ສະຫະຣັຖ ຊ່ອຍບູຣະນະ ປະຕິສັງຂອນ ວັດວິຊຸນ
2020.10.08
ສະຫະຣັຖອາເມຣິກາ ຊ່ອຍບູຣະນະປະຕິສັງຂອນ ວັດວິຊຸນ ເພື່ອບໍ່ໃຫ້ ມໍຣະດົກໂລກຊຸດໂຊມ ຢູ່ນະຄອນ ຫລວງພຣະບາງ ຊຶ່ງປັດຈຸບັນ ສໍາເຣັດ ແລະມີພິທີມອບຮັບແລ້ວ. ທ່ານ ປີເຕີ ເຮມ໋ອນ ທູດສະຫະຣັຖ ອາເມຣິກາ ປະຈໍາລາວ ໄດ້ມອບໂຄງການ ບູຣະນະປະຕິສັງຂອນ ວັດວິຊຸນ ທີ່ນະຄອນຫລວງພຣະບາງ ທີ່ສໍາເຣັດແລ້ວນັ້ນໃຫ້ແກ່ ຣັຖບາລ ແລະ ປະຊາຊົນຫລວງພະບາງ ຊຶ່ງພິທີດັ່ງກ່າວ ໄດ້ຈັດຂື້ນທີ່ ວັດວິຊຸນ ໃນມື້ວັນທີ 6 ຕຸລານີ້. ທ່ານ ປີເຕີ ເຮມ໋ອນ ກ່າວຕອນນຶ່ງວ່າ:
“ນີ້ຖືເປັນກຽດຫລາຍ ທີ່ພວກເຮົາໄດ້ສົ່ງເສີມ ໃນການບູຣະນະ ແລະປົກປັກຮັກສາ ໜຶ່ງໃນສະຖານທີ່ອັນສໍາຄັນ ທາງດ້ານປະຫວັດສາດ ໃນທົ່ວ ສປປລາວ. ການຮ່ວມມືຣະຫວ່າງ ສະຫະຣັຖອາເມຣິກາ ກັບ ນະຄອນຫຼວງພະບາງ ໃນການບູຣະນະວັດວິຊຸນ ຖືເປັນເຄື່ອງໝາຍ ແຫ່ງສາຍພົວພັນຣະຫວ່າງສອງຊາດ ແລະ ຄວາມ ໝາຍໝັ້ນ ໃນການຊ່ອຍເຫລືອ ປະຊາຊົນລາວ ໃນການປົກປັກຮັກສາ ຮີດຄອງອັນ ລໍ້າຄ່າ.’’
ວັດວິຊຸນ ເປັນວັດນຶ່ງໃນຈໍານວນວັດເກົ່າແກ່ທີ່ສຸດຢູ່ຫລວງພຣະບາງ. ທຶນທີ່ໃຊ້ເຂົ້າໃນການບູຣະນະປະຕິສັງຂອນວັດນີ້ ເປັນທຶນຂອງ ຣັຖບາລ ສະຫະຣັຖ ອາເມຣິກາ ພາຍໃຕ້ກອງທຶນທູດ ເພື່ອອະນຸຮັກ ວັທນະທັມ ຫລື AFCP ເພື່ອປົກປັກຮັກສາ ບໍ່ໃຫ້ວັທນະທັມ ຊຸດໂຊມເປັນມູນຄ່າ 347,000 ໂດລາສະຫະຣັຖ.
ໃນນັ້ນໄດ້ບູລະນະສອງຈຸດໃຫຍ່ ຂອງຕົວອາຄານວັດ ແລະ ພຣະທາດໝາກໂມ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ສະຖານທູດ ສະຫະຣັຖ ອາເມຣິກາ ປະຈໍາລາວ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 7 ຕຸລານີ້:
“ຈາກການປະຕິສັງຂອນແລ້ວ ເຮົາໄດ້ມອບຄືນ ໃຫ້ແກ່ຣັຖບານ ປະຊາຊົນລະກະຄົນຢູ່ເມືອງ ຫລວງພຣະບາງເນາະ. ເປັນໂຄງການບູຣະນະ ປະຕິສັງຂອນ ມີທາດໝາກໂມ ມີວັດວິຊຸນເປັນໂຄງການຂອງ AFCP ເພາະວ່າມັນມີຄວາມສໍາຄັນ ກໍຄືຫຼວງພຣະບາງ ເປັນເມືອງມໍຣະດົກ ໂລກ ຄູ່ກັບວັທນະທັມ ການທ່່ອງທ່ຽວ ນີ້ກະປົກປັກຮັກສາ ໃຫ້ມັນຢູ່ຄູ່ລູກຄູ່ຫລານ.”
ວັດວິຊຸນ ຖືກສ້າງຂຶ້ນ ໃນສັຕວັດທີ 16 ສມັຍພະເຈົ້າວິຊຸນນະລາດ, ເປັນວັດເກົ່າແກ່ທີ່ສຸດແຫ່ງນຶ່ງ ຢູ່ນະຄອນຫລວງພຣະບາງ, ເປັນຈຸດສູນ ກາງການຮຽນຮູ້ ທາງດ້ານພຣະພຸທສາສນາ ແລະເປັນບ່ອນ ສັກກະຣະບູຊາ ມານານກວ່າ 500 ປີ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທ່ອງທ່ຽວ ນະຄອນຫລວງພຣະບາງ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ ດຽວກັນ ນັ້ນວ່າ ການບູຣະນະປະຕິສັງຂອນ ວັດວິຊຸນ ເລີ້ມມາຕັ້ງແຕ່ 2015 ແລະສໍາເຣັດ 2019 ໂດຍໄດ້ປ່ຽນ ຫລັງຄາ, ປ່ຽນຜະໜັງ ກາໂລ, ຕິດຕັ້ງຣະບົບໄຟຟ້າຢູ່ພາຍໃນອາຣາມໃໝ່ໝົດ ແລະຊ່ອມແປງພຣະທາດໝາກໂມ ທີ່ມີຮອຍແຕກແຫງຄືນໃໝ່ ເຮັດໃຫ້ມີສະພາບ ຄືເກົ່າ ດັ່ງທີ່ທ່ານກ່າວວ່າ:
“ແຕ່ທ້າຍປີ 2015 ພຸ້ນແຫລະເຮັດມາ ແລະກໍມາສໍາເຣັດເດືອນ 4 2019 ບູຣະນະສັ້ອມແປງ ຫລັງຄາເປ່ເພ ກໍເອົາຖິ້ມ ໂຕເກົ່າກໍແມ່ນ ອະນາມັຍ ລ້າງ ເອົາຂຶ້ນຄືນ ພາຍໃນອາຣາມ ທັງນອກທັງໃນ ລະກະພື້ນ ກາໂຣຈໍານວນນຶ່ງ ທີ່ວ່າມັນແຕກມັນແຫງໄດ້ປ່ຽນ ແລະກໍ ປະຕິສັງຂອນພຣາທາດໝາກໂມ ມັນຜຸມັນເປື່ອຍກໍໄດ້ປ່ຽນ ກະໂບກຄືນ ທຸກຢ່າງຍັງເໝືອນເດີມ.”
ຊາວນະຄອນຫລວງພຣະບາງ ທ່ານນຶ່ງ ຜູ້ຂໍສງວນຊື່ ກໍໃຫ້ສໍາພາດວິທຍຸເອເຊັຍເສຣີໃນມື້ວັນທີ 7 ຕຸລານີ້ວ່າ ຕົນຮູ້ສຶກດີໃຈທີ່ທາງອາເມຣິກາ ໃຫ້ທຶນຊ່ອຍເຫລືອ ໃນການບູຣະນະປະຕິສັງຂອນ ວັດວິຊຸນ ໃຫ້ໃໝ່ຂຶ້ນ ເພາະທີ່ຜ່ານມາວັດນີ້ຊຸດ ໂຊມລົງຫລາຍ:
“ອາເມຣິກາມີທຶນຊ່ວຍເຫລືອມາ ມັນກະຫາກດີຫັ້ນແຫລະເນາະ ມາສ້ອມແປງ ບູຣະນະ ວັດວິຊຸນ ພຣະທາດໝາກໂມ ພິທີເປີດມື້ວານ ທາສີຫຍັງໃໝ່ ສ້ອມແປງໃໝ່ ມັນກະຫາກຊຸດ ໂຊມໜ້ອຍນຶ່ງ ກະຂອງມັນ ເກົ່າ ຂອງແກ່ໂຕໃໝ່ມັນກໍຄ້າຍເປັນໂຕໃໝ່ ໜ້ອຍນຶ່ງ.”
ແລະຊາວນະຄອນຫລວງພຣະບາງ ອີກທ່ານນຶ່ງ ຜູ້ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ກໍຮູ້ສຶກດີໃຈ ທີ່ທາງອາເມຣິກາ ໃຫ້ທຶນຊ່ອຍເຫລືອ ເມືອງມໍຣະດົກໂລກ ໃນການຊ່ອມແປງ ບູຣະນະປະຕິສັງຂອນ ວັດວາອາຮາມ ໃຫ້ໃໝ່ຂຶ້ນ ມີການຊ່ອມແປງ ແປກຕາ ໄປໜ້ອຍນຶ່ງ:
“ກະຕ່າງຈາກເດີມໄປເນາະ ຖາມວ່າງາມຂຶ້ນບໍ່ ກະງາມຂຶ້ນ ແປກຕາໄປແບບນຶ່ງ ສິດີຂຶ້ນຈາກບ່ອນທີ່ແບບຊຸດໂຊມສິນ່າ ເຂົາເຈົ້າກໍຈະໄປ ສ້ອມໄປປ່ຽນສີໃໝ່.”
ນັບຕັ້ງແຕ່ປີ 2001 ມາ ຣັຖບາລສະຫະຣັຖອາເມຣິກາ ໄດ້ຊ່ອຍເຫລືອໃນການ ປົກປັກຮັກສາມໍຣະດົກ ທາງດ້ານວັທນະທັມ ຢູ່ ສປປລາວ ຫລາຍກວ່າ 1 ລ້ານໂດລາ ສະຫະຣັຖ ພາຍໃຕ້ກອງທຶນທູດ ເພື່ອ ອະນຸຮັກ ວັທນະທັມ (AFCP), ໃຫ້ ການຊ່ອຍເຫຼືອທັງໝົດ 20 ໂຄງການ ຮວມທັງການປະຕິສັງຂອນ ວັດວາອັນສັກສິດ, ການປົກປັກຮັກສາມໍຣະດົກ ແລະ ວັດຖຸບູຮານ, ການບັນທຶກວັທນາທັມ, ຮີດຄອງ ປະເພນີ ຮວມໄປເຖິງການປົກປັກຮັກສາຫໍສມຸດ ແລະການບູຣະນະວັດຊຽງທອງ ຊຶ່ງ ເປັນໂຄງການໃຫຍ່ທີ່ສຸດ ຢູ່ນະຄອນຫລວງພຣະບາງ ທີ່ໄດ້ຊ່ອຍເປັນມູນຄ່າຫລາຍກວ່າ 650,000 ໂດລາ ສະຫະຣັຖ ແລະ ໃຊ້ເວລາບູລະນະເຖິງ 3 ປີປາຍ.