ວັດລາວພຸທທະວົງ ສລອງວັນ ເອກກະຣາດ US
2019.07.09

ວັນຊາດ ຫລື ວັນເອກຣາດ ສະຫະຣັຖ ອາເມຣິກາ ທີ 4 ກໍຣະກະດາ ຊຶ່ງ ໃນປີ 2019 ນີ້ ກໍຄົບຮອບ 243 ປີ ທີ່ຊາວອາເມຣິກັນ ທັງມວນພາກັນ ສະເຫລີມສະຫລອງ ຢ່າງເບີກບານມ່ວນຊື່ນ. ເປັນວັນນຶ່ງທີ່ມີຄວາມສໍາຄັນຍິ່ງ ສໍາລັບຊາວອາເມຣິກັນ. ປີນີ້ ທີ່ວັດລາວ ພຸທວົງ ໃນຂົງເຂດນະຄອນຫລວງ Washington DC ກໍໄດ້ມີການສລອງ 2 ມື້ ຄືໃນມື້ວັນທີ 6 ແລະ ທີ 7 ກໍຣະກະດາ ຊຶ່ງມີທັງ ຊາວລາວ ອາເມຣິກັນ ແລະຊາວລາວ ຈາກປະເທດຕ່າງໆ ຮ່ວມກັນສະຫລອງ ຄືດັ່ງທຸກໆປີ ທີ່ຜ່ານມາ.
ສຳລັບການສະຫລອງຢູ່ວັດລາວພຸທວົງ ປີນີ້ມີ 3 ຈຸດປະສົງໃຫຍ່ ຄືສະຫລອງວັນຊາດ ອາເມຣິກັນ, ວັນນັດພົບເຄືອຍາດ ແລະສະຫລອງ ວັນຄົບຮອບ 38 ປີຂອງການຈັດຕັ້ງຊາວໜຸ່ມ ພຸທຍຸວະຊົນລາວ. ງານສະຫລອງ ປີນີ້ຜ່ານພົ້ນດ້ວຍດີ, ຕາມຄໍາເວົ້າ ຂອງຍາແມ່ ບຸນເຮືອງ ວົງນະພອນ ຕໍ່ RFA ໃນມື້ບຸນທີ 6 ກໍຣະກະດາ ນີ້ທີ່ວັດລາວພຸທວົງ:
"ໂອ໋ດີຫລາຍ ງາມຫລາຍພວກຄົນລາວ ຢູ່ອາເມຣິການີ້ ກະນັບຖືທັງ 2 ປະເພນີ ຄົນລາວເຮົາພວກເຮົາ ກະນັບຖື ພວກເຮົາກະເຮັດ ປະເພນີ ອາເມຣິກາ ພວກເຮົາກະນັບຖື ພວກເຮົາ ກະເຮັດຄືກັນ ມີການທໍາບຸນໃຫ້ທານ ຄົນລາວເຮົາຈິດໃຈດີ ກະເຫຼື້ອມໃສ ຫັ້ນນະ ."
ມາທຸກປີໃດນໍ?
"ມາທຸກປີເພິ່ນເຮັດທຸກປີ ຢູ່ວັດລາວພຸທວົງ.."
ຕາມຍາປ້າສັງເກດເບິ່ງປີນີ້ ມີອີ່ຫຍັງພິເສດ?
"ກະຄືທຸກໆປີ ງາມທຸກສິ່ງທຸກຢ່າງ ມີພິທີທາງສາສນາ ທາງລຸ່ມກະມີແຕ່ມ່ວນຊື່ນ ຢູ່ໂລງທັມກະມີແຕ່ ພິທີທາງສາສນາ ລະກະຍາດພີ່ນ້ອງມາ ແຕ່ທາງໄກມາແຕ່ຕ່າງຣັຖ ຕ່າງເມືອງ ລາງຄົນກະປີນຶ່ງ ມາເທື່ອນຶ່ງ ມາພົບກັນເຫັນກັນກະ ດີໃຈຫັ້ນລະ ຄົນລາວເຮົາ ..ຮ້ານຄ້າຮ້ານຂາຍ... ໄດ້ລົງໄປເບິ່ງມື້ເຊົ້ານີ້ ກະມີຄົນມາຫລາຍຢູ່ ລະກະໂອ໊ຊື້ຂາຍກັນ ໄດ້ຂາຍດີຢູ່ໃດ໊ ງາມໆທຸກສິ່ງທຸກຢ່າງ ກະງາມຫັ້ນລະ ສໍາລັບແມ່ບໍ່ມີຕິ ກະມາບວດຂາວ ຍາມບຸນຍາມສິນກະມາ ຄັນບໍ່ແມ່ນຍາມບຸນ ກະຢູ່ບ້ານ. "
ການສະຫລອງວັນເອກຣາດ ສະຫະຣັຖອາເມຣິກາ ທີ່ວັດລາວພຸທວົງ ຕາມຄໍາເວົ້າຂອງ ທ່ານ ສຸດທະລາວົງ ບຸດຕະ ຜູ້ເປັນເລຂາວັດ ນັ້ນແລ້ວ ແມ່ນວ່າ ຈັດຂຶ້ນທຸກໆປີ ເລີ່ມແຕ່ປີ 1986 ເປັນຕົ້ນມາ. ທ່ານເວົ້າວ່າ ການສລອງວັນຊາດອາເມຣິກັນ ແລະ ການເຕົ້າໂຮມ ເຄືອຍາດ ມີຄວາມສຳຄັນຫລາຍ ສຳລັບຊາວລາວ ທີ່ສະຫະຣັຖອາເມຣິກາ ຊຶ່ງແຕ່ລະປີ ໄດ້ມາເຕົ້າໂຮມກັນ:
"ເຕົ້າໂຮມເຄືອຍາດ ທີ່ວ່າຕາຍໄປແລ້ວລະມາເອົາກະດູກ ແຕ່ລະປີກະເປັນການມາເຕົ້າໂຮມ ເຮັດບຸນກິນທານ ຫາຜູ້ທີ່ຕາຍໄປແລ້ວ ແຕ່ ເຣື່ອງທຽບໃສ່ ຄູ່ປີ ກະຕາມອາກາດ ກະຂຶ້ນໆລົງໆ ແຕ່ປີນີ້ກະຢາກລຸດ ປີກາຍໜ້ອຍນຶ່ງ ອາກາດຫັ້ນດີ ກະເວົ້າບໍ່ໄດ້ ຄົນກໍາລັງເລີ່ມມາ ອາດຈະຫລາຍກວ່າເກົ່າ ກະເປັນໄປໄດ້ ເວົ້າກ່ອນບໍ່ໄດ້ນໍ໊ ຫາກໍ່ເລີ່ມ ພິທີທາງສາສນາ ເລີ່ມມາແຕ່ 10 ໂມງເຊົ້າ ພິທີທາງສາສນາ ຈົບແລ້ວຈົບ 1 ໂມງ ຕໍ່ໄປແມ່ນເວທີການສະແດງ ເລີ່ມແຕ່ 12 ໂມງ."
ຫາກເວົ້າເຖິງພິທີທາງສາສນາ ໃນມື້ວັນທີ 6 ກໍຣະກະດາ, ໄດ້ເລີ່ມແຕ່ 10 ໂມງ ເຊົ້າດ້ວຍການໄຫວ້ພຣະຮັບສິນ, ຖວາຍສັງຄະທານ, ຕັດບາດຢາດນໍ້າ ອັນເຮັດໃຫ້ຊາວລາວ ທີ່ມາຮ່ວມງານ ຕ່າງກໍດີອົກດີໃຈ ດັ່ງຍານາງ ຄໍາຜ່ານ ແລະທ່ານ ບຸນເຫລືອ ຈຸນລະວົງ ຄູ່ສາມີພັລຍາ ຈາກ ຣັຖ Pennsylvania ໄດ້ກ່າວແບບຫຍໍ້ໆວ່າ ດີໃຈ ທີ່ໄດ້ມາຮ່ວມບຸນວັນຊາດ ອາເມຣິກັນ ທີ່ວັດລາວພຸທວົງ ທຸກໆປີ ໄດ້ມາຮ່ວມຕັ້ງແຕ່ປີ ທໍາອິດ ຂອງການສ້າງຕັ້ງ ວັດລາວພຸທວົງ ນີ້ມາ. ຫາກເວົ້າເຖິງພີ່ນ້ອງຊາວລາວ ທີ່ມາຂາຍເຄື່ອງປູກຂອງຝັງ ກໍມີມາຈາກຫລາຍຣັຖ ຮວມທັງຣັຖ North Carolina ແລະຣັຖ Florida ນໍາດ້ວຍ.
"ມາແຕ່ North Carolina… Florida …Jacksonville."
ຈະວ່າໄປແລ້ວ ຊາວລາວທີ່ມາຂາຍເຄື່ອງປູກຂອງຝັງ ຫລາຍຢ່າງ ແລະເຄື່ອງຢູ່ຂອງກິນນາໆຊນິດ ໃນບຸນຢູ່ວັດລາວພຸທວົງ ປີນີ້ນີ້ ແລະ ປີທີ່ຜ່ານໆມາ ໂດຍທົ່ວໄປແລ້ວ ບໍ່ແມ່ນມາຂາຍເພື່ອຢາກໄດ້ເງິນເທົ່ານັ້ນ ແຕ່ຫາກມາເພື່ອຮ່ວມທຳບຸນສິນກິນທານ ນໍາດ້ວຍ ດັ່ງທີ່ຜູ້ເຖົ້າຜູ້ແກ່ມັກເວົ້າວ່າ ແບ່ງຊື້ແບ່ງຂາຍ ແບ່ງກິນແບ່ງທານ ເພື່ອບຸນກຸສົນ.
ບຸນວັນຊາດສະຫະຣັຖອາເມຣິກາ ທີ 4 ກໍຣະກະດາ ທີ່ວັດລາວພຸທວົງປີນີ້ ດໍາເນີນໄປຖ່າມກາງອາກາດຮ້ອນອົບເອົ້າ ເຮັດໃຫ້ຫລາຍໆຄົນ ທັງຜູ້ຂາຍ ແລະຜູ້ຊື້ເຄຶ່ອງຂອງ ຄິດວ່າ ອາດເຮັດໃຫ້ຜູ້ຄົນມາທ່ຽວບຸນປີນີ້ ຂ້ອນຂ້າງໜ້ອຍກວ່າປີຜ່ານໆມາ
"ຂາຍນໍ້າອ້ອຍ ນໍ້າໝາກພ້າວ... ອ້າຍໃບພອນ.."
ເຖິງຢ່າງໃດກໍຕາມ ບໍ່ວ່າອາກາດຈະຮ້ອນອົບເອົ້າ ຫລືວ່າຜູ້ຄົນຈະມາທ່ຽວງານບຸນ ໜ້ອຍກວ່າປີຜ່ານໆມາກໍຕາມ ແຕ່ຜູ້ຄົນຕ່າງກໍດີໃຈ ທີ່ໄດ້ມາຮ່ວມງານ ເພາະເປັນໂອກາດທີ່ໄດ້ພົບໜ້າພໍ້ຕາ ພີ່ນ້ອງ ໝູ່ຄູ່ ເພື່ອນຝູງ ຫລັງຈາກທີ່ບໍ່ໄດ້ເຫັນກັນມາດົນ ບາງຄົນ ກໍບໍ່ໄດ້ພົບພໍ້ກັນມາຫລາຍປີ ດັ່ງທ່ານ ຊົງເດດ ທໍາມະວົງ ຊາວລາວ ຈາກປະເທດຝຣັ່ງເສດ ໄດ້ກ່າວ:
"ສໍາລັບ Willy ຜູ້ເປັນຫລານຊາຍຂອງ ທ່ານ ຈາກເຂດ Woodbdige ຣັຖ Virginia ກໍບອກວ່າດີໃຈ ທີ່ໄດ້ມາບຸນວັນຊາດ 4 ກໍຣະກະດາ ຢູ່ວັດລາວພຸທວົງ ກັບຜູ້ເປັນພໍ່ ຄືທ່ານ ດາວເພັດ ທໍາມະວົງ ແລະກໍໄດ້ເຫັນວັດ ທີ່ໄດ້ຮັບການປັບປຸງ ບູຣະນະໃຫ້ງາມ ຂຶ້ນຕື່ມອີກ ທັງການແຕ້ມຮູບ-ທາສີໃໝ່ ທຸກສິ່ງທຸກຢ່າງ ຮວມເຖິງເດິ່ນວັດ ກໍລ້ວນແລ້ວແຕ່ງາມຕາຂຶ້ນຕື່ມແທ້ໆ ….New updates new landscape new painting."
ນັ້ນຄືການສລອງວັນຊາດ ສະຫະຣັຖ ອາເມຣິກາ ທີ 4 ກໍຣະກະດາ ທີ່ວັດລາວ ພຸທວົງ ຢູ່ຂົງເຂດນະຄອນຫລວງ ວໍຊິງຕັນ ດີຊີ ໃນມື້ວັນເສົາ ທີ 6 ກໍຣະກະດານີ້.
ສຳລັບຢູ່ປະເທດລາວ ສະຖານທູດສະຫະຣັຖອາເມຣິກາ ປະຈຳລາວ ກໍໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດອາເມຣິກັນ 4 ກໍຣະກະດາ ຄົບຮອບ 243 ປີ ໃນມື້ວັນທີ 2 ກໍຣະກະດາ ນີ້ ໂດຍມີທ່ານ ສຸພັນ ແກ້ວມີໄຊ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ແລະບຸກຄົນສຳຄັນ ຂອງທາງການລາວຫລາຍທ່ານເຂົ້າຮ່ວມ.