ໃນໄລຍະບຸນປີໃໝ່ລາວປີນີ້ ວັດໃຫຍ່ຫລາຍແຫ່ງ ທີ່ມີຊື່ສຽງ ໃນນະຄອນຫລວງວຽງຈັນ ປິດ ແລະງົດທຸກກິຈກັມສລອງບຸນປີໃໝ່ ເຂັ້ມງວດ ກວ່າຢູ່ແຂວງອື່ນໆ ເພື່ອຕ້ານການຣະບາດ ຂອງ ເຊື້ອພຍາດ ໂຄວິດ-19 ຕາມແຈ້ງການຂອງ ນາຍົກຣັຖມົນຕຣີ ເປັນຕົ້ນ ວັດສີເມືອງ, ວັດອິນແປງ, ວັດທາດຫລວງ ແລະວັດສີສະເກດ ທີ່ໄດ້ປິດວັດ ບໍ່ໃຫ້ປະຊາຊົນ ເຂົ້າມາຫົດສົງນໍ້າພຣະ, ແຕ່ທາງວັດກໍນໍາເອົາພຣະພຸທຮູບ ລົງມາຕັ້ງ ແລະຫົດສົງ ຕາມປະເພນີ ແຕ່ບໍ່ເຮັດໃຫຍ່.
ຢູ່ວັດສີເມືອງ ທາງວັດກໍປິດປະຕູໃຫຍ່ ເຫລືອແຕ່ປະຕູນ້ອຍ ເພື່ອໃຫ້ປະຊາຊົນທີ່ມາຖວາຍ ຈັ່ງຫັນ ຖວາຍເພນ ເຂົ້າມາ ໂດຍມີເຈົ້າໜ້າທີ່ມາ ຢືນຍາມເຂັ້ມງວດກວດຂັນ. ສ່ວນໃຫຍ່ປະຊາຊົນທີ່ມາຖວາຍນັ້ນ ຈະຖືໂອກາດສົງນໍ້າພຣະເລີຍ ແຕ່ກໍບໍ່ຫຼາຍ, ອີງຕາມຄໍາເວົ້າຂອງພຣະ ອາຈານ ທີ່ວັດສີເມືອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ເມສານີ້:
“ປີນີ້ກະຖືວ່າບັນຍາກາດ ກໍງຽບ ປິດວັດເນາະ ອີງຕາມການແຈ້ງການ ຂອງນາຍົກ ເພິ່ນປ້ອງກັນບໍ່ໃຫ້ຄົນເຂົ້າມາຫລາຍ ກໍມີແຕ່ເຮັດຕາມ ປະເພນີ ຄຣູບາອາຈານຄອບ ທາງຫລັກເມືອງ ແຕ່ງເຄື່ອງໄວ້ທັມດາ ບໍ່ໄດ້ເຮັດເປັນພິທີໃຫຍ່ ມີຍາດໂຍມມາກໍບໍ່ຫລາຍປານໃດດອກ ເພາະວ່າຍາດໂຍມ ເພິ່ນກະຢູ່ບ້ານເປັນສ່ວນໃຫຍ່.”
ທີ່ວັດສີສະເກດ ພຣະອາຈານທ່ານນຶ່ງ ກ່າວວ່າ ທາງວັດປິດ ບໍ່ໃຫ້ປະຊາຊົນມາສົງນໍ້າ ພຣະ ແຕ່ທາງວັດກໍໄດ້ປະຕິບັດຕາມປະເພນີກັນເອງ ຢູ່ພາຍ ໃນວັດເທົ່ານັ້ນ ໂດຍນໍາພຣະພຸທຣູບ ລົງມາສົງນໍ້າ ແລ້ວກໍນໍາ ເອົາກັບໄປໄວ້:
“ສົງການແຕ່ລະວັດເພິ່ນກໍບໍ່ໄດ້ ໃຫ້ລົງມາແບບຄຶກຄື້ນວ່າ ວ່າຊັ້ຍຊະ ເພິ່ນເຮັດສົງເປັນພິທີແລ້ວ ກະອາຣາດທະນາຂຶ້ນແທ່ນຄືນບໍ່ໄດ້ເປີດ ໃຫ້ມວນຊົນເຂົ້າມາ ຊ່ວງນີ້ເພິ່ນປິດ ເຣື່ອງພະຍາດເດ໋ ເພາະວ່າເພິນ ກໍໄດ້ປະຕິບັດ ຕາມຄໍາສັ່ງຂອງທ່ານນາຍົກ ສະພາບມັນຈະດີຂຶ້ນ ພຸ້ນລະ.”
ສໍາລັບວັດອົງຕື້ ມະຫາວິຫານ, ໃນໄລຍະບຸນປີໃໝ່ລາວນີ້ ກໍໄດ້ປະຕິບັດຕາມຮີດຄອງປະເພນີ, ຕາມພິທີທາງສາສນາຂອງພຣະສົງ, ບໍ່ໄດ້ ເຮັດໃຫຍ່ ແລະບໍ່ໃຫ້ປະຊາຊົນ ເຂົ້າມາຫົດສົງນໍ້າພຣະ ຢູ່ພາຍໃນວັດ. ປັດຈຸບັນ ວັດບໍ່ໄດ້ເປີດໃຫ້ປະຊາຊົນເຂົ້າມາ, ດັ່ງພຣະອາຈານວັດ ອົງຕື້ ກ່າວວ່າ:
“ກໍເຮັດແຕ່ທາງສົງເພິ່ນຫັ້ນແລ້ວ ຕາມຮີດຄອງຕາມປະເພນີເຮົາ ປັບກົລໄກປັບວິທີການເຮັດເທົ່ານັ້ນ ບໍ່ປະແລ້ວຮີດຄອງລາວເຮົານະ ວ່າສົງນໍ້າປິດໝົດແລ້ວ ເອົາຂຶ້ນຮຽບຮ້ອຍໝົດແລ້ວ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ຊາວນະຄອນຫລວງວຽງຈັນ ເວົ້າວ່າ ແຕ່ລະວັດ ກໍປະຕິບັດຕາມຮີດ ຄອງປະເພນີ ແຕ່ບໍ່ໄດ້ເຮັດໃຫຍ່. ບາງວັດກໍມີ ປະຊາຊົນ ໄປຫົດສົງນໍ້າພຣະຢູ່ ແຕ່ໄປແລ້ວກໍຟ້າວກັບ, ບໍ່ຢູ່ດົນ:
“ໄປສົງໜ້ອຍໆແລ້ວກະໜີ ບໍ່ໄດ້ຢູ່ຄືແຕ່ເກົ່າ ກະພຣະກໍບໍ່ໄດ້ເອົາລົງຫລາຍ ເອົາມາທໍາພິທີແລ້ວກະພໍ ປິດໝົດ ເພິ່ນຫ້າມໝົດເພາະຢູ່ໃນ ໃບແຈ້ງການ ຣັຖບານ ເພິ່ນຫ້າມໝົດ.”
ແລະປະຊາຊົນອີກທ່ານນຶ່ງ ກໍເວົ້າວ່າ ປີໃໝ່ປີນີ້ ຕົນຢູ່ແຕ່ເຮືອນ, ບໍ່ໄດ້ໄປວັດ ຄືທຸກປີທີ່ຜ່ານມາ:
“ບໍ່ ບໍ່ໄດ້ໄປ ເພາະວ່າກິຈກັມຂອງວັດ ເພິ່ນກໍມີແຕ່ວັດ ເອົາພຣະລົງ ເພິ່ນຫົດສົງ ນໍາຄຣູບາອາຈານກັນເອງ ບາງວັດ ບາງວັດກໍບໍ່ໄດ້ເອົາລົງ ເພິ່ນເຮັດຕາມຮີດຄອງເພິ່ນກະແລ້ວ.”
ບຸນປີໃໝ່ລາວ ພ.ສ. 2563 ປີນີ້ ວັດຕ່າງໆໃນນະຄອນຫລວງວຽງຈັນ ໄດ້ປິດຊົ່ວຄາວ ໄປເຖິງມື້ວັນທີ 3 ພຶສພາ ຕາມການແຈ້ງການຂອງ ນາຍົກ ຣັຖມົນຕຣີ, ບໍ່ໄດ້ເປີດໃຫ້ປະຊາຊົນ ເຂົ້າໄປຫົດສົງນໍ້າພຣະ ຫລືໄຫວ້ພຣະ ຄືປີທີ່ຜ່ານໆມາ, ບຸນປີໃໝ່ປີນີ້ງຽບເຫງົາ, ແຕ່ທາງວັດ ກໍບໍ່ໄດ້ລະເລີຍຮີດຄອງປະເພນີ ຍັງປະຕິບັດພິທີກໍາທາງສາສນາ ດັ່ງທີ່ເຄີຍເຮັດມາ ເຖິງອອກຕົນຍາດໂຍມ ບໍ່ມີໂອກາດໄດ້ມາຫົດສົງນໍ້າ ພຣະກໍຕາມ.