ວັນເອກຣາດສະຫະຣັຖ 4 ກໍຣະກະດາ

ຈໍາປາທອງ
2020.07.04
F-4th ວັນເອກຣາດ ສະຫະຣັຖ ອາເມຣິກາ ທີ 4 ກໍຣະກະດາ ມາເຖິງ ປີ 2020 ນີ້ ກໍຄົບ ຮອບ 244 ປີ
RFA

ວັນເອກຣາດ ສະຫະຣັຖ ອາເມຣິກາ ທີ 4 ກໍຣະກະດາ ມາເຖິງ ປີ 2020 ນີ້ ກໍຄົບ ຮອບ 244 ປີ ທີ່ຊາວອາເມຣິກັນ ທັງມວນ ຮວມທັງ ຊາວລາວ-ອາເມຣິກັນ ພາກັນສເລີມ ສລອງ ຢ່າງມີ ຄວາມໝາຍສໍາຄັນ ທີ່ສຸດ ເຖິງແມ່ນວ່າ ໂຄວິດ-19 ຍັງຣະບາດ ຢູ່ກໍຕາມ.

ວັນເອກກະຣາດ ຫລື ວັນຊາດ ສະຫະຣັຖອາເມຣິກາ ວັນທີ 4 ກໍຣະກະດາ ເປັນວັນສໍາຄັນຍິ່ງທາງດ້ານປະວັດສາດ ຊຶ່ງຊາວອາເມຣິກັນ ທັງມວນ ໄດ້ເສັຽສຣະທັງເລືອດເນື້ອ ແລະ ເຮື່ອແຮງ ໃນການຕໍ່ສູ້ຈົນໄດ້ ເອກກະຣາດຈາກອັງກິດ ໃນປີ 1776. ວັນດັ່ງກ່າວເປັນວັນພັກ ທາງຣາຊການ.

ມາເຖິງປີ 2020 ນີ້ ກໍວຽນມາຄົບຮອບ 244 ປີ ທີ່ຊາວອາເມຣິກັນ ທຸກເຊື້ອຊາດ ເຜົ່າພັນ ຮວມທັງເຊື້ອຊາດລາວ ຢູ່ທົ່ວຫົນແຫ່ງພາຍໃນ ປະເທດ ແລະ ຢູ່ປະເທດຕ່າງໆ ໃນທົ່ວໂລກ ພາກັນ ສເລີມສລອງຢ່າງມີຄວາມໝາຍ, ເບີກບານມ່ວນຊື່ນ ແລະ ມີສະຕິຣະມັດຣະວັງຕົວ ຍ້ອນເຊື້ອພຍາດ ໂຄວິດ-19 ຍັງຣະບາດຢູ່. ແຕ່ສໍາລັບປີນີ້ແມ່ນໄດ້ພັກວຽກພັກການ ວັນສຸກ ທີ 3 ກໍຣະກະດາ ເພາະວັນທີ 4 ຕົກຖືກວັນເສົາ.

ເວົ້າເຖິງການສລອງວັນຊາດ ສະຫະຣັຖ ອາເມຣິກາ ຢູ່ຣັຖອາລາສກາ ທ່ານ ປະເສີດ ລີ ທີ່ເມືອງ ແອງເກິເຣສ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ ວັນທີ 30 ມິຖຸນາ 2020 ນີ້ວ່າ ໄດ້ຖືກທາງການເພິ່ນ ເຊີນເຂົ້າຮ່ວມການສລອງທຸກປີ....

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.