ເຣື້ອງທີ່ເກັບບັນທຶກໄວ້
2024-07-31
ຄະນະຜູ້ແທນລາວ ແລະ ສະຫະພາບຢູ່ໂຣບ ປະຊຸມຮ່ວມກັນ ໃນເລື່ອງສິດທິມະນຸດ ເປັນຄັ້ງທີ 13, ຂະນະທີ່ ສິດທິຂັ້ນພື້ນຖານ ຂອງປະຊາຊົນລາວ ຍັງຖືກຈໍາກັດ, ປະຊາຊົນທີ່ໃຊ້ສິດເສລີພາບ ໃນການປາກເວົ້າ ຜ່ານສື່ສັງຄົມອອນລາຍ ຖືກຈັບກຸມ ໂຕຢ່າງ ນາງ ຮວຍເຮືອງ ໄຊຍະບູລີ ລວມທັງປະຊາຊົນ ຜູ້ທີ່ໂຮມຊຸມນຸມ ແລະຜູ້ທີ່ເຊື່ອຖືສາດສະໜາຄຣິສຕຽນ.
2024-07-31
ມາຮອດວັນທີ 29 ເດືອນກໍລະກົດ ປີ 2024 ທົ່ວນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມເຖິງ 2,138 ຄົນ ແລະມີຜູ້ເສຍຊີວິດສະສົມ 3 ຄົນ ເຊິ່ງເປັນລໍາດັບທີ 1 ຂອງປະເທດລາວ ຂະນະດຽວກັນ ແຂວງເຊກອງ ເປັນແຂວງ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມເຖິງ 2,045 ຄົນ ແລະມີຜູ້ເສຍຊີວິດສະສົມ 2 ຄົນ ເປັນລໍາດັບທີ 2 ຂອງປະເທດລາວ.
2024-07-31
ການສູນພັນ ຂອງເສືອໂຄ່ງໃນປ່າໄມ້ລາວ ມາຈາກຫຼາຍສາເຫດ ເປັນຕົົ້ນ ການທຳລາຍປ່າໄມ້ ຂອງກຸ່ມລັກຕັດໄມ້ທ່ອນ, ການຈູດປ່າເຮັດໄຮ່, ໂຄງການພັດທະນາຕ່າງໆ ຂອງລັດຖະບານ, ການຂຸດຄົ້ນແຮ່ທາດ, ການສ້າງເຂື່ອນໄຟຟ້າ ແລະ ການສ້າງໂຄງລ່າງພື້ນຖານ ປະເພດຕ່າງໆ.
2024-07-31
ການຄຸ້ມຄອງຄົນຈີນ ແລະຄົນຕ່າງປະເທດ ທີ່ເຂົ້າມາເຮັດທຸລະກິດ ຫຼື ເຮັດວຽກໃນເຂດແຫ່ງນີ້ ປະຕິບັດຕາມກົດໝາຍລາວ ພາຍຫຼັງທາງການແຂວງບໍ່ແກ້ວ ໄດ້ເຮັດພິທີ ປະກາດແຕ່ງຕັ້ງ 4 ຂະແໜງການຊ່ອຍວຽກ ຂອງອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ.
2024-07-30
ການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການ ໄຟຟ້າພະລັງງານລົມ ຢູ່ເມືອງບົວລະພາ ແລະ ເມືອງໄຊບົວທອງ ແຂວງຄໍາມ່ວນ ເມື່ອວັນທີ 16 ກໍລະກົດ 2024 ທີ່ຜ່ານມານີ້ ແລະຄາດວ່າ ຈະມີຫຼາຍບ້ານ ທີ່ຈະໄດ້ຮັບຜົນກະທົບ ໂດຍສະເພາະທີ່ດິນ.
2024-07-30
ຄະນະບໍລິຫານເຂື່ອນໄຟຟ້ານໍ້າຊໍາ 3 ຂອງກຸ່ມບໍລິສັດ ພົງຊັບທະວີຈໍາກັດຜູ້ດຽວ ລະບາຍນໍ້າອອກຈາກເຂື່ອນລົງມາ ໃນມື້ວັນທີ 25 ກໍລະກົດນີ້ ໂດຍບໍ່ມີໜັງສືແຈ້ງເຕືອນ ຢ່າງເປັນທາງການ, ມີແຕ່ແຈ້ງເຕືອນຜ່ານນາຍບ້ານ ໃຫ້ໄປກະຈາຍຂ່າວໃຫ້ຊາວບ້ານໃນຊຸມຊົນຮູ້.
2024-07-30
ເນື້ອທີ່ການຜະລິດ ແລະ ເສັ້ນທາງຄູນຄໍາ ຫາຖ້ໍາກອງລໍ ຂອງເມືອງຄູນຄຳ ແຂວງຄຳມ່ວນ ເປ່ເພ, ເສຍຫາຍຈຳນວນຫຼາຍ ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ແຕ່ຊ່ວຍເບື້ອງຕົ້ນ ຄືກຽມຍ້າຍສັດລ້ຽງໄວ້ບ່ອນທີ່ປອດໄພ.
2024-07-30
ນາຍບ້ານ ບ້ານປາກພາງ ເມືອງຊະນະຄາມ ແຂວງວຽງຈັນ ຖືກຄົນຮ້າຍໃຊ້ອາວຸດປືນຍິງ ເຮັດໃຫ້ເສຍຊີວິດຄາທີ່ ຢູ່ຕໍ່ໜ້າຫ້ອງການບ້ານປາກພາງ ໃນມື້ວັນທີ 29 ກໍລະກົດນີ້, ແຕ່ມາເຖິງປັດຈຸບັນ ເຈົ້າໜ້າທີ່ຍັງບໍ່ສາມາດຕິດຕາມໂຕ ຜູ້ກໍ່ເຫດໄດ້ເທື່ອ.
2024-07-29
ເງິນກີບອ່ອນຄ່າ ຊາວລາວອ່ອນໃຈ ຫຼາຍຄົນເວົ້າວ່າ ທຸກຢ່າງຝືດເຄືອງ ຖົດຖອຍ ຕ່າງຈາກ 2-3 ປີ ທີ່ຜ່ານມາ ທີ່ພໍອ້າປາກຫາຍໃຈໄດ້ ແຕ່ທຸກມື້ນີ້ ຄືນໍ້າຖ້ວມປາກ ຫາກຂຶ້ນຖ້ວມດັງເມື່ອໃດ ແມ່ນດັບເຊື້ອສູນພັນ.
2024-07-29
ວັນທີ 30 ກໍລະກົດ 2024 ນີ້ ເປັນວັນສາກົນ ຕ້ານການຄ້າມະນຸດ ແລະໃນປີນີ້ ອົງການຈັດຕັ້ງສາກົນ ກໍມີເປົ້າໝາຍ ແກ້ໄຂການຄ້າມະນຸດ ທຸກຮູບແບບ ໃນກຸ່ມເດັກນ້ອຍ ພາຍໃຕ້ຫົວຂໍ້ “ບໍ່ປະເດັກຄົນໃດໄວ້ຂ້າງຫລັງ ໃນການຕໍ່ສູ້ຕ້ານການຄ້າມະນຸດ.”
2024-07-29
ສະພາບເສດຖະກິດ-ການເງິນ ຢູ່ປະເທດລາວ ຍັງບໍ່ມີທ່າທີ່ວ່າ ຈະດີຂຶ້ນ ນັ້ນ ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ພະນັກງານລັດຖະກອນຜູ້ທີ່ມີລາຍໄດ້ໜ້ອຍ ປະສົບກັບຄວາມຫຍຸ້ງຍາກຂຶ້ນ ເພາະລາຍຮັບ ທີ່ໄດ້ຈາກເງິນເດືອນ ບໍ່ສອດຄ່ອງກັບລາຍຈ່າຍ.
2024-07-29
ທ່ານ ແອນໂທນີ ບລິງເກັນ (Antony Blinken), ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ຢໍ້າໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານ ໃນພາກພື້ນ ອິນໂດ-ປາຊີຟິກ ທີ່ສະຫະລັດອາເມຣິກາ ປະຕິບັດ ໂດຍສະເພາະການສະໜັບສະໜູນ ວິໄສທັດອາຊຽນ ເປັນຕົ້ນດ້ານເສດຖະກິດ ແລະການລົງທຶນ.
2024-07-29
ເຫດການນໍ້າຖ້ວມໃນວັນທີ 23 ຫາ 24 ກໍລະກົດ ທີ່ຜ່ານມາ ເຮັດໃຫ້ເຄື່ອງຂອງພາຍໃນເຮືອນ, ເຄື່ອງປູກຂອງຝັງ ຂອງຊາວບ້ານໄດ້ຮັບຄວາມເສັຍຫາຍ ລວມທັງ ເຮືອນຊາວບ້ານ 4 ຫຼັງ ຖືກນໍ້າພັດເສັຍຫາຍ, ຊາວບ້ານບໍ່ມີໄຟຟ້າໃຊ້ ແລະຕ້ອງການຄວາມຊ່ວຍເຫຼືອ ຈາກພາກລັດຢ່າງເລັ່ງດ່ວນ.
2024-07-27
ທ້າວ ບຸນມະນີ ນັກສີນລະປິນ ຈາກຊົນເຜົ່າ ທີ່ມີປະມານ 200 ຄອບຄົວ ແຕ່ໄດ້ຮັບຄວາມນິຍົມນັບລ້ານວິວ ໃນວົງການບັນເທີງ ສື່ສັງຄົມອອນລາຍ ເຊີນທ່ານ ມາຄົ້ນຫາ ຮຽນຮູ້ກ່ຽວກັບຊົນເຜົ່ານີ້.
2024-07-26
ຊາວກະສິກອນລາວ ໂດຍສະເພາະໃນເຂດນະຄອນຫຼວງວຽງຈັນ ປະສົບກັບບັນຫາທ້າທາຍຫຼາຍຢ່າງ ເປັນຕົ້ນບັນຫາຕົ້ນທຶນສູງ, ປຸຍ ແລະຫົວອາຫານສັດແພງ.