ວັດລາວພຸທວົງສລອງ ບຸນປີໃຫມ່ 2562
2019.04.16
ຊາວລາວທີ່ດຳຣົງຊີວິຕໃນສຫະຣັຖອາເມຣິກາ ໃນຂົງເຂດນະຄອນຫຼວງວໍ່ຊິງຕັ້ນ ດີຊີ່, ໄດ້ພາກັນຈັດງານສເລີມສລອງບຸນປີໃໝ່ລາວປະຈຳ ພສ. 2562 ຢ່າງມ່ວນຊື່ນ ໃນມື້ວັນເສົາ ແລະ ອາທິດ ວັນທີ 13-14 ເມສາ ທີ່ຜ່ານມານີ້.
ໃນຕອນເຊົ້າ, ທີ່ວັດລາວພຸທວົງສ໌ ຂົງເຂດນະຄອນຫຼວງວໍ່ຊິງຕັ້ນ ດີຊີ່, ຊາວພຸທລາວຫຼາຍພັນຄົນ ໄດ້ພາກັນມາເຕົ້າໂຮມຮ່ວມເຮັດບຸນ, ຕັກບາດ, ຖວາຍສັງຄະທານ, ຖວາຍຈັງຫັນ ແລະ ພັຕຫານເພນໃຫ້ແກ່ພຣະພິຂຸສົງ ຕາມຮີດຄອງປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ເນື່ອງໃນມື້ຂຶ້ນປີໃໝ່ລາວ ປ່ຽນພຸທສັກລາດ 2561 ເປັນ 2562.
“ສຽງພຣະສົງເທສນາ ໃນຣະຫວ່າງພິທີທາງສາສນາ.”
ທ່ານ ອານຸສັກ ປະຖັມມະວົງສ໌, ຊາວລາວ-ອາເມຣິກັນ ຈາກຣັຖເວີຈິເນັຽ ໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວເອເຊັຽເສຣີ ເຖິງຄວາມຮູ້ສຶກພາກພູມໃຈ ຂອງທ່ານ ທີ່ໄດ້ມາຮ່ວມເຮັດບຸນສິນກິນທານ ເນື່ອງໃນໂອກາດມື້ຂຶ້ນປີໃໝ່ລາວ ພສ. 2562.
“ມີຄວາມຮູ້ສຶກດີໃຈຫຼາຍ ທີ່ໄດ້ມາຮ່ວມ ປະເພນີສາສນາຂອງລາວເຮົາ ກໍຄືງານກຸດສົງການປີໃໝ່. ເພື່ອວ່າໄດ້ມາສລອງໃຫ້ ຕັກບາດກິນທານ ໃຫ້ມີຄວາມຮູ້ສຶກດີໃຈມ່ວນຊື່ນ. ມີຄວາມພາກພູມໃຈຫຼາຍ.”
ທ່ານ ສີທອງ ບຸນຊ່ວຍຊະນະ ຊາວລາວ-ອາເມຣິກັນຈາກຣັຖເມຣີແລນດ໌ ກໍໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເຖິງຄວາມຮູ້ສຶກພາກພູມໃຈ ຂອງທ່ານ ທີ່ໄດ້ມາຮ່ວມເຮັດບຸນສິນກິນທານ ເນື່ອງໃນໂອກາດມື້ຂຶ້ນປີໃໝ່ລາວ ເຊັ່ນກັນ.
“ມີຄວາມຮູ້ສຶກດີໃຈຫຼາຍ ແລະ ກໍພູມໃຈຫຼາຍ ທີ່ວ່າໄດ້ມາທຳບຸນຮ່ວມພີ່ນ້ອງຊາວລາວທຸກໆຄົນ ທີ່ວ່າມາໃນມື້ນີ້ ເພາະວ່າມັນເປັນປະເພນີ ຂອງລາວເຮົາ, ເຮົາຕ້ອງໄດ້ມາເດ.”
ທ່ານ ຄຳສາ ສຸຣິວຽງໄຊ, ຊາວລາວ-ອາເມຣິກັນ ແລະ ທັງເປັນເຖົ້າແກ່ແນວໂຮມປະຈຳວັດລາວພຸທວົງສ໌ ໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວເອເຊັຽ ເສຣີ ເຖິງຄວາມຮູ້ສຶກຂອງທ່ານ ທີ່ໄດ້ມາຮ່ວມງານສເລີມສລອງບຸນປີໃໝ່ລາວ ໃນຄັ້ງນີ້ດ້ວຍ.
“ໂຊກດີມື້ນີ້ ອາກາດດີ ມີພີ່ນ້ອງຊາວພຸທ ມາຈາກລາວ, ຈາກໄທ, ຈາກຫວຽດນາມ, ຈາກອິນເດັຽ, ໂດຍສະເພາະຢູ່ໃນສຫະຣັຖອາເມຣິກາ ອ້ອມແອ້ມນີ້ ຂະເຈົ້າກະມາຫຼວງຫຼາຍ ມາຊື້ອາຫານການກິນ ມາເພາະມາໂມມາຊ່ວຍວັດນີ້ຕລອດ.”
ພາຍຫຼັງສຳເຣັຈພິທີທາງສາສນາໃນຕອນເຊົ້າ ແລະ ສວາຍແລ້ວ, ຜູ້ສື່ຂ່າວເອເຊັຽເສຣີ ກໍໄດ້ເລາະຊົມບັນຍາກາດການຂາຍຂອງຢູ່ຂອງກິນ ຕາມຮ້ານຄ້າຕ່າງໆ ທີ່ໄດ້ນຳອາຫານ ແລະ ເຄື່ອງດື່ມ ມາຈຳໜ່າຍໃຫ້ຜູ້ຄົນທີ່ມາຮ່ວມງານສລອງບຸນປີໃໝ່ລາວ ໄດ້ຈັບຈ່າຍເພື່ອເລືອກຊື້ ຢູ່ຊື້ກິນຕາມໃຈມັກ.
ແມ່ຄ້າຂາຍອາຫານຜູ້ນຶ່ງ ຈາກຣັຖຟໍຣິດ້າ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີວ່າ ນາງໄດ້ພາຄອບຄົວມາຂາຍອາຫານຫຼາຍຢ່າງທັງຕຳໝາກຮຸ່ງ, ເຂົ້າຫຼາມ ແລະ ປີ້ງໄກ່.
“ຕຳໝາກຮຸ່ງ, ປີ້ງໄກ່ ລະກະມີເຂົ້າຂົ້ວ ມີໝາກເຜັດ ມີແຈ່ວບອງ. ມີເຂົ້າຫຼາມ ແລະ ຊີ້ນແຫ້ງ.”
ຕົກມາຕອນບ່າຍ ກໍມີການສເລີມສລອງຢ່າງມ່ວນຊື່ນ ດ້ວຍການສະແດງສິລປດົນຕຣີ ຈາກລູກຫຼານຊຸມຊົນລາວໃນສຫະຣັຖ ເປັນຕົ້ນ ແມ່ນມີການຮ້ອງເພັງ, ການສະແດງບົດຟ້ອນອວຍພອນປີໃໝ່ ແລະການສະແດງສິລປະດົນຕຣີ ຈາກມູລນິທິ ມໍຣະດົກລາວ ເພື່ອໃຫ້ຜູ້ທີ່ ເຂົ້າມາຮ່ວມງານ ໄດ້ຮັບຊົມຮັບຟັງກັນ. “ດົນຕຣີ”.
ນອກຈາກນີ້, ສິ່ງທີ່ຂາດບໍ່ໄດ້ ແມ່ນການປະກວດນາງສັງຂານປະຈຳປີ ແລະ ພິທີແຫ່ນາງສັງຂານ ເພື່ອເປັນໂຕແທນໃນການນຳພາຊາວລາວ ຫົດສົງພຣະພຸທຮູບ ຕາມຄວາມເຊື່ອ ທີ່ໄດ້ປະຕິບັດກັນມາ ແລະເປັນສັນຍາລັກທີ່ຄຽງຄູ່ກັບ ການສເລີມສລອງ ບຸນປີໃໝ່ລາວ ຄືດັ່ງທີ່ໄດ້ ປະຕິບັດກັນມາທຸກໆປີ. “ດົນຕຣີ”.
ໃນບຸນປີໃໝ່ລາວປີນີ້ ປະກົດວ່າແມ່ນນາງສາວ ວົງພຣະຈັນ (ລີ່ຊ້າ) ພູມິນ, ໄດ້ຮັບສຽງສ່ວນຫຼາຍຈາກຄນະກັມມະການ ໃຫ້ເປັນຜູ້ທີ່ໄດ້ ຊນະເລີດ ໃນການປະກວດນາງສັງຂານ ວັດລາວພຸທວົງສ໌ ປະຈຳປີ ພສ. 2562.
ຍານາງ ພຸທຂິນ ສຸພິດາ, ຊາວລາວນາງນຶ່ງ ຈາກຣັຖເວີຈິເນັຽ ກໍໄດ້ກ່າວສະແດງຄວາມຮູ້ສຶກຂອງຕົນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ພາຍຫຼັງທີ່ ໄດ້ເຂົ້າມາ ຮ່ວມງານສເລີມສລອງບຸນປີໃໝ່ລາວ ແລະ ເລາະຊົມການຂາຍອາຫານພາຍໃນງານ.
“ໂອ້ຍ! ຮູ້ສຶກດີໃຈຫຼາຍເນາະ ທີ່ວ່າຄົນລາວເຮົາມາຢູ່ຕ່າງປະເທສ ກະບໍ່ໄດ້ລືມປະເພນີຮີດຄອງ ຂໍໃຫ້ຄົນລາວທຸກໆຄົນທີ່ຢູ່ທົ່ວທີບທົ່ວແດນ ຢູ່ໃນປະເທສໃດ ກະຂໍໃຫ້ມ່ວນຊື່ນໃນບຸນປີໃໝ່. ໃນປີໃໝ່ນີ້, ຂໍໃຫ້ທຸກຄົນຈົ່ງມີສຸຂພາບແຂງແຮງ ຢູ່ດີມີແຮງເດີ້ ຫາຍຈາກພະຍາດໂລຄາ ທຸກສິ່ງທຸກປະການ.”
ບໍ່ພຽງແຕ່ຊາວລາວເທົ່ານັ້ນ ທີ່ເຂົ້າມາຮ່ວມງານສເລີມສລອງບຸນປີໃໝ່ລາວ, ຄົນເຊື້ອຊາຕອື່ນໆ ກໍໄດ້ເຂົ້າມາຮ່ວມ ດັ່ງທ່ານ ເດ, ຊາວອາເມຣິກັນ ຈາກຣັຖ ເວີຈິເນັຽ ໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວເອເຊັຽເສຣີ ເຖິງຄວາມຮູ້ສຶກຂອງທ່ານ ຫຼັງຈາກທີ່ໄດ້ພາລູກ ແລະ ພັລຍາ ຍ່າງເລາະທ່ຽວຊົມ ແລະ ຊື້ອາຫານການກິນແລ້ວ.
“I really enjoy. This is a prettiest temple, I think, in the area. My wife and I have been here several time before and I love to come out. The food is wonderful. The decoration is beautiful and everyone is really happy to be here. I enjoy every time.”
“ຂ້າພະເຈົ້າມ່ວນຫຼາຍ. ຂ້າພະເຈົ້າຄຶດວ່າ ນີ້ແມ່ນວັດທີ່ງົດງາມຫຼາຍ ໃນຂົງເຂດນີ້. ພັລຍາ ແລະ ຂ້າພະເຈົ້າ ໄດ້ມາວັດແຫ່ງນີ້ຫຼາຍເທື່ອແລ້ວ ແລະ ຂ້າພະເຈົ້າ ກໍມັກອກກມາວັດແຫ່ງນີ້. ອາຫານກະແຊບຫຼາຍ. ການເອ້ຍ້ອງ ກໍງາມ ແລະ ທຸກຄົນທີ່ມາ ກໍມີຄວາມສຸຂຫຼາຍ. ທຸກເທື່ອທີ່ ຂ້າພະເຈົ້າມາ ມ່ວນຫຼາຍ.”
ການສເລີມສລອງບຸນປີໃໝ່ລາວປະຈຳ ພສ. 2562 ໃນຂົງເຂດນະຄອນຫຼວງວໍ່ຊິງຕັ້ນ ດີຊີ່ ປີນີ້, ມີຜູ້ຄົນມາກໜ້າຫຼາຍຕາ ຈາກຣັຖຕ່າງໆ ມາຮ່ວມງານຢ່າງບໍ່ຂາດສາຍ, ເຊິ່ງຄາດວ່າ ມີຜູ້ມາຮ່ວມງານທັງ 2 ມື້ບໍ່ຕ່ຳກວ່າ 5,000 ຄົນ.