອງວັນດັ່ງກ່າວ ຢ່າງອົບອຸ່ນ ແລະ ມີຄວາມໝາຍ ພ້ອມທັງໄດ້ຈັດການສເລີມສລອງ ທີ່ໃຫຍ່ກວ່າ 2 ປີທີ່ຜ່ານມາ ເນື່ອງຈາກໃນໄລຍະ 2 ປີ ທີ່ຜ່ານມານັ້ນ ມີໂຄວິດ-19 ຣະບາດ ແລະ ບາງແຂວງກໍບໍ່ໄດ້ມີການຈັດການ ສເລີມສລອງໃດໆ.

ຕົກມາປີນີ້, ໂບດຕ່າງໆ ໃນຫຼາຍແຂວງ ຈຶ່ງໄດ້ພາກັນຈັດການສເລີມສລອງ ວັນຄຣິສຕ໌ມາສ ທີ່ໃຫຍ່ກວ່າເກົ່າ ແລະ ກໍມີຊາວລາວ-ຄຣິສຕຽນ ເຂົ້າມາຮ່ວມ ເປັນຈຳນວນຫຼາຍ ແລະ ໂບດຫຼາຍແຫ່ງ ກໍໄດ້ມີການເຊີນເຈົ້າໜ້າທີ່ທ້ອງຖິ່ນ ເຂົ້າມາຮ່ວມງານນຳດ້ວຍ ອັນເປັນສັນຍາລັກວ່າ ຊາວລາວທຸກຊົນເຜົ່າ, ທຸກສາສນາ ແລະ ການຈັດຕັ້ງຂັ້ນຕ່າງໆ ສາມາດດຳເນີນຊີວິຕຮ່ວມກັນ ຢ່າງສັນຕິສຸຂ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ.

ອາຈານສອນສາສນາຄຣິສຕຽນ ຊາວລາວ ທ່ານນຶ່ງ ໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 26 ທັນວາ ນີ້ວ່າ ປີນີ້ ໃນໂບດທີ່ທ່ານເປັນອາຈານສອນ ໃນເຂດເມືອງພີນ ແຂວງສວັນນະເຂດ ກໍໄດ້ມີການສເລີມສລອງ ໃຫຍ່ກວ່າ 2 ປີທີ່ຜ່ານມາ ແລະ ໄດ້ມີກິຈກັມຫຼາຍຢ່າງ ເປັນຕົ້ນແມ່ນພິທີທາງສາສນາ ແລະ ກໍມີພີ່ນ້ອງຊາວລາວ-ຄຣິສຕຽນ ເຂົ້າຮ່ວມເຖິງ 200 ຄົນ.

“ຕ້ອງມີການນະມັສການພຣະເຈົ້າ, ຖວາຍກຽດພຣະເຈົ້າ ລະກະມີການຮ້ອງເພງ ແລ້ວກະມີການແບ່ງປັນພຣະຄຳ ຮ່ວມໃຈກັນ ເພື່ອເລົ່າເປັນປວັດສາຕ, ປວັດຂອງການກຳເນີດ ຂອງພຣະເຍຊູ. ກິຈກັມຫຼັກໆກະຄື ເປັນການທີ່ເຮົາໄດ້ແບ່ງປັນ ເລົ່າເຣື່ອງປວັດສາຕ ຂອງພຣະເຍຊູ ໄດ້ມາຊ່ອຍເອົາມະນຸສໂລກ ໄດ້ຮັບຄວາມຫຼຸດພົ້ນຈາກບາບກັມ. ໂອ້, ມາຫຼາຍເຕີບປີນີ້, ປະມານ 200 ປາຍຄົນພຸ້ນແຫຼະ.”

 

ອາຈານສອນສາສນາຄຣິສຕຽນ ໃນໂບດແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກໍໄດ້ ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂບດທີ່ທ່ານສອນສາສນາຢູ່ ກໍໄດ້ຈັດການສເລີມສລອງ ວັນຄຣິສຕ໌ມາສ ຢ່າງມະໂຫລານກວ່າ 2 ປີທີ່ຜ່ານມາ ແລະມີ ສາສນິກກະຊົນ ຊາວລາວ-ຄຣິສຕຽນ ເຂົ້າຮ່ວມບໍ່ຕ່ຳກວ່າ 300 ຄົນ ແລະ ໄດ້ດຳເນີນກິຈກັມຫຼາຍຢ່າງ ຢ່າງມ່ວນຊື່ນ ແລະ ອົບອຸ່ນ ທັງອີ່ມບຸນ. 

“ເຮົາກະມີບັນຍາກາດ ເຮົາກະແບບຄຶກຄື້ນ ຄົນກະຫຼາຍ. ເຮົາກະມີການສເລີມສລອງເນາະ ຕັ້ງແຕ່ຣາຍການ ພຸ້ນແຫຼະ ເຣີ່ມຕັ້ງແຕ່ ເພງເຊີນຊວນພຸ້ນແຫຼະ ລະກະມີການກິນເຂົ້າສາມັກຄີກັນ ຫັ້ນແຫຼະ, ມີຟັງເທສນາ, ມີມອບຂອງຂວັນ, ມີເຮົາໄດ້ນະມັສການພຣະເຈົ້າ, ມີທິມນຳເພງເຊີນຊວນ, ມີທິມສະແດງ ລະກະມີຟັງພຣະຄຳພຣະເຈົ້າຫັ້ນແຫຼະ ນະມັສການ. ຫຼັງຈາກສຳເຣັດພິທີແລ້ວຕອນສວາຍ, ເຮົາກະໄດ້ມີການຮັບປະທານອາຫານ ກິນເຂົ້າສາມັກຄີກັນຫັ້ນແຫຼະ. ພີ່ນ້ອງມາຮ່ວມງານ ມື້ວານນີ້ ຕົກປະມານ 300 ປາຍຄົນນີ້ແຫຼະ. ຫ້ອງການພາຍໃນເມືອງ, ແນວລາວສ້າງຊາຕ, ກຸ່ມ ຫ້ອງການກຸ່ມ, ພວກນາຍບ້ານ, ຊີ້ນ່າ ເພິ່ນກະເຂົ້າມາຮ່ວມ. ຫຼານນ້ອຍກະມີ ຖວາຍເພງພິເສດ, ມີກຸ່ມຫຼານນ້ອຍ, ສະຕຣີ, ບູຣຸດ, ຄົນໜຸ່ມກະມີ. ຖືວ່າຄຶກຄື້ນ ລະກະມ່ວນຫຼາຍປີນີ້ ເພາະວ່າຫຼັງຈາກໂຄວິດ-19 ປິດເນາະ ກະບໍ່ໄດ້ເຮັດ ບໍ່ໄດ້ຈັດຄຣິສຕ໌ມາສແບບຍິ່ງໃຫຍ່, ຫັ້ນນ່າ. 2 ປີຜ່ານມາ, ກະຈັດໂບດໃຜໂບດລາວ ກະຄົນຈະບໍ່ຫຼາຍ ເພາະວ່າມັນມີໂຄວິດ-19 ເນາະ. ແຕ່ວ່າປີນີ້ຫັ້ນ, ມັນກະຄຶກຄື້ນ ບັນຍາກາດມ່ວນ ຄົນກະຫຼາຍ ມ່ວນຊື່ນຫຼາຍ, ຊີ້ນ່າ.”

ຂະນະດຽວກັນ, ໂບດຄຣິສຕຽນ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກໍມີການສເລີມສລອງວັນຄຣິສຕ໌ມາສ ໃຫຍ່ກວ່າປີທີ່ຜ່ານມາເຊັ່ນກັນ ເນື່ອງຈາກໂຄວິດ-19 ໄດ້ຈາງລົງແລ້ວ ແລະ ກໍມີຜູ້ເຂົ້າຮ່ວມ ເປັນຈຳນວນຫຼາຍ ເຖິງ 400 ປາຍຄົນ, ແຕ່ໃນປີນີ້ ພີ່ນ້ອງຊາວລາວ-ຄຣິສຕຽນ ຈາກເຂດນອກເມືອງ ບໍ່ໄດ້ເຂົ້າມາຮ່ວມຄືຄັ້ງທີ່ຜ່ານມາ ເນື່ອງຈາກຫຍຸ້ງຍາກເຣື່ອງການເດີນທາງ ເພາະນ້ຳມັນເຊື້ອເພີງແພງ ຈຶ່ງເຮັດໃຫ້ຜູ້ທີ່ເຂົ້າມາຮ່ວມ ຈາກແຕ່ກ່ອນເຄີຍມີເຖິງ 500 ຫາ 700 ຄົນ ເຫຼືອພຽງປະມານ 400 ປາຍຄົນ, ຕາມຄວາມເວົ້າ ຂອງອາຈານສອນສາສນາຄຣິສຕຽນ ໃນໂບດດັ່ງກ່າວ ທີ່ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນ, ເຮົາກະຖືວ່າໄດ້ຈັດງານ ແບບເຕັມທີ່ ໝາຍຄວາມວ່າ ເຮັດໃຫຍ່ໂຕສົມຄວນ. ລະເຮົາກະໄດ້ເຊີນ ພັກ-ຣັຖເພິ່ນກະ 10 ກວ່າຄົນຂຶ້ນມາ, ເຊີນທາງແນວແຂວງແນ່ (ສູນກາງແນວລາວສ້າງຊາຕຂັ້ນແຂວງ), ພາຍໃນແຂວງ (ຜແນກພາຍໃນແຂວງ) ລະກະທາງເຈົ້ານະຄອນ, ພະນັກງານຢູ່ນະຄອນໄກສອນ ນີ້ເດ, ແມ່ນປະມານ 400 ປະມານ 400 ຄົນ. ກິຈກັມຫຼັກໆ ທີ່ພວກເຮົາເຮັດ ກະຄືວ່າ ອັນນຶ່ງ ກໍຄືການຮ້ອງເພງແຫຼະ, ຮ້ອງເພງ ລະກະມີຣາຍການ ຂອງຫຼານນ້ອຍ, ມີຂອງສະຕຣີ, ມີບູຣຸດ, ມີຂອງຄົນໜຸ່ມ ລະກະມີການເທສນາ ຖືວ່າໄດ້ເຮັດຢ່າງເຕັມສູຕແຫຼະ. ບັນຍາກາດໂດຍລວມ ກະຖືວ່າດີ, ທໍ່ແຕ່ວ່າ ມັນສະພາບເສຖກິຈມັນສູງແດ່ ພີ່ນ້ອງທາງນອກ ກະເລີຍວ່າມາໜ້ອຍ, ມາໜ້ອຍ ບໍ່ຫຼາຍເທົ່າທີ່ຄວນ ເພາະວ່າມັນລຳບາກ ເຣື່ອງການໄປການມາໜ້ອຍນຶ່ງ. ແຕ່ມັນກະຍັງຫຼາຍຢູ່ເນາະ ກະຖືວ່າ 300 ຫາ 400 ຄົນ ກະຫຼາຍແຫຼະ ເພາະວ່າທຸກປີໃນເມື່ອກ່ອນຫັ້ນ ໃນເມື່ອກ່ອນປະມານ 500 ຫາ 700 ຄົນ. ຕອນທ່ຽງເຂົາກະມີກິນເຂົ້າສາມັກຄີ ຫຼັງຈາກເລີກພິທີນະມັສການ.”

ຊາວລາວ-ຄຣິສຕຽນ ທີ່ໂບດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການສເລີມສລອງວັນຄຣິສຕ໌ມາສ ໃນນະຄອນຫຼວງວຽງຈັນ ປີນີ້ ກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນໃຈ, ແຕ່ການສເລີມສລອງ ໃນນະຄອນຫຼວງວຽງຈັນ ຈະເນັ້ນພິທີທາງສາສນາຫຼາຍກວ່າ, ແຕ່ກໍມີການຈັດກິຈກັມຕ່າງໆ ທັງການສະແດງສິລປະ ຂອງກຸ່ມຕ່າງໆ, ການແລກຂອງຂວັນ ລະຫວ່າງຊາວຄຣິສຕຽນດ້ວຍກັນ ແລະ ການຈົກສະຫຼາກເອົາຣາງວັນ ກໍໄດ້ຈັດຂຶ້ນ ຕາມຮີດຄອງເປັນປະເພນີ ທີ່ໄດ້ປະຕິບັດກັນມາ.

“ສ່ວນຫຼາຍກິຈກັມຫຼັກໆ ກໍຈະເປັນເອີ້ນວ່າ ເປັນພິທີການທາງສາສນາ ຫຼາຍກວ່າ. ມີການເອີ້ນວ່າ ຮ້ອງເພງນະມັສການ ສັນລະເສີນພຣະເຈົ້າ, ມີການເທສນາພຣະຄຳ ຂອງພຣະເຈົ້າ ເຖິງທີ່ມາ ຫຼືວ່າຕົ້ນກຳເນີດ ຂອງວັນຄຣິສຕ໌ມາສ ແມ່ນຫຍັງ? ທີ່ມາ ຂອງວັນຄຣິສຕ໌ມາສ ແມ່ນຫຍັງ? ແມ່ນໃຜເປັນເຈົ້າຂອງ ວັນຄຣິສຕ໌ມາສ ວັນເກີດ, ຈັ່ງຊີ້ນ່າ. ສ່ວນຫຼາຍເຮົາກະຮູ້ແຕ່ວ່າ ຊັນຕາຄອສ, ຈັ່ງຊີ້ນ່າ, ກັບ ແມຣີ້ ຄຣິສຕ໌ມາສ, ຈັ່ງຊີ້ນ່າ. ແຕ່ວ່າແກ່ນແທ້, ຄວາມເປັນຈິງແທ້ ມັນແມ່ນ ເປັນວັນຄ້າຍວັນເກີດ ຂອງອົງພຣະເຍຊູຄຣິສເຈົ້າ ມາເກີດໃນໂລກນີ້, ຫັ້ນນ່າ. ແລ້ວຈາກນັ້ນ, ໃນແຕ່ລະປີ ຈະມີການເຊື້ອເຊີນ ບັນດາຜູ້ນຳຣັຖຫັ້ນມາ ຂອງແຕ່ລະເຂດ, ແຕ່ລະເມືອງ. ໃນແຕ່ລະປີເນາະ, ນອກຈາກພິທີກັມ ທາງສາສນາແລ້ວ ກໍຈະມີ ເອີ້ນວ່າກິຈກັມເນາະ ມີການໃຫ້ສະມາຊິກແຕ່ລະຄົນ ຖືຂອງຂວັນມາ, ວ່າຊັ້ນໄປ ເພື່ອວ່າ ໃນໄລຍະຕອນບ່າຍ ຈະມີການເອີ້ນວ່າ ມາແລກຂອງຂວັນ ເຊິ່ງກັນ ແລະ ກັນ. ນອກຈາກນັ້ນ, ພາຍໃນຄຣິສຕະຈັກ ກະຊື້ຂອງຂວັນ, ໂດຍສະເພາະ ບໍ່ວ່າຈະເປັນໝໍ້ຫຸງເຂົ້າ, ພັດລົມ, ຜ້າຫົ່ມ, ຈັ່ງຊີ້ນ່າ. ລະກະໃຫ້ພີ່ນ້ອງ ມາລົງທະບຽນ ເປັນເບີ-ເປັນເບີ ລະເຮົາກະຈົກສະຫຼາກ, ຜູ້ໃດໄດ້ຕາມເບີໃດ ກະແມ່ນໄດ້ຂອງຂວັນໄປ. ກໍໄດ້ກິນເຂົ້າສາມັກຄີຮ່ວມກັນ, ທຸກໆປີ ຈະມີການລ້ຽງອາຫານໃນວັນຄຣິສຕ໌ມາສ ທຸກໆປີ. ໝາຍຄວາມວ່າ ບັນຍາກາດ ກໍກັບມາຄຶກຄື້ນ-ມ່ວນຊື່ນ ຄືເກົ່າເນາະ ເພາະວ່າໃນແຕ່ລະປີ ພີ່ນ້ອງຄຣິສຕຽນເຮົາກະເອີ້ນວ່າ ໃຈຈົດຈໍ່ໃນວັນຄຣິສຕ໌ມາສ ນີ້ແຫຼະ, ໃນວັນທີ 25 ນີ້ແຫຼະ.”

ສ່ວນຢູ່ໂບດນາຄຳ ຫຼື ຄຣິສຕະຈັກຂ່າວປະເສີດ ບ້ານນາຄຳ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອັນເປັນສູນກາງ ແລະ ສູນຮວມ ຂອງສາສນິກກະຊົນ ຊາວຄຣິສຕຽນລາວ ກໍມີການສເລີມສລອງ ວັນຄຣິສຕ໌ມາສ ຢ່າງຍິ່ງໃຫຍ່ ແລະ ກໍມີຊາວລາວ-ຄຣິສຕຽນ ເຂົ້າມາຮ່ວມສເລີມສລອງ ຢ່າງໜາແໜ້ນ ພາຍຫຼັງທີ່ບໍ່ໄດ້ຈັດໃຫຍ່ ມາ 2 ປີແລ້ວ ເນື່ອງຈາກຕ້ອງປະຕິບັດຕາມ ມາຕການປ້ອງກັນໂຄວິດ-19 ໃນຮອບ 2 ປີທີ່ຜ່ານມານັ້ນ. ໃນປີນີ້, ຄະນຜູ້ບໍຣິຫານ ໂບດນາຄຳ ກໍຍັງໄດ້ເຊີນໂຕແທນ ຈາກພາກຣັຖ ເຂົ້າມາຮ່ວມສເລີມສລອງວັນຄຣິສຕ໌ມາສ ນຳດ້ວຍ, ເຊິ່ງມີທ່ານ ດຣ. ຈັນເພັງ ສຸດທິວົງ, ຮອງປະທານສູນກາງແນວລາວສ້າງຊາຕ ແລະ ເປັນຜູ້ຊີ້ນຳວຽກງານສາສນາ ພ້ອມດ້ວຍຄະນະ ກໍໄດ້ມາເຂົ້າຮ່ວມ ໃນພິທີທາງສາສນາດັ່ງກ່າວ, ເຊິ່ງທ່ານກໍຍິນດີ ທີ່ໄດ້ເຂົ້າມາຮ່ວມງານສເລີມສລອງວັນຄຣິສຕ໌ມາສ ແລະ ທັງໄດ້ສັນລະເສີນ ເຖິງຄວາມສາມັກຄີ ແລະ ເອົາໃຈໃສ່ ຂອງຊາວລາວ-ຄຣິສຕຽນ ທີ່ໄດ້ປະກອບສ່ວນອັນສຳຄັນ ໃນການສ້າງສາ ແລະ ພັທນາລາວ ໃນທຸກໆດ້ານ. ດັ່ງທ່ານກ່າວ ໃນວາຣະທີ່ທ່ານໄດ້ເຂົ້າຮ່ວມສເລີມສລອງວັນຄຣິສຕ໌ມາສ ຮ່ວມກັບຊາວລາວ-ຄຣິສຕຽນ ທີ່ໂບດນາຄຳ ຫຼືຄຣິສຕະຈັກຂ່າວປະເສີດ ບ້ານນາຄຳ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 25 ທັນວາ ນັ້ນວ່າ:

“ມື້ນີ້ ນັບຖືວ່າເປັນເລີກງາມຍາມດີ ແລະ ເປັນວັນສຳຄັນ, ເຊິ່ງພີ່ນ້ອງຊາວຄຣິສຕຽນ ຢູ່ສປປລາວ ກໍຄືທົ່ວໂລກ ພາກັນເຕົ້າໂຮມ ເພື່ອຣະລຶກເຖິງ ວັນຄ້າຍວັນເກີດ ຂອງພຣະສາສດາ, ພຣະຜູ້ເປັນເຈົ້າ ແລະ ຜູ້ເປັນແສງສະຫວ່າງເຍືອງທາງ ວິທີດຳເນີນຊີວິຕ ຢ່າງມີຄວາມສຸຂ ຕາມຄວາມເຊື່ອ ຂອງສາສນິກະຊົນ ຊາວຄຣິສຕຽນ.”

ບໍ່ພຽງແຕ່ຊາວລາວ ທີ່ນັບຖືສາສນາຄຣິສຕຽນເທົ່ານັ້ນ ທີ່ສເລີມສລອງວັນຄຣິສຕ໌ມາສ, ແຕ່ຊາວລາວທີ່ນັບຖືສາສນາຄຣິສຕຽນ ນິກາຍກາໂຕລິກ ກໍໄດ້ຈັດການສເລີມສລອງວັນຄຣິສຕ໌ມາສນຳດ້ວຍ, ເຊິ່ງຢູ່ຫຼາຍແຂວງ ກໍໄດ້ມີການສເລີມສລອງວັນດັ່ງກ່າວ ຢ່າງມ່ວນຊື່ນ, ມີຄວາມໝາຍ, ອົບອຸ່ນໃຈ ແລະ ດ້ວຍຄວາມອີ່ມບຸນ ທີ່ໄດ້ທຳບຸນຖວາຍປັດຈັຍຕ່າງໆ ໃຫ້ແກ່ໂບດ ໃນວັນດັ່ງກ່າວນຳດ້ວຍ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.