ບຸນຊ່ວງເຮືອວັດລາວ ເວີຈີເນັຽ

ຈໍາປາທອງ
2017.09.12
f-wat-Lao ວັດລາວ ເວີຈິເນັຍ ເມືອງລໍຕັນ ຣັຖເວີຈິເນັຍ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ
RFA

ສຽງຄົບງັນໃນງານບຸນຊ່ວງເຮືອ ວັດລາວ ເວີຈິເນັຍ ແລະ ຊຸມຊົນລາວ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ຈັດບຸນຊ່ວງເຮືອ ປະເພນີລາວ ຄັ້ງທີ 4 ຂຶ້ນທີ່ສວນ ສາທາຣະນະ ອ່າວໂພຫິກ, ເມືອງລໍຕັນ ໃນມື້ວັນທີ 10 ກັນຍາ 2017 ແຕ່ເວລາ 10 ໂມງເຊົ້າ ເຖິງ 6 ໂມງແລງ ໂດຍແມ່ນ ຄະນະກໍາມະການ ອຸປຖັມວັດລາວ ເວີຈິເນັຍ ແລະ ຄະນະກຳມະການ ຈັດງານບຸນ ຊ່ວງເຮືອ ເປັນເຈົ້າພາບ ຮ່ວມກັນ ແລະ ງານນັ້ນດໍາເນີນໄປ ດ້ວຍບັນຍາກາດ ອັນເບີກບານ ມ່ວນຊື່ນ.

ທ່ານ ຈຳປາ ຈັນທະວົງ ປະທານ ຄະນະກໍາມະການ ອຸປຖັມ ວັດລາວ ເວີຈິເນັຍ ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນງານບຸນ ເຖິງບັນຍາກາດ ຂອງງານ ບຸນຊ່ວງເຮືອຄັ້ງ ນີ້ວ່າ:

ນາງ ໂທຍຢາ ຊາວໜຸ່ມອາເມຣິກັນ ທີ່ມາເບິ່ງບຸນຊ່ວງເຮືອ ເປັນເທື່ອ ທໍາອິດນັ້ນ ກໍມີຄວາມດີອົກດີໃຈ ທີ່ໄດ້ມາຮ່ວມ, ເຫັນຜູ້ຄົນ ຍິ້ມແຍ້ມ ແຈ່ມໃສ, ໃຈດີ, ຮູ້ສຶກວ່າ ຄືກັນກັບ ຢູ່ບ້ານຂອງຕົນເອງ, ເບີກບານມ່ວນຊື່ນ ແລະວ່າ ງານບຸນຊ່ວງເຮືອ ປີໜ້າ ຢູ່ທີ່ນີ້ ກໍຈະມາຮ່ວມນໍາອີກ:

ທ່ານ ຈອນ ຄຳພູມີ ຊາວລາວ ຈາກຣັຖເພັນຊີເວເນັຍ ຊຶ່ງເປັນຜູ້ນຶ່ງ ທີ່ໄດ້ມາຮ່ວມງານ ແລະໄດ້ລົງເຮືອແຂ່ງຂັນ ສະແດງຄວາມຮູ້ສຶກ ຂອງ ຕົນຕໍ່ ງານບຸນອອກມາວ່າ:

ແລະທ່ານ ຕຸລາ ແສງດາຣາ ຊຶ່ງເປັນກໍາມະການ ໃນຄະນະອຸປຖັມ ວັດລາວເວີຈິເນັຍ ທີ່ຫ້າວຫັນຜູ້ນຶ່ງ ໃນການກະກຽມ ແລະດໍາເນີນງານ ບຸນຄັ້ງນີ້ ກໍໄດ້ກ່າວເຖິງ ຄວາມຮູ້ສຶກ ຂອງຕົນ ອອກມາ ໃນເວລາທີ່ ມີການແຂ່ງຂັນ ຊ່ວງເຮືອ ຊຶ່ງ ມີສຽງບົນແຊວ ຢູ່ນັ້ນວ່າ:

ທ່ານເວົ້າວ່າ ມີພີ່ນ້ອງຊາວລາວ ທີ່ຢູ່ໃນຣັຖເວີຈເນັຍ, ໃນຂົງເຂດ ນະຄອນຫລວງວໍຊິງຕັນ ດີຊີ ທັງຈາກຕ່າງຣັຖ ແລະຊາວຕ່າງປະເທສ ກໍມາຮ່ວມມ່ວນຊື່ນ ນໍາກັນ ບຸນຊ່ວງເຮືອຄັ້ງນີ້ ເລີ້ມຕົ້ນດ້ວຍ ພິທີທາງສາສນາ, ໄຫວ້ພຣະ,ສະມາທານສີລ ຖວາຍ ສັງຄະທານ ໃນເວລາ 10 ໂມງເຊົ້າ:

ພຣະອາຈານ ທອງວັນ ດາລາວົງ ເຈົ້າອະທິການວັດລາວ ເວີຈິເນັຍ ກ່າວເຖິງຄວາມໝາຍສຳຄັນ ຂອງບຸນຊ່ວງເຮືອ ກ່ອນໜ້າພິທີມອບ ຣາງວັນ ໃຫ້ທິມ ຊະນະເລີດ ແລະທີ 2, ທີ 3 ທັງທິມຍິງ ແລະ ທິມຊາຍນັ້ນວ່າ:

ບຸນຊ່ວງເຮືອຄັ້ງທີ 4 ທີ່ອ່າວໂພຫິກ, ເມືອງລໍຕົນ ໃນຂົງເຂດ ນະຄອນຫຼວງ  ວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ ໃນມື້ວັນທີ 10 ກັນຍາ 2017 ນີ້ປະກອບດ້ວຍ 2 ພາກ ຄືພິທີ ທາງສາສນາ ທີ່ຈັດຂຶ້ນ ໃນຕອນເຊົ້າ ເວລາ 10 ໂມງ ແລະ ການຊ່ວງເຮືອ ເລີ້ມຂຶ້ນ ແຕ່ເວລາ 12 ໂມງ 30 ນາທີ ຈົນເກືອບເຖິງ 6 ໂມງແລງ ເຖິງມີກຳນັດ ວ່າຈະຈົບລົງ ໃນເວລາບ່າຍ 4 ໂມງກໍດີ.

ການແຂ່ງຂັນຊ່ວງເຮືອ ປະເພນີລາວ ປະຈຳປີ 2017 ນີ້ ມີທິມພາຍ ເພດຍິງແລະເພດຊາຍ 20 ປາຍທິມ ແຕ່ຜ່ານການແຂ່ງຂັນມີຜົລ ອອກມາວ່າ: ທິມຍິງ ທີ່ຊະນະເລີດ ແມ່ນທິມ ເລັບມືງາມ ຫລື Beautiful Nails ແລະທິມຊາຍ ທີ່ຊະນະເລີດ ແມ່ນ ທິມ Montebello ທີ່ໄດ້ຮັບຂັນ ແລະຂອງຂັວນ ຕາມປະເພນີ.

ການຊ່ວງເຮືອ ທີ່ມີຜູ້ເຂົ້າຮ່ວມ ເປັນຈຳນວນຫລວງຫລາຍ ທັງຊຸມຊົນລາວ ແລະ ຊາວຕ່າງປະເທສ ໃນຂົງເຂດ ວໍຊິງຕັນ ດີຊີ ແລະທັງທີ່ມີ ມາຈາກຣັຖອ້ອມແອ້ມ ໄດ້ດຳເນີນໄປ ຢ່າງເບີກບານມ່ວນຊື່ນ ແລະເປັນປີ ທຳອິດ ທີ່ວັດລາວ ເວິຈິເນັຍ ແລະ ອອກຕົນຍາດໂຍມ ໄດ້ພ້ອມ ພຽງກັນ ສ້າງເຮືອຊ່ວງ 4 ລຳ ທີ່ເຮັດໃຫ້ ບຸນຊ່ວງເຮືອ ຊຶ່ງເປັນບຸນ ປະເພນີ ອັນດີງານ ຂອງຊາວລາວ ທີ່ສືບທອດກັນ ມາແຕ່ດົນນານ ເພື່ອຄວາມສາມັກຄີ, ຮັກແພງ ແລະ ຊ່ວຍເຫລືອ ຊຶ່ງກັນແລະກັນ ເປັນຢ່າງດີ ຕລອດມາ ນັ້ນ ມີສີສັນຂື້ນຕື່ມ ຊຶ່ງຄະນະ ຈັດງານເວົ້ວ່າ ບຸນຊ່ວງເຮືອ ປີໜ້າ ຄົງຈະມີບັນຍາກາດ ເບີກບານມ່ວນຊື່ນ ເພີ້ມຫລາຍຂຶ້ນ ຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.